Biblia Todo Logo
Internet tuqin Biblia

- Anuncios ukanaka -




2 ຕີໂມທຽວ 3:3 - ພຣະຄຳພີລາວສະບັບສະໄໝໃໝ່

3 ປາດສະຈາກ​ຄວາມຮັກ, ບໍ່ໃຫ້ອະໄພ, ມັກ​ໃສ່ຮ້າຍປ້າຍສີ, ປາດສະຈາກ​ການຄວບຄຸມ​ຕົນເອງ, ຮ້າຍກາດ, ບໍ່​ເປັນ​ຄົນ​ຮັກ​ຄວາມດີ,

Uka jalj uñjjattʼäta Copia luraña

ພຣະຄຳພີສັກສິ

3 ເປັນ​ຄົນ​ຂາດ​ມະນຸດ​ສະທຳ, ບໍ່​ຍອມ​ຜ່ອນຜັນ​ຜູ້ໃດ, ໃສ່ຮ້າຍ​ປ້າຍສີ​ກັນ, ບໍ່​ຮູ້ຈັກ​ບັງຄັບ​ຕົນ, ມີ​ໃຈ​ໂຫດຮ້າຍ, ເປັນ​ຄົນ​ບໍ່​ຮັກ​ການ​ດີ,

Uka jalj uñjjattʼäta Copia luraña




2 ຕີໂມທຽວ 3:3
31 Jak'a apnaqawi uñst'ayäwi  

“ອ້າຍ​ເອື້ອຍ​ນ້ອງ​ຈະ​ທໍລະຍົດ​ກັນ​ໃຫ້​ເຖິງ​ຕາຍ ແລະ ພໍ່​ຈະ​ທໍລະຍົດ​ລູກ​ຂອງ​ຕົນ, ລູກ​ຈະ​ລຸກຂຶ້ນ​ຕໍ່ສູ້​ພໍ່​ແມ່​ຂອງ​ຕົນ​ຈົນ​ເຖິງ​ແກ່​ຄວາມຕາຍ.


ຫລັງຈາກນັ້ນ ພຣະວິນຍານບໍລິສຸດເຈົ້າ​ໄດ້​ນຳ​ພຣະເຢຊູເຈົ້າ​ໄປ​ຍັງ​ຖິ່ນແຫ້ງແລ້ງກັນດານ​ເພື່ອ​ໃຫ້​ມານຮ້າຍ​ທົດລອງ.


“ຜູ້ໃດ​ກໍ​ຕາມ​ທີ່​ຟັງ​ພວກເຈົ້າ​ກໍ​ໄດ້​ຟັງ​ເຮົາ, ຜູ້ໃດ​ທີ່​ບໍ່​ຍອມຮັບ​ພວກເຈົ້າ​ກໍ​ບໍ່​ຍອມຮັບ​ເຮົາ, ຜູ້ໃດ​ທີ່​ບໍ່​ຍອມຮັບ​ເຮົາ​ກໍ​ບໍ່​ຍອມຮັບ​ພຣະອົງ​ຜູ້​ໃຊ້​ເຮົາ​ມາ”.


ຝ່າຍ​ພວກ​ຟາຣີຊາຍ​ຜູ້​ທີ່​ຮັກເງິນ​ເມື່ອ​ໄດ້​ຍິນ​ເລື່ອງ​ທັງ​ໝົດ​ນີ້​ແລ້ວ​ກໍ​ເຢາະເຢີ້ຍ​ພຣະເຢຊູເຈົ້າ.


ແລ້ວ​ພຣະເຢຊູເຈົ້າ​ຈຶ່ງ​ຕອບ​ວ່າ, “ເຮົາ​ໄດ້​ເລືອກ​ພວກເຈົ້າ​ທັງ​ສິບສອງ​ຄົນ​ໄວ້​ບໍ່​ແມ່ນ​ບໍ? ເຖິງປານນັ້ນ​ຄົນ​ໜຶ່ງ​ໃນ​ພວກເຈົ້າ​ກໍ​ເປັນ​ມານຮ້າຍ!”


ພວກເຂົາ​ຈຶ່ງ​ກາຍເປັນ​ຄົນ​ທີ່​ເຕັມ​ໄປ​ດ້ວຍ​ຄວາມຊົ່ວ​ທຸກ​ຢ່າງ, ຄວາມ​ຊົ່ວຮ້າຍ, ຄວາມໂລບ ແລະ ການປອງຮ້າຍ. ພວກເຂົາ​ເຕັມ​ໄປ​ດ້ວຍ​ຄວາມອິດສາ, ການຂ້າຟັນ, ການ​ຕໍ່ສູ້​ຊິງດີຊິງເດັ່ນ, ການລໍ້ລວງ ແລະ ການຄິດຮ້າຍຕໍ່ກັນ. ພວກເຂົາ​ມັກ​ເວົ້າ​ນິນທາ,


ພວກເຂົາ​ບໍ່​ມີ​ຄວາມເຂົ້າໃຈ, ບໍ່​ມີ​ຄວາມຊື່ສັດ, ບໍ່​ມີ​ຄວາມຮັກ, ບໍ່ມີຄວາມເມດຕາ.


ຢ່າ​ປະຕິເສດ​ການ​ຢູ່​ຮ່ວມກັນ​ເວັ້ນແຕ່​ຕົກລົງ​ກັນ​ຊົ່ວຄາວ ເພື່ອ​ພວກເຈົ້າ​ຈະ​ໄດ້​ອຸທິດ​ຕົນ​ເອງ​ໃນ​ການອະທິຖານ. ຫລັງຈາກນັ້ນ​ຈຶ່ງ​ມາ​ຢູ່​ຮ່ວມກັນ​ອີກ ເພື່ອ​ວ່າ​ຊາຕານ​ຈະ​ບໍ່​ລໍ້ລວງ​ພວກເຈົ້າ ເພາະ​ຂາດ​ການຄວບຄຸມ​ຕົນເອງ​ຂອງ​ພວກເຈົ້າ.


ແຕ່​ຖ້າ​ພວກເຂົາ​ບໍ່​ສາມາດ​ຄວບຄຸມ​ຕົນເອງ​ໄດ້, ພວກເຂົາ​ກໍ​ຄວນ​ຈະ​ແຕ່ງງານ ເພາະ​ການແຕ່ງງານ​ນັ້ນ ກໍ​ຍັງ​ດີ​ກວ່າ​ຖືກ​ເຜົາໄໝ້​ດ້ວຍ​ຕັນຫາ.


ເຫດສະນັ້ນ ຜູ້ໃດ​ກໍ​ຕາມ​ທີ່​ປະຕິເສດ​ຄຳສອນ​ນີ້​ກໍ​ບໍ່​ໄດ້​ປະຕິເສດ​ມະນຸດ​ແຕ່​ປະຕິເສດ​ພຣະເຈົ້າ​ຜູ້​ມອບ​ພຣະວິນຍານບໍລິສຸດເຈົ້າ​ຂອງ​ພຣະອົງ​ໃຫ້​ແກ່​ພວກເຈົ້າ​ທັງຫລາຍ.


ໃນ​ທຳນອງ​ດຽວ​ກັນ, ພວກແມ່ຍິງ​ຕ້ອງ​ເປັນ​ຄົນ​ທີ່​ໜ້ານັບຖື, ບໍ່​ເວົ້າ​ຫຍາບຄາຍ, ແຕ່​ຮູ້ຈັກ​ຄວບຄຸມ​ອາລົມ ແລະ ເຊື່ອຖືໄດ້​ໃນ​ທຸກສິ່ງ.


ແຕ່​ລາວ​ຕ້ອງ​ເປັນ​ຜູ້​ມີ​ນໍ້າໃຈ​ຕ້ອນຮັບແຂກ, ເປັນ​ຜູ້​ຮັກ​ຄວາມ​ດີ, ຄວບຄຸມ​ຕົນເອງ​ໄດ້, ຍຸຕິທຳ, ບໍລິສຸດ ແລະ ມີ​ລະບຽບ​ວິໄນ,


ໃນ​ທຳນອງ​ດຽວ​ກັນ ຈົ່ງ​ສອນ​ພວກ​ແມ່ຍິງ​ອາວຸໂສ​ໃຫ້​ດຳເນີນຊີວິດ​ດ້ວຍ​ຄວາມຢຳເກງ, ບໍ່​ເປັນ​ຄົນ​ໃສ່ຮ້າຍປ້າຍສີ ຫລື ເປັນ​ຄົນ​ຕິດ​ເຫລົ້າ, ແຕ່​ໃຫ້​ສອນ​ສິ່ງ​ທີ່​ດີ.


ແຕ່​ພວກເຈົ້າ​ບໍ່​ໃຫ້​ກຽດ​ຄົນຍາກຈົນ. ບໍ່​ແມ່ນ​ຄົນຮັ່ງມີ​ບໍ​ທີ່​ຂູດຮີດ​ພວກເຈົ້າ? ບໍ່​ແມ່ນ​ພວກເຂົາ​ນີ້​ບໍ​ທີ່​ລາກ​ພວກເຈົ້າ​ໄປ​ຂຶ້ນ​ສານ?


ຕາ​ຂອງ​ພວກເຂົາ​ເຕັມໄປ​ດ້ວຍ​ການ​ຫລິ້ນຊູ້, ພວກເຂົາ​ບໍ່​ເຄີຍ​ຢຸດ​ເຮັດ​ບາບ, ພວກເຂົາ​ລໍ້ລວງ​ຄົນ​ທີ່​ບໍ່​ໜັກແໜ້ນ, ພວກເຂົາ​ມີ​ຄວາມຊຳນານ​ໃນ​ຄວາມໂລບ ແລະ ພວກເຂົາ​ຄື​ເຜົ່າພັນ​ທີ່​ຖືກ​ສາບແຊ່ງ.


ພວກເຂົາ​ສັນຍາ​ວ່າ​ຈະ​ໃຫ້​ຄົນ​ເຫລົ່ານັ້ນ​ເປັນ​ອິດສະຫລະ​ໃນ​ຂະນະ​ທີ່​ພວກເຂົາ​ເອງ​ກໍ​ຍັງ​ເປັນ​ຂ້າທາດ​ຂອງ​ຄວາມເສື່ອມໂຊມ​ຢູ່ ເພາະວ່າ “ຄົນ​ເຮົາ​ຖືກ​ສິ່ງໃດ​ຄອບງຳ​ກໍ​ເປັນ​ຂ້າທາດ​ຂອງ​ສິ່ງ​ນັ້ນ”.


ເໜືອ​ສິ່ງ​ໃດ​ທັງໝົດ, ພວກເຈົ້າ​ຕ້ອງ​ເຂົ້າໃຈ​ວ່າ​ໃນ​ຍຸກສຸດທ້າຍ​ຜູ້​ມັກ​ເຢາະເຢີ້ຍ​ຈະ​ມາ​ເຢາະເຢີ້ຍ ແລະ ເຮັດ​ຕາມ​ຄວາມປາຖະໜາ​ຊົ່ວ​ຂອງ​ພວກເຂົາ.


ຄົນ​ເຫລົ່ານີ້​ມັກ​ຈົ່ມ ແລະ ມັກ​ຈັບຜິດ, ພວກເຂົາ​ເຮັດ​ຕາມ​ຕັນຫາ​ຊົ່ວ​ຂອງ​ຕົນ, ພວກເຂົາ​ອວດອ້າງ​ຕົນເອງ ແລະ ຍົກຍ້ອງ​ຄົນ​ອື່ນ​ເພື່ອ​ຫາ​ປະໂຫຍດ​ໃສ່​ຕົນເອງ.


ພວກເພິ່ນ​ໄດ້​ກ່າວ​ກັບ​ພວກທ່ານ​ວ່າ, “ໃນ​ຍຸກສຸດທ້າຍ​ຈະ​ມີ​ຄົນ​ມັກ​ເຢາະເຢີ້ຍ ເຊິ່ງ​ເຮັດ​ຕາມ​ຕັນຫາ​ຊົ່ວ​ຂອງ​ຕົນ​ເອງ”.


ສັດຮ້າຍ​ໂຕ​ທີສອງ​ໄດ້​ຮັບ​ອຳນາດ​ທີ່​ຈະ​ໃຫ້​ລົມຫາຍໃຈ​ແກ່​ຮູບຈໍາລອງ​ຂອງ​ສັດຮ້າຍ​ໂຕ​ທຳອິດ, ເພື່ອ​ວ່າ​ຮູບຈຳລອງ​ນັ້ນ​ຈະສາມາດ​ເວົ້າ​ໄດ້ ແລະ ເຮັດ​ໃຫ້​ທຸກ​ຄົນ​ທີ່​ບໍ່​ຍອມ​ຂາບໄຫວ້​ຮູບຈຳລອງ​ຖືກ​ຂ້າ​ຕາຍ.


ເພື່ອ​ບໍ່​ໃຫ້​ຜູ້ໃດ​ເຮັດ​ການ​ຊື້ ຫລື ຂາຍ​ໄດ້ ເວັ້ນໄວ້​ແຕ່​ພວກເຂົາ​ຈະ​ມີ​ເຄື່ອງໝາຍ, ເຊິ່ງ​ເປັນ​ຊື່​ຂອງ​ສັດຮ້າຍ ຫລື ໂຕເລກ​ປະຈຳ​ຊື່​ຂອງ​ສັດຮ້າຍ​ນັ້ນ.


ເນື່ອງຈາກ​ພວກເຂົາ​ໄດ້​ເຮັດ​ໃຫ້​ຜູ້​ບໍລິສຸດ​ຂອງ​ພຣະເຈົ້າ ແລະ ຜູ້ທຳນວາຍ​ຂອງ​ພຣະອົງ​ຕ້ອງ​ຫລັ່ງ​ເລືອດ, ແລະ ພຣະອົງ​ເອົາ​ເລືອດ​ໃຫ້​ພວກເຂົາ​ດື່ມ​ຕາມ​ທີ່​ພວກເຂົາ​ສົມຄວນ​ໄດ້​ຮັບ”.


ຂ້າພະເຈົ້າ​ເຫັນ​ແມ່ຍິງ​ຄົນ​ນັ້ນ​ເມົາ​ດ້ວຍ​ເລືອດ​ຂອງ​ບັນດາ​ຜູ້​ບໍລິສຸດ​ຂອງ​ພຣະເຈົ້າ, ເລືອດ​ຂອງ​ບັນດາ​ຜູ້​ທີ່​ເປັນ​ພະຍານ​ເພື່ອ​ພຣະເຢຊູເຈົ້າ. ເມື່ອ​ຂ້າພະເຈົ້າ​ເຫັນ​ນາງ​ແລ້ວ​ກໍ​ປະຫລາດໃຈ​ຫລາຍ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka