Biblia Todo Logo
Internet tuqin Biblia

- Anuncios ukanaka -




2 ຕີໂມທຽວ 2:2 - ພຣະຄຳພີລາວສະບັບສະໄໝໃໝ່

2 ສິ່ງ​ທີ່​ເຈົ້າ​ໄດ້​ຍິນ​ຈາກ​ເຮົາ​ກ່າວ​ຕໍ່ໜ້າ​ພະຍານ​ຫລາຍຄົນ​ນັ້ນ ຈົ່ງ​ມອບໝາຍ​ໃຫ້​ແກ່​ຜູ້​ທີ່​ເຊື່ອຖືໄດ້ ຜູ້​ທີ່​ມີ​ຄຸນສົມບັດ​ເໝາະສົມ​ທີ່​ຈະ​ສອນ​ຜູ້​ອື່ນ​ດ້ວຍ.

Uka jalj uñjjattʼäta Copia luraña

ພຣະຄຳພີສັກສິ

2 ຈົ່ງ​ມອບ​ຄຳສອນ​ທີ່​ເຈົ້າ​ໄດ້ຍິນ​ຈາກ​ເຮົາ ຕໍ່ໜ້າ​ພະຍານ​ຫລາຍ​ຄົນ ໄວ້​ກັບ​ຄົນ​ສັດຊື່​ທີ່​ສາມາດ​ສອນ​ຄົນອື່ນ​ໄດ້​ດ້ວຍ.

Uka jalj uñjjattʼäta Copia luraña




2 ຕີໂມທຽວ 2:2
33 Jak'a apnaqawi uñst'ayäwi  

ພຣະອົງ​ຈຶ່ງ​ກ່າວ​ແກ່​ພວກເພິ່ນ​ວ່າ, “ດ້ວຍເຫດນັ້ນ ຄູສອນກົດບັນຍັດ​ທຸກຄົນ​ທີ່​ໄດ້​ຮຽນຮູ້​ເຖິງ​ເລື່ອງ​ອານາຈັກ​ສະຫວັນ ກໍ​ເປັນ​ເໝືອນ​ເຈົ້າຂອງ​ເຮືອນ​ຜູ້​ໜຶ່ງ​ທີ່​ນຳ​ຊັບສົມບັດ​ໃໝ່ ແລະ ຊັບສົມບັດ​ເກົ່າ​ອອກ​ມາ​ຈາກ​ຄັງ​ຂອງ​ຕົນ”.


ເບິ່ງ​ແມ ເຮົາ​ໄດ້​ບອກ​ພວກເຈົ້າ​ທັງຫລາຍ​ໃຫ້​ຮູ້​ໄວ້​ລ່ວງໜ້າ​ກ່ອນ​ແລ້ວ.


ອົງພຣະຜູ້ເປັນເຈົ້າ​ຕອບ​ວ່າ, “ແມ່ນ​ຜູ້ໃດ​ເປັນ​ຜູ້ຈັດການ​ທີ່​ສັດຊື່ ແລະ ສະຫລາດ, ຜູ້​ທີ່​ນາຍ​ໄດ້​ຕັ້ງ​ໄວ້​ໃຫ້​ຮັບຜິດຊອບ​ຄົນຮັບໃຊ້​ຂອງ​ເພິ່ນ ເພື່ອ​ແຈກຢາຍ​ອາຫານ​ໃຫ້​ພວກເຂົາ​ຕາມ​ເວລາ?


ບັດນີ້​ຈຶ່ງ​ເປັນ​ການຮຽກຮ້ອງ​ວ່າ ຜູ້​ທີ່​ໄດ້ຮັບ​ຄວາມໄວ້ວາງໃຈ​ນັ້ນ​ຕ້ອງ​ພິສູດ​ວ່າ​ເປັນ​ຜູ້​ສັດຊື່.


ແຕ່​ໂມທະນາ​ຂອບພຣະຄຸນ​ພຣະເຈົ້າ​ຜູ້​ນຳພາ​ພວກເຮົາ​ເໝືອນດັ່ງ​ເປັນ​ຊະເລີຍ​ໃນ​ຂະບວນ​ແຫ່ງ​ໄຊຊະນະ​ຂອງ​ພຣະຄຣິດເຈົ້າ​ຕະຫລອດ​ມາ ແລະ ໃຊ້​ພວກເຮົາ​ເພື່ອ​ກະຈາຍ​ກິ່ນຫອມ​ແຫ່ງ​ຄວາມຮູ້ຈັກ​ພຣະອົງ​ຢູ່​ທົ່ວທຸກບ່ອນ.


ບໍ່ແມ່ນ​ວ່າ​ພວກເຮົາ​ມີ​ຄວາມສາມາດ​ໃນ​ພວກເຮົາເອງ​ທີ່​ຈະ​ຮຽກຮ້ອງ​ສິ່ງໃດ​ສຳລັບ​ພວກເຮົາເອງ, ແຕ່​ຄວາມສາມາດ​ຂອງ​ພວກເຮົາ​ມາ​ຈາກ​ພຣະເຈົ້າ.


ພວກເຈົ້າ​ໄດ້​ຮຽນຮູ້​ຂ່າວປະເສີດ​ນັ້ນ​ຈາກ​ເອປາຟາ ເພື່ອນ​ຮ່ວມ​ຮັບໃຊ້​ທີ່ຮັກ​ຂອງ​ພວກເຮົາ ຜູ້ຮັບໃຊ້​ພຣະຄຣິດເຈົ້າ​ຢ່າງ​ສັດຊື່​ແທນ​ພວກເຮົາ


ເຮົາ​ຂອບພຣະຄຸນ​ພຣະເຢຊູຄຣິດເຈົ້າ​ອົງພຣະຜູ້ເປັນເຈົ້າ​ຂອງ​ພວກເຮົາ, ຜູ້​ໃຫ້​ກຳລັງ​ແກ່​ເຮົາ, ເພາະ​ພຣະອົງ​ເຫັນ​ວ່າ​ເຮົາ​ສັດຊື່​ຈຶ່ງ​ແຕ່ງຕັ້ງ​ເຮົາ​ໃຫ້​ຮັບໃຊ້​ພຣະອົງ.


ຕີໂມທຽວ​ລູກຊາຍ​ຂອງ​ເຮົາ, ທີ່​ເຮົາ​ກຳລັງ​ສັ່ງ​ເຈົ້າ​ຢ່າງ​ນີ້ ກໍ​ສອດຄ່ອງ​ກັບ​ຄຳ​ເຜີຍ​ພຣະຄຳ​ທີ່​ເຄີຍ​ກ່າວ​ໄວ້​ກ່ຽວກັບ​ເຈົ້າ, ເພື່ອ​ວ່າ​ເມື່ອ​ເຈົ້າ​ລະນຶກ​ເຖິງ​ຄຳ​ເຫລົ່ານັ້ນ ເຈົ້າ​ກໍ​ຈະ​ສູ້ຮົບ​ໄດ້​ດີ,


ຢ່າ​ລະເລີຍ​ຕໍ່​ຂອງປະທານ​ຂອງ​ເຈົ້າ ເຊິ່ງ​ມອບ​ໃຫ້​ແກ່​ເຈົ້າ​ຜ່ານ​ຄຳທຳນວາຍ​ເມື່ອ​ຄະນະຜູ້ປົກຄອງ​ໄດ້​ວາງມື​ຂອງ​ພວກເພິ່ນ​ລົງ​ໃສ່​ເຈົ້າ.


ຖ້າ​ເຈົ້າ​ຫາກ​ຊີ້ແຈງ​ສິ່ງ​ເຫລົ່ານີ້​ແກ່​ພວກ​ພີ່ນ້ອງ​ທັງຫລາຍ​ທີ່​ເຊື່ອ​ແລ້ວ, ເຈົ້າ​ກໍ​ຈະ​ເປັນ​ຜູ້ຮັບໃຊ້​ທີ່​ດີ​ຂອງ​ພຣະຄຣິດເຈົ້າເຢຊູ ເຊິ່ງ​ໄດ້​ຮັບ​ການບຳລຸງລ້ຽງ​ໃນ​ຄວາມຈິງ​ແຫ່ງ​ຄວາມເຊື່ອ ແລະ ຫລັກຄຳສອນ​ອັນ​ດີ​ທີ່​ເຈົ້າ​ໄດ້​ປະຕິບັດ​ຕາມ.


ຢ່າ​ຟ້າວ​ວາງມື​ໃສ່​ຜູ້ໃດ, ແລະ ຢ່າ​ມີ​ສ່ວນຮ່ວມ​ໃນ​ຄວາມບາບ​ຂອງ​ຄົນ​ອື່ນ. ຈົ່ງ​ຮັກສາ​ຕົນເອງ​ໃຫ້​ບໍລິສຸດ.


ຈົ່ງ​ຕໍ່ສູ້​ຢ່າງ​ເຂັ້ມແຂງ​ເພື່ອ​ຄວາມເຊື່ອ​ນີ້. ຈົ່ງ​ຢຶດໝັ້ນ​ຊີວິດ​ນິລັນດອນ​ທີ່​ໄດ້​ເອີ້ນ​ເອົາ​ເຈົ້າ​ເມື່ອ​ເຈົ້າ​ປະກາດ​ຕົນ​ຮັບເຊື່ອ​ຕໍ່ໜ້າ​ພະຍານ​ຫລາຍ​ຄົນ.


ແຕ່​ເຖິງຢ່າງໃດ​ກໍ​ຕາມ, ເຈົ້າ​ກໍ​ຮູ້​ເຖິງ​ຄຳສອນ​ທັງໝົດ​ຂອງ​ເຮົາ, ວິຖີຊີວິດ​ຂອງ​ເຮົາ, ເປົ້າໝາຍ​ຂອງ​ເຮົາ, ຄວາມເຊື່ອ, ຄວາມອົດທົນ, ຄວາມຮັກ, ຄວາມທົນທານ,


ແຕ່​ສຳລັບ​ເຈົ້າ, ຈົ່ງ​ດຳເນີນ​ຕໍ່ໄປ​ໃນ​ສິ່ງ​ທີ່​ເຈົ້າ​ໄດ້​ຮຽນຮູ້ ແລະ ໄດ້​ເຊື່ອໝັ້ນ ເພາະ​ເຈົ້າ​ຮູ້ຈັກ​ຄົນ​ເຫລົ່ານັ້ນ​ທີ່​ເຈົ້າ​ຮຽນຮູ້​ຈາກ​ພວກເຂົາ,


ດ້ວຍ​ເຫດ​ນີ້ ພຣະອົງ​ຈຶ່ງ​ຕ້ອງ​ເປັນ​ເໝືອນ​ກັບ​ພວກເຂົາ, ເປັນ​ມະນຸດ​ໂດຍ​ສົມບູນ​ໃນ​ທຸກ​ດ້ານ ເພື່ອ​ພຣະອົງ​ຈະ​ໄດ້​ກາຍເປັນ​ມະຫາ​ປະໂລຫິດ​ຜູ້​ເຕັມ​ດ້ວຍ​ຄວາມ​ເມດຕາ ແລະ ຄວາມ​ສັດຊື່​ໃນ​ການຮັບໃຊ້​ພຣະເຈົ້າ ແລະ ເພື່ອ​ພຣະອົງ​ຈະ​ໄດ້​ຊົດໃຊ້​ຄວາມບາບ​ຂອງ​ຄົນ​ທັງຫລາຍ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka