Biblia Todo Logo
Internet tuqin Biblia

- Anuncios ukanaka -




2 ຕີໂມທຽວ 2:16 - ພຣະຄຳພີລາວສະບັບສະໄໝໃໝ່

16 ຈົ່ງ​ຫລີກເວັ້ນ​ຈາກ​ການ​ສົນທະນາ​ເລື່ອງ​ທີ່​ຂັດ​ກັບ​ທາງ​ຂອງ​ພຣະເຈົ້າ, ເພາະ​ບັນດາ​ຜູ້​ທີ່​ປ່ອຍໃຈ​ໄປ​ກັບ​ສິ່ງ​ນັ້ນ​ຈະ​ກາຍເປັນ​ຄົນອະທຳ​ຫລາຍ​ຂຶ້ນ​ເລື້ອຍໆ.

Uka jalj uñjjattʼäta Copia luraña

ພຣະຄຳພີສັກສິ

16 ຈົ່ງ​ຫລີກ​ເວັ້ນ​ຈາກ​ການ​ສົນທະນາ​ອັນ​ໂງ່ງ່າວ ແລະ​ຂັດ​ກັບ​ຄວາມເຊື່ອ ຊຶ່ງ​ເປັນ​ການ​ຊັກນຳ​ຜູ້​ຟັງ​ໃຫ້​ຫ່າງ​ຈາກ​ພຣະເຈົ້າ​ຫລາຍ​ຂຶ້ນ​ເທົ່ານັ້ນ.

Uka jalj uñjjattʼäta Copia luraña




2 ຕີໂມທຽວ 2:16
19 Jak'a apnaqawi uñst'ayäwi  

ຢ່າ​ໃຫ້​ພວກເຈົ້າ​ຫລົງຜິດ​ໄປ, “ການຄົບ​ກັບ​ຄົນຊົ່ວ​ຍ່ອມ​ເຮັດ​ໃຫ້​ເສຍນິໄສ”.


ການ​ອວດອ້າງ​ຂອງ​ພວກເຈົ້າ​ນັ້ນ​ບໍ່​ດີ​ເລີຍ. ພວກເຈົ້າ​ບໍ່​ຮູ້​ບໍ​ວ່າ​ເຊື້ອແປ້ງ​ພຽງ​ແຕ່​ໜ້ອຍດຽວ​ກໍ​ເຮັດ​ໃຫ້​ແປ້ງນວດ​ທັງ​ກ້ອນ​ຟູຂຶ້ນ?


ພວກເຮົາ​ກໍ​ຮູ້​ເໝືອນກັນ​ວ່າ​ກົດບັນຍັດ​ບໍ່​ໄດ້​ມີ​ເພື່ອ​ຜູ້ຊອບທຳ ແຕ່​ມີ​ເພື່ອ​ຄົນ​ທີ່​ລະເມີດ​ກົດ ແລະ ຄົນ​ທີ່​ກະບົດ, ຄົນອະທຳ ແລະ ຄົນບາບ, ຄົນ​ບໍ່​ບໍລິສຸດ ແລະ ຄົນ​ທີ່​ບໍ່​ເຊື່ອ​ພຣະເຈົ້າ, ຄົນ​ຂ້າ​ພໍ່​ຂ້າ​ແມ່, ຄົນ​ຂ້າ​ຄົນ,


ຢ່າ​ໄປ​ກ່ຽວຂ້ອງ​ກັບ​ນິຍາຍ​ອັນ​ໄຮ້ສາລະ ແລະ ນິທານຂີ້ຕົວະ​ຕ່າງໆ ຈົ່ງ​ຝຶກຝົນ​ຕົນເອງ​ໃນ​ທາງ​ຂອງ​ພຣະເຈົ້າ​ກໍ​ດີ​ກວ່າ.


ຕີໂມທຽວ​ເອີຍ, ຈົ່ງ​ເບິ່ງແຍງ​ຮັກສາ​ສິ່ງ​ທີ່​ໄດ້​ຮັບ​ມອບໝາຍ​ໃຫ້​ເຈົ້າ​ດູແລ. ຈົ່ງ​ຫັນໜີ​ຈາກ​ການ​ເວົ້າ​ທີ່​ບໍ່​ເປັນປະໂຫຍດ ແລະ ຄວາມຄິດ​ຂັດແຍ້ງ​ທີ່​ເຫັນ​ຜິດ​ວ່າ​ເປັນ​ຄວາມຮູ້,


ຈົ່ງ​ໝັ່ນ​ເຕືອນ​ບັນດາ​ຄົນ​ຂອງ​ພຣະເຈົ້າ​ໃຫ້​ລະນຶກເຖິງ​ສິ່ງ​ເຫລົ່ານີ້. ຈົ່ງ​ຕັກເຕືອນ​ພວກເຂົາ​ຕໍ່ໜ້າ​ພຣະເຈົ້າ​ບໍ່​ໃຫ້​ຜິດຖຽງ​ກັນ​ເລື່ອງ​ຖ້ອຍຄຳ​ຕ່າງໆ​ທີ່​ບໍ່​ມີ​ຄຸນຄ່າ ແລະ ມີ​ແຕ່​ຈະ​ທຳລາຍ​ບັນດາ​ຜູ້ຟັງ​ເທົ່ານັ້ນ.


ບັນດາ​ຜູ້​ທີ່​ຊຳລະ​ຕົນເອງ​ໃຫ້​ພົ້ນ​ຈາກ​ສິ່ງ​ໄຮ້ຄ່າ ກໍ​ຈະ​ເປັນ​ພາຊະນະ​ທີ່​ມີ​ກຽດ, ໄດ້​ຮັບ​ການຊຳລະ​ໃຫ້​ບໍລິສຸດ, ໃຊ້​ງານ​ໄດ້​ສຳລັບ​ອົງ​ເຈົ້ານາຍ ແລະ ຖືກ​ຈັດ​ໄວ້​ພ້ອມ​ເພື່ອ​ຈະ​ເຮັດ​ການ​ດີ​ທຸກຢ່າງ.


ໃນ​ຂະນະ​ທີ່​ຄົນຊົ່ວ ແລະ ຄົນ​ຫລອກລວງ​ຈະ​ຊົ່ວຮ້າຍ​ລົງ​ກວ່າ​ເກົ່າ, ກຳລັງ​ລໍ້ລວງ ແລະ ກຳລັງ​ຖືກ​ລໍ້ລວງ.


ພວກເຂົາ​ຈະ​ຕ້ອງ​ໄດ້​ມິດງຽບ ເພາະ​ພວກເຂົາ​ໄດ້​ລົບກວນ​ຫລາຍ​ຄອບຄົວ​ໂດຍ​ການ​ສອນ​ສິ່ງ​ທີ່​ພວກເຂົາ​ບໍ່​ຄວນ​ສອນ ແລະ ການສອນ​ນັ້ນ​ກໍ​ເພື່ອ​ຫາ​ປະໂຫຍດ​ໃນ​ທາງ​ບໍ່​ສັດຊື່


ແລະ ເພື່ອ​ບໍ່​ໃຫ້​ໃສ່ໃຈ​ນິຍາຍ​ຂອງ​ພວກ​ຢິວ ຫລື ກົດເກນ​ມະນຸດ​ຂອງ​ບັນດາ​ຜູ້​ທີ່​ປະຕິເສດ​ຄວາມຈິງ.


ແຕ່​ຈົ່ງ​ຫລີກເວັ້ນ​ຈາກ​ຄວາມ​ຂັດແຍ້ງ​ອັນ​ໂງ່ຈ້າ, ເລື່ອງ​ລຳດັບ​ວົງຕະກູນ, ການຜິດຖຽງກັນ ແລະ ການຕໍ່ສູ້​ກັນ​ກ່ຽວກັບ​ເລື່ອງ​ກົດບັນຍັດ ເພາະ​ສິ່ງ​ເຫລົ່ານີ້​ລ້ວນແຕ່​ບໍ່​ມີ​ປະໂຫຍດ ແລະ ໃຊ້​ການ​ບໍ່​ໄດ້.


ຈົ່ງ​ລະວັງ​ຢ່າ​ໃຫ້​ຜູ້ໃດ​ຕົກ​ຈາກ​ພຣະຄຸນ​ຂອງ​ພຣະເຈົ້າ ແລະ ຢ່າ​ໃຫ້​ມີ​ຮາກ​ຂົມຂື່ນ​ງອກຂຶ້ນ​ເພື່ອ​ສ້າງ​ຄວາມເດືອດຮ້ອນ ແລະ ເຮັດ​ໃຫ້​ຫລາຍ​ຄົນ​ເປັນມົນທິນ.


ເພາະ​ພວກເຂົາ​ເວົ້າ​ລ້າໆ, ເວົ້າ​ຄຳ​ໂອ້ອວດ ແລະ ໃຊ້​ຄວາມປາຖະໜາ​ຂອງ​ເນື້ອໜັງ​ດຶງດູດ​ຄົນ​ທັງຫລາຍ​ທີ່​ຫາ​ກໍ​ໜີ​ພົ້ນ​ຈາກ​ບັນດາ​ຜູ້​ທີ່​ດຳເນີນຊີວິດ​ໃນ​ທາງ​ທີ່​ຜິດ.


ຈະ​ມີ​ຫລາຍຄົນ​ປະຕິບັດ​ຕາມ​ການປະພຶດ​ຊົ່ວຮ້າຍ​ຂອງ​ພວກເຂົາ ແລະ ຈະ​ນຳ​ທາງ​ແຫ່ງ​ຄວາມຈິງ​ໄປ​ສູ່​ຄວາມເສື່ອມເສຍ.


ເພາະ​ໝາຍສຳຄັນ​ເຫລົ່ານີ້​ມັນ​ຈຶ່ງ​ໄດ້​ຮັບ​ອຳນາດ​ໃຫ້​ກະທຳການ​ແທນ​ສັດຮ້າຍ​ໂຕ​ທຳອິດ, ມັນ​ຫລອກລວງ​ຄົນ​ທັງຫລາຍ​ທີ່​ຢູ່​ໃນ​ແຜ່ນດິນໂລກ. ມັນ​ສັ່ງ​ໃຫ້​ພວກເຂົາ​ສ້າງ​ຮູບຈຳລອງ​ຂຶ້ນ​ເພື່ອ​ເປັນ​ກຽດ​ແກ່​ສັດຮ້າຍ​ທີ່​ຖືກ​ບາດເຈັບ​ດ້ວຍ​ດາບ​ແຕ່​ຍັງ​ບໍ່​ຕາຍ​ນັ້ນ.


ຫົວ​ໜຶ່ງ​ໃນ​ບັນດາ​ຫົວ​ຂອງ​ສັດຮ້າຍ​ນັ້ນ​ເບິ່ງ​ຄື​ວ່າ​ມີ​ບາດແຜ​ທີ່​ເຮັດ​ໃຫ້​ເຖິງ​ຕາຍ, ແຕ່​ບາດແຜ​ທີ່​ເຮັດ​ໃຫ້​ເຖິງ​ຕາຍ​ນັ້ນ​ຫາຍດີ​ແລ້ວ. ຄົນ​ທັງ​ໂລກ​ກໍ​ເຕັມ​ໄປ​ດ້ວຍ​ຄວາມອັດສະຈັນໃຈ ແລະ ໄດ້​ຕິດຕາມ​ມານຮ້າຍ​ນັ້ນ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka