Biblia Todo Logo
Internet tuqin Biblia

- Anuncios ukanaka -




2 ຕີໂມທຽວ 3:16 - ພຣະຄຳພີລາວສະບັບສະໄໝໃໝ່

16 ພຣະຄຳພີ​ທຸກ​ຕອນ​ໄດ້​ຮັບ​ການດົນໃຈ​ຈາກ​ພຣະເຈົ້າ ແລະ ເປັນ​ປະໂຫຍດ​ໃນ​ການສັ່ງສອນ, ການ​ກ່າວຕັກເຕືອນ, ການແກ້ໄຂ​ຂໍ້ບົກຜ່ອງ ແລະ ການຝຶກຝົນ​ໃນ​ຄວາມຊອບທຳ

Uka jalj uñjjattʼäta Copia luraña

ພຣະຄຳພີສັກສິ

16 ພຣະຄຳພີ​ທຸກ​ຕອນ​ໄດ້​ຮັບ​ການ​ຊົງ​ບັນດົນໃຈ​ຈາກ​ພຣະເຈົ້າ ແລະ​ເປັນ​ປະໂຫຍດ ໃນ​ການ​ສອນ, ການ​ກ່າວ​ຕັກເຕືອນ​ວ່າ​ກ່າວ, ການ​ປັບປຸງ​ແກ້ໄຂ​ໃຫ້​ຖືກຕ້ອງ ແລະ​ການ​ອົບຮົມ​ໃນ​ທາງ​ຊອບທຳ,

Uka jalj uñjjattʼäta Copia luraña




2 ຕີໂມທຽວ 3:16
43 Jak'a apnaqawi uñst'ayäwi  

ພຣະອົງ​ຈຶ່ງ​ກ່າວ​ແກ່​ພວກເພິ່ນ​ວ່າ, “ດ້ວຍເຫດນັ້ນ ຄູສອນກົດບັນຍັດ​ທຸກຄົນ​ທີ່​ໄດ້​ຮຽນຮູ້​ເຖິງ​ເລື່ອງ​ອານາຈັກ​ສະຫວັນ ກໍ​ເປັນ​ເໝືອນ​ເຈົ້າຂອງ​ເຮືອນ​ຜູ້​ໜຶ່ງ​ທີ່​ນຳ​ຊັບສົມບັດ​ໃໝ່ ແລະ ຊັບສົມບັດ​ເກົ່າ​ອອກ​ມາ​ຈາກ​ຄັງ​ຂອງ​ຕົນ”.


ແລ້ວ​ພຣະເຢຊູເຈົ້າ​ກໍ​ກ່າວ​ແກ່​ພວກເຂົາ​ວ່າ, “ພວກເຈົ້າ​ບໍ່​ເຄີຍ​ອ່ານ​ພຣະຄຳພີ​ຂໍ້​ນີ້​ບໍ​ວ່າ: “‘ຫີນ​ທີ່​ຊ່າງ​ກໍ່​ໄດ້​ຖິ້ມ​ແລ້ວ ບັດນີ້​ກໍ​ໄດ້​ກາຍເປັນ​ຫີນເສົາເອກ, ອົງພຣະຜູ້ເປັນເຈົ້າ​ໄດ້​ກະທຳ​ການ​ນີ້ ແລະ ເປັນ​ສິ່ງ​ທີ່​ອັດສະຈັນ​ໃນ​ສາຍຕາ​ຂອງ​ພວກເຮົາ’?


ພຣະອົງ​ກ່າວ​ແກ່​ພວກເຂົາ​ວ່າ, “ຖ້າ​ຢ່າງນັ້ນ ດ້ວຍເຫດໃດ​ພຣະວິນຍານບໍລິສຸດເຈົ້າ​ຈຶ່ງ​ດົນໃຈ​ໃຫ້​ດາວິດ​ເອີ້ນ​ພຣະອົງ​ວ່າ, ‘ອົງພຣະຜູ້ເປັນເຈົ້າ’? ເພາະ​ດາວິດ​ໄດ້​ກ່າວ​ວ່າ,


ແຕ່​ຖ້າ​ຢ່າງ​ນັ້ນ ຈະ​ເປັນໄປຕາມ​ທີ່​ພຣະຄຳພີ​ກ່າວ​ໄວ້​ໄດ້​ແນວໃດ​ວ່າ​ຈະ​ຕ້ອງ​ເປັນ​ໄປ​ຕາມ​ນີ້?”


ແຕ່​ເຫດການ​ທັງໝົດ​ນີ້​ໄດ້​ເປັນ​ໄປ​ຕາມ​ທີ່​ພວກ​ຜູ້ທຳນວາຍ​ໄດ້​ຂຽນ​ໄວ້​ໃນ​ພຣະຄຳພີ”. ແລ້ວ​ພວກສາວົກ​ທຸກຄົນ​ໄດ້​ປະຖິ້ມ​ພຣະອົງ ແລະ ໜີ​ໄປ.


ພຣະເຢຊູເຈົ້າ​ຕອບ​ວ່າ, “ພວກເຈົ້າ​ບໍ່​ຜິດ​ເພາະ​ວ່າ​ພວກເຈົ້າ​ບໍ່​ຮູ້ຈັກ​ພຣະຄຳພີ ຫລື ລິດອຳນາດ​ຂອງ​ພຣະເຈົ້າ​ບໍ?


ດາວິດ​ເອງ​ເມື່ອ​ກ່າວ​ໂດຍ​ພຣະວິນຍານບໍລິສຸດເຈົ້າ​ກໍ​ປະກາດ​ວ່າ: “‘ພຣະເຈົ້າ​ໄດ້​ກ່າວ​ກັບ​ອົງພຣະຜູ້ເປັນເຈົ້າ​ຂອງ​ຂ້ານ້ອຍ​ວ່າ: “ຈົ່ງ​ນັ່ງ​ທີ່​ເບື້ອງຂວາ​ມື​ຂອງ​ເຮົາ ຈົນ​ກວ່າ​ເຮົາ​ຈະ​ປາບ​ສັດຕູ​ທັງຫລາຍ​ຂອງ​ເຈົ້າ ໃຫ້​ຢູ່​ໃຕ້​ຕີນ​ຂອງ​ເຈົ້າ”’.


ຖ້າ​ຄົນ​ເຫລົ່ານັ້ນ​ທີ່​ພຣະຄຳ​ຂອງ​ພຣະເຈົ້າ​ມາ​ເຖິງ​ຖືກ​ເອີ້ນ​ວ່າ​ເປັນ ‘ພະ’ ແລະ ຖ້າ​ພຣະຄຳພີ​ຖືກຕ້ອງ​ສະເໝີ


ທຸກຄົນ​ທີ່​ເຮັດ​ຊົ່ວ​ກໍ​ກຽດຊັງ​ຄວາມສະຫວ່າງ ແລະ ຈະ​ບໍ່​ເຂົ້າ​ມາ​ໃນ​ຄວາມສະຫວ່າງ​ເພາະ​ຢ້ານ​ວ່າ​ການກະທຳ​ຂອງ​ຕົນ​ຈະ​ຖືກ​ເປີດເຜີຍ.


ແລະ ກ່າວ​ວ່າ, “ພີ່ນ້ອງ​ທັງຫລາຍ ພຣະຄຳພີ​ຈະ​ຕ້ອງ​ເປັນຈິງ​ຕາມ​ທີ່​ພຣະວິນຍານບໍລິສຸດເຈົ້າ​ໄດ້​ກ່າວ​ໄວ້​ລ່ວງໜ້າ​ແຕ່​ດົນນານ​ມາ​ແລ້ວ​ຜ່ານທາງ​ດາວິດ​ເລື່ອງ​ຢູດາ ຜູ້​ທີ່​ນຳພາ​ຄົນ​ທັງຫລາຍ​ໄປ​ຈັບກຸມ​ພຣະເຢຊູເຈົ້າ,


ລາວ​ໄດ້​ຮັບ​ການ​ຝຶກຝົນ​ໃນ​ທາງ​ຂອງ​ອົງພຣະຜູ້ເປັນເຈົ້າ ແລະ ລາວ​ເວົ້າ​ດ້ວຍ​ໃຈຮ້ອນຮົນ​ແທ້ໆ ແລະ ສັ່ງສອນ​ເລື່ອງ​ພຣະເຢຊູເຈົ້າ​ຢ່າງ​ຖືກຕ້ອງ, ເຖິງ​ວ່າ​ລາວ​ຮູ້​ຈັກ​ພຽງ​ແຕ່​ບັບຕິສະມາ​ຂອງ​ໂຢຮັນ​ເທົ່ານັ້ນ.


ທ່ານ​ທັງຫລາຍ​ຮູ້​ແລ້ວ​ວ່າ​ຂ້າພະເຈົ້າ​ບໍ່​ໄດ້​ລໍຊ້າ​ທີ່​ຈະ​ເທດສະໜາ​ສິ່ງໃດ​ທີ່​ເປັນ​ປະໂຫຍດ​ກັບ​ພວກທ່ານ​ເລີຍ ແຕ່​ໄດ້​ສັ່ງສອນ​ທັງ​ໃນ​ບ່ອນ​ສາທາລະນະ ແລະ ຕາມ​ບ້ານ​ເຮືອນ​ຕ່າງໆ.


ເພາະ​ຂ້າພະເຈົ້າ​ບໍ່​ໄດ້​ລໍຊ້າ​ທີ່​ຈະ​ປະກາດ​ໃຫ້​ພວກທ່ານ​ທັງຫລາຍ​ຮູ້​ຄວາມ​ປະສົງ​ທຸກຢ່າງ​ຂອງ​ພຣະເຈົ້າ.


ພວກເຂົາ​ມີ​ຄວາມເຫັນ​ບໍ່​ລົງລອຍກັນ​ທ່າມກາງ​ພວກເຂົາ​ເອງ ແລະ ເລີ່ມ​ລາ​ຈາກ​ກັນ​ໄປ​ຫລັງຈາກ​ທີ່​ໂປໂລ​ກ່າວ​ລົງທ້າຍ​ວ່າ: “ເປັນຈິງ​ຕາມ​ທີ່​ພຣະວິນຍານບໍລິສຸດເຈົ້າ​ໄດ້​ກ່າວ​ກັບ​ບັນພະບຸລຸດ​ຂອງ​ພວກທ່ານ​ຜ່ານ​ທາງ​ຜູ້ທຳນວາຍ​ເອຊາຢາ​ວ່າ:


ເພາະ​ທຸກ​ສິ່ງ​ທີ່​ຂຽນ​ໄວ້​ໃນ​ອະດີດ​ກໍ​ຂຽນ​ຂຶ້ນ​ເພື່ອ​ສັ່ງສອນ​ພວກເຮົາ, ເພື່ອ​ວ່າ​ພວກເຮົາ​ຈະ​ໄດ້​ມີ​ຄວາມຫວັງ​ໂດຍ​ຄວາມອົດທົນ ແລະ ມີ​ກຳລັງໃຈ​ຈາກ​ພຣະຄຳພີ.


ເປັນ​ຜູ້ສອນ​ຄົນໂງ່, ເປັນ​ຄູສອນ​ເດັກນ້ອຍ ເພາະ​ເຈົ້າ​ມີ​ຄວາມຮູ້ ແລະ ຄວາມຈິງ​ທີ່​ຢູ່​ໃນ​ກົດບັນຍັດ


ກໍ​ມີ​ປະໂຫຍດ​ຫລາຍ​ໃນ​ທຸກດ້ານ! ປະການ​ທຳອິດ ພວກເຂົາ​ໄດ້​ຮັບ​ມອບໝາຍ​ໃຫ້​ຮັກສາ​ທຸກ​ຖ້ອຍຄຳ​ຂອງ​ພຣະເຈົ້າ.


ຄຳ​ວ່າ “ຖືວ່າ​ເປັນ​ຄວາມຊອບທຳ​ຂອງ​ເພິ່ນ” ນີ້ ບໍ່​ໄດ້​ຂຽນ​ໄວ້​ສຳລັບ​ເພິ່ນ​ຜູ້​ດຽວ,


ບັດນີ້​ການສະແດງ​ຂອງ​ພຣະວິນຍານ​ກໍ​ໄດ້​ມີ​ໃຫ້​ແຕ່ລະຄົນ​ເພື່ອ​ຜົນປະໂຫຍດ​ຮ່ວມ​ກັນ.


ພຣະຄຳພີ​ໄດ້​ຮູ້​ລ່ວງໜ້າ​ແລ້ວ​ວ່າ​ພຣະເຈົ້າ​ຈະ​ນັບວ່າ​ຄົນຕ່າງຊາດ​ເປັນ​ຜູ້ຊອບທຳ​ໂດຍ​ຄວາມເຊື່ອ ແລະ ໄດ້​ປະກາດຂ່າວປະເສີດ​ລ່ວງໜ້າ​ແກ່​ອັບຣາຮາມ​ແລ້ວ​ວ່າ: “ທຸກ​ຊົນຊາດ​ຈະ​ໄດ້​ຮັບ​ພອນ​ຜ່ານ​ທາງ​ເຈົ້າ”.


ບັນດາ​ຜູ້​ທີ່​ຕໍ່ຕ້ານ​ຈະ​ຕ້ອງ​ໄດ້​ຮັບ​ການແນະນຳ​ຢ່າງ​ສຸພາບ, ໂດຍ​ຫວັງ​ວ່າ​ພຣະເຈົ້າ​ຈະ​ໃຫ້​ພວກເຂົາ​ກັບໃຈໃໝ່ ເພື່ອ​ຈະ​ນຳພາ​ພວກເຂົາ​ໃຫ້​ຮູ້ຈັກ​ຄວາມຈິງ


ຈົ່ງ​ປະກາດ​ຖ້ອຍຄຳ, ຈົ່ງ​ຕຽມໂຕ​ໃຫ້​ພ້ອມ​ທັງ​ໃນ​ເວລາ​ທີ່​ມີ​ໂອກາດ ແລະ ບໍ່​ມີ​ໂອກາດ, ຈົ່ງ​ແກ້ໄຂ​ຂໍ້ຜິດພາດ, ຈົ່ງ​ຕັກເຕືອນ ແລະ ໜູນໃຈ​ດ້ວຍ​ຄວາມອົດທົນ​ຢ່າງ​ໃຫຍ່ ແລະ ດ້ວຍ​ການສັ່ງສອນ​ຢ່າງ​ລະມັດລະວັງ


ຄວາມເຊື່ອ​ຄື​ຄວາມແນ່ໃຈ​ໃນ​ສິ່ງ​ທີ່​ພວກເຮົາ​ຫວັງ​ໄວ້ ແລະ ໝັ້ນໃຈ​ໃນ​ສິ່ງ​ທີ່​ພວກເຮົາ​ເບິ່ງ​ບໍ່​ເຫັນ


ດັ່ງນັ້ນ, ຕາມ​ທີ່​ພຣະວິນຍານບໍລິສຸດເຈົ້າ​ກ່າວ​ໄວ້​ວ່າ: “ວັນນີ້, ຖ້າ​ພວກເຈົ້າ​ທັງຫລາຍ​ໄດ້​ຍິນ​ສຽງ​ຂອງ​ພຣະອົງ,


ເພາະວ່າ​ພຣະທຳ​ຂອງ​ພຣະເຈົ້າ​ນັ້ນ​ມີຊີວິດ ແລະ ລິດເດດ. ຄົມ​ກວ່າ​ດາບ​ສອງ​ຄົມ​ທຸກ​ດວງ, ແທງ​ຊອດ​ແມ່ນແຕ່​ຈິດໃຈ ແລະ ວິນຍານ, ຕະຫລອດ​ທັງ​ຄໍ່​ກະດູກ ແລະ ໄຂ​ໃນ​ກະດູກ, ທັງ​ສັງເກດ​ຮູ້​ຄວາມຄິດ ແລະ ທັດສະນະຄະຕິ​ຂອງ​ຫົວໃຈ​ໄດ້.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka