Biblia Todo Logo
Internet tuqin Biblia

- Anuncios ukanaka -




2 ເທສະໂລນິກ 3:7 - ພຣະຄຳພີລາວສະບັບສະໄໝໃໝ່

7 ເພາະ​ພວກເຈົ້າ​ເອງ​ກໍ​ຮູ້​ຢູ່​ແລ້ວ​ວ່າ​ພວກເຈົ້າ​ຄວນ​ເຮັດ​ຕາມ​ແບບຢ່າງ​ຂອງ​ພວກເຮົາ. ເມື່ອ​ພວກເຮົາ​ຢູ່​ກັບ​ພວກເຈົ້າ​ນັ້ນ​ພວກເຮົາ​ບໍ່​ໄດ້​ຂີ້ຄ້ານ​ເລີຍ,

Uka jalj uñjjattʼäta Copia luraña

ພຣະຄຳພີສັກສິ

7 ພວກເຈົ້າ​ເອງ​ກໍ​ຮູ້​ດີ​ຢູ່​ແລ້ວ​ວ່າ ພວກເຈົ້າ​ຄວນ​ປະຕິບັດ​ຕາມ​ສິ່ງ​ທີ່​ພວກເຮົາ​ໄດ້​ເຮັດ. ດ້ວຍວ່າ, ພວກເຮົາ​ບໍ່ໄດ້​ເປັນ​ຄົນ​ໃຊ້​ຊີວິດ​ໃນ​ທາງ​ບໍ່​ເປັນ​ປະໂຫຍດ​ເມື່ອ​ຢູ່​ທ່າມກາງ​ພວກເຈົ້າ.

Uka jalj uñjjattʼäta Copia luraña




2 ເທສະໂລນິກ 3:7
13 Jak'a apnaqawi uñst'ayäwi  

ຈົ່ງ​ເຮັດ​ຕາມ​ແບບຢ່າງ​ຂອງ​ເຮົາ, ເໝືອນ​ດັ່ງ​ເຮົາ​ເຮັດ​ຕາມ​ແບບຢ່າງ​ຂອງ​ພຣະຄຣິດເຈົ້າ.


ເຫດສະນັ້ນ, ເຮົາ​ຈຶ່ງ​ຂໍຮ້ອງ​ພວກເຈົ້າ​ໃຫ້​ປະຕິບັດ​ຕາມ​ແບບຢ່າງ​ຂອງ​ເຮົາ.


ພີ່ນ້ອງ​ທັງຫລາຍ​ເອີຍ ຈົ່ງ​ຮ່ວມກັນ​ເຮັດ​ຕາມ​ແບບຢ່າງ​ຂອງ​ເຮົາ ແລະ ຕາມ​ທີ່​ພວກເຈົ້າ​ມີ​ພວກເຮົາ​ປັນ​ແບບຢ່າງ, ຈົ່ງ​ເບິ່ງ​ຄົນ​ເຫລົ່ານັ້ນ​ທີ່​ດຳເນີນຊີວິດ​ຕາມ​ທີ່​ພວກເຮົາ​ເຮັດ.


ສິ່ງໃດ​ທີ່​ພວກເຈົ້າ​ໄດ້​ຮຽນຮູ້ ຫລື ໄດ້ຮັບ ຫລື ໄດ້ຍິນ​ຈາກ​ເຮົາ ຫລື ໄດ້​ເຫັນ​ໃນ​ເຮົາ ຈົ່ງ​ນໍາ​ເອົາ​ສິ່ງນັ້ນ​ໄປ​ປະຕິບັດ. ແລະ ພຣະເຈົ້າ​ແຫ່ງ​ສັນຕິສຸກ​ຈະ​ສະຖິດ​ຢູ່​ກັບ​ພວກເຈົ້າ.


ພວກເຈົ້າ​ທັງຫລາຍ​ກໍ​ເປັນ​ພະຍານ​ໄດ້ ແລະ ພຣະເຈົ້າ​ກໍ​ເປັນ​ພະຍານ​ເໝືອນ​ກັນ​ວ່າ​ພວກເຮົາ​ບໍລິສຸດ, ທ່ຽງທຳ ແລະ ບໍ່ມີຕຳໜິ​ເມື່ອ​ພວກເຮົາ​ຢູ່​ທ່າມກາງ​ພວກເຈົ້າ​ທັງຫລາຍ​ທີ່​ເຊື່ອ.


ພີ່ນ້ອງ​ທັງຫລາຍ​ເອີຍ, ພວກເຮົາ​ຂໍ​ໃຫ້​ພວກເຈົ້າ​ຕັກເຕືອນ​ຜູ້​ທີ່​ຂີ້ຄ້ານ ແລະ ມັກ​ສ້າງ​ຄວາມວຸ້ນວາຍ, ໃຫ້​ໜູນໃຈ​ຜູ້​ທີ່​ທໍ້ໃຈ, ຊ່ວຍເຫລືອ​ຜູ້​ທີ່​ອ່ອນແອ, ອົດທົນ​ກັບ​ທຸກ​ຄົນ.


ພີ່ນ້ອງ​ທັງຫລາຍ​ເອີຍ, ພວກເຮົາ​ຂໍ​ສັ່ງ​ພວກເຈົ້າ​ໃນ​ນາມ​ຂອງ​ພຣະເຢຊູຄຣິດເຈົ້າ​ອົງພຣະຜູ້ເປັນເຈົ້າ​ວ່າ​ຈົ່ງ​ຫລີກໜີ​ຈາກ​ຜູ້​ທີ່​ເຊື່ອ​ທຸກຄົນ​ທີ່​ຂີ້ຄ້ານ, ກໍ່ກວນ ແລະ ບໍ່​ຍອມ​ດຳເນີນຊີວິດ​ຕາມ​ຄຳສັ່ງສອນ​ທີ່​ພວກເຈົ້າ​ໄດ້​ຮັບ​ຈາກ​ພວກເຮົາ.


ພວກເຮົາ​ເຮັດ​ຢ່າງ​ນີ້​ບໍ່​ແມ່ນ​ເພາະ​ພວກເຮົາ​ບໍ່​ມີ​ສິດ​ຮັບ​ຄວາມຊ່ວຍເຫລືອ​ເຫລົ່ານັ້ນ ແຕ່​ເພື່ອ​ມອບ​ຕົນ​ເອງ​ໃຫ້​ເປັນ​ແບບຢ່າງ​ແກ່​ພວກເຈົ້າ​ໄດ້​ປະຕິບັດ​ຕາມ.


ຢ່າ​ໃຫ້​ຜູ້ໃດ​ດູຖູກ​ເຈົ້າ​ຍ້ອນ​ເຈົ້າ​ຍັງ​ໜຸ່ມ, ແຕ່​ຈົ່ງ​ເປັນ​ແບບຢ່າງ​ຕໍ່​ຜູ້ທີ່ເຊື່ອ​ທັງຫລາຍ​ໃນ​ດ້ານ​ວາຈາ, ການ​ປະພຶດ, ຄວາມຮັກ, ຄວາມເຊື່ອ ແລະ ຄວາມບໍລິສຸດ.


ເຈົ້າ​ຈົ່ງ​ປະພຶດ​ຕົນ​ໃຫ້​ເປັນ​ແບບ​ຢ່າງ​ໃນ​ທຸກ​ສິ່ງ​ໂດຍ​ການເຮັດ​ສິ່ງ​ທີ່​ດີ. ໃນ​ການສອນ​ຂອງ​ເຈົ້າ​ຈົ່ງ​ສະແດງ​ເຖິງ​ຄວາມສັດຊື່, ຄວາມ​ເອົາຈິງເອົາຈັງ


ບໍ່​ແມ່ນ​ວາງ​ອຳນາດ​ເໜືອ​ບັນດາ​ຜູ້​ທີ່​ມອບໝາຍ​ໃຫ້​ແກ່​ພວກເຈົ້າ, ແຕ່​ໃຫ້​ເປັນ​ແບບຢ່າງ​ແກ່​ຝູງ​ແກະ​ນັ້ນ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka