Biblia Todo Logo
Internet tuqin Biblia

- Anuncios ukanaka -




2 ຕີໂມທຽວ 1:10 - ພຣະຄຳພີລາວສະບັບສະໄໝໃໝ່

10 ແຕ່​ບັດນີ້ ໄດ້​ເປີດເຜີຍ​ຜ່ານທາງ​ການ​ມາ​ປາກົດ​ຂອງ​ພຣະຄຣິດເຈົ້າເຢຊູ​ພຣະຜູ້ຊ່ວຍໃຫ້ພົ້ນ​ຂອງ​ພວກເຮົາ ຜູ້​ໄດ້​ທຳລາຍ​ຄວາມຕາຍ ແລະ ໄດ້​ນຳ​ຊີວິດ ແລະ ຄວາມເປັນອະມະຕະ​ມາ​ສູ່​ຄວາມ​ສະຫວ່າງ​ຜ່ານທາງ​ຂ່າວປະເສີດ

Uka jalj uñjjattʼäta Copia luraña

ພຣະຄຳພີສັກສິ

10 ແຕ່​ບັດນີ້ ພຣະຄຸນ​ນັ້ນ​ຖືກ​ເປີດເຜີຍ​ໃຫ້​ພວກເຮົາ​ໄດ້​ເຫັນ ໂດຍ​ການ​ສະເດັດ​ມາ​ປາກົດ​ຂອງ​ພຣະຄຣິດເຈົ້າ​ເຢຊູ​ພຣະ​ຜູ້​ໂຜດ​ຊ່ວຍ​ໃຫ້​ພົ້ນ​ຂອງ​ພວກເຮົາ ພຣະອົງ​ໄດ້​ກຳຈັດ​ຣິດ​ແຫ່ງ​ຄວາມ​ຕາຍ​ໃຫ້​ສິ້ນສຸດ​ໄປ ແລະ​ໄດ້​ເປີດເຜີຍ​ຢ່າງ​ຈະແຈ້ງ​ເຖິງ​ຊີວິດ​ອັນ​ຕາຍ​ບໍ່​ເປັນ ໂດຍ​ທາງ​ຂ່າວປະເສີດ.

Uka jalj uñjjattʼäta Copia luraña




2 ຕີໂມທຽວ 1:10
58 Jak'a apnaqawi uñst'ayäwi  

ເຫດສະນັ້ນ ຖ້າ​ຮ່າງກາຍ​ຂອງ​ເຈົ້າ​ທຸກ​ສ່ວນ​ເຕັມ​ໄປ​ດ້ວຍ​ຄວາມສະຫວ່າງ ແລະ ບໍ່​ມີ​ສ່ວນ​ໃດ​ໃນ​ຄວາມມືດ, ຮ່າງກາຍ​ຂອງ​ເຈົ້າ​ກໍ​ຈະ​ເຕັມ​ໄປ​ດ້ວຍ​ຄວາມສະຫວ່າງ​ເໝືອນດັ່ງ​ເວລາ​ທີ່​ແສງ​ຕະກຽງ​ສ່ອງ​ມາ​ໃສ່​ເຈົ້າ”.


ລາວ​ຈຶ່ງ​ເວົ້າ​ກັບ​ຊາຍ​ຜູ້​ເບິ່ງແຍງ​ສວນອະງຸ່ນ​ວ່າ, ‘ເຮົາ​ມາ​ຊອກຫາ​ໝາກ​ຈາກ​ຕົ້ນໝາກເດື່ອ​ໃນ​ຕົ້ນ​ນີ້​ສາມ​ປີ​ແລ້ວ ແຕ່​ບໍ່​ເຄີຍ​ພົບ​ເລີຍ. ຈົ່ງ​ຕັດ​ມັນ​ຖິ້ມ​ສາ! ຈະ​ປູກ​ມັນ​ໃຫ້​ເສຍ​ດິນ​ເຮັດຫຍັງ?’


ໃນ​ວັນ​ນີ້​ທີ່​ເມືອງ​ຂອງ​ດາວິດ ອົງ​ພຣະຜູ້ຊ່ວຍໃຫ້ພົ້ນ​ອົງ​ໜຶ່ງ​ໄດ້​ມາ​ບັງເກີດ​ເພື່ອ​ພວກເຈົ້າ, ພຣະອົງ​ຄື​ພຣະເມຊີອາ, ອົງພຣະຜູ້ເປັນເຈົ້າ.


ເປັນ​ຄວາມສະຫວ່າງ​ແທ້​ທີ່​ໃຫ້​ຄວາມສະຫວ່າງ​ແກ່​ມະນຸດ​ທຸກຄົນ​ທີ່​ກຳລັງ​ເຂົ້າ​ມາ​ໃນ​ໂລກ.


ພຣະເຢຊູເຈົ້າ​ຕອບ​ວ່າ, “ເຮົາ​ນີ້​ແຫລະ​ເປັນ​ທາງ​ນັ້ນ ເປັນ​ຄວາມຈິງ ແລະ ເປັນ​ຊີວິດ. ບໍ່​ມີ​ຜູ້ໃດ​ມາ​ເຖິງ​ພຣະບິດາເຈົ້າ​ໄດ້​ນອກ​ຈາກ​ມາ​ທາງ​ເຮົາ.


ແຕ່​ເລື່ອງ​ເຫລົ່ານີ້​ໄດ້​ບັນທຶກ​ໄວ້​ກໍ​ເພື່ອ​ພວກເຈົ້າ​ທັງຫລາຍ​ຈະ​ໄດ້​ເຊື່ອ​ວ່າ​ພຣະເຢຊູເຈົ້າ​ເປັນ​ພຣະເມຊີອາ ພຣະບຸດ​ຂອງ​ພຣະເຈົ້າ ແລະ ໂດຍ​ຄວາມເຊື່ອ​ໃນ​ນາມ​ຂອງ​ພຣະອົງ​ນັ້ນ ພວກເຈົ້າ​ຈະ​ມີ​ຊີວິດ.


ພວກເຂົາ​ໄດ້​ເວົ້າ​ກັບ​ຍິງ​ຄົນ​ນັ້ນ​ວ່າ, “ຕັ້ງແຕ່​ນີ້​ໄປ ພວກເຮົາ​ບໍ່​ໄດ້​ເຊື່ອ​ພຽງ​ເພາະ​ຄຳເວົ້າ​ຂອງ​ເຈົ້າ, ແຕ່​ເພາະ​ດຽວນີ້​ພວກເຮົາ​ໄດ້​ຍິນ​ເພິ່ນ​ເອງ​ເວົ້າ ແລະ ພວກເຮົາ​ກໍ​ຮູ້​ວ່າ​ພຣະອົງ​ນີ້​ແຫລະ ທີ່​ເປັນ​ພຣະຜູ້ຊ່ວຍໃຫ້ພົ້ນ​ຂອງ​ໂລກ​ແທ້ຈິງ”.


ແຕ່​ເຖິງ​ປານ​ນັ້ນ ພວກເຈົ້າ​ກໍ​ບໍ່​ຍອມ​ມາ​ຫາ​ເຮົາ​ເພື່ອ​ຈະ​ໄດ້​ຊີວິດ.


“ຈາກ​ເຊື້ອສາຍ​ເດວິດ​ນີ້​ເອງ ພຣະເຈົ້າ​ໄດ້​ນຳ​ພຣະເຢຊູເຈົ້າ​ພຣະຜູ້ຊ່ວຍໃຫ້ພົ້ນ​ມາ​ໃຫ້​ປະຊາຊົນ​ອິດສະຣາເອນ, ຕາມ​ທີ່​ພຣະອົງ​ໄດ້​ສັນຍາ​ໄວ້.


ພຣະເຈົ້າ​ໄດ້​ຍົກ​ພຣະເຢຊູເຈົ້າ​ຂຶ້ນ​ໃຫ້​ຢູ່​ເບື້ອງຂວາ​ມື​ຂອງ​ພຣະອົງ ໃຫ້​ເປັນ​ອົງ​ເຈົ້າຊາຍ ແລະ ພຣະຜູ້ຊ່ວຍໃຫ້ພົ້ນ ເພື່ອ​ພຣະອົງ​ຈະ​ໃຫ້​ປະຊາຊົນ​ອິດສະຣາເອນ​ກັບໃຈໃໝ່ ແລະ ໄດ້​ຮັບ​ການ​ອະໄພ​ບາບ​ຂອງ​ພວກເຂົາ.


ແຕ່​ບັດນີ້ ໄດ້​ຖືກ​ເປີດເຜີຍ ແລະ ເຮັດ​ໃຫ້​ເປັນ​ທີ່​ຮູ້ຈັກ​ຜ່ານທາງ​ຂໍ້ຂຽນ​ຕ່າງໆ​ຂອງ​ການທຳນວາຍ​ຕາມ​ຄຳສັ່ງ​ຂອງ​ພຣະເຈົ້າ​ອົງ​ນິລັນດອນ ເພື່ອ​ຄົນຕ່າງຊາດ​ທັງປວງ​ຈະ​ໄດ້​ມາ​ເຊື່ອຟັງ​ພຣະອົງ​ໂດຍ​ທາງ​ຄວາມເຊື່ອ


ສຳລັບ​ຄົນ​ທີ່​ບໍ່​ທໍ້ຖອຍ​ໃນ​ການ​ເຮັດ​ຄວາມດີ ຄື​ຄົນ​ທີ່​ສະແຫວງຫາ​ສະຫງ່າລາສີ, ກຽດຕິຍົດ ແລະ ຊີວິດ​ທີ່​ຕາຍບໍ່ເປັນ​ນັ້ນ, ພຣະອົງ​ກໍ​ຈະ​ໃຫ້​ຊີວິດ​ນິລັນດອນ​ແກ່​ພວກເຂົາ.


ຖ້າ​ຢ່າງ​ນັ້ນ ພວກເຮົາ​ລຶບລ້າງ​ກົດບັນຍັດ​ດ້ວຍ​ຄວາມເຊື່ອ​ບໍ? ບໍ່​ແມ່ນ​ຢ່າງນັ້ນ​ດອກ! ພວກເຮົາ​ເປັນ​ຜູ້​ສະໜັບສະໜູນ​ກົດບັນຍັດ.


ເພາະ​ພວກເຮົາ​ຮູ້​ແລ້ວ​ວ່າ ຊີວິດ​ເກົ່າ​ຂອງ​ພວກເຮົາ​ຖືກ​ຄຶງ​ໄວ້​ກັບ​ພຣະອົງ​ແລ້ວ ເພື່ອ​ວ່າ​ກາຍ​ທີ່​ຖືກ​ຄອບຄອງ​ໂດຍ​ບາບ​ນັ້ນ​ຈະ​ຖືກ​ກຳຈັດ​ໄປ ເພື່ອ​ພວກເຮົາ​ຈະ​ບໍ່​ເປັນ​ຂ້າທາດ​ຂອງ​ຄວາມບາບ​ອີກ​ຕໍ່ໄປ


ສັດຕູ​ໂຕ​ສຸດທ້າຍ​ທີ່​ຈະ​ຕ້ອງ​ທຳລາຍ​ຄື​ຄວາມຕາຍ.


ເຫດສະນັ້ນ ຢ່າ​ຕັດສິນ​ສິ່ງໃດ​ກ່ອນ​ເວລາ​ທີ່​ໄດ້​ກຳນົດ​ໄວ້; ຈົ່ງ​ຄອຍຖ້າ​ຈົນ​ກວ່າ​ອົງພຣະຜູ້ເປັນເຈົ້າ​ມາ. ພຣະອົງ​ຈະ​ນຳ​ເອົາ​ສິ່ງ​ທີ່​ເຊື່ອງໄວ້​ຢູ່​ໃນ​ຄວາມມືດ​ມາ​ສູ່​ຄວາມສະຫວ່າງ ແລະ ຈະ​ເປີດເຜີຍ​ບັນດາ​ແຮງຈູງໃຈ​ທີ່​ຢູ່​ໃນ​ໃຈ. ໃນ​ເວລາ​ນັ້ນ ແຕ່ລະຄົນ​ຈະ​ໄດ້ຮັບ​ຄຳຍ້ອງຍໍ​ຈາກ​ພຣະເຈົ້າ.


ເພາະ​ໃນຂະນະ​ທີ່​ພວກເຮົາ​ຍັງ​ຢູ່​ໃນ​ເຕັນ​ນີ້ ພວກເຮົາ​ກໍ​ໂອ່ຍຄາງ ແລະ ເປັນທຸກ, ເພາະ​ພວກເຮົາ​ບໍ່​ປາຖະໜາ​ທີ່​ຈະ​ເປືອຍ​ຢູ່ ແຕ່​ປາຖະໜາ​ທີ່​ຈະ​ຮັບ​ການຫົ່ມກາຍ​ດ້ວຍ​ທີ່ຢູ່ອາໄສ​ຈາກ​ສະຫວັນ​ຂອງ​ພວກເຮົາ, ເພື່ອ​ວ່າ​ຊີວິດ​ຈະ​ກືນເອົາ​ຮ່າງກາຍ​ທີ່​ຕາຍເປັນ​ນັ້ນ.


ພວກເຈົ້າ​ຜູ້​ທີ່​ພະຍາຍາມ​ເປັນ​ຜູ້ຊອບທຳ​ໂດຍ​ກົດບັນຍັດ ຜູ້​ນັ້ນ​ກໍ​ໄດ້​ຕັດຂາດ​ຈາກ​ພຣະຄຣິດເຈົ້າ; ພວກເຈົ້າ​ໄດ້​ຕົກ​ຈາກ​ພຣະຄຸນ​ເສຍ​ແລ້ວ.


ເຮົາ​ອະທິຖານ​ໃຫ້​ຕາ​ໃຈ​ຂອງ​ພວກເຈົ້າ​ສະຫວ່າງ​ຂຶ້ນ ເພື່ອ​ພວກເຈົ້າ​ຈະ​ໄດ້​ຮູ້​ເຖິງ​ຄວາມຫວັງ​ທີ່​ພຣະອົງ​ໄດ້​ເອີ້ນ​ພວກເຈົ້າ​ນັ້ນ ຄື​ຮູ້​ເຖິງ​ຄວາມຮັ່ງມີ​ແຫ່ງ​ມໍລະດົກ​ອັນ​ຮຸ່ງເຮືອງ​ຂອງ​ພຣະອົງ​ໃນ​ຄົນ​ບໍລິສຸດ​ຂອງ​ພຣະອົງ,


ພຣະອົງ​ເຮັດ​ໃຫ້​ພວກເຮົາ​ຮູ້​ຈັກ​ຄວາມ​ປະສົງ​ອັນ​ລ້ຳເລິກ​ຂອງ​ພຣະອົງ​ຕາມ​ຄວາມ​ພໍໃຈ​ພຣະອົງ, ເຊິ່ງ​ພຣະອົງ​ໄດ້​ກຳນົດ​ໄວ້​ໃນ​ພຣະຄຣິດເຈົ້າ,


ເມື່ອ​ນັ້ນ​ຄົນ​ນອກ​ກົດໝາຍ​ນີ້​ຈະ​ປາກົດ​ໂຕ ຜູ້​ທີ່​ພຣະເຢຊູເຈົ້າ​ອົງພຣະຜູ້ເປັນເຈົ້າ​ຈະ​ໂຄ່ນລົ້ມ​ມັນ​ດ້ວຍ​ລົມ​ຈາກ​ປາກ​ຂອງ​ພຣະອົງ ແລະ ທຳລາຍ​ມັນ​ດ້ວຍ​ລັດສະໝີ​ແຫ່ງ​ການ​ມາ​ຂອງ​ພຣະອົງ.


ຈົດໝາຍ​ສະບັບ​ນີ້​ຈາກ​ເຮົາ​ໂປໂລ, ຜູ້​ເປັນ​ອັກຄະສາວົກ​ຂອງ​ພຣະຄຣິດເຈົ້າເຢຊູ​ໂດຍ​ຄວາມ​ປະສົງ​ຂອງ​ພຣະເຈົ້າ​ຕາມ​ສັນຍາ​ແຫ່ງ​ຊີວິດ​ທີ່​ຢູ່​ໃນ​ພຣະຄຣິດເຈົ້າເຢຊູ,


ດັ່ງນັ້ນ ຢ່າ​ລະອາຍ​ທີ່​ຈະ​ເປັນ​ພະຍານ​ເລື່ອງ​ອົງພຣະຜູ້ເປັນເຈົ້າ​ຂອງ​ພວກເຮົາ ຫລື ລະອາຍ​ໃນ​ເລື່ອງ​ເຮົາ​ຜູ້​ຖືກ​ຈຳຈອງ​ເພື່ອ​ພຣະອົງ. ແຕ່​ຈົ່ງ​ຮ່ວມ​ທົນທຸກ​ກັບ​ເຮົາ​ເພື່ອ​ຂ່າວປະເສີດ​ໂດຍ​ລິດອຳນາດ​ຂອງ​ພຣະເຈົ້າ.


ຕໍ່ໜ້າ​ພຣະເຈົ້າ ແລະ ພຣະຄຣິດເຈົ້າເຢຊູ​ຜູ້​ຈະ​ພິພາກສາ​ທັງ​ຄົນເປັນ ແລະ ຄົນຕາຍ ແລະ ໂດຍ​ຄຳນຶງ​ເຖິງ​ການ​ມາ​ປາກົດ​ຂອງ​ພຣະອົງ ແລະ ອານາຈັກ​ຂອງ​ພຣະອົງ, ເຮົາ​ຂໍ​ຮຽກຮ້ອງ​ເຈົ້າ​ວ່າ:


ບັດນີ້​ມົງກຸດ​ແຫ່ງ​ຄວາມຊອບທຳ​ລໍຖ້າ​ເຮົາ​ຢູ່ ເຊິ່ງ​ອົງພຣະຜູ້ເປັນເຈົ້າ​ຜູ້ພິພາກສາ​ທີ່​ຍຸຕິທຳ​ຈະ​ໃຫ້​ມົງກຸດ​ນີ້​ເປັນ​ລາງວັນ​ແກ່​ເຮົາ​ໃນ​ວັນ​ນັ້ນ ແລະ ບໍ່​ແມ່ນ​ແກ່​ເຮົາ​ພຽງ​ຄົນ​ດຽວ ແຕ່​ຈະ​ໃຫ້​ແກ່​ທຸກຄົນ​ທີ່​ລໍຖ້າ​ການ​ມາ​ປາກົດ​ຂອງ​ພຣະອົງ​ດ້ວຍ.


ເພາະ​ພຣະຄຸນ​ຂອງ​ພຣະເຈົ້າ​ທີ່​ໄດ້​ປາກົດ​ນັ້ນ​ໄດ້​ໃຫ້​ຄວາມພົ້ນ​ແກ່​ທຸກຄົນ


ໃນ​ຂະນະ​ທີ່​ພວກເຮົາ​ກຳລັງ​ຄອຍຖ້າ​ຄວາມຫວັງ​ອັນ​ເຕັມ​ໄປ​ດ້ວຍ​ພອນ ຄື​ການ​ມາ​ປາກົດ​ຂອງ​ສະຫງ່າລາສີ​ຂອງ​ພຣະເຈົ້າ​ອົງ​ຍິ່ງໃຫຍ່ ແລະ ພຣະເຢຊູຄຣິດເຈົ້າ​ອົງ​ພຣະຜູ້ຊ່ວຍໃຫ້ພົ້ນ​ຂອງ​ພວກເຮົາ,


ແຕ່​ເມື່ອ​ຄວາມເມດຕາ ແລະ ຄວາມຮັກ​ຂອງ​ພຣະເຈົ້າ​ອົງ​ພຣະຜູ້ຊ່ວຍໃຫ້ພົ້ນ​ຂອງ​ພວກເຮົາ​ໄດ້​ມາ​ປາກົດ,


ຈົ່ງ​ລະນຶກ​ເຖິງ​ວັນ​ກ່ອນໜ້າ​ນັ້ນ​ຫລັງຈາກ​ທີ່​ພວກເຈົ້າ​ໄດ້​ຮັບ​ຄວາມສະຫວ່າງ, ເມື່ອ​ພວກເຈົ້າ​ອົດທົນ​ໃນ​ຍາມ​ທີ່​ຖືກ​ຕໍ່ຕ້ານ​ຢ່າງໜັກ​ທີ່​ເຕັມ​ໄປ​ດ້ວຍ​ຄວາມທຸກຍາກລໍາບາກ.


ຈົດໝາຍ​ສະບັບ​ນີ້​ຈາກ​ເຮົາ​ຊີໂມນ​ເປໂຕ ຜູ້​ເປັນ​ຜູ້ຮັບໃຊ້ ແລະ ເປັນ​ອັກຄະສາວົກ​ຂອງ​ພຣະເຢຊູຄຣິດເຈົ້າ, ເຖິງ​ບັນດາ​ຜູ້​ທີ່​ໄດ້​ຮັບ​ຄວາມເຊື່ອ​ອັນ​ລ້ຳຄ່າ​ເໝືອນ​ກັບ​ທີ່​ພວກເຮົາ​ໄດ້​ຮັບ​ໂດຍ​ຜ່ານທາງ​ຄວາມຊອບທຳ​ຂອງ​ພຣະເຈົ້າ ແລະ ພຣະເຢຊູຄຣິດເຈົ້າ​ອົງ​ພຣະຜູ້ຊ່ວຍໃຫ້ພົ້ນ​ຂອງ​ພວກເຮົາ:


ແລະ ພວກເຈົ້າ​ຈະ​ໄດ້ຮັບ​ການຕ້ອນຮັບ​ທີ່​ອຸດົມສົມບູນ​ເຂົ້າ​ໃນ​ອານາຈັກ​ນິລັນດອນ​ຂອງ​ພຣະເຢຊູຄຣິດເຈົ້າ​ອົງ​ພຣະຜູ້ຊ່ວຍໃຫ້ພົ້ນ ແລະ ອົງພຣະຜູ້ເປັນເຈົ້າ​ຂອງ​ພວກເຮົາ.


ລິດອຳນາດ​ຂອງ​ພຣະອົງ​ໄດ້​ໃຫ້​ທຸກສິ່ງ​ທີ່​ຈຳເປັນ​ສຳລັບ​ຊີວິດ​ໃນ​ທາງ​ຂອງ​ພຣະເຈົ້າ​ແກ່​ພວກເຮົາ ຜ່ານທາງ​ການ​ຮູ້ຈັກ​ພຣະອົງ​ຜູ້​ເອີ້ນ​ພວກເຮົາ​ດ້ວຍ​ສະຫງ່າລາສີ ແລະ ຄຸນຄວາມດີ​ຂອງ​ພຣະອົງ​ເອງ.


ຖ້າ​ພວກເຂົາ​ໄດ້​ໜີ​ພົ້ນ​ຈາກ​ມົນທິນ​ຂອງ​ໂລກ​ມາ​ແລ້ວ​ໂດຍ​ການຮູ້ຈັກ​ກັບ​ອົງພຣະຜູ້ເປັນເຈົ້າ ແລະ ພຣະເຢຊູຄຣິດເຈົ້າ​ອົງ​ພຣະຜູ້ຊ່ວຍໃຫ້ພົ້ນ​ຂອງ​ພວກເຮົາ ແລ້ວ​ຍັງ​ກັບ​ຄືນ​ໄປ​ພົວພັນ ແລະ ພ່າຍແພ້​ກັບ​ສິ່ງ​ນັ້ນ​ຢູ່ ບັ້ນປາຍ​ຂອງ​ພວກເຂົາ​ກໍ​ກັບ​ຊົ່ວຮ້າຍ​ຍິ່ງ​ກວ່າ​ບັ້ນຕົ້ນ.


ແຕ່​ຈົ່ງ​ຈະເລີນ​ຂຶ້ນ​ໃນ​ພຣະຄຸນ​ຂອງ​ພຣະເຢຊູຄຣິດເຈົ້າ​ອົງພຣະຜູ້ເປັນເຈົ້າ ແລະ ພຣະຜູ້ຊ່ວຍໃຫ້ພົ້ນ​ຂອງ​ພວກເຮົາ ແລະ ຮູ້​ຈັກ​ພຣະອົງ​ໃຫ້​ຫລາຍ​ຂຶ້ນ. ຂໍ​ໃຫ້​ກຽດ​ສະຫງ່າລາສີ​ຈົ່ງ​ມີ​ແກ່​ພຣະອົງ​ທັງ​ບັດນີ້ ແລະ ຕະຫລອດໄປ. ອາແມນ.


ເຮົາ​ຢາກ​ໃຫ້​ພວກເຈົ້າ​ລະນຶກ​ເຖິງ​ຖ້ອຍຄຳ​ທີ່​ພວກ​ຜູ້ທຳນວາຍ​ບໍລິສຸດ​ກ່າວ​ໄວ້​ໃນ​ເມື່ອກ່ອນ​ນັ້ນ ແລະ ລະນຶກ​ເຖິງ​ຄຳສັ່ງ​ຂອງ​ອົງພຣະຜູ້ເປັນເຈົ້າ ແລະ ອົງ​ພຣະຜູ້ຊ່ວຍໃຫ້ພົ້ນ​ຂອງ​ພວກເຮົາ​ໄດ້​ສັ່ງ​ຜ່ານທາງ​ພວກ​ອັກຄະສາວົກ​ຂອງ​ພວກເຈົ້າ.


ຊີວິດ​ນີ້​ໄດ້​ປາກົດ​ຂຶ້ນ​ແລ້ວ, ພວກເຮົາ​ໄດ້​ເຫັນ, ໄດ້​ເປັນພະຍານ ແລະ ພວກເຮົາ​ປະກາດ​ໃຫ້​ພວກເຈົ້າ​ຮູ້​ເຖິງ​ຊີວິດ​ນິລັນດອນ ເຊິ່ງ​ດຳລົງ​ຢູ່​ກັບ​ພຣະບິດາເຈົ້າ ແລະ ໄດ້​ປາກົດ​ແກ່​ພວກເຮົາ.


ພວກເຮົາ​ໄດ້​ເຫັນ ແລະ ໄດ້​ເປັນ​ພະຍານ​ວ່າ​ພຣະບິດາເຈົ້າ​ໄດ້​ສົ່ງ​ພຣະບຸດ​ຂອງ​ພຣະອົງ​ມາ​ເປັນ​ພຣະຜູ້ຊ່ວຍໃຫ້ພົ້ນ​ຂອງ​ໂລກ.


ຫລັງຈາກ​ນີ້ ຂ້າພະເຈົ້າ​ໄດ້​ເຫັນ​ເທວະດາ​ອີກ​ຕົນ​ໜຶ່ງ​ລົງ​ມາ​ຈາກ​ສະຫວັນ. ເທວະດາ​ຕົນ​ນີ້​ມີ​ສິດອຳນາດ​ອັນ​ຍິ່ງໃຫຍ່ ແລະ ແຜ່ນດິນໂລກ​ໄດ້​ສະຫວ່າງ​ຂຶ້ນ​ດ້ວຍ​ລັດສະໝີ​ຂອງ​ເພິ່ນ.


ຜູ້ໃດ​ກໍ​ຕາມ​ມີ​ຫູ ກໍ​ຈົ່ງ​ໃຫ້​ພວກເຂົາ​ຟັງ​ສິ່ງ​ທີ່​ພຣະວິນຍານ​ກ່າວ​ແກ່​ຄຣິສຕະຈັກ​ທັງຫລາຍ. ຜູ້​ທີ່​ໄດ້​ຮັບ​ໄຊຊະນະ​ເຮົາ​ຈະ​ໃຫ້​ຜູ້​ນັ້ນ​ມີ​ສິດ​ກິນ​ຜົນ​ຈາກ​ຕົ້ນໄມ້​ແຫ່ງ​ຊີວິດ​ທີ່​ຢູ່​ໃນ​ອຸທິຍານ​ສະຫວັນ​ຂອງ​ພຣະເຈົ້າ.


ຫລັງຈາກນັ້ນ ຄວາມຕາຍ ແລະ ແດນມໍລະນາ​ກໍ​ຖືກ​ຖິ້ມລົງ​ໃນ​ບຶງໄຟ. ບຶງໄຟ​ນີ້​ແຫລະ​ຄື​ຄວາມຕາຍ​ຄັ້ງ​ທີສອງ.


“ຄວາມສຸກ​ມີ​ແກ່​ບັນດາ​ຜູ້​ທີ່​ຊຳລະ​ເສື້ອຄຸມ​ຂອງ​ຕົນ ເພື່ອ​ວ່າ​ພວກເຂົາ​ຈະ​ໄດ້​ມີ​ສິດ​ໃນ​ຕົ້ນໄມ້​ແຫ່ງ​ຊີວິດ ແລະ ຜ່ານ​ປະຕູ​ເຂົ້າ​ສູ່​ນະຄອນ​ນັ້ນ​ໄດ້.


ພຣະວິນຍານ ແລະ ເຈົ້າສາວ​ກ່າວ​ວ່າ, “ເຊີນມາ!” ແລະ ຜູ້​ທີ່​ໄດ້​ຍິນ​ໃຫ້​ກ່າວ​ວ່າ, “ເຊີນມາ!” ຜູ້ໃດ​ຫິວນ້ຳ​ໃຫ້​ຜູ້​ນັ້ນ​ເຂົ້າ​ມາ, ແລະ ຜູ້ໃດ​ທີ່​ປາຖະໜາ​ກໍ​ໃຫ້​ຜູ້​ນັ້ນ​ມາ​ຮັບ​ເອົາ​ນ້ຳ​ແຫ່ງ​ຊີວິດ​ໂດຍ​ບໍ່​ຕ້ອງ​ເສຍຄ່າ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka