Biblia Todo Logo
Internet tuqin Biblia

- Anuncios ukanaka -




2 ຕີໂມທຽວ 2:4 - ພຣະຄຳພີລາວສະບັບສະໄໝໃໝ່

4 ບໍ່​ມີ​ຜູ້ໃດ​ທີ່​ຮັບໃຊ້​ໃນ​ໜ້າທີ່​ເປັນ​ທະຫານ​ແລ້ວ​ຍັງ​ຫຍຸ້ງກ່ຽວ​ກັບ​ເລື່ອງ​ຝ່າຍ​ພົນລະເຮືອນ, ແຕ່​ລາວ​ຕ້ອງ​ເຮັດ​ໃຫ້​ຜູ້​ບັງຄັບ​ບັນຊາ​ຂອງ​ຕົນ​ພໍໃຈ.

Uka jalj uñjjattʼäta Copia luraña

ພຣະຄຳພີສັກສິ

4 ບໍ່ມີ​ທະຫານ​ຄົນ​ໃດ​ເມື່ອ​ເຂົ້າ​ປະຈຳການ​ແລ້ວ ຈະ​ຫຍຸ້ງກ່ຽວ​ກັບ​ການ​ງານ​ຝ່າຍ​ພົນລະເຮືອນ. ດ້ວຍວ່າ, ເຂົາ​ຕ້ອງ​ເຮັດ​ໃຫ້​ຜູ້​ທີ່​ເກນ​ຕົນ​ໄດ້​ຮັບ​ຄວາມ​ພໍໃຈ.

Uka jalj uñjjattʼäta Copia luraña




2 ຕີໂມທຽວ 2:4
11 Jak'a apnaqawi uñst'ayäwi  

ເມັດພືດ​ທີ່​ຕົກ​ກາງ​ຟຸ່ມໜາມ​ຄື​ຜູ້​ທີ່​ໄດ້​ຍິນ ແຕ່​ໃນ​ຂະນະ​ທີ່​ພວກເຂົາ​ດຳເນີນຊີວິດ​ໄປ​ຕາມ​ທາງ​ຂອງ​ພວກເຂົາ​ເອງ​ນັ້ນ ພວກເຂົາ​ກໍ​ຖືກ​ຄວາມກັງວົນ​ໃນ​ຊີວິດ, ຄວາມຮັ່ງມີ ແລະ ຄວາມສະໜຸກສະໜານ​ເຂົ້າ​ມາ​ຫຸ້ມຮັດ​ພວກເຂົາ​ໄວ້ ພວກເຂົາ​ຈຶ່ງ​ບໍ່​ເປັນ​ຜູ້ໃຫຍ່.


ດັ່ງນັ້ນ, ພວກເຮົາ​ຈຶ່ງ​ຕັ້ງ​ເປົ້າໝາຍ​ທີ່​ຈະ​ເຮັດ​ໃຫ້​ພຣະອົງ​ພໍໃຈ ບໍ່​ວ່າ​ພວກເຮົາ​ຈະ​ຢູ່​ທີ່​ບ້ານ​ໃນ​ຮ່າງກາຍ​ນີ້ ຫລື ພົ້ນ​ຈາກ​ຮ່າງກາຍ​ນີ້​ໄປ.


ພຣະຄຣິດເຈົ້າ​ປົດປ່ອຍ​ພວກເຮົາ​ໃຫ້​ເປັນ​ອິດສະຫລະ​ກໍ​ເພື່ອ​ເສລີພາບ. ດັ່ງນັ້ນ ຈົ່ງ​ຕັ້ງໝັ້ນ​ຢູ່ ແລະ ຢ່າ​ປ່ອຍ​ໃຫ້​ຕົນເອງ ຕົກ​ຢູ່​ໃຕ້​ແອກ​ແຫ່ງ​ຄວາມເປັນຂ້າທາດ​ອີກ.


ໃນ​ທາງ​ກົງກັນຂ້າມ ພວກເຮົາ​ປະກາດ​ໃນ​ຖານະ​ຜູ້​ທີ່​ພຣະເຈົ້າ​ເຫັນດີ​ທີ່​ຈະ​ມອບໝາຍ​ຂ່າວປະເສີດ​ໃຫ້. ພວກເຮົາ​ບໍ່​ໄດ້​ພະຍາຍາມ​ເພື່ອ​ໃຫ້​ພໍໃຈ​ມະນຸດ ແຕ່​ເພື່ອ​ໃຫ້​ພຣະເຈົ້າ​ຜູ້​ທົດສອບ​ເບິ່ງ​ຈິດໃຈ​ຂອງ​ພວກເຮົາ​ນັ້ນ​ພໍໃຈ.


ເພາະ​ເດມາ​ໄດ້​ຮັກ​ໂລກ​ນີ້, ໄດ້​ປະຖິ້ມ​ເຮົາ​ໄປ​ຍັງ​ເມືອງ​ເທສະໂລນິກ​ແລ້ວ. ເຄເຊັນ​ໄດ້​ໄປ​ຍັງ​ແຂວງ​ຄາລາເຕຍ ແລະ ຕີໂຕ​ໄດ້​ໄປ​ຍັງ​ເມືອງ​ດັນມາເຕຍ.


ຖ້າ​ພວກເຂົາ​ໄດ້​ໜີ​ພົ້ນ​ຈາກ​ມົນທິນ​ຂອງ​ໂລກ​ມາ​ແລ້ວ​ໂດຍ​ການຮູ້ຈັກ​ກັບ​ອົງພຣະຜູ້ເປັນເຈົ້າ ແລະ ພຣະເຢຊູຄຣິດເຈົ້າ​ອົງ​ພຣະຜູ້ຊ່ວຍໃຫ້ພົ້ນ​ຂອງ​ພວກເຮົາ ແລ້ວ​ຍັງ​ກັບ​ຄືນ​ໄປ​ພົວພັນ ແລະ ພ່າຍແພ້​ກັບ​ສິ່ງ​ນັ້ນ​ຢູ່ ບັ້ນປາຍ​ຂອງ​ພວກເຂົາ​ກໍ​ກັບ​ຊົ່ວຮ້າຍ​ຍິ່ງ​ກວ່າ​ບັ້ນຕົ້ນ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka