Biblia Todo Logo
Internet tuqin Biblia

- Anuncios ukanaka -




2 ຕີໂມທຽວ 3:9 - ພຣະຄຳພີລາວສະບັບສະໄໝໃໝ່

9 ແຕ່​ພວກເຂົາ​ຈະ​ໄປ​ໄດ້​ບໍ່​ໄກ​ເພາະວ່າ​ຄວາມໂງ່ຈ້າ​ຂອງ​ຄົນ​ເຫລົ່ານີ້​ຈະ​ປາກົດ​ແຈ້ງ​ແກ່​ທຸກ​ຄົນ​ເໝືອນ​ໃນ​ກໍລະນີ​ຂອງ​ສອງ​ຄົນ​ນັ້ນ.

Uka jalj uñjjattʼäta Copia luraña

ພຣະຄຳພີສັກສິ

9 ແຕ່​ເຂົາ​ກ້າວ​ໜ້າ​ຕໍ່ໄປ​ອີກ​ບໍ່ໄດ້ ເພາະວ່າ​ຄວາມ​ໂງ່​ຂອງ​ເຂົາ​ນັ້ນ ຈະ​ປາກົດ​ແຈ້ງ​ແກ່​ຄົນ​ທັງປວງ ເໝືອນ​ດັ່ງ​ຄວາມ​ໂງ່​ຂອງ​ຊາຍ​ສອງ​ຄົນ​ນັ້ນ.

Uka jalj uñjjattʼäta Copia luraña




2 ຕີໂມທຽວ 3:9
14 Jak'a apnaqawi uñst'ayäwi  

ແຕ່​ພວກ​ຟາຣີຊາຍ ແລະ ພວກ​ຄູສອນກົດບັນຍັດ​ກໍ​ເຕັມ​ໄປ​ດ້ວຍ​ຄວາມຄຽດແຄ້ນ ແລະ ເລີ່ມ​ປຶກສາ​ກັນ​ວ່າ​ຈະ​ເຮັດ​ຢ່າງໃດ​ກັບ​ພຣະເຢຊູເຈົ້າ.


ບັດນີ້ ມື​ຂອງ​ອົງພຣະຜູ້ເປັນເຈົ້າ​ຈະ​ຈັດການ​ກັບ​ເຈົ້າ, ເຈົ້າ​ຈະ​ຕາບອດ​ເບິ່ງ​ບໍ່​ເຫັນ​ແມ່ນ​ແຕ່​ແສງຕາເວັນ​ຕະຫລອດ​ຊ່ວງ​ເວລາ​ໜຶ່ງ”. ທັນໃດ​ນັ້ນ ໝອກ ແລະ ຄວາມມືດມົວ​ກໍ​ເຂົ້າ​ມາ​ປົກຄຸມ​ລາວ ແລະ ລາວ​ຕ້ອງ​ງົມ​ຊອກຫາ​ຄົນ​ເພື່ອ​ໃຫ້​ຈູງ​ມື​ຂອງ​ຕົນ​ໄປ.


ເຊັ່ນ​ດຽວ​ກັນ​ກັບ​ຢາເນ ແລະ ຢຳເບ​ທີ່​ຕໍ່ຕ້ານ​ໂມເຊ ດັ່ງນັ້ນ​ພວກຄູສອນ​ເຫລົ່ານີ້​ກໍ​ຕໍ່ຕ້ານ​ຄວາມຈິງ. ພວກເຂົາ​ເປັນ​ຄົນ​ທີ່​ມີ​ຈິດໃຈ​ຊົ່ວຊ້າ, ຄວາມເຊື່ອ​ຂອງ​ພວກເຂົາ​ກໍ​ບໍ່​ເປັນ​ທີ່​ຍອມຮັບ


Jiwasaru arktasipxañani:

Anuncios ukanaka


Anuncios ukanaka