Biblia Todo Logo
Internet tuqin Biblia

- Anuncios ukanaka -




2 ຕີໂມທຽວ 1:7 - ພຣະຄຳພີລາວສະບັບສະໄໝໃໝ່

7 ເພາະ​ພຣະວິນຍານ​ທີ່​ພຣະເຈົ້າ​ໄດ້​ໃຫ້​ພວກເຮົາ​ນັ້ນ​ບໍ່​ໄດ້​ເຮັດ​ໃຫ້​ພວກເຮົາ​ມີ​ໃຈ​ອັນ​ຢ້ານກົວ ແຕ່​ມອບ​ລິດອຳນາດ, ຄວາມຮັກ ແລະ ການຮູ້ຈັກບັງຄັບຕົນ​ໃຫ້​ແກ່​ພວກເຮົາ.

Uka jalj uñjjattʼäta Copia luraña

ພຣະຄຳພີສັກສິ

7 ເພາະວ່າ ພຣະເຈົ້າ​ບໍ່ໄດ້​ຊົງ​ປະທານ​ໃຈ​ອັນ​ຢ້ານກົວ​ໃຫ້​ແກ່​ເຮົາ, ແຕ່​ໄດ້​ຊົງ​ປະທານ​ໃຈ​ອັນ​ປະກອບ​ດ້ວຍ​ຣິດເດດອຳນາດ ຄວາມຮັກ ແລະ​ການ​ບັງຄັບ​ຕົນ​ໃຫ້​ແກ່​ເຮົາ.

Uka jalj uñjjattʼäta Copia luraña




2 ຕີໂມທຽວ 1:7
28 Jak'a apnaqawi uñst'ayäwi  

ເຮົາ​ໄດ້​ໃຫ້​ສິດອຳນາດ​ແກ່​ພວກເຈົ້າ​ທີ່​ຈະ​ຢຽບ​ງູ ແລະ ແມງງອດ ແລະ ໃຫ້​ມີ​ໄຊຊະນະ​ເໜືອ​ອຳນາດ​ທັງໝົດ​ຂອງ​ສັດຕູ ແລະ ບໍ່​ມີ​ສິ່ງໃດ​ຈະ​ເຮັດ​ອັນຕະລາຍ​ແກ່​ພວກເຈົ້າ​ໄດ້.


“ເມື່ອ​ລາວ​ຄິດ​ໄດ້​ລາວ​ຈຶ່ງ​ເວົ້າ​ວ່າ, ‘ພໍ່​ຂອງ​ເຮົາ​ມີ​ລູກຈ້າງ​ຫລາຍ​ຄົນ, ພວກເຂົາ​ຍັງ​ມີ​ອາຫານ​ກິນ​ຢ່າງ​ເຫລືອເຟືອ ແຕ່​ເຮົາ​ກຳລັງ​ຫິວ​ເກືອບ​ຈະ​ຕາຍ​ຢູ່​ທີ່​ນີ້!


ເຮົາ​ຈະ​ສົ່ງ​ສິ່ງ​ທີ່​ພຣະບິດາເຈົ້າ​ຂອງ​ເຮົາ​ໄດ້​ສັນຍາ​ໄວ້​ມາ​ໃຫ້​ພວກເຈົ້າ, ແຕ່​ຈົ່ງ​ຢູ່​ໃນ​ເມືອງ​ນີ້​ຈົນ​ກວ່າ​ພວກເຈົ້າ​ຈະ​ໄດ້​ຮັບ​ລິດອຳນາດ​ທີ່​ມາ​ຈາກ​ເບື້ອງເທິງ”.


ແລ້ວ​ປະຊາຊົນ​ກໍ​ອອກ​ມາ​ເບິ່ງ​ວ່າ​ເກີດ​ຫຍັງ​ຂຶ້ນ. ເມື່ອ​ພວກເຂົາ​ມາ​ຫາ​ພຣະເຢຊູເຈົ້າ​ກໍ​ພົບ​ວ່າ​ຜີມານຮ້າຍ​ໄດ້​ອອກ​ຈາກ​ຊາຍ​ຄົນ​ນັ້ນ​ໄປ​ແລ້ວ, ລາວ​ນັ່ງ​ຢູ່​ໃກ້​ຕີນ​ຂອງ​ພຣະເຢຊູເຈົ້າ, ນຸ່ງ​ເສື້ອຜ້າ ແລະ ມີ​ສະຕິ​ດີ ພວກເຂົາ​ຈຶ່ງ​ຢ້ານ.


ເຮົາ​ມອບ​ສັນຕິສຸກ​ໄວ້​ກັບ​ພວກເຈົ້າ, ສັນຕິສຸກ​ທີ່​ເຮົາ​ມອບ​ໃຫ້​ນັ້ນ​ບໍ່​ເໝືອນ​ສັນຕິສຸກ​ທີ່​ໂລກ​ໃຫ້. ຢ່າ​ໃຫ້​ໃຈ​ຂອງ​ພວກເຈົ້າ​ວຸ້ນວາຍ​ໄປ ແລະ ຢ່າ​ຢ້ານ​ເລີຍ.


ແຕ່​ພວກເຈົ້າ​ທັງຫລາຍ​ຈະ​ໄດ້​ຮັບ​ລິດອຳນາດ ເມື່ອ​ພຣະວິນຍານບໍລິສຸດເຈົ້າ​ມາ​ຢູ່​ເທິງ​ພວກເຈົ້າ ແລະ ພວກເຈົ້າ​ຈະ​ເປັນ​ພະຍານ​ຝ່າຍ​ເຮົາ​ໃນ​ເຢຣູຊາເລັມ ແລະ ຕະຫລອດ​ທົ່ວ​ແຂວງ​ຢູດາຍ​ກັບ​ແຂວງ​ຊາມາເຣຍ ແລະ ຈົນ​ເຖິງ​ສຸດປາຍ​ແຜ່ນດິນໂລກ”.


ຄື​ເລື່ອງ​ທີ່​ພຣະເຈົ້າ​ໄດ້​ເຈີມ​ຕັ້ງ​ພຣະເຢຊູເຈົ້າ​ຊາວ​ນາຊາເຣັດ​ດ້ວຍ​ພຣະວິນຍານບໍລິສຸດເຈົ້າ ແລະ ດ້ວຍ​ລິດອຳນາດ ແລະ ທີ່​ພຣະອົງ​ໄດ້​ເດີນທາງ​ໄປ​ເຮັດ​ຄວາມດີ ແລະ ຮັກສາ​ທຸກຄົນ​ທີ່​ຕົກ​ຢູ່​ໃຕ້​ອຳນາດ​ຂອງ​ມານຮ້າຍ​ຢ່າງ​ໃດ ເພາະ​ພຣະເຈົ້າ​ຢູ່​ກັບ​ພຣະອົງ.


ເຖິງ​ຢ່າງໃດ​ກໍ​ຕາມ ຂ້າພະເຈົ້າ​ຖື​ວ່າ​ຊີວິດ​ຂອງ​ຂ້າພະເຈົ້າ​ບໍ່​ໄດ້​ມີ​ຄຸນຄ່າ​ອັນ​ໃດ​ສຳລັບ​ຕົນ​ເອງ, ຈຸດໝາຍ​ດຽວ​ຄື​ແລ່ນ​ໃຫ້​ເຖິງ​ຫລັກໄຊ ແລະ ເຮັດ​ພາລະກິດ​ທີ່​ພຣະເຢຊູເຈົ້າ ອົງພຣະຜູ້ເປັນເຈົ້າ​ໄດ້​ມອບໝາຍ​ໄວ້​ໃຫ້​ສຳເລັດ ຄື​ພາລະກິດ​ໃນ​ການ​ເປັນພະຍານ​ເຖິງ​ຂ່າວປະເສີດ​ເລື່ອງ​ພຣະຄຸນ​ຂອງ​ພຣະເຈົ້າ.


ແລ້ວ​ໂປໂລ​ໄດ້​ຕອບ​ວ່າ, “ເປັນຫຍັງ​ພວກເຈົ້າ​ຈຶ່ງ​ຮ້ອງໄຫ້ ແລະ ເຮັດ​ໃຫ້​ເຮົາ​ເສຍ​ໃຈ​ຢ່າງ​ນີ້? ເຮົາ​ຕຽມພ້ອມ​ບໍ່​ແມ່ນ​ແຕ່​ໃຫ້​ພວກເຂົາ​ມັດ​ເຮົາ​ເທົ່ານັ້ນ, ແຕ່​ພ້ອມ​ທີ່​ຈະ​ຕາຍ​ຢູ່​ໃນ​ເຢຣູຊາເລັມ​ດ້ວຍ ເພື່ອ​ເຫັນ​ແກ່​ນາມ​ຂອງ​ພຣະເຢຊູເຈົ້າ ອົງພຣະຜູ້ເປັນເຈົ້າ”.


ຫລາຍ​ຄັ້ງ​ຂ້ານ້ອຍ​ໄປ​ຕາມ​ທຳມະສາລາ​ຕ່າງໆ​ເພື່ອ​ລົງໂທດ​ພວກເຂົາ ແລະ ພະຍາຍາມ​ບີບບັງຄັບ​ໃຫ້​ພວກເຂົາ​ກ່າວ​ຄຳໝິ່ນປະໝາດ​ຕໍ່​ພຣະເຈົ້າ. ຂ້ານ້ອຍ​ຄຽດແຄ້ນ​ພວກເຂົາ​ແຮງ​ຈົນ​ວ່າ​ຕາມ​ໄປ​ຂົ່ມເຫັງ​ພວກເຂົາ​ທີ່​ເມືອງ​ຕ່າງໆ​ໃນ​ຕ່າງປະເທດ.


ໂປໂລ​ຕອບ​ວ່າ, “ພະນະທ່ານ ເຟຊະໂຕ ຂ້ານ້ອຍ​ບໍ່ໄດ້​ເປັນ​ບ້າ, ສິ່ງ​ທີ່​ຂ້ານ້ອຍ​ກຳລັງ​ເວົ້າ​ເປັນ​ຄວາມຈິງ ແລະ ສົມເຫດສົມຜົນ.


ຝ່າຍ​ຊະເຕຟາໂນ, ຊາຍ​ຜູ້​ທີ່​ເຕັມ​ໄປ​ດ້ວຍ​ພຣະຄຸນ ແລະ ລິດອຳນາດ​ຂອງ​ພຣະເຈົ້າ, ໄດ້​ສະແດງ​ການ​ອັດສະຈັນ ແລະ ໝາຍສຳຄັນ​ຍິ່ງໃຫຍ່​ຫລາຍ​ຢ່າງ​ໃນ​ທ່າມກາງ​ປະຊາຊົນ.


ແຕ່​ການ​ປະກາດ​ຂອງ​ໂຊໂລ​ກໍ​ຍິ່ງ​ມີ​ລິດອຳນາດ​ເຂັ້ມແຂງ​ຂຶ້ນ ໂດຍ​ພິສູດ​ໃຫ້​ເຫັນ​ວ່າ​ພຣະເຢຊູເຈົ້າ​ເປັນ​ພຣະຄຣິດເຈົ້າ ແລະ ເຮັດ​ໃຫ້​ຊາວຢິວ​ໃນ​ເມືອງ​ດາມັສກັດ​ສັບສົນ.


ແລະ ຄວາມຫວັງ​ບໍ່​ເຮັດ​ໃຫ້​ພວກເຮົາ​ຕ້ອງ​ອັບອາຍ ເພາະວ່າ​ພຣະເຈົ້າ​ໄດ້​ຖອກເທ​ຄວາມຮັກ​ຂອງ​ພຣະອົງ​ເຂົ້າ​ມາ​ໃນ​ຈິດໃຈ​ຂອງ​ພວກເຮົາ​ໂດຍ​ທາງ​ພຣະວິນຍານບໍລິສຸດເຈົ້າ​ຜູ້​ທີ່​ພຣະເຈົ້າ​ໄດ້​ມອບ​ໃຫ້​ແກ່​ພວກເຮົາ​ແລ້ວ.


ພຣະວິນຍານ​ທີ່​ພວກເຈົ້າ​ໄດ້​ຮັບ​ນັ້ນ​ບໍ່​ໄດ້​ເຮັດ​ໃຫ້​ພວກເຈົ້າ​ເປັນ​ຂ້າທາດ, ເພື່ອ​ໃຫ້​ພວກເຈົ້າ​ມີຊີວິດ​ຢູ່​ໃນ​ຄວາມຢ້ານກົວ​ອີກ, ແຕ່​ກົງກັນຂ້າມ ພຣະວິນຍານ​ທີ່​ພວກເຈົ້າ​ໄດ້​ຮັບ​ນັ້ນ​ໄດ້​ເຮັດ​ໃຫ້​ພວກເຈົ້າ​ຖືກ​ຮັບ​ມາ​ເປັນ​ບຸດ ແລະ ໂດຍ​ພຣະອົງ ພວກເຮົາ​ຈຶ່ງ​ຮ້ອງ​ວ່າ, “ອັບບາ, ພໍ່”.


ຄຳເວົ້າ ແລະ ຄຳເທດສະໜາ​ຂອງ​ເຮົາ​ບໍ່ແມ່ນ​ຖ້ອຍຄຳ​ແຫ່ງ​ສະຕິປັນຍາ ແລະ ຖ້ອຍຄຳ​ແຫ່ງ​ການເລົ້າໂລມໃຈ, ແຕ່​ເປັນ​ການສະແດງ​ໃຫ້​ເຫັນ​ເຖິງ​ລິດອຳນາດ​ຂອງ​ພຣະວິນຍານບໍລິສຸດເຈົ້າ,


ແຕ່​ຜົນ​ຂອງ​ພຣະວິນຍານ​ນັ້ນ​ຄື​ຄວາມຮັກ, ຄວາມຊື່ນຊົມຍິນດີ, ສັນຕິສຸກ, ຄວາມອົດທົນ, ຄວາມປານີ, ຄວາມດີ, ຄວາມສັດຊື່,


ແລະ ຍັງ​ເປັນ​ຜູ້​ເລົ່າ​ເຖິງ​ຄວາມຮັກ​ຂອງ​ພວກເຈົ້າ​ໃນ​ພຣະວິນຍານ​ໃຫ້​ພວກເຮົາ​ຟັງ.


ແລະ ປົດປ່ອຍ​ບັນດາ​ຜູ້​ທີ່​ຕົກ​ເປັນ​ຂ້າທາດ​ຕະຫລອດ​ຊີວິດ​ເນື່ອງຈາກ​ການ​ຢ້ານ​ຄວາມຕາຍ​ຂອງ​ພວກເຂົາ.


ບັດນີ້ ເມື່ອ​ພວກເຈົ້າ​ໄດ້​ຊຳລະ​ໂຕ​ໃຫ້​ບໍລິສຸດ​ດ້ວຍ​ການ​ເຊື່ອຟັງ​ຄວາມຈິງ ເພື່ອ​ວ່າ​ພວກເຈົ້າ​ຈະ​ຮັກເຊິ່ງກັນແລະກັນ​ດ້ວຍ​ຈິງໃຈ​ແລ້ວ ກໍ​ຈົ່ງ​ຮັກ​ກັນ​ໃຫ້​ເລິກ​ສຸດ​ໃຈ.


ໃນ​ຄວາມຮັກ​ບໍ່​ມີ​ຄວາມຢ້ານ. ແຕ່​ຄວາມຮັກ​ທີ່​ສົມບູນ​ກໍ​ຂັບໄລ່​ຄວາມຢ້ານ​ອອກ​ໄປ ເພາະວ່າ​ຄວາມຢ້ານ​ນັ້ນ​ກ່ຽວຂ້ອງ​ກັບ​ການລົງໂທດ. ຜູ້​ທີ່​ຢ້ານ​ກໍ​ຍັງ​ບໍ່​ມີ​ຄວາມຮັກ​ທີ່​ສົມບູນ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka