2 ຕີໂມທຽວ 2:22 - ພຣະຄຳພີລາວສະບັບສະໄໝໃໝ່22 ຈົ່ງໜີຈາກລາຄະຕັນຫາຂອງຄົນໜຸ່ມ ແລະ ຈົ່ງຕິດຕາມຄວາມຊອບທຳ, ຄວາມເຊື່ອ, ຄວາມຮັກ ແລະ ສັນຕິສຸກຮ່ວມກັບບັນດາຜູ້ທີ່ຮ້ອງຫາອົງພຣະຜູ້ເປັນເຈົ້າດ້ວຍໃຈບໍລິສຸດ. Uka jalj uñjjattʼätaພຣະຄຳພີສັກສິ22 ດັ່ງນັ້ນ ເຈົ້າຈົ່ງຫລີກໜີຈາກຣາຄະຕັນຫາຂອງຄົນໜຸ່ມ. ຈົ່ງຕິດຕາມຄວາມຊອບທຳ, ຄວາມເຊື່ອ, ຄວາມຮັກ ແລະສັນຕິສຸກ ຮ່ວມກັບຄົນທັງປວງທີ່ຮ້ອງອອກພຣະນາມຂອງອົງພຣະຜູ້ເປັນເຈົ້າດ້ວຍໃຈບໍຣິສຸດ. Uka jalj uñjjattʼäta |
ພີ່ນ້ອງທັງຫລາຍເອີຍ, ເຮົາຂໍຮ້ອງພວກເຈົ້າໃນນາມຂອງພຣະເຢຊູຄຣິດເຈົ້າ ອົງພຣະຜູ້ເປັນເຈົ້າຂອງພວກເຮົາວ່າ, ຂໍໃຫ້ພວກເຈົ້າທຸກຄົນຍອມຮັບກັນແລະກັນໃນສິ່ງທີ່ພວກເຈົ້າເວົ້າ ແລ້ວຈຶ່ງຈະບໍ່ມີການແຕກແຍກເກີດຂຶ້ນໃນທ່າມກາງພວກເຈົ້າ, ແຕ່ເພື່ອພວກເຈົ້າຈະເປັນນໍ້າໜຶ່ງໃຈດຽວກັນຢ່າງສົມບູນໃນຄວາມຄິດ ແລະ ຈິດໃຈ.
ເຖິງຄຣິສຕະຈັກຂອງພຣະເຈົ້າໃນເມືອງໂກຣິນໂທ ຜູ້ໄດ້ຮັບການຊຳລະໃຫ້ບໍລິສຸດໃນພຣະຄຣິດເຈົ້າເຢຊູ ແລະ ໄດ້ຮັບການເອີ້ນໃຫ້ເປັນຄົນທີ່ບໍລິສຸດຂອງພຣະອົງດ້ວຍກັນກັບຄົນທັງໝົດໃນທຸກແຫ່ງຫົນທີ່ຮ້ອງອອກນາມຂອງພຣະເຢຊູຄຣິດເຈົ້າ ອົງພຣະຜູ້ເປັນເຈົ້າ ຜູ້ເປັນອົງພຣະຜູ້ເປັນເຈົ້າຂອງພວກເຂົາ ແລະ ຂອງພວກເຮົາ: