Biblia Todo Logo
Internet tuqin Biblia

- Anuncios ukanaka -




2 ຕີໂມທຽວ 2:12 - ພຣະຄຳພີລາວສະບັບສະໄໝໃໝ່

12 ຖ້າ​ພວກເຮົາ​ອົດທົນ, ພວກເຮົາ​ກໍ​ຈະ​ໄດ້​ປົກຄອງ​ຮ່ວມກັນ​ກັບ​ພຣະອົງ. ຖ້າ​ພວກເຮົາ​ປະຕິເສດ​ພຣະອົງ, ພຣະອົງ​ກໍ​ຈະ​ປະຕິເສດ​ພວກເຮົາ​ເໝືອນກັນ,

Uka jalj uñjjattʼäta Copia luraña

ພຣະຄຳພີສັກສິ

12 ຖ້າ​ພວກເຮົາ​ອົດທົນ​ເອົາ ພວກເຮົາ​ກໍ​ຈະ​ປົກຄອງ​ຮ່ວມ​ກັບ​ພຣະອົງ. ຖ້າ​ພວກເຮົາ​ປະຕິເສດ​ພຣະອົງ ພຣະອົງ​ກໍ​ຈະ​ປະຕິເສດ​ພວກເຮົາ​ເໝືອນກັນ.

Uka jalj uñjjattʼäta Copia luraña




2 ຕີໂມທຽວ 2:12
29 Jak'a apnaqawi uñst'ayäwi  

ແຕ່​ຜູ້ໃດ​ທີ່​ປະຕິເສດ​ເຮົາ​ຕໍ່ໜ້າ​ມະນຸດ, ເຮົາ​ກໍ​ຈະ​ປະຕິເສດ​ຜູ້​ນັ້ນ​ຕໍ່ໜ້າ​ພຣະບິດາເຈົ້າ​ຂອງ​ເຮົາ​ໃນ​ສະຫວັນ.


ແຕ່​ເປໂຕ​ປະກາດ​ວ່າ, “ເຖິງ​ແມ່ນ​ຂ້ານ້ອຍ​ຈະ​ຕ້ອງ​ຕາຍ​ກັບ​ພຣະອົງ ຂ້ານ້ອຍ​ກໍ​ຈະ​ບໍ່​ປະຕິເສດ​ພຣະອົງ​ຈັກ​ເທື່ອ”. ແລ້ວ​ພວກສາວົກ​ທຸກຄົນ​ກໍ​ເວົ້າ​ຢ່າງ​ນັ້ນ​ເໝືອນກັນ.


ເປໂຕ​ຈຶ່ງ​ຈື່​ໄດ້​ເຖິງ​ຄຳ​ທີ່​ພຣະເຢຊູເຈົ້າ​ໄດ້​ກ່າວ​ໄວ້​ວ່າ, “ກ່ອນ​ໄກ່​ຂັນ​ເຈົ້າ​ຈະ​ປະຕິເສດ​ວ່າ​ບໍ່​ຮູ້ຈັກ​ເຮົາ​ເຖິງ​ສາມ​ເທື່ອ”. ແລ້ວ​ເພິ່ນ​ຈຶ່ງ​ອອກ​ໄປ​ທາງ​ນອກ ແລະ ຮ້ອງໄຫ້​ຢ່າງ​ຂົມຂື່ນ.


“ພວກເຮົາ​ກຳລັງ​ຂຶ້ນ​ໄປ​ນະຄອນ​ເຢຣູຊາເລັມ ແລະ ບຸດມະນຸດ​ຈະ​ຖືກ​ມອບ​ໄວ້​ກັບ​ພວກຫົວໜ້າ​ປະໂລຫິດ ແລະ ພວກ​ຄູສອນກົດບັນຍັດ. ພວກເຂົາ​ຈະ​ລົງໂທດ​ພຣະອົງ​ໃຫ້​ເຖິງ​ຕາຍ ແລະ ຈະ​ມອບ​ພຣະອົງ​ໃຫ້​ກັບ​ຄົນຕ່າງຊາດ,


ຖ້າ​ຜູ້ໃດ​ອັບອາຍ​ໃນ​ເລື່ອງ​ເຮົາ ແລະ ໃນ​ເລື່ອງ​ຖ້ອຍຄຳ​ຂອງ​ເຮົາ​ໃນ​ຍຸກ​ທີ່​ບາບ ແລະ ຫລິ້ນຊູ້, ບຸດມະນຸດ​ກໍ​ຈະ​ອັບອາຍ​ໃນ​ເລື່ອງ​ຄົນ​ນັ້ນ ເມື່ອ​ພຣະອົງ​ມາ​ປາກົດ​ໃນ​ສະຫງ່າລາສີ​ຂອງ​ພຣະບິດາ ພ້ອມ​ກັບ​ບັນດາ​ເທວະດາ​ບໍລິສຸດ”.


ແຕ່​ຜູ້ໃດ​ທີ່​ປະຕິເສດ​ເຮົາ​ຕໍ່ໜ້າ​ມະນຸດ ຜູ້​ນັ້ນ​ກໍ​ຈະ​ຖືກ​ປະຕິເສດ​ຕໍ່ໜ້າ​ບັນດາ​ເທວະດາ​ຂອງ​ພຣະເຈົ້າ​ເໝືອນກັນ.


ແລະ ເຮົາ​ຍົກ​ອານາຈັກ​ໜຶ່ງ​ໃຫ້​ແກ່​ພວກເຈົ້າ ເໝືອນ​ທີ່​ພຣະບິດາເຈົ້າ​ໄດ້​ຍົກ​ອານາຈັກ​ໜຶ່ງ​ໃຫ້​ແກ່​ເຮົາ​ເໝືອນກັນ,


ເພື່ອ​ພວກເຈົ້າ​ຈະ​ຮ່ວມ​ກິນ ແລະ ດື່ມ​ທີ່​ໂຕະ​ຂອງ​ເຮົາ​ໃນ​ອານາຈັກ​ຂອງ​ເຮົາ ແລະ ນັ່ງ​ເທິງ​ບັນລັງ, ຕັດສິນ​ອິດສະຣາເອນ​ສິບສອງ​ເຜົ່າ.


ຜູ້ໃດ​ກໍ​ຕາມ​ອັບອາຍ​ໃນ​ເລື່ອງ​ເຮົາ ແລະ ຖ້ອຍຄຳ​ຂອງ​ເຮົາ, ບຸດມະນຸດ​ກໍ​ຈະ​ອັບອາຍ​ໃນ​ເລື່ອງ​ຜູ້​ນັ້ນ​ເມື່ອ​ພຣະອົງ​ມາ​ດ້ວຍ​ສະຫງ່າລາສີ​ຂອງ​ພຣະອົງ ແລະ ສະຫງ່າລາສີ​ຂອງ​ພຣະບິດາເຈົ້າ​ພ້ອມ​ທັງ​ສະຫງ່າລາສີ​ຂອງ​ບັນດາ​ເທວະດາ​ບໍລິສຸດ.


ເພື່ອ​ໜູນໃຈ​ພວກສາວົກ​ທັງຫລາຍ​ໃຫ້​ເຂັ້ມແຂງ​ຂຶ້ນ ແລະ ໄດ້​ໜູນໃຈ​ພວກເຂົາ​ໃຫ້​ຕັ້ງ​ໝັ້ນຄົງ​ໃນ​ຄວາມເຊື່ອ. ພວກເຂົາ​ກ່າວ​ວ່າ, “ພວກເຮົາ​ຕ້ອງ​ຜ່ານຜ່າ​ຄວາມ​ທຸກຍາກ​ລຳບາກ​ຫລາຍ​ຢ່າງ​ເພື່ອ​ຈະ​ເຂົ້າ​ໄປ​ໃນ​ອານາຈັກ​ຂອງ​ພຣະເຈົ້າ”.


ຖ້າຫາກວ່າ​ໂດຍ​ການລ່ວງລະເມີດ​ຂອງ​ມະນຸດ​ຄົນດຽວ ເປັນເຫດ​ໃຫ້​ຄວາມຕາຍ​ໄດ້​ຄອບຄອງ​ໂດຍ​ຜ່ານທາງ​ມະນຸດ​ຄົນດຽວ​ນັ້ນ, ຫລາຍກວ່ານັ້ນ​ອີກ​ເທົ່າໃດ ບັນດາ​ຜູ້​ທີ່​ໄດ້​ຮັບ​ພຣະຄຸນ​ອັນ​ບໍລິບູນ ແລະ ຂອງປະທານ​ແຫ່ງ​ຄວາມຊອບທຳ​ທີ່​ພຣະເຈົ້າ​ໄດ້​ຈັດຕຽມ​ໄວ້​ຢ່າງ​ລົ້ນເຫລືອ ກໍ​ຈະ​ຄອບຄອງ​ໃນ​ຊີວິດ​ໂດຍ​ຜ່ານ​ທາງ​ມະນຸດ​ຜູ້​ດຽວ​ຄື ພຣະເຢຊູຄຣິດເຈົ້າ.


ບັດນີ້ ຖ້າ​ພວກເຮົາ​ເປັນ​ບຸດ​ຂອງ​ພຣະອົງ​ແລ້ວ​ພວກເຮົາ​ກໍ​ເປັນ​ຜູ້ຮັບ​ມໍລະດົກ ຄື​ເປັນ​ຜູ້ຮັບ​ມໍລະດົກ​ຈາກ​ພຣະເຈົ້າ ແລະ ເປັນ​ຜູ້​ຮ່ວມ​ຮັບ​ມໍລະດົກ​ດ້ວຍ​ກັນ​ກັບ​ພຣະຄຣິດເຈົ້າ, ຖ້າ​ພວກເຮົາ​ຮ່ວມ​ທົນທຸກທໍລະມານ​ດ້ວຍ​ກັນ​ກັບ​ພຣະອົງ ພວກເຮົາ​ກໍ​ຈະ​ໄດ້​ຮ່ວມ​ໃນ​ສະຫງ່າລາສີ​ຂອງ​ພຣະອົງ​ດ້ວຍ.


ໂດຍ​ບໍ່​ມີ​ຄວາມຢ້ານກົວ​ອັນໃດ​ຕໍ່​ບັນດາ​ຜູ້​ທີ່​ຕໍ່ຕ້ານ​ພວກເຈົ້າ. ນີ້​ເປັນ​ເຄື່ອງໝາຍ​ໃຫ້​ພວກເຂົາ​ຮູ້​ວ່າ​ພວກເຂົາ​ຈະ​ຖືກ​ທຳລາຍ, ແຕ່​ວ່າ​ພວກເຈົ້າ​ຈະ​ລອດພົ້ນ​ໂດຍ​ພຣະເຈົ້າ.


ຖ້າ​ຜູ້ໃດ​ບໍ່​ອຸດໜູນ​ລ້ຽງດູ​ຍາດພີ່ນ້ອງ​ຂອງ​ຕົນ​ໂດຍ​ສະເພາະ​ຄົນ​ໃນ​ຄອບຄົວ​ຂອງ​ຕົນເອງ ຜູ້​ນັ້ນ​ກໍ​ໄດ້​ປະຕິເສດ​ຄວາມເຊື່ອ​ແລ້ວ ແລະ ຮ້າຍ​ກວ່າ​ຄົນ​ທີ່​ບໍ່ເຊື່ອ​ອີກ.


ຄຳ​ພິພາກສາ​ຂອງ​ຄົນ​ເຫລົ່ານີ້​ໄດ້​ຖືກ​ບັນທຶກ​ໄວ້​ດົນ​ແລ້ວ ເນື່ອງ​ຈາກ​ວ່າ​ມີ​ບາງຄົນ​ໄດ້​ປອມໂຕ​ເຂົ້າ​ມາ​ໃນ​ທ່າມກາງ​ພວກເຈົ້າ. ພວກເຂົາ​ເປັນ​ຄົນອະທຳ ບິດເບືອນ​ພຣະຄຸນ​ຂອງ​ພຣະເຈົ້າ​ເພື່ອ​ເປັນ​ຊ່ອງທາງ​ໃຫ້​ເຮັດຜິດສິນທຳ ແລະ ປະຕິເສດ​ພຣະເຢຊູຄຣິດເຈົ້າ​ຜູ້​ເປັນ​ອົງເຈົ້ານາຍ ແລະ ເປັນ​ອົງພຣະຜູ້ເປັນເຈົ້າ​ແຕ່​ພຽງ​ອົງ​ດຽວ​ຂອງ​ພວກເຮົາ.


ແລະ ພຣະອົງ​ໄດ້​ຕັ້ງ​ພວກເຮົາ​ໃຫ້​ເປັນ​ອານາຈັກ ແລະ ເປັນ​ປະໂລຫິດ​ເພື່ອ​ຮັບໃຊ້​ພຣະເຈົ້າ ແລະ ພຣະບິດາ​ຂອງ​ພຣະອົງ, ຂໍ​ໃຫ້​ກຽດ ແລະ ລິດອຳນາດ​ຈົ່ງ​ມີ​ແກ່​ພຣະອົງ​ຕະຫລອດໄປ​ເປັນນິດ! ອາແມນ.


ຂ້າພະເຈົ້າ​ຄື​ໂຢຮັນ ຜູ້​ເປັນ​ພີ່ນ້ອງ ແລະ ເປັນ​ເພື່ອນ​ຂອງ​ພວກເຈົ້າ ຜູ້​ຮ່ວມ​ໃນ​ການທົນທຸກທໍລະມານ ແລະ ໃນ​ອານາຈັກ ແລະ ໃນ​ອົດທົນ​ອົດກັ້ນ​ທີ່​ເກີດຂຶ້ນ​ກັບ​ພວກເຮົາ​ໃນ​ພຣະເຢຊູເຈົ້າ, ຂ້າພະເຈົ້າ​ມາ​ຢູ່​ທີ່​ເກາະ​ປັດໂມ​ເພາະ​ພຣະຄຳ​ຂອງ​ພຣະເຈົ້າ ແລະ ຄຳພະຍານ​ຂອງ​ພຣະເຢຊູເຈົ້າ.


ເຮົາ​ຮູ້​ວ່າ​ເຈົ້າ​ອາໄສ​ຢູ່​ບ່ອນ​ໃດ ຄື​ບ່ອນ​ທີ່​ຊາຕານ​ຄອງ​ບັນລັງ. ແຕ່​ເຈົ້າ​ກໍ​ຍັງ​ສັດຊື່​ຕໍ່​ນາມ​ຂອງ​ເຮົາ. ເຈົ້າ​ບໍ່​ໄດ້​ປະຖິ້ມ​ຄວາມເຊື່ອ​ຂອງ​ເຈົ້າ​ທີ່​ມີ​ໃນ​ເຮົາ, ບໍ່​ວ່າ​ແມ່ນແຕ່​ໃນ​ວັນ​ທີ່​ອັນຕີປາ ຜູ້​ເປັນ​ພະຍານ​ທີ່​ສັດຊື່​ຂອງ​ເຮົາ​ໄດ້​ຖືກ​ຂ້າຕາຍ​ຢູ່​ໃນ​ເມືອງ​ຂອງ​ເຈົ້າ ຄື​ບ່ອນ​ທີ່​ຊາຕານ​ຢູ່.


ຂ້າພະເຈົ້າ​ໄດ້​ເຫັນ​ບັນລັງ​ຕ່າງໆ ຜູ້​ທີ່​ນັ່ງ​ຢູ່​ເທິງ​ບັນລັງ​ນັ້ນ​ຄື​ບັນດາ​ຜູ້​ໄດ້ຮັບ​ສິດອຳນາດ​ໃຫ້​ພິພາກສາ. ແລະ ຂ້າພະເຈົ້າ​ໄດ້​ເຫັນ​ຈິດວິນຍານ​ຂອງ​ບັນດາ​ຄົນ​ທັງຫລາຍ​ທີ່​ຖືກ​ຕັດຫົວ​ເພາະ​ເປັນ​ພະຍານ​ເລື່ອງ​ພຣະເຢຊູເຈົ້າ ແລະ ເພາະ​ພຣະທຳ​ຂອງ​ພຣະເຈົ້າ. ພວກເຂົາ​ບໍ່​ໄດ້​ຂາບໄຫວ້​ສັດຮ້າຍ ຫລື ຮູບຈຳລອງ​ຂອງ​ມັນ ແລະ ບໍ່​ໄດ້​ຮັບ​ເຄື່ອງໝາຍ​ຂອງ​ມັນ​ໄວ້​ທີ່​ໜ້າຜາກ ຫລື ທີ່​ມື. ພວກເຂົາ​ໄດ້​ກັບ​ຄືນ​ມາ​ມີຊີວິດ ແລະ ຄອບຄອງ​ຮ່ວມ​ກັບ​ພຣະຄຣິດເຈົ້າ​ໜຶ່ງພັນ​ປີ.


ບັນດາ​ຜູ້​ຮ່ວມ​ໃນ​ການເປັນຄືນມາຈາກຕາຍ​ຄັ້ງ​ທີໜຶ່ງ​ນີ້​ກໍ​ເປັນສຸກ ແລະ ບໍລິສຸດ. ຄວາມຕາຍ​ຄັ້ງ​ທີສອງ​ຈະ​ບໍ່​ມີ​ອຳນາດ​ເໜືອ​ພວກເຂົາ, ແຕ່​ພວກເຂົາ​ຈະ​ເປັນ​ປະໂລຫິດ​ຂອງ​ພຣະເຈົ້າ ແລະ ຂອງ​ພຣະຄຣິດເຈົ້າ ແລະ ຈະ​ປົກຄອງ​ຮ່ວມ​ກັບ​ພຣະອົງ​ເປັນ​ເວລາ​ໜຶ່ງພັນ​ປີ.


ເນື່ອງຈາກ​ເຈົ້າ​ໄດ້​ຮັກສາ​ຄຳສັ່ງ​ຂອງ​ເຮົາ​ໄວ້​ດ້ວຍ​ຄວາມພາກພຽນ​ອົດທົນ, ເຮົາ​ກໍ​ຈະ​ປົກປ້ອງ​ເຈົ້າ​ໃຫ້​ພົ້ນ​ຈາກ​ຊົ່ວໂມງ​ແຫ່ງ​ການທົດລອງ​ທີ່​ກຳລັງ​ມາ​ເຖິງ​ທົ່ວທັງ​ໂລກ​ນີ້​ເພື່ອ​ທົດລອງ​ບັນດາ​ຜູ້​ທີ່​ອາໄສ​ຢູ່​ເທິງ​ແຜ່ນດິນໂລກ.


ຜູ້ໃດ​ທີ່​ໄດ້​ຮັບ​ໄຊຊະນະ​ເຮົາ​ຈະ​ໃຫ້​ຜູ້​ນັ້ນ​ມີ​ສິດ​ນັ່ງ​ກັບ​ເຮົາ​ຢູ່​ເທິງ​ບັນລັງ​ຂອງ​ເຮົາ ເໝືອນ​ເຮົາ​ໄດ້​ຮັບ​ໄຊຊະນະ ແລະ ໄດ້​ນັ່ງ​ກັບ​ພຣະບິດາເຈົ້າ​ຂອງ​ເຮົາ​ເທິງ​ບັນລັງ​ຂອງ​ພຣະອົງ.


ເຮົາ​ຮູ້ຈັກ​ການກະທຳ​ຂອງ​ເຈົ້າ. ເບິ່ງ​ແມ ເຮົາ​ໄດ້​ເປີດ​ປະຕູ​ໄວ້​ຢູ່​ຕໍ່ໜ້າ​ເຈົ້າ ເຊິ່ງ​ບໍ່​ມີ​ຜູ້ໃດ​ສາມາດ​ປິດ​ໄດ້. ເຮົາ​ຮູ້​ວ່າ​ເຈົ້າ​ມີ​ກຳລັງ​ພຽງ​ເລັກນ້ອຍ, ແຕ່​ເຈົ້າ​ກໍ​ໄດ້​ຖື​ຮັກສາ​ຖ້ອຍຄຳ​ຂອງ​ເຮົາ ແລະ ບໍ່​ໄດ້​ປະຕິເສດ​ນາມ​ຂອງ​ເຮົາ.


ພຣະອົງ​ໄດ້​ເຮັດ​ໃຫ້​ພວກເຂົາ​ເປັນ​ອານາຈັກ ແລະ ເປັນ​ປະໂລຫິດ​ເພື່ອ​ຮັບໃຊ້​ພຣະເຈົ້າ​ຂອງ​ພວກເຮົາ, ແລະ ພວກເຂົາ​ຈະ​ປົກຄອງ​ເທິງ​ແຜ່ນດິນໂລກ”.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka