Biblia Todo Logo
Internet tuqin Biblia

- Anuncios ukanaka -




2 ຕີໂມທຽວ 4:13 - ພຣະຄຳພີລາວສະບັບສະໄໝໃໝ່

13 ເມື່ອ​ເຈົ້າ​ມາ​ຫາ​ເຮົາ, ຈົ່ງ​ນຳ​ເສື້ອຄຸມ​ທີ່​ເຮົາ​ປະ​ໄວ້​ກັບ​ກາຣະໂປ ທີ່​ເມືອງ​ໂທອາດ ແລະ ໜັງສືມ້ວນ​ຂອງ​ເຮົາ​ມາ​ດ້ວຍ, ໂດຍ​ສະເພາະ​ໜັງສື​ທີ່​ຂຽນ​ໃສ່​ແຜ່ນໜັງ.

Uka jalj uñjjattʼäta Copia luraña

ພຣະຄຳພີສັກສິ

13 ເມື່ອ​ເຈົ້າ​ມາ ຈົ່ງ​ເອົາ​ເສື້ອຄຸມ​ທີ່​ເຮົາ​ໄດ້​ປະ​ໄວ້​ກັບ​ກາລະໂປ ທີ່​ເມືອງ​ໂທອາດ​ນັ້ນ​ມາ​ນຳ​ດ້ວຍ ຈົ່ງ​ເອົາ​ໜັງສື​ຕ່າງໆ​ມາ​ເໝືອນກັນ ເປັນ​ຕົ້ນ​ໜັງສື​ທີ່​ຂຽນ​ໃສ່​ແຜ່ນ​ໜັງ​ນັ້ນ.

Uka jalj uñjjattʼäta Copia luraña




2 ຕີໂມທຽວ 4:13
7 Jak'a apnaqawi uñst'ayäwi  

ແລະ ຖ້າ​ມີ​ຜູ້ໃດ​ຕ້ອງການ​ຟ້ອງ​ເອົາ​ເສື້ອ​ຂອງ​ເຈົ້າ, ຈົ່ງ​ເອົາ​ເສື້ອຄຸມ​ຂອງ​ເຈົ້າ​ໃຫ້​ແກ່​ພວກເຂົາ​ດ້ວຍ.


ຈາກ​ເມືອງ​ໂທອາດ​ພວກເຮົາ​ໄດ້​ລົງ​ເຮືອ ແລະ ໄດ້​ເດີນທາງ​ໄປ​ຍັງ​ເກາະ​ຊາໂມທາເກ ແລະ ໃນ​ມື້​ຕໍ່ມາ​ກໍ​ມາ​ເຖິງ​ເມືອງ​ເນອາໂປລີ.


ພວກເພິ່ນ​ຈຶ່ງ​ຜ່ານ​ແຂວງ​ມີເຊຍ ແລະ ລົງ​ໄປ​ຍັງ​ເມືອງ​ໂທອາດ.


ສິ່ງ​ທີ່​ເຮັດ​ໃຫ້​ພວກເຂົາ​ໂສກເສົ້າ​ທີ່ສຸດ​ຄື​ເມື່ອ​ໂປໂລ​ເວົ້າ​ວ່າ​ພວກເຂົາ​ຈະ​ບໍ່​ໄດ້​ເຫັນ​ໜ້າ​ຂອງ​ເພິ່ນ​ອີກ, ຫລັງຈາກນັ້ນ​ພວກເຂົາ​ກໍ​ພາກັນ​ໄປ​ສົ່ງ​ໂປໂລ​ທີ່​ເຮືອ.


ຈົນເຖິງ​ເວລາ​ນີ້ ພວກເຮົາ​ຫິວເຂົ້າ ແລະ ຫິວນ້ຳ, ພວກເຮົາ​ຂາດ​ເຄື່ອງນຸ່ງຫົ່ມ, ພວກເຮົາ​ຖືກ​ທາລຸນ​ຢ່າງ​ໂຫດຮ້າຍ ແລະ ພວກເຮົາ​ບໍ່​ມີ​ບ່ອນ​ພັກພາອາໄສ.


ເຮົາ​ໄດ້​ທຳງານ​ໜັກ ແລະ ລຳບາກ, ອົດ​ນອນ​ຢູ່​ເລື້ອຍ, ເຮົາ​ຮູ້ຈັກ​ການອົດເຂົ້າ​ຫິວນ້ຳ ແລະ ຂາດ​ອາຫານ​ຢູ່​ເລື້ອຍ, ເຮົາ​ຕ້ອງ​ພົບ​ກັບ​ຄວາມໜາວ ແລະ ເປືອຍກາຍ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka