Biblia Todo Logo
Internet tuqin Biblia

- Anuncios ukanaka -




2 ຕີໂມທຽວ 2:11 - ພຣະຄຳພີລາວສະບັບສະໄໝໃໝ່

11 ນີ້​ເປັນ​ຄຳກ່າວ​ທີ່​ເຊື່ອຖືໄດ້​ຄື: ຖ້າ​ພວກເຮົາ​ຕາຍ​ດ້ວຍກັນ​ກັບ​ພຣະອົງ, ພວກເຮົາ​ກໍ​ຈະ​ມີຊີວິດ​ດ້ວຍກັນ​ກັບ​ພຣະອົງ​ເໝືອນກັນ,

Uka jalj uñjjattʼäta Copia luraña

ພຣະຄຳພີສັກສິ

11 ຄຳ​ນີ້​ເປັນ​ຄວາມຈິງ ຄື: “ຖ້າ​ພວກເຮົາ​ໄດ້​ຕາຍ​ດ້ວຍ​ກັນ​ກັບ​ພຣະອົງ ພວກເຮົາ​ກໍ​ຈະ​ມີ​ຊີວິດ​ກັບ​ພຣະອົງ​ເໝືອນກັນ.

Uka jalj uñjjattʼäta Copia luraña




2 ຕີໂມທຽວ 2:11
12 Jak'a apnaqawi uñst'ayäwi  

ອີກ​ບໍ່​ດົນ ໂລກ​ກໍ​ຈະ​ບໍ່​ເຫັນ​ເຮົາ​ອີກ ແຕ່​ພວກເຈົ້າ​ຈະ​ເຫັນ​ເຮົາ ເພາະ​ເຮົາ​ມີຊີວິດ​ຢູ່ ພວກເຈົ້າ​ກໍ​ຈະ​ມີຊີວິດ​ຢູ່​ເໝືອນກັນ.


ເພາະ​ຖ້າ​ພວກເຮົາ​ໄດ້​ມີ​ສ່ວນຮ່ວມ​ກັບ​ພຣະອົງ​ໃນ​ການຕາຍ​ເໝືອນ​ພຣະອົງ​ແລ້ວ, ພວກເຮົາ​ກໍ​ຈະ​ມີ​ສ່ວນຮ່ວມ​ໃນ​ການ​ເປັນຄືນມາຈາກຕາຍ​ເໝືອນ​ພຣະອົງ.


ບັດນີ້ ຖ້າ​ພວກເຮົາ​ໄດ້​ຕາຍ​ກັບ​ພຣະຄຣິດເຈົ້າ​ແລ້ວ, ພວກເຮົາ​ເຊື່ອ​ວ່າ​ພວກເຮົາ​ຈະ​ມີຊີວິດ​ຢູ່​ດ້ວຍກັນ​ກັບ​ພຣະອົງ.


ເພາະ​ເປັນ​ຄວາມຈິງແທ້​ທີ່​ວ່າ, ໃນ​ຄວາມອ່ອນແອ ພຣະອົງ​ຖືກ​ຄຶງ​ເທິງ​ໄມ້ກາງແຂນ ແຕ່​ໂດຍ​ລິດອຳນາດ​ຂອງ​ພຣະເຈົ້າ​ພຣະອົງ​ມີ​ຊີວິດ​ຢູ່. ເຊັ່ນດຽວ​ກັນ ພວກເຮົາ​ກໍ​ອ່ອນແອ​ໃນ​ພຣະອົງ, ແຕ່​ໂດຍ​ລິດອຳນາດ​ຂອງ​ພຣະເຈົ້າ ພວກເຮົາ​ຈະ​ມີຊີວິດ​ຢູ່​ດ້ວຍກັນ​ກັບ​ພຣະອົງ​ໃນ​ຄວາມສຳພັນ​ຂອງ​ພວກເຮົາ​ກັບ​ພວກເຈົ້າ.


ພວກເຮົາ​ແບກ​ຄວາມຕາຍ​ຂອງ​ພຣະເຢຊູເຈົ້າ​ໄວ້​ໃນ​ກາຍ​ຂອງ​ພວກເຮົາ​ສະເໝີ, ເພື່ອ​ວ່າ​ຊີວິດ​ຂອງ​ພຣະເຢຊູເຈົ້າ​ຈະ​ຖືກ​ເປີດເຜີຍ​ໃນ​ຮ່າງກາຍ​ຂອງ​ພວກເຮົາ​ດ້ວຍ.


ຫລັງຈາກນັ້ນ, ພວກເຮົາ​ຜູ້​ທີ່​ຍັງ​ມີຊີວິດ ແລະ ຜູ້​ທີ່​ຍັງ​ເຫລືອ​ຢູ່​ກໍ​ຈະ​ຖືກ​ຮັບ​ຂຶ້ນ​ໄປ​ໃນ​ເມກ​ພ້ອມ​ກັບ​ຄົນ​ເຫລົ່ານັ້ນ ເພື່ອ​ພົບ​ກັບ​ອົງພຣະຜູ້ເປັນເຈົ້າ​ໃນ​ຟ້າ​ອາກາດ ແລະ ເພື່ອ​ວ່າ​ພວກເຮົາ​ຈະ​ຢູ່​ກັບ​ອົງພຣະຜູ້ເປັນເຈົ້າ​ຕະຫລອດໄປ​ເປັນນິດ.


ພຣະອົງ​ໄດ້​ຕາຍ​ເພື່ອ​ພວກເຮົາ ເພື່ອ​ວ່າ, ບໍ່​ວ່າ​ພວກເຮົາ​ຍັງ​ມີຊີວິດ​ຢູ່ ຫລື ຕາຍ​ໄປ​ແລ້ວ​ກໍ​ຕາມ, ພວກເຮົາ​ກໍ​ຈະ​ມີຊີວິດ​ຢູ່​ຮ່ວມ​ກັບ​ພຣະອົງ.


ນີ້​ເປັນ​ຄຳກ່າວ​ທີ່​ໜ້າເຊື່ອຖື ເຊິ່ງ​ສົມຄວນ​ແກ່​ການ​ຍອມຮັບ​ໂດຍ​ບໍ່​ມີ​ຂໍ້ສົງໄສ​ຄື: ພຣະຄຣິດເຈົ້າເຢຊູ​ໄດ້​ເຂົ້າ​ມາ​ໃນ​ໂລກ​ເພື່ອ​ຊ່ວຍ​ຄົນບາບ​ທັງຫລາຍ​ໃຫ້​ລອດພົ້ນ ແລະ ໃນ​ບັນດາ​ຄົນບາບ​ເຫລົ່ານັ້ນ​ເຮົາ​ເປັນ​ຄົນຊົ່ວ​ທີ່ສຸດ.


ນີ້​ເປັນ​ຄຳກ່າວ​ທີ່​ເຊື່ອຖືໄດ້​ຄື: ຖ້າ​ຜູ້ໃດ​ກໍ​ຕາມ​ປາຖະໜາ​ທີ່​ຈະ​ເປັນ​ຜູ້ປົກຄອງ​ໃນ​ຄຣິສຕະຈັກ ຜູ້​ນັ້ນ​ກໍ​ປາຖະໜາ​ການງານ​ອັນ​ສູງສົ່ງ.


ນີ້​ເປັນ​ຄຳເວົ້າ​ທີ່​ໜ້າເຊື່ອຖື ແລະ ເຮົາ​ຢາກ​ໃຫ້​ເຈົ້າ​ເນັ້ນ​ໃສ່​ເລື່ອງ​ເຫລົ່ານີ້ ເພື່ອ​ວ່າ​ບັນດາ​ຜູ້​ທີ່​ໄວ້ໃຈ​ໃນ​ພຣະເຈົ້າ​ຈະ​ໄດ້​ເອົາໃຈໃສ່​ໃນ​ການອຸທິດຕົນ​ເຮັດ​ສິ່ງ​ທີ່​ດີ. ສິ່ງ​ເຫລົ່ານີ້​ເປັນ​ສິ່ງ​ດີ​ເລີດ ແລະ ເປັນ​ປະໂຫຍດ​ແກ່​ທຸກຄົນ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka