Biblia Todo Logo
Internet tuqin Biblia

- Anuncios ukanaka -




2 ຕີໂມທຽວ 3:11 - ພຣະຄຳພີລາວສະບັບສະໄໝໃໝ່

11 ການກົດຂີ່ຂົ່ມເຫັງ, ຄວາມທຸກທໍລະມານ, ສິ່ງ​ຕ່າງໆ​ທີ່​ເກີດຂຶ້ນ​ກັບ​ເຮົາ​ໃນ​ເມືອງ​ອັນຕີໂອເຂຍ, ເມືອງ​ອີໂກນີອົມ ແລະ ເມືອງ​ລີສະຕຣາ, ການຂົ່ມເຫັງ​ທີ່​ເຮົາ​ໄດ້​ອົດທົນ. ເຖິງປານນັ້ນ​ອົງພຣະຜູ້ເປັນເຈົ້າ​ກໍ​ຊ່ວຍ​ເຮົາ​ໃຫ້​ຫລຸດພົ້ນ​ຈາກ​ສິ່ງ​ທັງປວງ​ເຫລົ່ານີ້

Uka jalj uñjjattʼäta Copia luraña

ພຣະຄຳພີສັກສິ

11 ການ​ຖືກ​ຂົ່ມເຫັງ ແລະ​ຄວາມ​ທົນທຸກ​ລຳບາກ​ຂອງເຮົາ ເຈົ້າ​ກໍ​ຮູ້ຈັກ​ເຫດການ​ທັງໝົດ​ທີ່​ໄດ້​ເກີດຂຶ້ນ​ກັບ​ເຮົາ​ໃນ​ເມືອງ​ອັນຕີໂອເຂຍ ໃນ​ເມືອງ​ອີໂກນີອົມ ແລະ​ໃນ​ເມືອງ​ລີສະຕຣາ ຄື​ການ​ຖືກ​ຂົ່ມເຫັງ​ອັນ​ໜັກໜ່ວງ​ທີ່​ເຮົາ​ໄດ້​ທົນ​ເອົາ​ນັ້ນ, ແຕ່​ອົງພຣະ​ຜູ້​ເປັນເຈົ້າ​ໄດ້​ຊ່ວຍກູ້​ເອົາ​ເຮົາ​ໃຫ້​ພົ້ນ​ຈາກ​ສິ່ງ​ເຫຼົ່ານັ້ນ​ທັງ​ສິ້ນ.

Uka jalj uñjjattʼäta Copia luraña




2 ຕີໂມທຽວ 3:11
43 Jak'a apnaqawi uñst'ayäwi  

ຈາກ​ເມືອງ​ເປກາ ພວກເພິ່ນ​ໄດ້​ເດີນທາງ​ຕໍ່​ມາ​ຍັງ​ເມືອງ​ອັນຕີໂອເຂຍ​ແຂວງ​ປີຊີເດຍ. ໃນ​ວັນຊະບາໂຕ ພວກເພິ່ນ​ກໍ​ເຂົ້າ​ໄປ​ນັ່ງ​ໃນ​ທຳມະສາລາ.


ເມື່ອ​ພວກ​ຢິວ​ເຫັນ​ຄົນ​ຫລວງຫລາຍ, ພວກເຂົາ​ກໍ​ເຕັມ​ໄປ​ດ້ວຍ​ຄວາມອິດສາ. ພວກເຂົາ​ຈຶ່ງ​ເລີ່ມ​ຄັດຄ້ານ​ຕໍ່​ສິ່ງ​ທີ່​ໂປໂລ​ກຳລັງ​ກ່າວ ແລະ ຫຸ້ມ​ຂົ່ມເຫັງ​ເພິ່ນ.


ທີ່​ເມືອງ​ລີສະຕຣາ ມີ​ຊາຍ​ພິການ​ຄົນ​ໜຶ່ງ​ນັ່ງ​ຢູ່​ທີ່​ນັ້ນ. ລາວ​ເປັນ​ເປ້ຍ​ມາ​ຕັ້ງແຕ່​ເກີດ ແລະ ບໍ່​ເຄີຍ​ຍ່າງ​ຈັກເທື່ອ.


ຂ້າພະເຈົ້າ​ຮັບໃຊ້​ອົງພຣະຜູ້ເປັນເຈົ້າ​ດ້ວຍ​ຄວາມ​ຖ່ອມໃຈ​ຫລາຍ ແລະ ດ້ວຍ​ນ້ຳຕາ ແລະ ເຖິງ​ວ່າ​ຖືກ​ທົດລອງ​ຢ່າງ​ໜັກ​ຈາກ​ແຜນ​ຮ້າຍ​ຂອງ​ພວກ​ຢິວ​ທີ່​ເປັນ​ຄູ່​ຕໍ່ສູ້​ຂອງ​ຂ້າພະເຈົ້າ.


ການ​ໂຕ້ຖຽງ​ຮຸນແຮງ​ຂຶ້ນ​ຈົນ​ນາຍພັນ​ຢ້ານ​ວ່າ​ໂປໂລ​ຈະ​ຖືກ​ພວກເຂົາ​ຈີກ​ເປັນ​ຕ່ອນໆ. ເພິ່ນ​ຈຶ່ງ​ໄດ້​ສັ່ງ​ທະຫານ​ໃຫ້​ລົງ​ໄປ​ເອົາ​ໂປໂລ​ອອກມາ​ຈາກ​ຄົນ​ເຫລົ່ານັ້ນ ແລະ ນຳ​ເພິ່ນ​ເຂົ້າ​ໄປ​ທີ່​ຄ້າຍ​ທະຫານ.


ເຮົາ​ຈະ​ຊ່ວຍ​ເຈົ້າ​ໃຫ້​ພົ້ນ​ຈາກ​ພີ່ນ້ອງ​ຮ່ວມຊາດ​ຂອງ​ເຈົ້າ​ເອງ ແລະ ຈາກ​ຄົນຕ່າງຊາດ. ເຮົາ​ຈະ​ສົ່ງ​ເຈົ້າ​ໄປ​ຫາ​ພວກເຂົາ


ແຕ່​ພຣະເຈົ້າ​ໄດ້​ຊ່ວຍ​ຂ້ານ້ອຍ​ມາ​ຈົນ​ເຖິງ​ທຸກ​ວັນ​ນີ້; ດັ່ງນັ້ນ​ຂ້ານ້ອຍ​ຈຶ່ງ​ໄດ້​ມາ​ຢືນ​ຢູ່​ທີ່​ນີ້ ແລະ ເປັນ​ພະຍານ​ຕໍ່​ຜູ້ໃຫຍ່ ແລະ ຜູ້ນ້ອຍ. ຂ້ານ້ອຍ​ບໍ່ໄດ້​ເວົ້າ​ເລື່ອງ​ອື່ນ​ໃດ​ນອກເໜືອ​ຈາກ​ສິ່ງ​ທີ່​ບັນດາ​ຜູ້ທຳນວາຍ ແລະ ໂມເຊ​ກ່າວ​ໄວ້​ວ່າ​ຈະ​ຕ້ອງ​ເກີດຂຶ້ນ,


ເຮົາ​ຈະ​ສະແດງ​ໃຫ້​ລາວ​ເຫັນ​ວ່າ​ລາວ​ຕ້ອງ​ທົນທຸກ​ຫລາຍ​ເທົ່າໃດ​ເພາະ​ນາມ​ຂອງ​ເຮົາ”.


ຂໍ​ອະທິຖານ​ໃຫ້​ເຮົາ​ໄດ້ຮັບ​ການ​ຊ່ວຍເຫລືອ​ໃຫ້​ພົ້ນ​ຈາກ​ຄົນທີ່ບໍ່ເຊື່ອ​ທັງຫລາຍ​ໃນ​ແຂວງ​ຢູດາຍ ແລະ ຂໍ​ໃຫ້​ບັນດາ​ຄົນ​ຂອງ​ພຣະເຈົ້າ​ໃນ​ນະຄອນ​ເຢຣູຊາເລັມ​ຍອມ​ຮັບ​ເຄຶ່ອງຊ່ວຍເຫລືອ​ຂອງ​ເຮົາ,


ເພາະ​ເຊັ່ນດຽວ​ກັນ​ກັບ​ທີ່​ພວກເຮົາ​ຮ່ວມ​ໃນ​ການທົນທຸກ​ຂອງ​ພຣະຄຣິດເຈົ້າ​ຫລາຍ​ເຫລືອລົ້ນ​ຢ່າງໃດ, ການ​ເລົ້າໂລມໃຈ​ຂອງ​ພວກເຮົາ​ໂດຍ​ທາງ​ພຣະຄຣິດເຈົ້າ​ກໍ​ຫລາຍ​ເຫລືອລົ້ນ​ຢ່າງນັ້ນ.


ແລະ ພວກເຮົາ​ມີ​ຄວາມຫວັງ​ສຳລັບ​ພວກເຈົ້າ​ກໍ​ໝັ້ນຄົງ​ຢູ່, ເພາະ​ວ່າ​ພວກເຮົາ​ຮູ້​ວ່າ​ພວກເຈົ້າ​ຮ່ວມ​ໃນ​ຄວາມທຸກລຳບາກ​ກັບ​ພວກເຮົາ​ຢ່າງໃດ ພວກເຈົ້າ​ກໍ​ຈະ​ຮ່ວມ​ໃນ​ການ​ເລົ້າໂລມໃຈ​ກັບ​ພວກເຮົາ​ເໝືອນກັນ​ຢ່າງນັ້ນ.


ດ້ວຍເຫດນີ້​ແຫລະ ເພື່ອ​ເຫັນ​ແກ່​ພຣະຄຣິດເຈົ້າ​ເຮົາ​ຈຶ່ງ​ຍິນດີ​ໃນ​ບັນດາ​ຄວາມອ່ອນແອ, ໃນ​ການໝິ່ນປະໝາດ, ໃນ​ຄວາມຍາກລຳບາກ, ໃນ​ການກົດຂີ່ຂົ່ມເຫັງ, ໃນ​ຄວາມຫຍຸ້ງຍາກ. ເພາະ​ວ່າ​ເມື່ອ​ເຮົາ​ອ່ອນແອ ແລ້ວ​ເຮົາ​ກໍ​ເຂັ້ມແຂງ.


ເຮົາ​ໄດ້​ຕໍ່ສູ້​ຢ່າງ​ເຂັ້ມແຂງ, ເຮົາ​ໄດ້​ແລ່ນແຂ່ງຂັນ​ຈົນ​ເຖິງ​ເສັ້ນໄຊ, ເຮົາ​ໄດ້​ຮັກສາ​ຄວາມເຊື່ອ​ໄວ້​ແລ້ວ.


ຖ້າ​ເປັນ​ດັ່ງນັ້ນ, ອົງພຣະຜູ້ເປັນເຈົ້າ​ຍ່ອມ​ຮູ້ຈັກ​ວິທີ​ວ່າ​ຈະ​ກອບກູ້​ເອົາ​ຄົນຊອບທຳ​ໃຫ້​ລອດພົ້ນ​ຈາກ​ການທົດລອງ​ໄດ້​ຢ່າງໃດ ແລະ ຮັກສາ​ຄົນອະທຳ​ໄວ້​ເພື່ອ​ລໍຖ້າ​ວັນ​ພິພາກສາ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka