Biblia Todo Logo
Internet tuqin Biblia

- Anuncios ukanaka -




2 ຕີໂມທຽວ 1:3 - ພຣະຄຳພີລາວສະບັບສະໄໝໃໝ່

3 ເຮົາ​ຂອບພຣະຄຸນ​ພຣະເຈົ້າ, ພຣະອົງ​ຜູ້​ທີ່​ເຮົາ​ຮັບໃຊ້, ເຊັ່ນດຽວກັນ​ກັບ​ບັນພະບຸລຸດ​ຂອງ​ເຮົາ​ໄດ້​ກະທຳ ດ້ວຍ​ຈິດສຳນຶກ​ອັນ​ໃສ​ສະອາດ, ທັງ​ກາງເວັນ ແລະ ກາງຄືນ​ເຮົາ​ໄດ້​ລະນຶກ​ເຖິງ​ເຈົ້າ​ໃນ​ຄຳອະທິຖານ​ຢູ່​ສະເໝີ.

Uka jalj uñjjattʼäta Copia luraña

ພຣະຄຳພີສັກສິ

3 ເຮົາ​ໂມທະນາ​ຂອບພຣະຄຸນ​ພຣະເຈົ້າ ອົງ​ທີ່​ເຮົາ​ຮັບໃຊ້​ດ້ວຍ​ໃຈ​ສຳນຶກ​ຜິດແລະຊອບ​ອັນ​ເສາະໃສ ດັ່ງ​ບັນພະບຸລຸດ​ຂອງເຮົາ​ໄດ້​ປະຕິບັດ​ມາ ເຮົາ​ໂມທະນາ​ຂອບພຣະຄຸນ​ພຣະອົງ​ຢູ່​ສະເໝີ ເມື່ອ​ເຮົາ​ລະນຶກເຖິງ​ເຈົ້າ​ໃນ​ຄຳ​ພາວັນນາ​ອະທິຖານ​ຂອງເຮົາ​ທັງ​ກາງຄືນ​ແລະ​ກາງເວັນ.

Uka jalj uñjjattʼäta Copia luraña




2 ຕີໂມທຽວ 1:3
21 Jak'a apnaqawi uñst'ayäwi  

ແລ້ວ​ກໍ​ເປັນ​ໝ້າຍ​ມາ​ຈົນ​ເຖິງ​ອາຍຸ 84 ປີ. ນາງ​ບໍ່​ເຄີຍ​ອອກ​ຈາກ​ບໍລິເວນ​ວິຫານ​ເລີຍ ແຕ່​ເຝົ້າ​ນະມັດສະການ​ພຣະເຈົ້າ​ທັງ​ກາງເວັນ ແລະ ກາງຄືນ, ຖືສິນ​ອົດອາຫານ ແລະ ອະທິຖານ.


“ຂ້າພະເຈົ້າ​ເປັນ​ຄົນຢິວ ເກີດ​ທີ່​ເມືອງ​ຕາໂຊ​ໃນ​ແຂວງ​ກີລີເກຍ​ແຕ່​ເຕີບໃຫຍ່​ຂຶ້ນ​ຢູ່​ໃນ​ເມືອງ​ນີ້. ຂ້າພະເຈົ້າ​ເປັນ​ລູກສິດ​ຂອງ​ອາຈານ​ຄາມາລິເອັນ ໄດ້​ຮັບ​ການ​ອົບຮົມ​ຢ່າງ​ຄົບຖ້ວນ​ໃນ​ກົດບັນຍັດ​ຂອງ​ບັນພະບຸລຸດ​ຂອງ​ພວກເຮົາ. ຂ້າພະເຈົ້າ​ມີ​ໃຈ​ກະຕືລືລົ້ນ​ເພື່ອ​ພຣະເຈົ້າ​ເໝືອນດັ່ງ​ທ່ານ​ທັງຫລາຍ​ໃນ​ວັນ​ນີ້.


ໂປໂລ​ຈ້ອງ​ເບິ່ງ​ໄປ​ທີ່​ສະມາຊິກ​ສະພາ​ແຊນເຮດຣິນ ແລະ ກ່າວ​ວ່າ, “ພີ່ນ້ອງ​ທັງຫລາຍ ເຮົາ​ໄດ້​ເຮັດ​ໜ້າທີ່​ຂອງ​ຕົນ​ຕໍ່​ພຣະເຈົ້າ​ດ້ວຍ​ຈິດສຳນຶກ​ທີ່​ດີ​ມາ​ຈົນ​ເຖິງ​ທຸກ​ວັນ​ນີ້”.


ເຖິງ​ຢ່າງ​ໃດ​ກໍ​ຕາມ, ຂ້າພະເຈົ້າ​ກໍ​ຍອມຮັບ​ວ່າ​ຂ້າພະເຈົ້າ​ນະມັດສະການ​ພຣະເຈົ້າ​ຂອງ​ບັນພະບຸລຸດ​ໃນ​ຖານະ​ຜູ້​ຕິດຕາມ ‘ທາງນັ້ນ’, ເຊິ່ງ​ພວກເຂົາ​ເອີ້ນ​ວ່າ​ນິກາຍ​ໜຶ່ງ. ຂ້າພະເຈົ້າ​ເຊື່ອ​ທຸກສິ່ງ​ທີ່​ສອດຄ່ອງ​ກັບ​ກົດບັນຍັດ ແລະ ທຸກສິ່ງ​ທີ່​ໄດ້​ຂຽນ​ໄວ້​ໃນ​ໜັງສື​ຜູ້ທຳນວາຍ,


ດັ່ງນັ້ນ ຂ້າພະເຈົ້າ​ຈຶ່ງ​ພະຍາຍາມ​ຮັກສາ​ຈິດສຳນຶກ​ອັນ​ດີງາມ​ຕໍ່ໜ້າ​ພຣະເຈົ້າ ແລະ ຕໍ່ໜ້າ​ມະນຸດ.


“ພວກ​ຢິວ​ທຸກ​ຄົນ​ຮູ້​ແນວທາງ​ການດຳເນີນຊີວິດ​ຂອງ​ຂ້ານ້ອຍ​ມາ​ຕັ້ງແຕ່​ຂ້ານ້ອຍ​ຍັງ​ເປັນ​ເດັກນ້ອຍ, ນັບ​ຕັ້ງແຕ່​ກຳເນີດ​ໃນ​ບ້ານເມືອງ​ຂອງ​ຂ້ານ້ອຍ​ເອງ ແລະ ທັງ​ໃນ​ນະຄອນ​ເຢຣູຊາເລັມ​ເໝືອນກັນ.


ມື້ຄືນ​ນີ້​ເອງ ເທວະດາ​ຕົນ​ໜຶ່ງ​ຂອງ​ພຣະເຈົ້າ​ຜູ້​ເປັນ​ເຈົ້າຂອງ​ໂຕ​ເຮົາ ຜູ້​ທີ່​ເຮົາ​ຮັບໃຊ້​ຢູ່​ນັ້ນ​ໄດ້​ມາ​ຢືນ​ຄຽງຂ້າງ​ເຮົາ


ເຮົາ​ຢູ່​ໃນ​ພຣະຄຣິດເຈົ້າ​ເຮົາ​ເວົ້າ​ຄວາມຈິງ ເຮົາ​ບໍ່​ໄດ້​ກຳລັງ​ເວົ້າຕົວະ, ຈິດສຳນຶກ​ຂອງ​ເຮົາ​ກໍ​ຢືນຢັນ​ໂດຍ​ພຣະວິນຍານບໍລິສຸດເຈົ້າ​ວ່າ


ບັດນີ້ ນີ້​ແມ່ນ​ຄວາມອວດອ້າງ​ຂອງ​ພວກເຮົາ​ຄື: ຈິດສຳນຶກ​ຂອງ​ພວກເຮົາ​ກໍ​ເປັນ​ພະຍານ​ວ່າ ພວກເຮົາ​ໄດ້​ປະພຶດ​ຕົນ​ຢູ່​ໃນ​ໂລກ​ນີ້ ແລະ ໂດຍ​ສະເພາະ​ໃນ​ຄວາມສຳພັນ​ຂອງ​ພວກເຮົາ​ກັບ​ພວກເຈົ້າ​ດ້ວຍ​ຄວາມສັດຊື່ ແລະ ຄວາມຈິງໃຈ​ທີ່​ມາ​ຈາກ​ພຣະເຈົ້າ. ພວກເຮົາ​ບໍ່​ໄດ້​ປະພຶດ​ຕາມ​ປັນຍາ​ຝ່າຍໂລກ ແຕ່​ຕາມ​ພຣະຄຸນ​ຂອງ​ພຣະເຈົ້າ.


ເມື່ອ​ເຮົາ​ຢູ່ໃນ​ສາສະໜາຢິວ​ເຮົາ​ກ້າວໜ້າ​ກວ່າ​ພີ່ນ້ອງ​ຄົນຢິວ​ຫລາຍ​ຄົນ​ໃນ​ລຸ້ນ​ດຽວ​ກັນ ແລະ ກະຕືລືລົ້ນ​ທີ່ສຸດ​ຕໍ່​ປະເພນີ​ຂອງ​ບັນພະບຸລຸດ​ຂອງ​ເຮົາ.


ເຮົາ​ຈຶ່ງ​ໂມທະນາ​ຂອບພຣະຄຸນ​ພຣະເຈົ້າ​ສຳລັບ​ພວກເຈົ້າ​ຢ່າງ​ບໍ່​ຢຸດຢັ້ງ ແລະ ໄດ້​ລະນຶກ​ເຖິງ​ພວກເຈົ້າ​ໃນ​ຄຳອະທິຖານ​ຂອງ​ເຮົາ.


ທັງ​ກາງເວັນ ແລະ ກາງຄືນ​ພວກເຮົາ​ໄດ້​ອະທິຖານ​ຢ່າງ​ຈິງຈັງ​ທີ່ສຸດ​ເພື່ອ​ຂໍ​ໃຫ້​ພວກເຮົາ​ໄດ້​ພົບ​ພວກເຈົ້າ​ອີກ ແລະ ຈະ​ໄດ້​ເພີ່ມເຕີມ​ຄວາມເຊື່ອ​ຂອງ​ພວກເຈົ້າ​ໃນ​ສ່ວນ​ທີ່​ຍັງ​ຂາດ​ຢູ່​ນັ້ນ.


ຈົ່ງ​ຢຶດໝັ້ນ​ໃນ​ຄວາມເຊື່ອ ແລະ ຈິດສຳນຶກ​ອັນ​ດີ ເຊິ່ງ​ມີ​ບາງຄົນ​ໄດ້​ປະຕິເສດ ແລະ ເຮັດ​ໃຫ້​ຄວາມເຊື່ອ​ຂອງ​ຕົນ​ຫລົ້ມ.


ເປົ້າໝາຍ​ຂອງ​ຄຳສັ່ງ​ນີ້​ຄື​ຄວາມຮັກ ເຊິ່ງ​ມາ​ຈາກ​ໃຈ​ບໍລິສຸດ, ຈາກ​ຈິດສຳນຶກ​ທີ່​ດີ ແລະ ຈາກ​ຄວາມເຊື່ອ​ຢ່າງ​ຈິງໃຈ.


ແມ່ໝ້າຍ​ຜູ້​ທີ່​ຂັດສົນ​ແທ້ໆ ແລະ ຖືກ​ປະ​ໃຫ້​ຢູ່​ຄົນດຽວ​ນັ້ນ​ກໍ​ໃຫ້​ລາວ​ຕັ້ງ​ຄວາມຫວັງ​ໄວ້​ໃນ​ພຣະເຈົ້າ ແລະ ສືບຕໍ່​ອະທິຖານ ແລະ ຮ້ອງຂໍ​ຕໍ່​ພຣະເຈົ້າ​ທັງ​ກາງເວັນ ແລະ ກາງຄືນ​ໃຫ້​ຊ່ວຍເຫລືອ.


ເຮົາ​ໄດ້​ຄິດເຖິງ​ຄວາມເຊື່ອ​ອັນ​ຈິງໃຈ​ຂອງ​ເຈົ້າ ເຊິ່ງ​ຕອນ​ທຳອິດ​ກໍ​ມີ​ຢູ່​ໃນ​ນາງ​ໂລອີ ແມ່ເຖົ້າ​ຂອງ​ເຈົ້າ ແລະ ໃນ​ນາງ​ຢູນີເກ ແມ່​ຂອງ​ເຈົ້າ ແລະ ເຮົາ​ເຊື່ອ​ວ່າ​ບັດນີ້​ກໍ​ມີ​ຢູ່​ໃນ​ເຈົ້າ​ເໝືອນກັນ.


ແລະ ຮູ້​ວ່າ​ຕັ້ງແຕ່​ເປັນ​ເດັກນ້ອຍ​ມາ​ແລ້ວ ເຈົ້າ​ກໍ​ໄດ້​ຮູ້​ພຣະຄຳພີ​ສັກສິດ ເຊິ່ງ​ສາມາດ​ເຮັດ​ໃຫ້​ເຈົ້າ​ມີ​ປັນຍາ​ທີ່​ຈະ​ມາ​ເຖິງ​ຄວາມພົ້ນ​ໄດ້​ໂດຍ​ຄວາມເຊື່ອ​ໃນ​ພຣະຄຣິດເຈົ້າເຢຊູ.


ພຣະເຢຊູຄຣິດເຈົ້າ​ເປັນ​ຢູ່​ທັງ​ໃນ​ເວລາ​ວານນີ້, ວັນນີ້ ແລະ ຕະຫລອດໄປ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka