Biblia Todo Logo
Internet tuqin Biblia

- Anuncios ukanaka -




2 ຕີໂມທຽວ 2:7 - ພຣະຄຳພີລາວສະບັບສະໄໝໃໝ່

7 ຈົ່ງ​ຄິດຕຶກຕອງ​ເຖິງ​ສິ່ງ​ທີ່​ເຮົາ​ໄດ້​ກ່າວ​ໄວ້, ເພາະ​ອົງພຣະຜູ້ເປັນເຈົ້າ​ຈະ​ໃຫ້​ຄວາມເຂົ້າໃຈ​ແກ່​ເຈົ້າ​ໃນ​ສິ່ງ​ທັງໝົດ​ນີ້.

Uka jalj uñjjattʼäta Copia luraña

ພຣະຄຳພີສັກສິ

7 ຈົ່ງ​ຄິດ​ຕຶກຕອງ​ຂໍ້ຄວາມ​ທີ່​ເຮົາ​ເວົ້າ​ນັ້ນ​ໃຫ້​ຖີ່ຖ້ວນ ເພາະ​ອົງພຣະ​ຜູ້​ເປັນເຈົ້າ​ຈະ​ຊົງ​ປະທານ​ໃຫ້​ເຈົ້າ​ເຂົ້າໃຈ​ໃນ​ທຸກສິ່ງ.

Uka jalj uñjjattʼäta Copia luraña




2 ຕີໂມທຽວ 2:7
40 Jak'a apnaqawi uñst'ayäwi  

ເພາະ​ເຮົາ​ຈະ​ໃຫ້​ພວກເຈົ້າ​ທັງຫລາຍ​ມີ​ຖ້ອຍຄຳ ແລະ ສະຕິປັນຍາ​ທີ່​ບັນດາ​ຜູ້​ທີ່​ເປັນ​ສັດຕູ​ຂອງ​ພວກເຈົ້າ​ບໍ່​ສາມາດ​ຕໍ່ຕ້ານ ຫລື ໂຕ້ແຍ້ງ​ໄດ້.


ຫລັງຈາກນັ້ນ ພຣະອົງ​ໄດ້​ເປີດ​ຈິດໃຈ​ຂອງ​ພວກເພິ່ນ​ເພື່ອ​ພວກເພິ່ນ​ຈະ​ສາມາດ​ເຂົ້າ​ໃຈ​ພຣະຄຳພີ.


“ຈົ່ງ​ຕັ້ງໃຈ​ຟັງ​ສິ່ງ​ທີ່​ເຮົາ​ຈະ​ບອກ​ພວກເຈົ້າ​ໃຫ້​ດີ​ຄື: ບຸດມະນຸດ​ຈະ​ຖືກ​ມອບໄວ້​ໃນ​ມື​ຂອງ​ມະນຸດ”.


ແຕ່​ພຣະຜູ້ຊ່ວຍ​ຄື​ອົງ​ພຣະວິນຍານບໍລິສຸດເຈົ້າ ຜູ້​ທີ່​ພຣະບິດາເຈົ້າ​ຈະ​ໃຊ້​ມາ​ໃນ​ນາມ​ຂອງ​ເຮົາ ຈະ​ສັ່ງສອນ​ທຸກສິ່ງ​ແກ່​ພວກເຈົ້າ ແລະ ຈະ​ເຕືອນ​ພວກເຈົ້າ​ໃຫ້​ລະນຶກ​ເຖິງ​ທຸກສິ່ງ​ທີ່​ເຮົາ​ໄດ້​ກ່າວ​ກັບ​ພວກເຈົ້າ.


ແຕ່​ເມື່ອ​ພຣະວິນຍານ​ແຫ່ງ​ຄວາມຈິງ​ມາ ພຣະອົງ​ຈະນຳ​ພວກເຈົ້າ​ໄປ​ສູ່​ຄວາມຈິງ​ທັງໝົດ. ພຣະອົງ​ຈະ​ບໍ່​ກ່າວ​ໂດຍ​ພຣະອົງ​ເອງ​ແຕ່​ຈະ​ກ່າວ​ສະເພາະ​ສິ່ງ​ທີ່ໄດ້​ຍິນ ແລະ ຈະ​ບອກ​ພວກເຈົ້າ​ໃຫ້​ຮູ້ຈັກ​ເຖິງ​ສິ່ງ​ທີ່​ຈະ​ເກີດຂຶ້ນ.


ແລະ ຊ່ວຍ​ເພິ່ນ​ໃຫ້​ພົ້ນ​ຈາກ​ຄວາມຍາກລຳບາກ​ທັງໝົດ​ຂອງ​ເພິ່ນ. ພຣະອົງ​ໃຫ້​ໂຢເຊັບ​ມີ​ສະຕິປັນຍາ ແລະ ໄດ້​ຮັບ​ຄວາມ​ພໍໃຈ​ຈາກ​ຟາໂຣ ກະສັດ​ແຫ່ງ​ເອຢິບ. ດັ່ງນັ້ນ ຟາໂຣ​ຈຶ່ງ​ໄດ້​ແຕ່ງຕັ້ງ​ໃຫ້​ເພິ່ນ​ປົກຄອງ​ທົ່ວ​ປະເທດ​ເອຢິບ ແລະ ວັງ​ທັງໝົດ​ຂອງ​ເພິ່ນ​ດ້ວຍ.


ໃຫ້​ຄົນ​ໜຶ່ງ​ໄດ້​ຮັບ​ຖ້ອຍຄຳ​ແຫ່ງ​ສະຕິປັນຍາ​ໂດຍ​ທາງ​ພຣະວິນຍານ, ໃຫ້​ຄົນ​ໜຶ່ງ​ໄດ້​ຮັບ​ຖ້ອຍຄຳ​ແຫ່ງ​ຄວາມຮູ້​ໂດຍ​ພຣະວິນຍານ​ອົງ​ດຽວ​ກັນ,


ສຸດທ້າຍ​ນີ້ ພີ່ນ້ອງ​ທັງຫລາຍ​ເອີຍ, ສິ່ງໃດ​ກໍ​ຕາມ​ທີ່​ເປັນ​ຄວາມຈິງ, ສິ່ງໃດ​ທີ່​ສູງສົ່ງ, ສິ່ງໃດ​ທີ່​ຖືກຕ້ອງ, ສິ່ງໃດ​ທີ່​ບໍລິສຸດ, ສິ່ງໃດ​ທີ່​ໜ້າຮັກ, ສິ່ງໃດ​ທີ່​ໜ້າ​ຊົມເຊີຍ ຖ້າ​ມີ​ສິ່ງໃດ​ດີເລີດ ຫລື ຄວນ​ຍ້ອງຍໍ ຈົ່ງ​ພິຈາລະນາ​ເຖິງ​ສິ່ງ​ເຫລົ່ານັ້ນ.


ດ້ວຍເຫດນີ້ ນັບ​ຕັ້ງແຕ່​ວັນ​ທີ່​ພວກເຮົາ​ໄດ້​ຍິນ​ກ່ຽວກັບ​ພວກເຈົ້າ ພວກເຮົາ​ຈຶ່ງ​ໄດ້​ອະທິຖານ​ເພື່ອ​ພວກເຈົ້າ​ຕະຫລອດ​ມາ​ບໍ່​ເຄີຍ​ຢຸດ. ພວກເຮົາ​ໄດ້​ສືບຕໍ່​ຂໍ​ພຣະເຈົ້າ​ເຕີມເຕັມ​ພວກເຈົ້າ​ດ້ວຍ​ຄວາມຮູ້​ເຖິງ​ຄວາມ​ປະສົງ​ຂອງ​ພຣະອົງ​ໂດຍ​ຜ່ານ​ທາງ​ສະຕິປັນຍາ ແລະ ຄວາມເຂົ້າໃຈ​ທຸກ​ຢ່າງ​ທີ່​ມາ​ຈາກ​ພຣະວິນຍານ,


ຈົ່ງ​ໝັ່ນ​ພາກພຽນ​ໃນ​ສິ່ງ​ເຫລົ່ານີ້ ທຸ້ມເທ​ຕົນເອງ​ທັງໝົດ​ໃຫ້​ກັບ​ສິ່ງ​ເຫລົ່ານີ້ ເພື່ອ​ວ່າ​ທຸກຄົນ​ຈະ​ເຫັນ​ຄວາມກ້າວໜ້າ​ຂອງ​ເຈົ້າ.


ຊາວນາ​ຜູ້​ເຮັດວຽກ​ຢ່າງ​ໜັກໜ່ວງ​ກໍ​ສົມຄວນ​ເປັນ​ຜູ້ທຳອິດ​ທີ່​ຈະ​ໄດ້​ຮັບ​ສ່ວນແບ່ງ​ຂອງ​ພືດຜົນ.


ຈົ່ງ​ລະນຶກເຖິງ​ພຣະເຢຊູຄຣິດເຈົ້າ​ຜູ້​ທີ່​ໄດ້​ຖືກ​ບັນດານ​ໃຫ້​ເປັນຄືນມາຈາກຕາຍ, ຜູ້​ສືບ​ເຊື້ອສາຍ​ຈາກ​ດາວິດ. ນີ້​ຄື​ຂ່າວປະເສີດ​ທີ່​ເຮົາ​ປະກາດ,


ຈົ່ງ​ພິຈາລະນາ​ເຖິງ​ພຣະອົງ​ຜູ້​ໄດ້​ອົດທົນ​ຕໍ່​ການຕໍ່ຕ້ານ​ຢ່າງ​ນັ້ນ​ຈາກ​ຄົນບາບ​ທັງຫລາຍ, ເພື່ອ​ວ່າ​ພວກເຈົ້າ​ຈະ​ໄດ້​ບໍ່​ອິດເມື່ອຍ ແລະ ທໍ້ຖອຍ​ໃຈ.


ຈົ່ງ​ລະນຶກ​ເຖິງ​ບັນດາ​ຜູ້ນຳ​ຂອງ​ພວກເຈົ້າ ຜູ້​ທີ່​ໄດ້​ກ່າວ​ພຣະຄຳ​ຂອງ​ພຣະເຈົ້າ​ແກ່​ພວກເຈົ້າ. ຈົ່ງ​ພິຈາລະນາ​ເບິ່ງ​ຜົນ​ຂອງ​ວິຖີຊີວິດ​ຂອງ​ພວກເພິ່ນ​ເຫລົ່ານັ້ນ​ແລ້ວ​ປະຕິບັດ​ຕາມ​ແບບຢ່າງ​ຄວາມເຊື່ອ​ຂອງ​ພວກເພິ່ນ.


ເຫດສະນັ້ນ ພີ່ນ້ອງ​ຜູ້​ບໍລິສຸດ​ທັງຫລາຍ, ຜູ້​ຮ່ວມ​ໃນ​ການ​ເອີ້ນ​ຈາກ​ສະຫວັນ, ຈົ່ງ​ໃຫ້​ຄວາມຄິດ​ຂອງ​ພວກເຈົ້າ​ຈົດຈໍ່​ຢູ່​ທີ່​ພຣະເຢຊູເຈົ້າ, ຜູ້​ທີ່​ພວກເຮົາ​ຍອມຮັບ​ວ່າ​ເປັນ​ອັກຄະສາວົກ ແລະ ເປັນ​ມະຫາ​ປະໂລຫິດ​ຂອງ​ພວກເຮົາ.


ຈົ່ງ​ຄິດ​ເບິ່ງ​ວ່າ​ເມຄີເຊເດັກ​ຍິ່ງໃຫຍ່​ຂະໜາດ​ໃດ, ແມ່ນແຕ່​ອັບຣາຮາມ​ບັນພະບຸລຸດ​ຂອງ​ພວກເຮົາ​ຍັງ​ໄດ້​ຖວາຍ​ໜຶ່ງສ່ວນສິບ​ຈາກ​ສິ່ງຂອງ​ທີ່​ຢຶດ​ມາ​ໃຫ້​ແກ່​ເພິ່ນ.


ຖ້າ​ຜູ້ໃດ​ໃນ​ພວກເຈົ້າ​ຂາດ​ສະຕິປັນຍາ ຜູ້​ນັ້ນ​ກໍ​ຈົ່ງ​ຂໍ​ຈາກ​ພຣະເຈົ້າ ຜູ້​ໃຫ້​ແກ່​ທຸກຄົນ​ດ້ວຍ​ໃຈກວ້າງຂວາງ​ໂດຍ​ບໍ່​ຕຳໜິ ແລ້ວ​ຜູ້​ນັ້ນ​ກໍ​ຈະ​ໄດ້​ຮັບ.


“ສະຕິປັນຍາ” ຢ່າງ​ນີ້​ບໍ່​ໄດ້​ມາ​ຈາກ​ສະຫວັນ​ແຕ່​ເປັນ​ຂອງ​ຝ່າຍ​ໂລກ, ບໍ່​ຢູ່​ຝ່າຍວິນຍານ ແລະ ເປັນ​ຂອງ​ຝ່າຍມານ.


ແຕ່​ສະຕິປັນຍາ​ທີ່​ມາ​ຈາກ​ສະຫວັນ​ກ່ອນອື່ນ​ໝົດ​ນັ້ນ​ຄື​ບໍລິສຸດ, ຈາກ​ນັ້ນ​ຄື​ການ​ຮັກ​ສັນຕິສຸກ, ເຫັນອົກເຫັນໃຈ, ຍອມເຊື່ອຟັງ, ເຕັມ​ດ້ວຍ​ຄວາມເມດຕາ ແລະ ເກີດຜົນ​ດີ, ບໍ່​ລໍາອຽງ ແລະ ຈິງໃຈ.


ພວກເຮົາ​ກໍ​ຮູ້​ເໝືອນກັນ​ວ່າ​ພຣະບຸດ​ຂອງ​ພຣະເຈົ້າ​ໄດ້​ມາ ແລະ ໄດ້​ໃຫ້​ຄວາມເຂົ້າໃຈ​ແກ່​ພວກເຮົາ, ເພື່ອ​ວ່າ​ພວກເຮົາ​ຈະ​ຮູ້ຈັກ​ພຣະອົງ​ຜູ້​ເປັນ​ອົງ​ທ່ຽງແທ້. ແລະ ພວກເຮົາ​ກໍ​ຢູ່​ໃນ​ພຣະອົງ​ຜູ້​ທ່ຽງແທ້ ຄື​ຢູ່​ໃນ​ພຣະເຢຊູຄຣິດເຈົ້າ​ພຣະບຸດ​ຂອງ​ພຣະອົງ. ພຣະອົງ​ເປັນ​ພຣະເຈົ້າ​ອົງ​ທ່ຽງແທ້ ແລະ ເປັນ​ຊີວິດ​ນິລັນດອນ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka