12 ເຮົາໄດ້ສົ່ງຕີຂີໂກໄປຍັງເມືອງເອເຟໂຊ.
12 ເຮົາໄດ້ໃຊ້ຕີຂີໂກໄປທີ່ເມືອງເອເຟໂຊ.
ເມື່ອເດີນທາງມາເຖິງເມືອງເອເຟໂຊ, ບ່ອນທີ່ໂປໂລໄດ້ປະປີຊະກີລາກັບອາກີລາໄວ້. ສ່ວນເພິ່ນເອງໄດ້ເຂົ້າໄປໃນທຳມະສາລາ ແລະ ສົນທະນາໂຕ້ຕອບກັບພວກຢິວ.
ແຕ່ໃນຂະນະທີ່ເພິ່ນລາຈາກໄປນັ້ນ, ໂປໂລໄດ້ສັນຍາວ່າ, “ຖ້າແມ່ນຄວາມປະສົງຂອງພຣະເຈົ້າເຮົາຈະກັບຄືນມາຫາພວກເຈົ້າອີກ”. ແລ້ວເພິ່ນກໍລົງເຮືອຈາກເມືອງເອເຟໂຊໄປ.
ຂະນະທີ່ອາໂປໂລຍັງຢູ່ທີ່ເມືອງໂກຣິນໂທ, ໂປໂລໄດ້ເດີນທາງຂ້າມເຂດພູເຂົາ ແລະ ມາຮອດເມືອງເອເຟໂຊ. ເພິ່ນໄດ້ພົບສາວົກບາງຄົນຢູ່ທີ່ນັ້ນ
“ບັດນີ້ ຂ້າພະເຈົ້າຮູ້ວ່າບໍ່ມີຈັກຄົນໃນພວກທ່ານທີ່ຂ້າພະເຈົ້າໄດ້ທຽວໄປປະກາດເຖິງອານາຈັກຂອງພຣະເຈົ້າໃຫ້ຟັງນັ້ນຈະໄດ້ເຫັນຂ້າພະເຈົ້າອີກ.
ຜູ້ທີ່ຮ່ວມເດີນທາງໄປກັບໂປໂລໄດ້ມີໂຊປາເຕລູກຊາຍຂອງປີໂຣຈາກເມືອງເບເຣຍ, ອາຣິດຕາໂຂ ແລະ ເຊກຸນໂດຈາກເມືອງເທສະໂລນິກ, ໄຄໂຢຈາກເມືອງເດຣະເບ, ຕີໂມທຽວ, ຕີຂີໂກ ແລະ ໂທຟີໂມ ຈາກແຂວງເອເຊຍ.
ຕີຂີໂກ ນ້ອງຊາຍທີ່ຮັກ ແລະ ເປັນຜູ້ຮັບໃຊ້ທີ່ສັດຊື່ໃນອົງພຣະຜູ້ເປັນເຈົ້າ ຈະເລົ່າທຸກສິ່ງໃຫ້ພວກເຈົ້າຟັງ ເພື່ອວ່າພວກເຈົ້າຈະໄດ້ຮູ້ວ່າເຮົາຢູ່ຢ່າງໃດ ແລະ ກຳລັງເຮັດຫຍັງ.
ເຮົາກຳລັງສົ່ງລາວມາຫາພວກເຈົ້າກໍເພາະຈຸດປະສົງນີ້ແທ້, ເພື່ອໃຫ້ພວກເຈົ້າຮູ້ວ່າພວກເຮົາຢູ່ຢ່າງໃດ ແລະ ເພື່ອລາວຈະໄດ້ໜູນໃຈພວກເຈົ້າ.
ຕີຂີໂກ ຈະແຈ້ງຂ່າວທັງໝົດກ່ຽວກັບເຮົາໃຫ້ພວກເຈົ້າຮູ້. ລາວເປັນນ້ອງຮັກ, ເປັນຜູ້ຮັບໃຊ້ທີ່ສັດຊື່ ແລະ ເປັນເພື່ອນຮ່ວມຮັບໃຊ້ໃນອົງພຣະຜູ້ເປັນເຈົ້າ.
ຕາມທີ່ເຮົາໄດ້ຂໍຮ້ອງເຈົ້າເມື່ອເຮົາໄປຍັງແຂວງມາເກໂດເນຍວ່າ, ໃຫ້ເຈົ້າຢູ່ທີ່ເອເຟໂຊເພື່ອວ່າເຈົ້າຈະໄດ້ສັ່ງບາງຄົນບໍ່ໃຫ້ສອນຫລັກຂໍ້ເຊື່ອທີ່ຜິດອີກຕໍ່ໄປ
ເມື່ອເຮົາໃຊ້ອາເຕມາ ຫລື ຕີຂີໂກໄປຫາເຈົ້າ ຂໍໃຫ້ເຈົ້າພະຍາຍາມຟ້າວມາຫາເຮົາທີ່ເມືອງນິໂກໂປລີໃຫ້ໄດ້ ເພາະເຮົາໄດ້ຕັດສິນໃຈແລ້ວວ່າຈະພັກຢູ່ທີ່ນັ້ນຈົນໝົດລະດູໜາວ.