Biblia Todo Logo
Internet tuqin Biblia

- Anuncios ukanaka -




2 ຕີໂມທຽວ 3:15 - ພຣະຄຳພີລາວສະບັບສະໄໝໃໝ່

15 ແລະ ຮູ້​ວ່າ​ຕັ້ງແຕ່​ເປັນ​ເດັກນ້ອຍ​ມາ​ແລ້ວ ເຈົ້າ​ກໍ​ໄດ້​ຮູ້​ພຣະຄຳພີ​ສັກສິດ ເຊິ່ງ​ສາມາດ​ເຮັດ​ໃຫ້​ເຈົ້າ​ມີ​ປັນຍາ​ທີ່​ຈະ​ມາ​ເຖິງ​ຄວາມພົ້ນ​ໄດ້​ໂດຍ​ຄວາມເຊື່ອ​ໃນ​ພຣະຄຣິດເຈົ້າເຢຊູ.

Uka jalj uñjjattʼäta Copia luraña

ພຣະຄຳພີສັກສິ

15 ທີ່​ຈິງ​ແລ້ວ ເຈົ້າ​ໄດ້​ຮູ້​ພຣະຄຳພີ​ອັນ​ສັກສິດ ຕັ້ງແຕ່​ຄາວ​ເຈົ້າ​ຍັງ​ນ້ອຍ​ພຸ້ນ ຊຶ່ງ​ສາມາດ​ສອນ​ເຈົ້າ​ໃຫ້​ມີ​ປັນຍາ ທີ່​ນຳ​ໄປ​ເຖິງ​ຄວາມ​ພົ້ນ ໂດຍ​ທາງ​ຄວາມເຊື່ອ​ໃນ​ພຣະຄຣິດເຈົ້າ​ເຢຊູ.

Uka jalj uñjjattʼäta Copia luraña




2 ຕີໂມທຽວ 3:15
38 Jak'a apnaqawi uñst'ayäwi  

ພຣະເຢຊູເຈົ້າ​ຕອບ​ວ່າ, “ພວກເຈົ້າ​ຜິດ​ເພາະ​ວ່າ​ພວກເຈົ້າ​ບໍ່​ຮູ້ຈັກ​ພຣະຄຳພີ ຫລື ລິດອຳນາດ​ຂອງ​ພຣະເຈົ້າ.


ເພາະ​ເພິ່ນ​ຈະ​ເປັນ​ຜູ້ຍິ່ງໃຫຍ່​ໃນ​ສາຍຕາ​ຂອງ​ອົງພຣະຜູ້ເປັນເຈົ້າ. ເພິ່ນ​ຈະ​ບໍ່​ດື່ມ​ເຫລົ້າອະງຸ່ນ ແລະ ຂອງ​ມຶນເມົາ ແລະ ເພິ່ນ​ຈະ​ເຕັມ​ໄປ​ດ້ວຍ​ພຣະວິນຍານບໍລິສຸດເຈົ້າ​ຕັ້ງແຕ່​ກ່ອນ​ທີ່​ເພິ່ນ​ເກີດ​ມາ.


ແລະ ເດັກນ້ອຍ​ນັ້ນ​ກໍ​ເຕີບໃຫຍ່ ແລະ ແຂງແຮງ, ພຣະອົງ​ເຕັມ​ໄປ​ດ້ວຍ​ສະຕິປັນຍາ ແລະ ພຣະຄຸນ​ຂອງ​ພຣະເຈົ້າ​ກໍ​ຢູ່​ກັບ​ພຣະອົງ.


ຈາກ​ນັ້ນ ພຣະອົງ​ຈຶ່ງ​ອະທິບາຍ​ທຸກຢ່າງ​ທີ່​ກ່າວ​ໄວ້​ໃນ​ພຣະຄຳພີ​ກ່ຽວກັບ​ພຣະອົງ​ເອງ​ໃຫ້​ພວກເພິ່ນ​ທັງ​ສອງ​ຟັງ​ຕັ້ງແຕ່​ໂມເຊ​ຕະຫລອດ​ຈົນ​ບັນດາ​ຜູ້ທຳນວາຍ​ທັງໝົດ.


ພວກເພິ່ນ​ຈຶ່ງ​ເວົ້າ​ກັນ​ວ່າ, “ໃຈ​ຂອງ​ພວກເຮົາ​ກໍ​ຮ້ອນຮົນ​ຢູ່​ພາຍໃນ​ຂະນະ​ທີ່​ພຣະອົງ​ກ່າວ​ກັບ​ພວກເຮົາ​ຕາມ​ທາງ ແລະ ໄດ້​ຍົກ​ພຣະຄຳພີ​ມາ​ອະທິບາຍ​ໃຫ້​ພວກເຮົາ​ຟັງ​ບໍ່​ແມ່ນ​ບໍ?”


ຫລັງຈາກນັ້ນ ພຣະອົງ​ໄດ້​ເປີດ​ຈິດໃຈ​ຂອງ​ພວກເພິ່ນ​ເພື່ອ​ພວກເພິ່ນ​ຈະ​ສາມາດ​ເຂົ້າ​ໃຈ​ພຣະຄຳພີ.


ແຕ່​ເພາະ​ພວກເຈົ້າ​ບໍ່​ເຊື່ອ​ສິ່ງ​ທີ່​ໂມເຊ​ໄດ້​ຂຽນ​ໄວ້​ແລ້ວ ພວກເຈົ້າ​ຈະ​ເຊື່ອ​ສິ່ງ​ທີ່​ເຮົາ​ກ່າວ​ໄດ້​ຢ່າງໃດ?”


ຜູ້ທຳນວາຍ​ທັງໝົດ​ກໍ​ຢືນຢັນ​ກ່ຽວກັບ​ພຣະອົງ​ວ່າ, ທຸກຄົນ​ທີ່​ເຊື່ອ​ໃນ​ພຣະອົງ​ຈະ​ໄດ້​ຮັບ​ການ​ໃຫ້​ອະໄພ​ບາບ​ຜ່ານທາງ​ນາມ​ຂອງ​ພຣະອົງ”.


ເມື່ອ​ພວກເຂົາ​ໄດ້​ເຮັດ​ຕາມ​ທຸກ​ຢ່າງ​ທີ່​ມີ​ຂຽນ​ໄວ້​ກ່ຽວກັບ​ພຣະອົງ​ແລ້ວ, ພວກເຂົາ​ກໍ​ນຳ​ສົບ​ຂອງ​ພຣະອົງ​ລົງ​ມາ​ຈາກ​ໄມ້ກາງແຂນ ແລະ ວາງ​ພຣະອົງ​ໄວ້​ໃນ​ອຸບມຸງ.


ໂປໂລ​ໄດ້​ເດີນທາງ​ມາ​ຮອດ​ເມືອງ​ເດຣະເບ ແລະ ຫລັງ​ຈາກ​ນັ້ນ​ກໍ​ໄປ​ຍັງ​ເມືອງ​ລີສະຕຣາ, ຢູ່​ທີ່​ນັ້ນ​ມີ​ສາວົກ​ຄົນ​ໜຶ່ງ​ຊື່​ຕີໂມທຽວ​ອາໄສ​ຢູ່, ແມ່​ຂອງ​ລາວ​ເປັນ​ຄົນ​ທີ່​ເຊື່ອ ແລະ ເປັນ​ຄົນຢິວ​ແຕ່​ພໍ່​ຂອງ​ລາວ​ເປັນ​ຄົນກຣີກ.


ໂປໂລ​ໄດ້​ເຂົ້າ​ໄປ​ໃນ​ທຳມະສາລາ​ຕາມ​ທີ່​ເພິ່ນ​ເຄີຍ​ປະຕິບັດ​ມາ ແລະ ໃນ​ວັນຊະບາໂຕ​ທັງ​ສາມ​ອາທິດ ໂປໂລ​ໄດ້​ຍົກ​ຂໍ້​ພຣະຄຳພີ​ຂຶ້ນ​ມາ​ຕອບໂຕ້​ກັບ​ພວກເຂົາ,


ມາ​ເຖິງ​ຕອນ​ນີ້​ເຟຊະໂຕ​ກໍ​ຮ້ອງ​ຂຶ້ນ​ຂັດ​ໂປໂລ​ວ່າ, “ໂປໂລ​ເອີຍ! ເຈົ້າ​ເປັນ​ບ້າ​ໄປ​ແລ້ວ, ເຈົ້າ​ຮຽນ​ຫລາຍ​ຈົນ​ເຮັດ​ໃຫ້​ເຈົ້າ​ເປັນ​ບ້າ”.


ຄື​ຂ່າວປະເສີດ​ທີ່​ພຣະອົງ​ໄດ້​ສັນຍາ​ໄວ້​ລ່ວງໜ້າ ໂດຍ​ຜ່ານທາງ​ບັນດາ​ຜູ້ທຳນວາຍ​ຂອງ​ພຣະອົງ​ໃນ​ພຣະຄຳພີ​ສັກສິດ.


ແຕ່​ບັດນີ້ ໄດ້​ຖືກ​ເປີດເຜີຍ ແລະ ເຮັດ​ໃຫ້​ເປັນ​ທີ່​ຮູ້ຈັກ​ຜ່ານທາງ​ຂໍ້ຂຽນ​ຕ່າງໆ​ຂອງ​ການທຳນວາຍ​ຕາມ​ຄຳສັ່ງ​ຂອງ​ພຣະເຈົ້າ​ອົງ​ນິລັນດອນ ເພື່ອ​ຄົນຕ່າງຊາດ​ທັງປວງ​ຈະ​ໄດ້​ມາ​ເຊື່ອຟັງ​ພຣະອົງ​ໂດຍ​ທາງ​ຄວາມເຊື່ອ


ຜູ້​ທີ່​ບໍ່​ໄດ້​ຮັບພິທີຕັດ​ທາງ​ກາຍ​ແຕ່​ຍັງ​ເຮັດ​ຕາມ​ກົດບັນຍັດ ຈະ​ລົງໂທດ​ພວກເຈົ້າ​ຜູ້​ລະເມີດ​ກົດບັນຍັດ ເຖິງວ່າ​ພວກເຈົ້າ​ມີ​ກົດບັນຍັດ​ເປັນ​ຕົວອັກສອນ ແລະ ໄດ້​ຮັບ​ພິທີຕັດ​ແລ້ວ.


ເພາະ​ໂດຍ​ປັນຍາ​ຂອງ​ພຣະເຈົ້າ​ນັ້ນ ໂລກ​ບໍ່​ອາດ​ຮູ້ຈັກ​ພຣະອົງ​ດ້ວຍ​ສະຕິປັນຍາ​ຂອງ​ຕົນ​ເອງ. ພຣະເຈົ້າ​ຈຶ່ງ​ພໍໃຈ​ທີ່​ຈະ​ຊ່ວຍ​ບັນດາ​ຜູ້​ທີ່​ເຊື່ອ​ໃຫ້​ພົ້ນ​ໂດຍ​ຄຳເທດສະໜາ​ເລື່ອງ​ທີ່​ຖືວ່າ​ໂງ່.


ຝ່າຍ​ພໍ່​ທັງຫລາຍ, ຢ່າ​ເຮັດ​ໃຫ້​ລູກ​ຂອງ​ຕົນ​ຂັດເຄືອງໃຈ; ແຕ່​ຈົ່ງ​ນຳ​ພວກເຂົາ​ເຂົ້າ​ມາ​ສູ່​ການອົບຮົມ ແລະ ການສັ່ງສອນ​ຂອງ​ອົງພຣະຜູ້ເປັນເຈົ້າ.


ຈົ່ງ​ອຸທິດ​ຕົນເອງ​ໃນ​ການອ່ານ​ພຣະຄຳພີ​ໃນ​ທີ່​ປະຊຸມ, ໃນ​ການເທດສະໜາ ແລະ ໃນ​ການສັ່ງສອນ​ຈົນ​ກວ່າ​ເຮົາ​ຈະ​ມາ.


ຈົດໝາຍ​ສະບັບ​ນີ້​ຈາກ​ເຮົາ​ໂປໂລ, ຜູ້​ເປັນ​ອັກຄະສາວົກ​ຂອງ​ພຣະຄຣິດເຈົ້າເຢຊູ​ໂດຍ​ຄວາມ​ປະສົງ​ຂອງ​ພຣະເຈົ້າ​ຕາມ​ສັນຍາ​ແຫ່ງ​ຊີວິດ​ທີ່​ຢູ່​ໃນ​ພຣະຄຣິດເຈົ້າເຢຊູ,


ເຮົາ​ໄດ້​ຄິດເຖິງ​ຄວາມເຊື່ອ​ອັນ​ຈິງໃຈ​ຂອງ​ເຈົ້າ ເຊິ່ງ​ຕອນ​ທຳອິດ​ກໍ​ມີ​ຢູ່​ໃນ​ນາງ​ໂລອີ ແມ່ເຖົ້າ​ຂອງ​ເຈົ້າ ແລະ ໃນ​ນາງ​ຢູນີເກ ແມ່​ຂອງ​ເຈົ້າ ແລະ ເຮົາ​ເຊື່ອ​ວ່າ​ບັດນີ້​ກໍ​ມີ​ຢູ່​ໃນ​ເຈົ້າ​ເໝືອນກັນ.


ຈົດໝາຍ​ທຸກ​ສະບັບ​ຂອງ​ເພິ່ນ​ໄດ້​ກ່າວ​ເຖິງ​ເລື່ອງ​ເຫລົ່ານີ້​ໄວ້​ໃນ​ທຳນອງ​ດຽວ​ກັນ. ໃນ​ຈົດໝາຍ​ຂອງ​ເພິ່ນ​ມີ​ບາງ​ຢ່າງ​ທີ່​ເຂົ້າໃຈ​ຍາກ ເຊິ່ງ​ພວກຄົນໂງ່ ແລະ ພວກຄົນ​ບໍ່​ໜັກແໜ້ນ​ໄດ້​ບິດເບືອນ​ໄປ, ເໝືອນດັ່ງ​ທີ່​ພວກເຂົາ​ໄດ້​ບິດເບືອນ​ພຣະຄຳພີ​ຂໍ້​ອື່ນໆ​ທີ່​ນຳ​ການທຳລາຍ​ມາ​ສູ່​ພວກເຂົາ​ເອງ.


ແລ້ວ​ຂ້າພະເຈົ້າ​ໄດ້​ໝອບລົງ​ທີ່​ຕີນ​ຂອງ​ເທວະດາ​ເພື່ອ​ນະມັດສະການ​ເພິ່ນ. ແຕ່​ເທວະດາ​ນັ້ນ​ໄດ້​ກ່າວ​ແກ່​ຂ້າພະເຈົ້າ​ວ່າ, “ຢ່າ​ເຮັດ​ຢ່າງ​ນີ້! ເຮົາ​ເປັນ​ເພື່ອນ​ຮ່ວມ​ຮັບໃຊ້​ກັບ​ທ່ານ ແລະ ຮ່ວມ​ກັບ​ພີ່ນ້ອງ​ຂອງ​ທ່ານ​ທີ່​ຢຶດໝັ້ນ​ໃນ​ຄຳພະຍານ​ເລື່ອງ​ຂອງ​ພຣະເຢຊູເຈົ້າ. ຈົ່ງ​ນະມັດສະການ​ພຣະເຈົ້າ! ເພາະ​ແມ່ນ​ພຣະວິນຍານ​ແຫ່ງ​ການ​ທຳນວາຍ​ທີ່​ເປັນ​ພະຍານ​ເລື່ອງ​ພຣະເຢຊູເຈົ້າ”.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka