2 ຕີໂມທຽວ 2:19 - ພຣະຄຳພີລາວສະບັບສະໄໝໃໝ່19 ເຖິງຢ່າງໃດກໍຕາມ, ຮາກຖານຂອງພຣະເຈົ້າກໍຕັ້ງໝັ້ນຄົງຢູ່ ແລະ ປະທັບຕາດ້ວຍຂໍ້ຄວາມວ່າ: “ອົງພຣະຜູ້ເປັນເຈົ້າຮູ້ຈັກບັນດາຜູ້ທີ່ເປັນຂອງພຣະອົງ” ແລະ “ທຸກຄົນທີ່ຮ້ອງອອກນາມຂອງອົງພຣະຜູ້ເປັນເຈົ້າຈະຕ້ອງຫັນໜີຈາກຄວາມຊົ່ວຮ້າຍ”. Uka jalj uñjjattʼätaພຣະຄຳພີສັກສິ19 ແຕ່ຮາກຖານອັນແຂງແກ່ນ ຊຶ່ງພຣະເຈົ້າໄດ້ວາງລົງແລ້ວນັ້ນຕັ້ງໝັ້ນຄົງຢູ່ ໂດຍມີຄຳຂຽນໄວ້ວ່າ, “ອົງພຣະຜູ້ເປັນເຈົ້າຊົງຮູ້ຈັກຄົນເຫຼົ່ານັ້ນ ທີ່ເປັນຂອງພຣະອົງ” ແລະ “ທຸກຄົນ ຊຶ່ງອອກພຣະນາມຂອງອົງພຣະຜູ້ເປັນເຈົ້າ ກໍຕ້ອງຫັນໜີຈາກຄວາມຊົ່ວຊ້າ.” Uka jalj uñjjattʼäta |
ເຖິງຄຣິສຕະຈັກຂອງພຣະເຈົ້າໃນເມືອງໂກຣິນໂທ ຜູ້ໄດ້ຮັບການຊຳລະໃຫ້ບໍລິສຸດໃນພຣະຄຣິດເຈົ້າເຢຊູ ແລະ ໄດ້ຮັບການເອີ້ນໃຫ້ເປັນຄົນທີ່ບໍລິສຸດຂອງພຣະອົງດ້ວຍກັນກັບຄົນທັງໝົດໃນທຸກແຫ່ງຫົນທີ່ຮ້ອງອອກນາມຂອງພຣະເຢຊູຄຣິດເຈົ້າ ອົງພຣະຜູ້ເປັນເຈົ້າ ຜູ້ເປັນອົງພຣະຜູ້ເປັນເຈົ້າຂອງພວກເຂົາ ແລະ ຂອງພວກເຮົາ:
ສັດຮ້າຍທີ່ທ່ານໄດ້ເຫັນນັ້ນ, ຄັ້ງໜຶ່ງເຄີຍມີຊີວິດຢູ່ ແຕ່ບັດນີ້ບໍ່ມີຊີວິດຢູ່, ມັນຈະຂຶ້ນມາຈາກເຫວເລິກ ແລະ ໄປສູ່ຄວາມຈິບຫາຍຂອງມັນ. ຄົນທັງຫລາຍທີ່ຢູ່ແຜ່ນດິນໂລກຜູ້ທີ່ບໍ່ມີຊື່ຢູ່ໃນໜັງສືແຫ່ງຊີວິດຕັ້ງແຕ່ສ້າງໂລກຈະປະຫລາດໃຈເມື່ອພວກເຂົາໄດ້ເຫັນສັດຮ້າຍນີ້, ເພາະຄັ້ງໜຶ່ງມັນເຄີຍມີຊີວິດຢູ່ ແລະ ບັດນີ້ບໍ່ມີຊີວິດຢູ່, ແຕ່ມັນຈະມາໃນອະນາຄົດ.