Biblia Todo Logo
Internet tuqin Biblia

- Anuncios ukanaka -




2 ຕີໂມທຽວ 1:12 - ພຣະຄຳພີລາວສະບັບສະໄໝໃໝ່

12 ດ້ວຍ​ເຫດ​ນີ້ ເຮົາ​ກຳລັງ​ທົນທຸກ​ເໝືອນ​ທີ່​ເຮົາ​ເປັນຢູ່. ແຕ່​ເຮົາ​ກໍ​ບໍ່​ອາຍ ເພາະວ່າ​ເຮົາ​ຮູ້ຈັກ​ພຣະອົງ​ຜູ້​ທີ່​ເຮົາ​ໄດ້​ເຊື່ອ ແລະ ເຮົາ​ໝັ້ນໃຈ​ວ່າ​ພຣະອົງ​ສາມາດ​ເບິ່ງແຍງ​ຮັກສາ​ສິ່ງ​ທີ່​ເຮົາ​ໄດ້​ມອບ​ໄວ້​ກັບ​ພຣະອົງ​ຈົນ​ເຖິງ​ວັນ​ນັ້ນ​ໄດ້.

Uka jalj uñjjattʼäta Copia luraña

ພຣະຄຳພີສັກສິ

12 ເພາະ​ເຫດ​ນີ້​ແຫຼະ ເຮົາ​ຈຶ່ງ​ຍອມ​ທົນທຸກ​ຕໍ່​ສິ່ງ​ເຫຼົ່ານີ້ ແຕ່​ເຖິງ​ປານ​ນັ້ນ ເຮົາ​ກໍ​ບໍ່​ລະອາຍ ເພາະວ່າ​ເຮົາ​ຮູ້ຈັກ​ພຣະອົງ ຜູ້​ທີ່​ເຮົາ​ໄດ້​ເຊື່ອ​ແລະ​ໄວ້ວາງໃຈ​ນັ້ນ ແລະ​ເຮົາ​ເຊື່ອໝັ້ນ​ວ່າ​ພຣະອົງ​ຊົງ​ສາມາດ​ຮັກສາ ຊຶ່ງ​ເຮົາ​ໄດ້​ມອບ​ໄວ້​ກັບ​ພຣະອົງ ຈົນເຖິງ​ວັນ​ນັ້ນ.

Uka jalj uñjjattʼäta Copia luraña




2 ຕີໂມທຽວ 1:12
58 Jak'a apnaqawi uñst'ayäwi  

ບັນດາ​ປະຊາຊາດ​ຈະ​ມອບ​ຄວາມຫວັງ​ຂອງ​ພວກເຂົາ​ໄວ້​ໃນ​ນາມ​ຂອງ​ເພິ່ນ”.


“ແຕ່​ເລື່ອງ​ວັນ ຫລື ເວລາ​ນັ້ນ​ບໍ່​ມີ​ຜູ້ໃດ​ຮູ້, ແມ່ນແຕ່​ບັນດາ​ເທວະດາ​ໃນ​ສະຫວັນ ຫລື ພຣະບຸດ​ກໍ​ບໍ່​ຮູ້, ມີ​ແຕ່​ພຣະບິດາ​ອົງ​ດຽວ​ເທົ່ານັ້ນ​ທີ່​ຮູ້.


ໃນ​ວັນ​ນັ້ນ ຫລາຍ​ຄົນ​ຈະ​ເວົ້າ​ກັບ​ເຮົາ​ວ່າ, ‘ອົງພຣະຜູ້ເປັນເຈົ້າ, ອົງພຣະຜູ້ເປັນເຈົ້າ, ພວກຂ້ານ້ອຍ​ໄດ້​ປະກາດ​ພຣະຄຳ​ໃນ​ນາມ​ຂອງ​ພຣະອົງ, ໄດ້​ຂັບໄລ່​ຜີມານຮ້າຍ​ອອກ​ໃນ​ນາມ​ຂອງ​ພຣະອົງ ແລະ ໄດ້​ເຮັດ​ການ​ອັດສະຈັນ​ຫລາຍ​ປະການ​ໃນ​ນາມ​ຂອງ​ພຣະອົງ​ບໍ່​ແມ່ນ​ບໍ?’


ເຮົາ​ບອກ​ພວກເຈົ້າ​ວ່າ, ໃນ​ວັນ​ນັ້ນ​ໂທດ​ຂອງ​ເມືອງ​ໂຊໂດມ ກໍ​ຈະ​ເບົາ​ກວ່າ​ໂທດ​ຂອງ​ເມືອງ​ນີ້.


ພຣະເຢຊູເຈົ້າ​ຮ້ອງ​ສຽງດັງ​ວ່າ, “ພຣະບິດາເຈົ້າ​ເອີຍ, ຂ້ານ້ອຍ​ຂໍ​ມອບ​ຈິດວິນຍານ​ຂອງ​ຂ້ານ້ອຍ​ໄວ້​ໃນ​ມື​ຂອງ​ພຣະອົງ”. ເມື່ອ​ກ່າວ​ດັ່ງນີ້​ແລ້ວ​ພຣະອົງ​ກໍ​ສິ້ນ​ລົມຫາຍໃຈ.


ຂ້ານ້ອຍ​ບໍ່​ໄດ້​ອະທິຖານ​ຂໍ​ໃຫ້​ພຣະອົງ​ເອົາ​ພວກເຂົາ​ອອກ​ໄປ​ຈາກ​ໂລກ ແຕ່​ຂໍ​ໃຫ້​ພຣະອົງ​ປົກປ້ອງ​ພວກເຂົາ​ໃຫ້​ພົ້ນ​ຈາກ​ມານຊົ່ວຮ້າຍ.


ບໍ່​ມີ​ຜູ້ໃດ​ມາ​ຫາ​ເຮົາ​ໄດ້​ນອກຈາກ​ພຣະບິດາເຈົ້າ​ຜູ້​ໃຊ້​ເຮົາ​ມາ​ນັ້ນ​ຊັກນໍາ​ພວກເຂົາ ແລະ ເຮົາ​ຈະ​ໃຫ້​ພວກເຂົາ​ເປັນຄືນມາ​ໃນ​ວັນ​ສຸດທ້າຍ.


ແລ້ວ​ໂປໂລ ແລະ ບາຣະນາບາ​ຈຶ່ງ​ໂຕ້ຕອບ​ພວກເຂົາ​ຢ່າງ​ກ້າຫານ​ວ່າ: “ພວກເຮົາ​ຈຳເປັນ​ຕ້ອງ​ປະກາດ​ພຣະຄຳ​ຂອງ​ພຣະເຈົ້າ​ກັບ​ພວກທ່ານ​ກ່ອນ. ແຕ່​ໃນ​ເມື່ອ​ພວກທ່ານ​ປະຕິເສດ​ພຣະຄຳ ແລະ ບໍ່​ເຫັນ​ວ່າ​ຕົວ​ພວກທ່ານ​ເອງ​ສົມຄວນ​ກັບ​ຊີວິດ​ນິລັນດອນ, ບັດນີ້ ພວກເຮົາ​ກໍ​ຈະ​ຫັນ​ໄປ​ຫາ​ບັນດາ​ຄົນຕ່າງຊາດ.


ແຕ່​ພວກ​ຜູ້ນຳ​ຢິວ​ໄດ້​ຍຸຍົງ​ພວກແມ່ຍິງ​ຊົນ​ຊັ້ນ​ສູງ​ທີ່​ຢຳເກງ​ພຣະເຈົ້າ ແລະ ພວກຜູ້ຊາຍ​ທີ່​ເປັນ​ຜູ້ນຳ​ໃນ​ເມືອງ​ນັ້ນ. ພວກເຂົາ​ເຮັດ​ໃຫ້​ຄົນ​ເຫລົ່ານີ້​ຂົ່ມເຫັງ​ຕໍ່ຕ້ານ​ໂປໂລ​ກັບ​ບາຣະນາບາ ແລະ ໄດ້​ຂັບໄລ່​ພວກເພິ່ນ​ທັງສອງ​ຄົນ​ອອກ​ຈາກ​ດິນແດນ​ຂອງ​ພວກເຂົາ.


ແລ້ວ​ໂປໂລ​ໄດ້​ຕອບ​ວ່າ, “ເປັນຫຍັງ​ພວກເຈົ້າ​ຈຶ່ງ​ຮ້ອງໄຫ້ ແລະ ເຮັດ​ໃຫ້​ເຮົາ​ເສຍ​ໃຈ​ຢ່າງ​ນີ້? ເຮົາ​ຕຽມພ້ອມ​ບໍ່​ແມ່ນ​ແຕ່​ໃຫ້​ພວກເຂົາ​ມັດ​ເຮົາ​ເທົ່ານັ້ນ, ແຕ່​ພ້ອມ​ທີ່​ຈະ​ຕາຍ​ຢູ່​ໃນ​ເຢຣູຊາເລັມ​ດ້ວຍ ເພື່ອ​ເຫັນ​ແກ່​ນາມ​ຂອງ​ພຣະເຢຊູເຈົ້າ ອົງພຣະຜູ້ເປັນເຈົ້າ”.


ຂະນະ​ທີ່​ພວກເຂົາ​ກຳລັງ​ແກວ່ງ​ກ້ອນຫີນ​ໃສ່​ເພິ່ນ​ຢູ່​ນັ້ນ, ຊະເຕຟາໂນ​ໄດ້​ອະທິຖານ​ວ່າ, “ພຣະເຢຊູເຈົ້າ​ອົງພຣະຜູ້ເປັນເຈົ້າ, ຂໍ​ຮັບ​ເອົາ​ຈິດວິນຍານ​ຂອງ​ຂ້ານ້ອຍ​ໄວ້​ດ້ວຍ”.


ເຮົາ​ຈະ​ສະແດງ​ໃຫ້​ລາວ​ເຫັນ​ວ່າ​ລາວ​ຕ້ອງ​ທົນທຸກ​ຫລາຍ​ເທົ່າໃດ​ເພາະ​ນາມ​ຂອງ​ເຮົາ”.


ດ້ວຍວ່າ ເຮົາ​ບໍ່​ອາຍ​ເລື່ອງ​ຂ່າວປະເສີດ, ເພາະວ່າ​ຂ່າວປະເສີດ​ເປັນ​ລິດອຳນາດ​ຂອງ​ພຣະເຈົ້າ ເຊິ່ງ​ນໍາ​ເອົາ​ຄວາມພົ້ນ​ໄປ​ເຖິງ​ທຸກຄົນ​ທີ່​ເຊື່ອ​ຄື: ຄົນ​ຢິວ​ກ່ອນ ແລະ ຈາກນັ້ນ​ກໍ​ໄປ​ເຖິງ​ຄົນຕ່າງຊາດ.


ຕາມ​ທີ່​ມີ​ຂຽນ​ໄວ້​ໃນ​ພຣະຄຳພີ​ວ່າ, “ເບິ່ງ​ແມ, ເຮົາ​ວາງ​ຫີນ​ກ້ອນ​ໜຶ່ງ​ໄວ້​ໃນ​ເມືອງ​ຊີໂອນ ເຊິ່ງ​ເຮັດ​ໃຫ້​ຄົນ​ທັງຫລາຍ​ສະດຸດ ແລະ ເປັນ​ຫີນ​ທີ່​ເຮັດ​ໃຫ້​ພວກເຂົາ​ລົ້ມ​ລົງ ແລະ ຜູ້​ທີ່​ເຊື່ອ​ໃນ​ພຣະອົງ​ຈະ​ບໍ່​ໄດ້​ຮັບ​ຄວາມອັບອາຍ​ຈັກເທື່ອ”.


ພຣະອົງ​ຈະ​ຮັກສາ​ພວກເຈົ້າ​ໃຫ້​ຕັ້ງໝັ້ນຄົງ​ຢູ່​ຈົນເຖິງ​ວັນສຸດທ້າຍ, ເພື່ອ​ວ່າ​ພວກເຈົ້າ​ຈະ​ບໍ່ມີຕຳໜິ​ໃນ​ວັນ​ແຫ່ງ​ພຣະເຢຊູຄຣິດເຈົ້າ ອົງພຣະຜູ້ເປັນເຈົ້າ​ຂອງ​ພວກເຮົາ.


ຜົນງານ​ຂອງ​ພວກເຂົາ​ກໍ​ຈະ​ປາກົດ​ໃຫ້​ເຫັນ​ວ່າ​ເປັນ​ຢ່າງໃດ, ເພາະວ່າ​ວັນ​ນັ້ນ​ສິ່ງ​ນີ້​ຈະ​ປາກົດ​ໃຫ້​ເຫັນ​ແຈ່ມແຈ້ງ. ຜົນງານ​ຂອງ​ພວກເຂົາ​ຈະ​ຖືກ​ເປີດເຜີຍ​ດ້ວຍ​ໄຟ, ແລ້ວ​ໄຟ​ນັ້ນ​ກໍ​ຈະ​ທົດສອບ​ຄຸນນະພາບ​ຜົນງານ​ຂອງ​ແຕ່ລະຄົນ.


ເຮົາ​ຄາດໝາຍ ແລະ ຫວັງ​ຢ່າງ​ກະຕືລືລົ້ນ​ວ່າ​ເຮົາ​ຈະ​ບໍ່​ຖືກ​ອັບອາຍ​ໃນ​ທາງ​ໃດ​ເລີຍ, ແຕ່​ຈະ​ມີ​ຄວາມກ້າຫານ​ພຽງພໍ ເພື່ອວ່າ​ບັດນີ້ ພຣະຄຣິດເຈົ້າ​ຈະ​ໄດ້​ຮັບ​ກຽດ​ເພາະ​ຮ່າງກາຍ​ຂອງ​ເຮົາ​ເໝືອນດັ່ງ​ທີ່​ເຄີຍ​ໄດ້​ຮັບ​ມາ​ຕະຫລອດ, ບໍ່​ວ່າ​ໂດຍ​ການ​ມີ​ຊີວິດ​ຢູ່ ຫລື ໂດຍ​ຄວາມຕາຍ​ກໍ​ຕາມ.


ເຮົາ​ຢາກ​ຮູ້​ຈັກ​ພຣະຄຣິດເຈົ້າ ຢາກ​ຮູ້ຈັກ​ລິດອຳນາດ​ແຫ່ງ​ການ​ເປັນຄືນມາ​ຈາກ​ຕາຍ​ຂອງ​ພຣະອົງ ແລະ ການ​ມີ​ສ່ວນ​ຮ່ວມ​ໃນ​ຄວາມທົນທຸກ​ຂອງ​ພຣະອົງ, ການ ກາຍມາ​ເປັນ​ເໝືອນ​ພຣະອົງ​ໃນ​ຄວາມຕາຍ​ຂອງ​ພຣະອົງ,


ພຣະອົງ​ຈະ​ປ່ຽນແປງ​ຮ່າງກາຍ​ອັນ​ຕ່ຳຕ້ອຍ​ຂອງ​ພວກເຮົາ​ໃຫ້​ເປັນເໝືອນ​ກາຍ​ອັນ​ສະຫງ່າລາສີ​ຂອງ​ພຣະອົງ ໂດຍ​ລິດອຳນາດ​ທີ່​ປາບ​ທຸກສິ່ງ​ໄວ້​ໃຕ້​ການບັງຄັບ​ຂອງ​ພຣະອົງ.


ຫລາຍກວ່າ​ນັ້ນ ເຮົາ​ຖື​ວ່າ​ທຸກສິ່ງ​ນັ້ນ​ເປັນ​ຂອງ​ໄຮ້ປະໂຫຍດ​ເພາະ​ການ​ທີ່​ໄດ້​ຮູ້ຈັກ​ກັບ​ພຣະຄຣິດເຈົ້າເຢຊູ​ອົງພຣະຜູ້ເປັນເຈົ້າ​ຂອງ​ເຮົາ​ນັ້ນ​ເປັນ​ສິ່ງ​ທີ່​ລໍ້າຄ່າ​ຫລາຍ, ເພາະ​ເຫັນ​ແກ່​ພຣະອົງ​ເຮົາ​ຈຶ່ງ​ໄດ້​ຍອມ​ສະຫລະ​ທຸກສິ່ງ. ເຮົາ​ຖື​ວ່າ​ສິ່ງ​ເຫລົ່ານັ້ນ​ເປັນ​ຂີ້ເຫຍື້ອ ເພື່ອ​ເຮົາ​ຈະ​ໄດ້​ພຣະຄຣິດເຈົ້າ


ໂດຍ​ການ​ພະຍາຍາມ​ຂັດຂວາງ​ພວກເຮົາ​ຈາກ​ການ​ກ່າວ​ແກ່​ຄົນຕ່າງຊາດ​ເພື່ອ​ວ່າ​ພວກເຂົາ​ຈະ​ໄດ້​ຮັບ​ຄວາມພົ້ນ. ດ້ວຍ​ການ​ກະທຳ​ນີ້ ພວກເຂົາ​ໄດ້​ສະສົມ​ຄວາມບາບ​ຂອງ​ພວກເຂົາ​ຂຶ້ນ​ຕະຫລອດ​ຈົນ​ເຖິງ​ຂີດ​ສູງສຸດ. ໃນ​ທີ່​ສຸດ​ຄວາມໂກດຮ້າຍ​ຂອງ​ພຣະເຈົ້າ​ຈຶ່ງ​ມາ​ເຖິງ​ພວກເຂົາ.


ແຕ່​ພີ່ນ້ອງ​ທັງຫລາຍ​ເອີຍ, ພວກເຈົ້າ​ບໍ່​ໄດ້​ຢູ່​ໃນ​ຄວາມມືດ, ດັ່ງນັ້ນ ວັນ​ນີ້​ຈະ​ບໍ່​ເຮັດ​ໃຫ້​ພວກເຈົ້າ​ປະຫລາດໃຈ​ເໝືອນດັ່ງ​ຂະໂມຍ​ມາ.


ຕີໂມທຽວ​ເອີຍ, ຈົ່ງ​ເບິ່ງແຍງ​ຮັກສາ​ສິ່ງ​ທີ່​ໄດ້​ຮັບ​ມອບໝາຍ​ໃຫ້​ເຈົ້າ​ດູແລ. ຈົ່ງ​ຫັນໜີ​ຈາກ​ການ​ເວົ້າ​ທີ່​ບໍ່​ເປັນປະໂຫຍດ ແລະ ຄວາມຄິດ​ຂັດແຍ້ງ​ທີ່​ເຫັນ​ຜິດ​ວ່າ​ເປັນ​ຄວາມຮູ້,


ຈົ່ງ​ປົກປ້ອງ​ຮັກສາ​ຂໍ້ແນະນຳ​ອັນ​ດີ​ທີ່​ໄດ້​ມອບໝາຍ​ໃຫ້​ແກ່​ເຈົ້າ​ນັ້ນ ຈົ່ງ​ຮັກສາ​ໄວ້​ໂດຍ​ການ​ຊ່ວຍເຫລືອ​ຈາກ​ພຣະວິນຍານບໍລິສຸດເຈົ້າ​ຜູ້​ຢູ່​ໃນ​ພວກເຮົາ​ທັງຫລາຍ.


ຂໍ​ໃຫ້​ອົງພຣະຜູ້ເປັນເຈົ້າ​ສະແດງ​ຄວາມ​ເມດຕາ​ແກ່​ຄອບຄົວ​ຂອງ​ໂອເນຊີໂຟໂຣ ເພາະ​ລາວ​ເຮັດ​ໃຫ້​ເຮົາ​ຊື່ນໃຈ​ເລື້ອຍໆ ແລະ ບໍ່​ລະອາຍ​ທີ່​ເຮົາ​ຖືກ​ລ່າມ​ໂສ້​ຢູ່.


ຂໍ​ໃຫ້​ອົງພຣະຜູ້ເປັນເຈົ້າ​ຊ່ວຍ​ໃຫ້​ລາວ​ໄດ້​ພົບ​ຄວາມ​ເມດຕາ​ຈາກ​ອົງພຣະຜູ້ເປັນເຈົ້າ​ໃນ​ວັນ​ນັ້ນ​ດ້ວຍ! ເຈົ້າ​ກໍ​ຮູ້​ດີ​ແລ້ວ​ວ່າ​ເມື່ອ​ຢູ່​ທີ່​ເມືອງ​ເອເຟໂຊ ລາວ​ໄດ້​ຊ່ວຍເຫລືອ​ເຮົາ​ໃນ​ຫລາຍໆ​ດ້ານ.


ດັ່ງນັ້ນ ຢ່າ​ລະອາຍ​ທີ່​ຈະ​ເປັນ​ພະຍານ​ເລື່ອງ​ອົງພຣະຜູ້ເປັນເຈົ້າ​ຂອງ​ພວກເຮົາ ຫລື ລະອາຍ​ໃນ​ເລື່ອງ​ເຮົາ​ຜູ້​ຖືກ​ຈຳຈອງ​ເພື່ອ​ພຣະອົງ. ແຕ່​ຈົ່ງ​ຮ່ວມ​ທົນທຸກ​ກັບ​ເຮົາ​ເພື່ອ​ຂ່າວປະເສີດ​ໂດຍ​ລິດອຳນາດ​ຂອງ​ພຣະເຈົ້າ.


ເພື່ອ​ຂ່າວປະເສີດ​ນີ້​ເຮົາ​ຈຶ່ງ​ທົນທຸກ​ຢູ່​ຈົນ​ເຖິງ​ຖືກ​ລ່າມໂສ້​ເໝືອນ​ໂຈນຜູ້ຮ້າຍ. ແຕ່​ພຣະຄຳ​ຂອງ​ພຣະເຈົ້າ​ບໍ່​ໄດ້​ຖືກ​ລ່າມໂສ້.


ບັດນີ້​ມົງກຸດ​ແຫ່ງ​ຄວາມຊອບທຳ​ລໍຖ້າ​ເຮົາ​ຢູ່ ເຊິ່ງ​ອົງພຣະຜູ້ເປັນເຈົ້າ​ຜູ້ພິພາກສາ​ທີ່​ຍຸຕິທຳ​ຈະ​ໃຫ້​ມົງກຸດ​ນີ້​ເປັນ​ລາງວັນ​ແກ່​ເຮົາ​ໃນ​ວັນ​ນັ້ນ ແລະ ບໍ່​ແມ່ນ​ແກ່​ເຮົາ​ພຽງ​ຄົນ​ດຽວ ແຕ່​ຈະ​ໃຫ້​ແກ່​ທຸກຄົນ​ທີ່​ລໍຖ້າ​ການ​ມາ​ປາກົດ​ຂອງ​ພຣະອົງ​ດ້ວຍ.


ນີ້​ເປັນ​ຄຳເວົ້າ​ທີ່​ໜ້າເຊື່ອຖື ແລະ ເຮົາ​ຢາກ​ໃຫ້​ເຈົ້າ​ເນັ້ນ​ໃສ່​ເລື່ອງ​ເຫລົ່ານີ້ ເພື່ອ​ວ່າ​ບັນດາ​ຜູ້​ທີ່​ໄວ້ໃຈ​ໃນ​ພຣະເຈົ້າ​ຈະ​ໄດ້​ເອົາໃຈໃສ່​ໃນ​ການອຸທິດຕົນ​ເຮັດ​ສິ່ງ​ທີ່​ດີ. ສິ່ງ​ເຫລົ່ານີ້​ເປັນ​ສິ່ງ​ດີ​ເລີດ ແລະ ເປັນ​ປະໂຫຍດ​ແກ່​ທຸກຄົນ.


ໃຫ້​ພວກເຮົາ​ປັກຕາ​ເບິ່ງ​ທີ່​ພຣະເຢຊູເຈົ້າ, ພຣະອົງ​ເປັນ​ຜູ້​ບຸກເບີກ​ຄວາມເຊື່ອ ແລະ ເປັນ​ຜູ້​ເຮັດໃຫ້​ຄວາມເຊື່ອ​ສົມບູນ. ເພາະ​ເຫັນ​ແກ່​ຄວາມຍິນດີ​ທີ່​ຕັ້ງ​ໄວ້​ຢູ່​ຕໍ່ໜ້າ​ພຣະອົງ ພຣະອົງ​ຈຶ່ງ​ໄດ້​ອົດທົນ​ຕໍ່​ໄມ້ກາງແຂນ ແລະ ບໍ່​ໃສ່ໃຈ​ໃນ​ຄວາມອັບອາຍ​ຂອງ​ໄມ້ກາງແຂນ ແລະ ໄດ້​ນັ່ງ​ລົງ​ທີ່​ເບື້ອງຂວາ​ຂອງ​ບັນລັງ​ຂອງ​ພຣະເຈົ້າ.


ເພາະວ່າ​ພຣະອົງ​ເອງ​ໄດ້​ທົນທຸກ​ໃນ​ເວລາ​ທີ່​ພຣະອົງ​ຖືກ​ທົດລອງ, ພຣະອົງ​ຈຶ່ງ​ສາມາດ​ຊ່ວຍ​ບັນດາ​ຜູ້​ທີ່​ກຳລັງ​ຖືກ​ທົດລອງ​ໄດ້.


ເຫດສະນັ້ນ ພຣະອົງ​ຈຶ່ງ​ສາມາດ​ຊ່ວຍ​ບັນດາ​ຜູ້​ທີ່​ມາ​ຫາ​ພຣະເຈົ້າ​ໂດຍ​ທາງ​ພຣະອົງ​ໄດ້​ຢ່າງ​ສົມບູນ ເພາະ​ພຣະອົງ​ມີຊີວິດ​ຢູ່​ເພື່ອ​ຈະ​ອ້ອນວອນ​ເພື່ອ​ພວກເຂົາ​ສະເໝີ.


ຜູ້​ທີ່​ພຣະເຈົ້າ​ໄດ້​ປົກປ້ອງ​ໄວ້​ດ້ວຍ​ລິດອຳນາດ​ຂອງ​ພຣະອົງ​ຜ່ານທາງ​ຄວາມເຊື່ອ ຈົນ​ເຖິງ​ຄວາມພົ້ນ ເຊິ່ງ​ພ້ອມ​ແລ້ວ​ທີ່​ຈະ​ເປີດເຜີຍ​ໃນ​ຍຸກສຸດທ້າຍ.


ແຕ່​ຖ້າ​ພວກເຈົ້າ​ທົນທຸກ​ໃນ​ຖານະ​ທີ່​ເປັນ​ຄຣິສຕຽນ​ກໍ​ຢ່າ​ໄດ້​ອັບອາຍ, ແຕ່​ຈົ່ງ​ສັນລະເສີນ​ພຣະເຈົ້າ​ທີ່​ພວກເຈົ້າ​ໄດ້​ຮັບ​ການ​ເອີ້ນ​ຕາມ​ນາມ​ນັ້ນ.


ດັ່ງນັ້ນ ຜູ້​ທີ່​ທົນທຸກ​ຕາມ​ຄວາມ​ປະສົງ​ຂອງ​ພຣະເຈົ້າ​ກໍ​ຄວນ​ມອບ​ຕົນເອງ​ໄວ້​ກັບ​ພຣະຜູ້ສ້າງ​ຜູ້​ສັດຊື່​ຂອງ​ພວກເຂົາ ແລະ ເຮັດ​ຄວາມດີ​ຕໍ່ໄປ.


ແດ່​ພຣະອົງ​ຜູ້​ສາມາດ​ຄຸ້ມຄອງ​ພວກເຈົ້າ​ບໍ່​ໃຫ້​ລົ້ມລົງ ແລະ ໃຫ້​ພວກເຈົ້າ​ຢູ່​ຕໍ່ໜ້າ​ສະຫງ່າລາສີ​ຂອງ​ພຣະອົງ ໂດຍ​ບໍ່ມີຕຳໜິ ແລະ ດ້ວຍ​ຄວາມຊື່ນຊົມຍິນດີ​ອັນ​ໃຫຍ່


Jiwasaru arktasipxañani:

Anuncios ukanaka


Anuncios ukanaka