Biblia Todo Logo
Internet tuqin Biblia

- Anuncios ukanaka -




2 ຕີໂມທຽວ 1:2 - ພຣະຄຳພີລາວສະບັບສະໄໝໃໝ່

2 ເຖິງ ຕີໂມທຽວ​ລູກ​ທີ່ຮັກ​ຂອງ​ເຮົາ: ຂໍ​ໃຫ້​ພຣະຄຸນ, ຄວາມ​ເມດຕາ ແລະ ສັນຕິສຸກ​ຈາກ​ພຣະເຈົ້າ​ພຣະບິດາ ແລະ ພຣະເຢຊູຄຣິດເຈົ້າ​ອົງພຣະຜູ້ເປັນເຈົ້າ​ຂອງ​ພວກເຮົາ​ຈົ່ງ​ມີ​ແກ່​ເຈົ້າ.

Uka jalj uñjjattʼäta Copia luraña

ພຣະຄຳພີສັກສິ

2 ເຖິງ ຕີໂມທຽວ​ລູກ​ທີ່ຮັກ​ຂອງເຮົາ​ໃນ​ຄວາມເຊື່ອ, ຂໍ​ໃຫ້​ພຣະເຈົ້າ ພຣະບິດາເຈົ້າ​ກັບ​ພຣະເຢຊູ​ຄຣິດເຈົ້າ ອົງພຣະ​ຜູ້​ເປັນເຈົ້າ​ຂອງ​ພວກເຮົາ​ໂຜດ​ປະທານ​ພຣະຄຸນ ຄວາມ​ເມດຕາ ແລະ​ສັນຕິສຸກ​ແກ່​ເຈົ້າ​ເທີ້ນ.

Uka jalj uñjjattʼäta Copia luraña




2 ຕີໂມທຽວ 1:2
10 Jak'a apnaqawi uñst'ayäwi  

ໂປໂລ​ໄດ້​ເດີນທາງ​ມາ​ຮອດ​ເມືອງ​ເດຣະເບ ແລະ ຫລັງ​ຈາກ​ນັ້ນ​ກໍ​ໄປ​ຍັງ​ເມືອງ​ລີສະຕຣາ, ຢູ່​ທີ່​ນັ້ນ​ມີ​ສາວົກ​ຄົນ​ໜຶ່ງ​ຊື່​ຕີໂມທຽວ​ອາໄສ​ຢູ່, ແມ່​ຂອງ​ລາວ​ເປັນ​ຄົນ​ທີ່​ເຊື່ອ ແລະ ເປັນ​ຄົນຢິວ​ແຕ່​ພໍ່​ຂອງ​ລາວ​ເປັນ​ຄົນກຣີກ.


ເຖິງ​ທຸກ​ຄົນ​ທີ່​ຢູ່​ໃນ​ນະຄອນ​ໂຣມ ຜູ້​ທີ່​ພຣະເຈົ້າ​ຮັກ ແລະ ໄດ້​ເອີ້ນ​ໃຫ້​ເປັນ​ຄົນ​ບໍລິສຸດ​ຂອງ​ພຣະອົງ: ຂໍ​ໃຫ້​ພຣະຄຸນ ແລະ ສັນຕິສຸກ​ທີ່​ມາ​ຈາກ​ພຣະເຈົ້າ ພຣະບິດາເຈົ້າ​ຂອງ​ເຮົາ ແລະ ຈາກ​ພຣະເຢຊູຄຣິດເຈົ້າ ອົງພຣະຜູ້ເປັນເຈົ້າ ຈົ່ງ​ມີ​ແກ່​ພວກເຈົ້າ​ທັງຫລາຍ.


ເພື່ອນ​ທີ່ຮັກ​ຂອງ​ເຮົາ​ເອີຍ, ຢ່າ​ແກ້ແຄ້ນ​ເລີຍ ແຕ່​ຈົ່ງ​ປ່ອຍ​ໃຫ້​ພຣະເຈົ້າ​ສະແດງ​ຄວາມໂກດຮ້າຍ​ຂອງ​ພຣະອົງ ເພາະ​ມີ​ຂຽນ​ໄວ້​ໃນ​ພຣະຄຳພີ​ວ່າ, “ການ​ແກ້ແຄ້ນ​ເປັນ​ໜ້າທີ່​ຂອງ​ເຮົາ ເຮົາ​ເອງ​ຈະ​ເປັນ​ຜູ້​ຕອບແທນ”. ອົງພຣະຜູ້ເປັນເຈົ້າ​ກ່າວ​ດັ່ງນີ້.


ດ້ວຍ​ເຫດຜົນ​ນີ້ ເຮົາ​ຈຶ່ງ​ໄດ້​ສົ່ງ​ຕີໂມທຽວ ລູກ​ທີ່​ຮັກ​ຂອງ​ເຮົາ, ຜູ້​ທີ່​ສັດຊື່​ໃນ​ອົງພຣະຜູ້ເປັນເຈົ້າ ໃຫ້​ມາ​ຫາ​ພວກເຈົ້າ. ລາວ​ຈະ​ເຕືອນ​ພວກເຈົ້າ​ໃຫ້​ລະນຶກ​ເຖິງ​ວິຖີທາງ​ການດຳເນີນຊີວິດ​ຂອງເຮົາ​ໃນ​ພຣະເຢຊູຄຣິດເຈົ້າ, ເຊິ່ງ​ເຫັນພ້ອມ​ກັບ​ສິ່ງ​ທີ່​ເຮົາ​ເຄີຍ​ສັ່ງສອນ​ທຸກ​ບ່ອນ​ໃນ​ທຸກ​ຄຣິສຕະຈັກ.


ເຫດສະນັ້ນ, ພີ່ນ້ອງ​ທັງຫລາຍ​ຂອງ​ເຮົາ​ເອີຍ, ພວກເຈົ້າ​ເປັນ​ຜູ້​ທີ່​ເຮົາ​ຮັກ ແລະ ປາຖະໜາ​ຫາ, ເປັນ​ຄວາມຍິນດີ ແລະ ເປັນ​ມົງກຸດ​ຂອງ​ເຮົາ, ເພື່ອນ​ທີ່ຮັກ​ຂອງ​ເຮົາ​ເອີຍ ຈົ່ງ​ຕັ້ງໝັ້ນຄົງ​ຢູ່​ໃນ​ທາງ​ຂອງ​ອົງພຣະຜູ້ເປັນເຈົ້າ!


ເຖິງ​ຕີໂມທຽວ​ລູກ​ແທ້​ຂອງ​ເຮົາ​ໃນ​ຄວາມເຊື່ອ: ຂໍ​ໃຫ້​ພຣະຄຸນ, ຄວາມ​ເມດຕາ ແລະ ສັນຕິສຸກ​ທີ່​ມາ​ຈາກ​ພຣະເຈົ້າ​ພຣະບິດາ ແລະ ພຣະຄຣິດເຈົ້າເຢຊູ​ອົງພຣະຜູ້ເປັນເຈົ້າ​ຂອງ​ພວກເຮົາ​ມີ​ແກ່​ເຈົ້າ.


ເຫດສະນັ້ນ ລູກ​ຂອງ​ເຮົາ​ເອີຍ, ຈົ່ງ​ເຂັ້ມແຂງ​ໃນ​ພຣະຄຸນ​ທີ່​ມີ​ຢູ່​ໃນ​ພຣະຄຣິດເຈົ້າເຢຊູ.


ເຖິງ​ຕີໂຕ ຜູ້​ເປັນ​ລູກ​ແທ້​ຂອງ​ເຮົາ​ໃນ​ຄວາມເຊື່ອ​ດຽວ​ກັນ: ຂໍ​ໃຫ້​ພຣະຄຸນ ແລະ ສັນຕິສຸກ​ທີ່​ມາ​ຈາກ​ພຣະເຈົ້າ​ພຣະບິດາ ແລະ ພຣະຄຣິດເຈົ້າເຢຊູ​ອົງ​ພຣະຜູ້ຊ່ວຍໃຫ້ພົ້ນ​ຂອງ​ພວກເຮົາ ຈົ່ງ​ມີ​ແກ່​ເຈົ້າ.


ໃນ​ຂະນະ​ທີ່​ພວກເຮົາ​ກຳລັງ​ຄອຍຖ້າ​ຄວາມຫວັງ​ອັນ​ເຕັມ​ໄປ​ດ້ວຍ​ພອນ ຄື​ການ​ມາ​ປາກົດ​ຂອງ​ສະຫງ່າລາສີ​ຂອງ​ພຣະເຈົ້າ​ອົງ​ຍິ່ງໃຫຍ່ ແລະ ພຣະເຢຊູຄຣິດເຈົ້າ​ອົງ​ພຣະຜູ້ຊ່ວຍໃຫ້ພົ້ນ​ຂອງ​ພວກເຮົາ,


ບໍ່​ມີ​ສິ່ງໃດ​ເຮັດ​ໃຫ້​ເຮົາ​ຊື່ນຊົມຍິນດີ​ຫລາຍ​ກວ່າ​ການ​ທີ່​ໄດ້​ຍິນ​ວ່າ​ບັນດາ​ລູກ​ຂອງ​ເຮົາ​ກຳລັງ​ເດີນ​ຢູ່​ໃນ​ຄວາມຈິງ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka