Biblia Todo Logo
Internet tuqin Biblia

- Anuncios ukanaka -




2 ຕີໂມທຽວ 1:4 - ພຣະຄຳພີລາວສະບັບສະໄໝໃໝ່

4 ເມື່ອ​ເຮົາ​ລະນຶກ​ເຖິງ​ນ້ຳຕາ​ຂອງ​ເຈົ້າ, ເຮົາ​ກໍ​ປາຖະໜາ​ຈະ​ມາ​ຫາ​ເຈົ້າ ເພື່ອ​ວ່າ​ເຮົາ​ຈະ​ໄດ້​ເຕັມ​ດ້ວຍ​ຄວາມຊື່ນຊົມຍິນດີ.

Uka jalj uñjjattʼäta Copia luraña

ພຣະຄຳພີສັກສິ

4 ເຮົາ​ລະນຶກເຖິງ​ນໍ້າຕາ​ຂອງ​ເຈົ້າ ແລະ​ເຮົາ​ກໍ​ຢາກ​ເຫັນ​ໜ້າ​ເຈົ້າ​ຫລາຍ​ທີ່ສຸດ ເພື່ອ​ວ່າ​ເຮົາ​ຈະ​ໄດ້​ຊື່ນຊົມ​ຍິນດີ​ຢ່າງ​ເຫລືອລົ້ນ.

Uka jalj uñjjattʼäta Copia luraña




2 ຕີໂມທຽວ 1:4
19 Jak'a apnaqawi uñst'ayäwi  

ພວກເຈົ້າ​ກໍ​ເໝືອນກັນ ບັດນີ້​ເປັນ​ເວລາ​ແຫ່ງ​ຄວາມທຸກໂສກ​ຂອງ​ພວກເຈົ້າ, ແຕ່​ເຮົາ​ຈະ​ເຫັນ​ພວກເຈົ້າ​ອີກ ແລະ ພວກເຈົ້າ​ຈະ​ຊື່ນຊົມຍິນດີ, ແລະ ບໍ່​ມີ​ຜູ້ໃດ​ຈະ​ເອົາ​ຄວາມຊື່ນຊົມຍິນດີ​ຂອງ​ພວກເຈົ້າ​ໄປ​ໄດ້.


ຈົນ​ເຖິງ​ບັດນີ້​ພວກເຈົ້າ​ຍັງ​ບໍ່​ໄດ້​ຂໍ​ສິ່ງໃດ​ໃນ​ນາມ​ຂອງ​ເຮົາ​ເລີຍ. ຈົ່ງ​ຂໍ​ແລ້ວ​ພວກເຈົ້າ​ຈະ​ໄດ້​ຮັບ ແລະ ຄວາມຊື່ນຊົມຍິນດີ​ຂອງ​ພວກເຈົ້າ​ຈະ​ເຕັມບໍລິບູນ.


ຂ້າພະເຈົ້າ​ຮັບໃຊ້​ອົງພຣະຜູ້ເປັນເຈົ້າ​ດ້ວຍ​ຄວາມ​ຖ່ອມໃຈ​ຫລາຍ ແລະ ດ້ວຍ​ນ້ຳຕາ ແລະ ເຖິງ​ວ່າ​ຖືກ​ທົດລອງ​ຢ່າງ​ໜັກ​ຈາກ​ແຜນ​ຮ້າຍ​ຂອງ​ພວກ​ຢິວ​ທີ່​ເປັນ​ຄູ່​ຕໍ່ສູ້​ຂອງ​ຂ້າພະເຈົ້າ.


ດັ່ງນັ້ນ ຈົ່ງ​ລະວັງ​ໃຫ້​ດີ! ຈົ່ງ​ຈື່ຈຳ​ໄວ້​ວ່າ​ທັງ​ກາງຄືນ ແລະ ກາງເວັນ​ຕະຫລອດ​ສາມ​ປີ ຂ້າພະເຈົ້າ​ບໍ່​ເຄີຍ​ຢຸດ​ໃນ​ການ​ເຕືອນ​ພວກທ່ານ​ທຸກຄົນ​ດ້ວຍ​ນ້ຳຕາ.


ເຮົາ​ປາຖະໜາ​ຢາກ​ເຫັນ​ພວກເຈົ້າ​ເພື່ອ​ເຮົາ​ຈະ​ໄດ້​ແບ່ງປັນ​ຂອງປະທານ​ຝ່າຍ​ຈິດວິນຍານ​ບາງ​ຢ່າງ​ໃຫ້​ແກ່​ພວກເຈົ້າ ເພື່ອ​ເຮັດ​ໃຫ້​ພວກເຈົ້າ​ເຂັ້ມແຂງ


ພຣະເຈົ້າ​ເປັນ​ພະຍານ​ໄດ້​ວ່າ​ເຮົາ​ປາຖະໜາ​ຈະ​ພົບ​ພວກເຈົ້າ​ດ້ວຍ​ຄວາມຮັກ​ຂອງ​ພຣະຄຣິດເຈົ້າເຢຊູ​ຫລາຍ​ຂະໜາດ​ໃດ.


ເພາະ​ເພິ່ນ​ຄິດເຖິງ​ພວກເຈົ້າ​ທັງໝົດ​ຫລາຍ ແລະ ເປັນທຸກໃຈ​ເພາະ​ພວກເຈົ້າ​ໄດ້​ຮັບ​ຂ່າວ​ວ່າ​ເພິ່ນ​ບໍ່ສະບາຍ.


ພີ່ນ້ອງ​ທັງຫລາຍ​ເອີຍ, ເມື່ອ​ພວກເຮົາ​ໄດ້​ພັດພາກ​ຈາກ​ພວກເຈົ້າ​ໄປ​ຊົ່ວໄລຍະໜຶ່ງ​ນັ້ນ (ໄປ​ແຕ່​ຮ່າງກາຍ​ສ່ວນ​ໃຈ​ຍັງ​ຢູ່) ດ້ວຍ​ຄວາມປາຖະໜາ​ຢ່າງ​ແຮງກ້າ​ທີ່​ຈະ​ພົບ​ພວກເຈົ້າ ພວກເຮົາ​ຈຶ່ງ​ພະຍາຍາມ​ເຮັດ​ທຸກ​ວິທີທາງ​ທີ່​ຈະ​ພົບ​ກັບ​ພວກເຈົ້າ​ອີກ.


ຂໍ​ໃຫ້​ເຈົ້າ​ພະຍາຍາມ​ມາ​ເຖິງ​ບ່ອນ​ນີ້​ກ່ອນ​ລະດູ​ໜາວ. ຢູບູໂລ, ປູເດັນ, ລີໂນ, ກະໂລເດຍ ແລະ ພີ່ນ້ອງ​ທັງໝົດ​ກໍ​ຝາກ​ຄວາມຄິດເຖິງ​ມາ​ຍັງ​ເຈົ້າ.


ຂໍ​ໃຫ້​ເຈົ້າ​ພະຍາຍາມ​ມາ​ຫາ​ເຮົາ​ໂດຍ​ໄວ​ທີ່ສຸດ,


ພວກເຮົາ​ຂຽນ​ຂໍ້ຄວາມ​ເຫລົ່ານີ້​ມາ​ເພື່ອ​ໃຫ້​ຄວາມຊື່ນຊົມຍິນດີ​ຂອງ​ພວກເຮົາ​ທັງຫລາຍ​ຄົບເຕັມບໍລິບູນ.


‘ພຣະອົງ​ຈະ​ເຊັດ​ນ້ຳຕາ​ທຸກ​ຢົດ​ຈາກ​ຕາ​ຂອງ​ພວກເຂົາ. ທີ່​ນັ້ນ​ຈະ​ບໍ່​ມີ​ຄວາມຕາຍ’ ຫລື ຄວາມໂສກເສົ້າ ຫລື ການຮ້ອງໄຫ້ ຫລື ຄວາມເຈັບປວດ​ອີກ​ຕໍ່ໄປ, ເພາະ​ລະບົບ​ເກົ່າ​ຂອງ​ສິ່ງ​ຕ່າງໆ​ໄດ້​ຜ່ານພົ້ນ​ໄປ​ແລ້ວ”.


ເພາະ​ລູກແກະ​ຂອງ​ພຣະເຈົ້າ​ຜູ້​ນັ່ງ​ຢູ່​ກາງ​ບັນລັງ ນັ້ນ​ຈະ​ເປັນ​ພຣະຜູ້ລ້ຽງ​ຂອງ​ພວກເຂົາ. ‘ພຣະອົງ​ຈະ​ນຳ​ພວກເຂົາ​ໄປ​ຍັງ​ນ້ຳພຸ​ແຫ່ງ​ຊີວິດ’. ‘ແລະ ພຣະເຈົ້າ​ຈະ​ເຊັດ​ນ້ຳຕາ​ທຸກ​ຢົດ​ຈາກ​ຕາ​ຂອງ​ພວກເຂົາ’”.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka