Biblia Todo Logo
Internet tuqin Biblia

- Anuncios ukanaka -




2 ຕີໂມທຽວ 2:1 - ພຣະຄຳພີລາວສະບັບສະໄໝໃໝ່

1 ເຫດສະນັ້ນ ລູກ​ຂອງ​ເຮົາ​ເອີຍ, ຈົ່ງ​ເຂັ້ມແຂງ​ໃນ​ພຣະຄຸນ​ທີ່​ມີ​ຢູ່​ໃນ​ພຣະຄຣິດເຈົ້າເຢຊູ.

Uka jalj uñjjattʼäta Copia luraña

ພຣະຄຳພີສັກສິ

1 ເຫດສະນັ້ນ ລູກ​ຂອງ​ເຮົາ​ເອີຍ ຈົ່ງ​ເຂັ້ມແຂງ​ຂຶ້ນ​ໂດຍ​ພຣະຄຸນ ທີ່​ພວກເຮົາ​ມີ​ໃນ​ພຣະຄຣິດເຈົ້າ​ເຢຊູ.

Uka jalj uñjjattʼäta Copia luraña




2 ຕີໂມທຽວ 2:1
14 Jak'a apnaqawi uñst'ayäwi  

ພວກເຈົ້າ​ທັງຫລາຍ​ຈົ່ງ​ເຝົ້າລະວັງ​ຢູ່; ຈົ່ງ​ຕັ້ງໝັ້ນ​ຢູ່​ໃນ​ຄວາມເຊື່ອ; ຈົ່ງ​ກ້າຫານ ແລະ ຈົ່ງ​ເຂັ້ມແຂງ.


ສຸດທ້າຍ​ນີ້ ຈົ່ງ​ເຂັ້ມແຂງ​ໃນ​ອົງພຣະຜູ້ເປັນເຈົ້າ ແລະ ໃນ​ລິດອຳນາດ​ອັນ​ຍິ່ງໃຫຍ່​ຂອງ​ພຣະອົງ.


ເຮົາ​ສາມາດ​ເຮັດ​ທຸກສິ່ງ​ໄດ້​ໂດຍ​ພຣະອົງ​ຜູ້​ໃຫ້​ກຳລັງ​ແກ່​ເຮົາ.


ຕີໂມທຽວ​ລູກຊາຍ​ຂອງ​ເຮົາ, ທີ່​ເຮົາ​ກຳລັງ​ສັ່ງ​ເຈົ້າ​ຢ່າງ​ນີ້ ກໍ​ສອດຄ່ອງ​ກັບ​ຄຳ​ເຜີຍ​ພຣະຄຳ​ທີ່​ເຄີຍ​ກ່າວ​ໄວ້​ກ່ຽວກັບ​ເຈົ້າ, ເພື່ອ​ວ່າ​ເມື່ອ​ເຈົ້າ​ລະນຶກ​ເຖິງ​ຄຳ​ເຫລົ່ານັ້ນ ເຈົ້າ​ກໍ​ຈະ​ສູ້ຮົບ​ໄດ້​ດີ,


ເຖິງ​ຕີໂມທຽວ​ລູກ​ແທ້​ຂອງ​ເຮົາ​ໃນ​ຄວາມເຊື່ອ: ຂໍ​ໃຫ້​ພຣະຄຸນ, ຄວາມ​ເມດຕາ ແລະ ສັນຕິສຸກ​ທີ່​ມາ​ຈາກ​ພຣະເຈົ້າ​ພຣະບິດາ ແລະ ພຣະຄຣິດເຈົ້າເຢຊູ​ອົງພຣະຜູ້ເປັນເຈົ້າ​ຂອງ​ພວກເຮົາ​ມີ​ແກ່​ເຈົ້າ.


ຈົດໝາຍ​ສະບັບ​ນີ້​ຈາກ​ເຮົາ​ໂປໂລ, ຜູ້​ເປັນ​ອັກຄະສາວົກ​ຂອງ​ພຣະຄຣິດເຈົ້າເຢຊູ​ໂດຍ​ຄວາມ​ປະສົງ​ຂອງ​ພຣະເຈົ້າ​ຕາມ​ສັນຍາ​ແຫ່ງ​ຊີວິດ​ທີ່​ຢູ່​ໃນ​ພຣະຄຣິດເຈົ້າເຢຊູ,


ເຖິງ ຕີໂມທຽວ​ລູກ​ທີ່ຮັກ​ຂອງ​ເຮົາ: ຂໍ​ໃຫ້​ພຣະຄຸນ, ຄວາມ​ເມດຕາ ແລະ ສັນຕິສຸກ​ຈາກ​ພຣະເຈົ້າ​ພຣະບິດາ ແລະ ພຣະເຢຊູຄຣິດເຈົ້າ​ອົງພຣະຜູ້ເປັນເຈົ້າ​ຂອງ​ພວກເຮົາ​ຈົ່ງ​ມີ​ແກ່​ເຈົ້າ.


ເພາະ​ພຣະວິນຍານ​ທີ່​ພຣະເຈົ້າ​ໄດ້​ໃຫ້​ພວກເຮົາ​ນັ້ນ​ບໍ່​ໄດ້​ເຮັດ​ໃຫ້​ພວກເຮົາ​ມີ​ໃຈ​ອັນ​ຢ້ານກົວ ແຕ່​ມອບ​ລິດອຳນາດ, ຄວາມຮັກ ແລະ ການຮູ້ຈັກບັງຄັບຕົນ​ໃຫ້​ແກ່​ພວກເຮົາ.


ເຫດສະນັ້ນ ເຮົາ​ຈຶ່ງ​ຍອມ​ອົດທົນ​ທຸກຢ່າງ​ເພື່ອ​ເຫັນ​ແກ່​ຜູ້​ທີ່​ເລືອກ​ໄວ້, ເພື່ອ​ວ່າ​ພວກເຂົາ​ຈະ​ໄດ້​ຮັບ​ຄວາມພົ້ນ ເຊິ່ງ​ມີ​ຢູ່​ໃນ​ພຣະຄຣິດເຈົ້າເຢຊູ​ພ້ອມດ້ວຍ​ສະຫງ່າລາສີ​ນິລັນດອນ.


ແຕ່​ອົງພຣະຜູ້ເປັນເຈົ້າ​ຢູ່​ຄຽງຂ້າງ​ເຮົາ ແລະ ໃຫ້​ກຳລັງ​ໃຫ້​ແກ່​ເຮົາ, ເພື່ອ​ວ່າ​ໂດຍ​ຜ່ານທາງ​ເຮົາ​ຖ້ອຍຄຳ​ຈະ​ຖືກ​ປະກາດ​ໄປ​ຢ່າງ​ຄົບຖ້ວນ ແລະ ຄົນຕ່າງຊາດ​ທັງຫລາຍ​ກໍ​ຈະ​ໄດ້​ຍິນ​ເລື່ອງ​ນີ້ ແລະ ເຮົາ​ກໍ​ໄດ້​ຮັບ​ການ​ຊ່ວຍ​ໃຫ້​ພົ້ນ​ຈາກ​ປາກ​ສິງ.


ແຕ່​ຈົ່ງ​ຈະເລີນ​ຂຶ້ນ​ໃນ​ພຣະຄຸນ​ຂອງ​ພຣະເຢຊູຄຣິດເຈົ້າ​ອົງພຣະຜູ້ເປັນເຈົ້າ ແລະ ພຣະຜູ້ຊ່ວຍໃຫ້ພົ້ນ​ຂອງ​ພວກເຮົາ ແລະ ຮູ້​ຈັກ​ພຣະອົງ​ໃຫ້​ຫລາຍ​ຂຶ້ນ. ຂໍ​ໃຫ້​ກຽດ​ສະຫງ່າລາສີ​ຈົ່ງ​ມີ​ແກ່​ພຣະອົງ​ທັງ​ບັດນີ້ ແລະ ຕະຫລອດໄປ. ອາແມນ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka