Biblia Todo Logo
Internet tuqin Biblia

- Anuncios ukanaka -




2 ຕີໂມທຽວ 3:5 - ພຣະຄຳພີລາວສະບັບສະໄໝໃໝ່

5 ຢຶດຖື​ທາງ​ຂອງ​ພຣະເຈົ້າ​ພຽງ​ເປືອກນອກ ແຕ່​ປະຕິເສດ​ລິດອຳນາດ​ຂອງ​ພຣະເຈົ້າ. ຢ່າ​ໄປ​ຄົບຫາ​ກັບ​ຄົນ​ແບບ​ນີ້.

Uka jalj uñjjattʼäta Copia luraña

ພຣະຄຳພີສັກສິ

5 ເຂົາ​ກໍ​ເຮັດ​ເໝືອນ​ຄົນ​ນັບຖື​ພຣະເຈົ້າ​ຢ່າງ​ຖືກຕ້ອງ, ແຕ່​ວ່າ​ຣິດອຳນາດ​ຂອງ​ການ​ນັບຖື​ນັ້ນ ເຂົາ​ກໍ​ປະຕິເສດ​ເສຍ ເຈົ້າ​ຈົ່ງ​ຫລີກ​ໜີ​ເສຍ​ຈາກ​ຄົນ​ຢ່າງ​ນັ້ນ.

Uka jalj uñjjattʼäta Copia luraña




2 ຕີໂມທຽວ 3:5
20 Jak'a apnaqawi uñst'ayäwi  

“ຈົ່ງ​ລະວັງ​ພວກ​ຜູ້ທຳນວາຍ​ປອມ. ພວກເຂົາ​ມາ​ຫາ​ພວກເຈົ້າ​ໃນ​ຄາບ​ຂອງ​ແກະ, ແຕ່​ພາຍໃນ​ແລ້ວ​ພວກເຂົາ​ໂຫດຮ້າຍ​ຄື​ໝາປ່າ.


ແລ້ວ​ພວກເຮົາ​ຈະ​ບໍ່​ໄດ້​ເປັນ​ເດັກນ້ອຍ​ອີກ​ຕໍ່ໄປ, ເຊິ່ງ​ຖືກ​ຄື້ນ​ຊັດ​ໄປ​ມາ ແລະ ຖືກ​ພັດ​ໄປ​ທາງ​ນີ້​ທາງ​ນັ້ນ​ດ້ວຍ​ລົມປາກ​ແຫ່ງ​ຄຳສອນ ແລະ ດ້ວຍ​ກົນອຸບາຍ​ກັບ​ເລ່ລ່ຽມ​ຂອງ​ມະນຸດ​ໃນ​ແຜນການ​ຫລອກລວງ​ຂອງ​ພວກເຂົາ.


ຜູ້ໃດ​ບໍ່​ເຊື່ອຟັງ​ຄຳສັ່ງສອນ​ຂອງ​ພວກເຮົາ​ໃນ​ຈົດໝາຍ​ນີ້ ຈົ່ງ​ໝາຍ​ໄວ້​ເປັນ​ພິເສດ. ຢ່າ​ໄປ​ຄົບຫາ​ກັບ​ພວກເຂົາ ເພື່ອ​ພວກເຂົາ​ຈະ​ໄດ້​ຮູ້ສຶກ​ລະອາຍໃຈ.


ພີ່ນ້ອງ​ທັງຫລາຍ​ເອີຍ, ພວກເຮົາ​ຂໍ​ສັ່ງ​ພວກເຈົ້າ​ໃນ​ນາມ​ຂອງ​ພຣະເຢຊູຄຣິດເຈົ້າ​ອົງພຣະຜູ້ເປັນເຈົ້າ​ວ່າ​ຈົ່ງ​ຫລີກໜີ​ຈາກ​ຜູ້​ທີ່​ເຊື່ອ​ທຸກຄົນ​ທີ່​ຂີ້ຄ້ານ, ກໍ່ກວນ ແລະ ບໍ່​ຍອມ​ດຳເນີນຊີວິດ​ຕາມ​ຄຳສັ່ງສອນ​ທີ່​ພວກເຈົ້າ​ໄດ້​ຮັບ​ຈາກ​ພວກເຮົາ.


ຢ່າ​ໄປ​ກ່ຽວຂ້ອງ​ກັບ​ນິຍາຍ​ອັນ​ໄຮ້ສາລະ ແລະ ນິທານຂີ້ຕົວະ​ຕ່າງໆ ຈົ່ງ​ຝຶກຝົນ​ຕົນເອງ​ໃນ​ທາງ​ຂອງ​ພຣະເຈົ້າ​ກໍ​ດີ​ກວ່າ.


ການ​ຝຶກຝົນ​ທາງ​ກາຍ​ນັ້ນ​ມີ​ຄຸນຄ່າ​ຢູ່​ສ່ວນ​ໜຶ່ງ ແຕ່​ຝຶກຝົນ​ໃນ​ທາງ​ຂອງ​ພຣະເຈົ້າ​ກໍ​ມີ​ຄຸນຄ່າ​ໃນ​ທຸກດ້ານ, ເພາະ​ຮັກສາ​ສັນຍາ​ໄວ້​ທັງ​ສຳລັບ​ຊີວິດ​ປັດຈຸບັນ ແລະ ຊີວິດ​ໃນ​ເບື້ອງໜ້າ​ດ້ວຍ.


ຖ້າ​ຜູ້ໃດ​ບໍ່​ອຸດໜູນ​ລ້ຽງດູ​ຍາດພີ່ນ້ອງ​ຂອງ​ຕົນ​ໂດຍ​ສະເພາະ​ຄົນ​ໃນ​ຄອບຄົວ​ຂອງ​ຕົນເອງ ຜູ້​ນັ້ນ​ກໍ​ໄດ້​ປະຕິເສດ​ຄວາມເຊື່ອ​ແລ້ວ ແລະ ຮ້າຍ​ກວ່າ​ຄົນ​ທີ່​ບໍ່ເຊື່ອ​ອີກ.


ແລະ ການ​ຂັດແຍ້ງ​ກັນ​ຢ່າງ​ບໍ່​ມີ​ວັນ​ສິ້ນສຸດ​ໃນ​ທ່າມ​ກາງ​ຜູ້​ມີ​ຈິດໃຈ​ເສື່ອມຊາມ, ຜູ້​ທີ່​ຖືກ​ຍາດຊິງ​ຄວາມຈິງ​ໄປ ແລະ ຜູ້​ທີ່​ຄິດ​ວ່າ​ທາງ​ຂອງ​ພຣະເຈົ້າ​ເປັນ​ຊ່ອງທາງ​ຫາ​ຜົນປະໂຫຍດ​ໃນ​ດ້ານ​ການເງິນ.


ຈົ່ງ​ຫລີກເວັ້ນ​ຈາກ​ການ​ສົນທະນາ​ເລື່ອງ​ທີ່​ຂັດ​ກັບ​ທາງ​ຂອງ​ພຣະເຈົ້າ, ເພາະ​ບັນດາ​ຜູ້​ທີ່​ປ່ອຍໃຈ​ໄປ​ກັບ​ສິ່ງ​ນັ້ນ​ຈະ​ກາຍເປັນ​ຄົນອະທຳ​ຫລາຍ​ຂຶ້ນ​ເລື້ອຍໆ.


ຢ່າ​ເຂົ້າຮ່ວມ​ກັບ​ການໂຕ້ຖຽງ​ອັນ​ໂງ່ຈ້າ ແລະ ໄຮ້ສາລະ​ຕ່າງໆ ເພາະ​ເຈົ້າ​ຮູ້​ແລ້ວ​ວ່າ​ສິ່ງ​ເຫລົ່ານີ້​ກໍ່​ໃຫ້​ເກີດ​ການຜິດຖຽງກັນ.


ພວກເຂົາ​ປະກາດ​ວ່າ​ຮູ້ຈັກ​ພຣະເຈົ້າ ແຕ່​ການກະທຳ​ຂອງ​ພວກເຂົາ​ກັບ​ປະຕິເສດ​ພຣະອົງ. ພວກເຂົາ​ເປັນ​ທີ່​ໜ້າກຽດຊັງ, ບໍ່​ເຊື່ອຟັງ ແລະບໍ່​ເໝາະສົມ​ສຳລັບ​ການ​ເຮັດ​ດີ​ໃດໆ.


ຈົ່ງ​ຕັກເຕືອນ​ຄົນ​ທີ່​ກໍ່​ໃຫ້​ເກີດ​ຄວາມແຕກແຍກ​ເທື່ອ​ທີ​ໜຶ່ງ​ກ່ອນ ແລ້ວ​ຈຶ່ງ​ຕັກເຕືອນ​ອີກ​ເປັນ​ເທື່ອ​ທີ​ສອງ. ຫລັງຈາກນັ້ນ ກໍ​ຢ່າ​ກ່ຽວຂ້ອງ​ກັບ​ພວກເຂົາ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka