Biblia Todo Logo
Internet tuqin Biblia

- Anuncios ukanaka -




2 ຕີໂມທຽວ 2:26 - ພຣະຄຳພີລາວສະບັບສະໄໝໃໝ່

26 ແລະ ໂດຍ​ຫວັງ​ວ່າ​ພວກເຂົາ​ຈະ​ໄດ້​ສະຕິ ແລະ ຫລຸດພົ້ນ​ຈາກ​ກັບດັກ​ຂອງ​ມານຮ້າຍ ຜູ້​ທີ່​ໄດ້​ຈັບ​ພວກເຂົາ​ໄວ້​ເປັນ​ຊະເລີຍ​ເພື່ອ​ໃຫ້​ເຮັດ​ຕາມ​ຄວາມປະສົງ​ຂອງ​ມັນ.

Uka jalj uñjjattʼäta Copia luraña

ພຣະຄຳພີສັກສິ

26 ແລະ​ໃຫ້​ພວກເຂົາ​ຮູ້ສຶກ​ຕື່ນຕົວ ຈຶ່ງ​ຫລຸດພົ້ນ​ຈາກ​ບ່ວງແຮ້ວ​ຂອງ​ມານຮ້າຍ ຜູ້​ຊຶ່ງ​ຈັບ​ພວກເຂົາ​ໄວ້​ໃຫ້​ເຮັດ​ຕາມ​ຄວາມປະສົງ​ຂອງ​ມັນ.

Uka jalj uñjjattʼäta Copia luraña




2 ຕີໂມທຽວ 2:26
28 Jak'a apnaqawi uñst'ayäwi  

“ເມື່ອ​ຄົນແຂງແຮງ​ຜູ້​ໜຶ່ງ​ຖື​ອາວຸດ​ຄົບຊຸດ ແລະ ເຝົ້າ​ລະວັງ​ເຮືອນ​ຂອງ​ຕົນ​ຢູ່, ຊັບສິນ​ຂອງ​ລາວ​ທັງໝົດ​ກໍ​ປອດໄພ.


“ເມື່ອ​ລາວ​ຄິດ​ໄດ້​ລາວ​ຈຶ່ງ​ເວົ້າ​ວ່າ, ‘ພໍ່​ຂອງ​ເຮົາ​ມີ​ລູກຈ້າງ​ຫລາຍ​ຄົນ, ພວກເຂົາ​ຍັງ​ມີ​ອາຫານ​ກິນ​ຢ່າງ​ເຫລືອເຟືອ ແຕ່​ເຮົາ​ກຳລັງ​ຫິວ​ເກືອບ​ຈະ​ຕາຍ​ຢູ່​ທີ່​ນີ້!


ຢາໂກໂບ ແລະ ໂຢຮັນ​ລູກຊາຍ​ຂອງ​ເຊເບດາຍ ຜູ້​ຮ່ວມງານ​ຂອງ​ຊີໂມນ​ກໍ​ປະຫລາດໃຈ​ເໝືອນກັນ. ແລ້ວ​ພຣະເຢຊູເຈົ້າ​ກໍ​ກ່າວ​ກັບ​ຊີໂມນ​ວ່າ, “ຢ່າ​ຢ້ານ​ເລີຍ, ຕັ້ງແຕ່​ນີ້​ໄປ​ພວກເຈົ້າ​ຈະ​ເປັນ​ຜູ້ຫາຄົນ”.


ເມື່ອ​ພຣະອົງ​ກຳລັງ​ຮັບປະທານ​ອາຫານ​ຄ່ຳ​ຢູ່ ແລະ ມານຮ້າຍ​ກໍ​ໄດ້​ເຂົ້າ​ສິງ​ໃນ​ໃຈ​ຂອງ​ຢູດາ​ລູກ​ຂອງ​ຊີໂມນ ອິດສະກາຣີອົດ​ໃຫ້​ມີ​ຄວາມຄິດ​ທໍລະຍົດ​ຕໍ່​ພຣະເຢຊູເຈົ້າ.


ທັນທີ​ທີ່​ຢູດາ​ຮັບ​ເອົາ​ເຂົ້າຈີ່​ນັ້ນ ມານຊາຕານ​ກໍ​ເຂົ້າ​ສິງ​ຢູ່​ໃນ​ລາວ. ພຣະເຢຊູເຈົ້າ​ບອກ​ລາວ​ວ່າ, “ສິ່ງ​ທີ່​ເຈົ້າ​ກຳລັງ​ຈະ​ເຮັດ ກໍ​ຈົ່ງ​ຟ້າວ​ເຮັດ​ສາ”.


ເພື່ອ​ເປີດ​ຕາ​ຂອງ​ພວກເຂົາ ແລະ ນຳ​ພວກເຂົາ​ອອກ​ຈາກ​ຄວາມມືດ​ມາ​ສູ່​ຄວາມສະຫວ່າງ ແລະ ຈາກ​ອຳນາດ​ຂອງ​ມານຊາຕານ​ມາຫາ​ພຣະເຈົ້າ ເພື່ອ​ພວກເຂົາ​ຈະ​ໄດ້​ຮັບ​ການອະໄພ​ບາບ ແລະ ໄດ້​ຢູ່​ໃນ​ທ່າມກາງ​ຜູ້​ທີ່​ໄດ້​ຮັບ​ການ​ຊຳລະ​ໃຫ້​ບໍລິສຸດ​ໂດຍ​ເຊື່ອ​ໃນ​ເຮົາ’.


ແລ້ວ​ເປໂຕ​ຈຶ່ງ​ກ່າວ​ວ່າ, “ອານາເນຍ, ດ້ວຍເຫດໃດ ໃຈ​ຂອງ​ເຈົ້າ​ຈຶ່ງ​ເຕັມ​ໄປ​ດ້ວຍ​ມານຊາຕານ ເຈົ້າ​ຈຶ່ງ​ຕົວະ​ຕໍ່​ພຣະວິນຍານບໍລິສຸດເຈົ້າ ແລະ ເກັບ​ເງິນ​ຄ່າ​ທີ່ດິນ​ຈຳນວນ​ໜຶ່ງ​ທີ່​ເຈົ້າ​ໄດ້​ຮັບ​ສຳລັບ​ທີ່ດິນ​ໄວ້​ເພື່ອ​ເຈົ້າ​ເອງ?


ຈົ່ງ​ກັບຄືນ​ມາ​ສູ່​ຄວາມ​ມີ​ສະຕິ​ຂອງ​ພວກເຈົ້າ​ຕາມ​ທີ່​ພວກເຈົ້າ​ຄວນ​ຈະ​ເປັນ ແລະ ເຊົາ​ເຮັດ​ບາບ​ສາ; ເພາະ​ມີ​ບາງຄົນ​ບໍ່​ຮູ້​ຈັກ​ພຣະເຈົ້າ​ເລີຍ ການ​ທີ່​ເຮົາ​ເວົ້າ​ຢ່າງ​ນີ້​ກໍ​ເພື່ອ​ໃຫ້​ພວກເຈົ້າ​ລະອາຍໃຈ.


ເພື່ອວ່າ​ພວກເຮົາ​ຈະ​ໄດ້​ບໍ່​ເສຍໄຊ​ໃຫ້​ມານຊາຕານ. ເພາະວ່າ​ພວກເຮົາ​ຮູ້​ແຜນການ​ຂອງ​ມັນ.


ດ້ວຍເຫດນີ້​ຈຶ່ງ​ມີ​ຄຳ​ກ່າວ​ວ່າ: “ຄົນ​ທີ່​ຫລັບ​ເອີຍ, ຈົ່ງ​ຕື່ນຂຶ້ນ, ຈົ່ງ​ຟື້ນຄືນ​ມາ​ຈາກ​ຄວາມຕາຍ, ແລະ ພຣະຄຣິດເຈົ້າ​ຈະ​ສ່ອງສະຫວ່າງ​ໃສ່​ເຈົ້າ”.


ເພາະ​ພຣະອົງ​ໄດ້​ຊ່ວຍ​ກອບກູ້​ເອົາ​ພວກເຮົາ​ອອກມາ​ຈາກ​ອຳນາດ​ຂອງ​ຄວາມມືດ ແລະ ໄດ້​ນຳ​ພວກເຮົາ​ເຂົ້າ​ມາ​ສູ່​ອານາຈັກ​ຂອງ​ພຣະບຸດ​ທີ່​ຮັກ​ຂອງ​ພຣະອົງ


ໃນ​ທ່າມກາງ​ຄົນ​ເຫລົ່ານີ້​ມີ​ຮີເມນາໂຢ ແລະ ອາເລັກຊັນເດີ, ຜູ້​ທີ່​ເຮົາ​ໄດ້​ມອບ​ໃຫ້​ຊາຕານ​ເພື່ອ​ພວກເຂົາ​ຈະ​ໄດ້​ຮຽນຮູ້​ທີ່​ຈະ​ບໍ່​ໝິ່ນປະໝາດ​ພຣະເຈົ້າ.


ລາວ​ຕ້ອງ​ມີ​ຊື່ສຽງ​ດີ​ໃນ​ທ່າມກາງ​ຄົນ​ພາຍນອກ, ເພື່ອ​ວ່າ​ລາວ​ຈະ​ໄດ້​ບໍ່​ຕົກ​ເຂົ້າ​ໄປ​ໃນ​ຄວາມອັບອາຍ ແລະ ຕົກ​ເຂົ້າ​ໄປ​ໃນ​ກັບດັກ​ຂອງ​ມານຮ້າຍ.


ພະຍານາກ​ໃຫຍ່​ທີ່​ຖືກ​ໂຍນ​ລົງ​ມາ​ນັ້ນ​ແມ່ນ​ງູ​ດຶກດຳບັນ​ທີ່​ເອີ້ນ​ວ່າ​ມານຮ້າຍ ຫລື ມານຊາຕານ, ຜູ້​ທີ່​ນຳພາ​ຄົນ​ທັງ​ໂລກ​ໃຫ້​ຫລົງຜິດ. ມັນ​ຖືກ​ໂຍນ​ລົງ​ມາ​ເທິງ​ໂລກ​ພ້ອມ​ກັບ​ບັນດາ​ເທວະດາ​ຂອງ​ມັນ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka