Biblia Todo Logo
Internet tuqin Biblia

- Anuncios ukanaka -




2 ຕີໂມທຽວ 1:16 - ພຣະຄຳພີລາວສະບັບສະໄໝໃໝ່

16 ຂໍ​ໃຫ້​ອົງພຣະຜູ້ເປັນເຈົ້າ​ສະແດງ​ຄວາມ​ເມດຕາ​ແກ່​ຄອບຄົວ​ຂອງ​ໂອເນຊີໂຟໂຣ ເພາະ​ລາວ​ເຮັດ​ໃຫ້​ເຮົາ​ຊື່ນໃຈ​ເລື້ອຍໆ ແລະ ບໍ່​ລະອາຍ​ທີ່​ເຮົາ​ຖືກ​ລ່າມ​ໂສ້​ຢູ່.

Uka jalj uñjjattʼäta Copia luraña

ພຣະຄຳພີສັກສິ

16 ຂໍ​ອົງພຣະ​ຜູ້​ເປັນເຈົ້າ​ສຳແດງ​ຄວາມ​ເມດຕາ​ແກ່​ຄອບຄົວ​ໂອເນຊີໂຟໂຣ ເພາະ​ເພິ່ນ​ໄດ້​ໜູນ​ຈິດໃຈ​ເຮົາ​ຕັ້ງ​ຫລາຍ​ເທື່ອ ເພິ່ນ​ບໍ່ໄດ້​ລະອາຍ​ທີ່​ເຮົາ​ຖືກ​ຄຸກ,

Uka jalj uñjjattʼäta Copia luraña




2 ຕີໂມທຽວ 1:16
27 Jak'a apnaqawi uñst'ayäwi  

ຄົນ​ທີ່​ໄດ້​ຮັບ​ສອງ​ຖົງ​ກໍ​ເໝືອນກັນ​ໄດ້​ກຳໄລ​ມາ​ອີກ​ສອງ​ຖົງ.


ຜູ້ໃດ​ມີ​ໃຈ​ເມດຕາ​ກໍ​ເປັນສຸກ, ເພາະວ່າ​ຜູ້​ນັ້ນ​ຈະ​ໄດ້​ຮັບ​ຄວາມເມດຕາ​ຕອບແທນ.


ດັ່ງນັ້ນ ນາຍພັນ​ຈຶ່ງ​ເຂົ້າ​ໄປ​ຫາ ແລະ ຈັບ​ເພິ່ ແລ້ວ​ສັ່ງ​ໃຫ້​ເອົາ​ໂສ້​ສອງ​ເສັ້ນ​ລ່າມ​ເພິ່ນ​ໄວ້​ແລ້ວ​ຖາມ​ວ່າ​ເພິ່ນ​ເປັນ​ຜູ້ໃດ ແລະ ເພິ່ນ​ໄດ້​ເຮັດ​ຫຍັງ.


ດ້ວຍເຫດນີ້ ຂ້າພະເຈົ້າ​ຈຶ່ງ​ຂໍ​ພົບ​ພວກທ່ານ ແລະ ໂອ້ລົມ​ກັບ​ພວກທ່ານ. ເປັນ​ເພາະ​ຄວາມຫວັງ​ຂອງ​ຊົນຊາດ​ອິດສະຣາເອນ ຂ້າພະເຈົ້າ​ຈຶ່ງ​ຖືກ​ລ່າມ​ດ້ວຍ​ໂສ້​ຢ່າງ​ນີ້”.


ເພາະ​ພວກເຂົາ​ໄດ້​ຟື້ນ​ຈິດໃຈ​ຂອງ​ເຮົາ​ຂຶ້ນ​ໃໝ່ ແລະ ຈິດໃຈ​ຂອງ​ພວກເຈົ້າ​ທັງຫລາຍ​ດ້ວຍ. ບັນດາ​ຄົນ​ຢ່າງ​ນີ້​ສົມຄວນ​ໄດ້​ຮັບ​ການຍອມຮັບ.


ເພາະ​ຍ້ອນ​ຂ່າວປະເສີດ​ນີ້​ແຫລະ ເຮົາ​ຈຶ່ງ​ເປັນ​ທູດ​ທີ່​ຖືກ​ລ່າມ​ໂສ້​ຢູ່. ຈົ່ງ​ອະທິຖານ​ເພື່ອ​ວ່າ​ເຮົາ​ຈະ​ປະກາດ​ຂ່າວປະເສີດ​ນັ້ນ​ຢ່າງ​ກ້າຫານ​ຕາມ​ທີ່​ເຮົາ​ຄວນ​ຈະ​ກ່າວ.


ດ້ວຍ​ເຫດ​ນີ້ ເຮົາ​ກຳລັງ​ທົນທຸກ​ເໝືອນ​ທີ່​ເຮົາ​ເປັນຢູ່. ແຕ່​ເຮົາ​ກໍ​ບໍ່​ອາຍ ເພາະວ່າ​ເຮົາ​ຮູ້ຈັກ​ພຣະອົງ​ຜູ້​ທີ່​ເຮົາ​ໄດ້​ເຊື່ອ ແລະ ເຮົາ​ໝັ້ນໃຈ​ວ່າ​ພຣະອົງ​ສາມາດ​ເບິ່ງແຍງ​ຮັກສາ​ສິ່ງ​ທີ່​ເຮົາ​ໄດ້​ມອບ​ໄວ້​ກັບ​ພຣະອົງ​ຈົນ​ເຖິງ​ວັນ​ນັ້ນ​ໄດ້.


ກົງກັນຂ້າມ, ເມື່ອ​ລາວ​ຢູ່​ໃນ​ນະຄອນ​ໂຣມ ລາວ​ກໍ​ພະຍາຍາມ​ຊອກຫາ​ເຮົາ​ຈົນ​ພົບ.


ຂໍ​ໃຫ້​ອົງພຣະຜູ້ເປັນເຈົ້າ​ຊ່ວຍ​ໃຫ້​ລາວ​ໄດ້​ພົບ​ຄວາມ​ເມດຕາ​ຈາກ​ອົງພຣະຜູ້ເປັນເຈົ້າ​ໃນ​ວັນ​ນັ້ນ​ດ້ວຍ! ເຈົ້າ​ກໍ​ຮູ້​ດີ​ແລ້ວ​ວ່າ​ເມື່ອ​ຢູ່​ທີ່​ເມືອງ​ເອເຟໂຊ ລາວ​ໄດ້​ຊ່ວຍເຫລືອ​ເຮົາ​ໃນ​ຫລາຍໆ​ດ້ານ.


ດັ່ງນັ້ນ ຢ່າ​ລະອາຍ​ທີ່​ຈະ​ເປັນ​ພະຍານ​ເລື່ອງ​ອົງພຣະຜູ້ເປັນເຈົ້າ​ຂອງ​ພວກເຮົາ ຫລື ລະອາຍ​ໃນ​ເລື່ອງ​ເຮົາ​ຜູ້​ຖືກ​ຈຳຈອງ​ເພື່ອ​ພຣະອົງ. ແຕ່​ຈົ່ງ​ຮ່ວມ​ທົນທຸກ​ກັບ​ເຮົາ​ເພື່ອ​ຂ່າວປະເສີດ​ໂດຍ​ລິດອຳນາດ​ຂອງ​ພຣະເຈົ້າ.


ເຮົາ​ຂໍ​ຝາກ​ຄວາມຄິດເຖິງ​ມາ​ຍັງ​ປີຊະກີລາ​ກັບ​ອາກີລາ ແລະ ຄົວເຮືອນ​ຂອງ​ໂອເນຊິໂຟໂຣ.


ນ້ອງຊາຍ​ເອີຍ, ເຮົາ​ປາຖະໜາ​ວ່າ​ເຮົາ​ຈະ​ໄດ້​ຮັບ​ປະໂຫຍດ​ບາງ​ຢ່າງ​ຈາກ​ເຈົ້າ​ໃນ​ອົງພຣະຜູ້ເປັນເຈົ້າ, ຄື​ເຮັດ​ໃຫ້​ເຮົາ​ໄດ້​ຊື່ນ​ໃຈ​ໃນ​ພຣະຄຣິດເຈົ້າ.


ນ້ອງຊາຍ​ເອີຍ, ຄວາມຮັກ​ຂອງ​ເຈົ້າ​ໄດ້​ເຮັດ​ໃຫ້​ເຮົາ​ຊື່ນຊົມຍິນດີ ແລະ ມີ​ກຳລັງໃຈ​ຫລາຍ ເພາະວ່າ​ເຈົ້າ​ໄດ້​ເຮັດ​ໃຫ້​ຄົນ​ຂອງ​ອົງພຣະຜູ້ເປັນເຈົ້າ​ຊື່ນໃຈ.


ພວກເຈົ້າ​ທົນທຸກ​ກັບ​ບັນດາ​ຜູ້​ທີ່​ຢູ່​ໃນ​ຄຸກ ແລະ ເມື່ອ​ຖືກ​ຢຶດ​ຊັບສິນ​ພວກເຈົ້າ​ກໍ​ຍອມຮັບ​ດ້ວຍ​ຄວາມຍິນດີ ເພາະ​ພວກເຈົ້າ​ຮູ້​ວ່າ​ພວກເຈົ້າ​ເອງ​ມີ​ຊັບສິນ​ທີ່​ດີ​ກວ່າ ແລະ ຍືນຍົງ​ກວ່າ.


ພຣະເຈົ້າ​ຍຸຕິທຳ, ພຣະອົງ​ຈະ​ບໍ່​ລືມ​ການງານ​ທີ່​ພວກເຈົ້າ​ເຮັດ ແລະ ຄວາມຮັກ​ທີ່​ພວກເຈົ້າ​ໄດ້​ສະແດງ​ອອກ​ໃຫ້​ພຣະອົງ​ເຫັນ ຄື​ການ​ທີ່​ພວກເຈົ້າ​ຊ່ວຍເຫລືອ​ຄົນ​ຂອງ​ພຣະອົງ ແລະ ຍັງ​ຊ່ວຍເຫລືອ​ພວກເຂົາ​ຕໍ່ໄປ


Jiwasaru arktasipxañani:

Anuncios ukanaka


Anuncios ukanaka