Biblia Todo Logo
Internet tuqin Biblia

- Anuncios ukanaka -




2 ເທສະໂລນິກ 3:8 - ພຣະຄຳພີລາວສະບັບສະໄໝໃໝ່

8 ພວກເຮົາ​ບໍ່​ໄດ້​ກິນອາຫານ​ຂອງ​ຜູ້ໃດ​ໂດຍ​ບໍ່​ໄດ້​ຈ່າຍ​ຄ່າ. ກົງກັນຂ້າມ ພວກເຮົາ​ເຮັດວຽກ​ທັງ​ກາງເວັນ ແລະ ກາງຄືນ, ອອກແຮງງານ ແລະ ເຮັດວຽກ​ລຳບາກ​ເພື່ອ​ຈະ​ບໍ່​ເປັນ​ພາລະ​ໃຫ້​ແກ່​ຜູ້ໃດ​ໃນ​ພວກເຈົ້າ.

Uka jalj uñjjattʼäta Copia luraña

ພຣະຄຳພີສັກສິ

8 ພວກເຮົາ​ບໍ່ໄດ້​ອາໄສ​ຢູ່​ກິນ​ລ້າໆ​ນຳ​ຜູ້ໃດ ແຕ່​ພວກເຮົາ​ໄດ້​ເຮັດ​ວຽກງານ​ຢ່າງ​ໜັກໜ່ວງ ພວກເຮົາ​ໄດ້​ເຮັດ​ວຽກ​ທັງເວັນ​ທັງຄືນ ເພື່ອ​ບໍ່​ໃຫ້​ເປັນ​ພາລະ​ແກ່​ຜູ້ໃດ​ໃນ​ພວກເຈົ້າ.

Uka jalj uñjjattʼäta Copia luraña




2 ເທສະໂລນິກ 3:8
14 Jak'a apnaqawi uñst'ayäwi  

ຂໍ​ໂຜດ​ໃຫ້​ອາຫານ​ປະຈຳວັນ​ແກ່​ພວກ​ຂ້ານ້ອຍ​ໃນ​ວັນ​ນີ້.


ແລະ ເພາະວ່າ​ໂປໂລ​ມີ​ອາຊີບ​ເປັນ​ຊ່າງ​ເຮັດ​ຜ້າເຕັນ​ເໝືອນ​ກັນ​ກັບ​ພວກເຂົາ, ເພິ່ນ​ຈຶ່ງ​ໄດ້​ພັກ ແລະ ເຮັດ​ວຽກ​ຢູ່​ກັບ​ພວກເຂົາ.


ພວກທ່ານ​ເອງ​ກໍ​ຮູ້​ຢູ່​ແລ້ວ​ວ່າ​ດ້ວຍ​ສອງ​ມື​ຂອງ​ຂ້າພະເຈົ້າ​ນີ້​ໄດ້​ຫາ​ລ້ຽງ​ຕົນ​ເອງ ແລະ ເພື່ອນຮ່ວມງານ​ຂອງ​ຂ້າພະເຈົ້າ.


ພວກເຮົາ​ເຮັດ​ວຽກ​ໜັກ​ດ້ວຍ​ມື​ຂອງ​ພວກເຮົາ​ເອງ. ເມື່ອ​ພວກເຮົາ​ຖືກ​ປ້ອຍດ່າ, ພວກເຮົາ​ກໍ​ອວຍພອນ; ເມື່ອ​ພວກເຮົາ​ຖືກ​ຂົ່ມເຫັງ, ພວກເຮົາ​ກໍ​ອົດທົນ​ເອົາ,


ພວກເຮົາ​ບໍ່​ມີ​ສິດ​ທີ່​ຈະ​ກິນ ແລະ ດື່ມ​ບໍ?


ເຮົາ​ໄດ້​ທຳງານ​ໜັກ ແລະ ລຳບາກ, ອົດ​ນອນ​ຢູ່​ເລື້ອຍ, ເຮົາ​ຮູ້ຈັກ​ການອົດເຂົ້າ​ຫິວນ້ຳ ແລະ ຂາດ​ອາຫານ​ຢູ່​ເລື້ອຍ, ເຮົາ​ຕ້ອງ​ພົບ​ກັບ​ຄວາມໜາວ ແລະ ເປືອຍກາຍ.


ແລະ ເມື່ອ​ເຮົາ​ຢູ່​ກັບ​ພວກເຈົ້າ ແລະ ເມື່ອ​ເຮົາ​ຂາດເຂີນ​ບາງສິ່ງ, ເຮົາ​ກໍ​ບໍ່​ໄດ້​ເປັນ​ພາລະ​ໃຫ້​ແກ່​ຜູ້ໃດ, ເພາະ​ພີ່ນ້ອງ​ຜູ້​ທີ່​ມາ​ຈາກ​ແຂວງ​ມາເກໂດເນຍ​ໄດ້​ສະໜັບສະໜູນ​ສິ່ງ​ຈຳເປັນ​ໃຫ້​ແກ່​ເຮົາ. ເຮົາ​ໄດ້​ລະວັງ​ເຮົາເອງ​ບໍ່​ໃຫ້​ເປັນ​ພາລະ​ໃດໆ​ແກ່​ພວກເຈົ້າ ແລະ ຈະ​ເຮັດ​ຢ່າງນັ້ນ​ຕໍ່ໄປ.


ຜູ້​ທີ່​ເຄີຍ​ລັກ​ກໍ​ຢ່າ​ລັກ​ອີກ, ແຕ່​ຈົ່ງ​ເຮັດວຽກ, ຈົ່ງ​ໃຊ້​ມື​ຂອງ​ຕົນ​ເຮັດ​ສິ່ງ​ທີ່​ມີ​ປະໂຫຍດ ເພື່ອ​ຈະ​ມີ​ບາງສິ່ງ​ແບ່ງປັນ​ໃຫ້​ແກ່​ຜູ້​ທີ່​ມີ​ຄວາມຈຳເປັນ.


ພີ່ນ້ອງ​ທັງຫລາຍ​ເອີຍ, ເຮົາ​ໝັ້ນໃຈ​ວ່າ​ພວກເຈົ້າ​ຈື່​ພາລະກິດ​ອັນ​ໜັກໜ່ວງ ແລະ ຄວາມລໍາບາກ​ຂອງ​ພວກເຮົາ, ພວກເຮົາ​ໄດ້​ເຮັດວຽກ​ທັງ​ກາງເວັນ ແລະ ກາງຄືນ​ເພື່ອ​ຈະ​ບໍ່​ເປັນ​ພາລະ​ແກ່​ຜູ້ໃດ​ເລີຍ​ໃນ​ຂະນະ​ທີ່​ພວກເຮົາ​ປະກາດ​ຂ່າວປະເສີດ​ຂອງ​ພຣະເຈົ້າ​ແກ່​ພວກເຈົ້າ.


ແລະ ພວກເຈົ້າ​ຈົ່ງ​ມຸ່ງໝັ້ນ​ວ່າ​ຈະ​ດຳເນີນຊີວິດ​ຢ່າງ​ສະຫງົບ​ຄື: ພວກເຈົ້າ​ຈະ​ຕ້ອງ​ເອົາໃຈໃສ່​ທຸລະກິດ​ຂອງ​ຕົນເອງ ແລະ ລົງມື​ເຮັດວຽກ​ເອງ​ເໝືອນດັ່ງ​ທີ່​ພວກເຮົາ​ໄດ້​ບອກ​ພວກເຈົ້າ​ໄວ້​ແລ້ວ​ນັ້ນ,


ພວກເຮົາ​ຂໍ​ສັ່ງ ແລະ ເຕືອນສະຕິ​ໃນ​ນາມ​ຂອງ​ພຣະເຢຊູຄຣິດເຈົ້າ​ອົງພຣະຜູ້ເປັນເຈົ້າ​ວ່າ​ໃຫ້​ຄົນ​ເຫລົ່ານີ້​ຕັ້ງໃຈ​ເຮັດວຽກ​ເພື່ອ​ໃຫ້​ມີ​ລາຍໄດ້​ຊື້​ອາຫານ​ລ້ຽງ​ຕົນເອງ


Jiwasaru arktasipxañani:

Anuncios ukanaka


Anuncios ukanaka