2 ເທສະໂລນິກ 3:3 - ພຣະຄຳພີລາວສະບັບສະໄໝໃໝ່3 ແຕ່ອົງພຣະຜູ້ເປັນເຈົ້າສັດຊື່ ພຣະອົງຈະເຮັດໃຫ້ພວກເຈົ້າເຂັ້ມແຂງຂຶ້ນ ແລະ ປົກປ້ອງພວກເຈົ້າໃຫ້ພົ້ນຈາກຄົນຊົ່ວຮ້າຍ. Uka jalj uñjjattʼätaພຣະຄຳພີສັກສິ3 ແຕ່ອົງພຣະຜູ້ເປັນເຈົ້າຊົງສັດຊື່ ພຣະອົງຈະເຮັດໃຫ້ພວກເຈົ້າເຂັ້ມແຂງຂຶ້ນ ທັງຈະຮັກສາພວກເຈົ້າໄວ້ໃຫ້ພົ້ນຈາກມານຊົ່ວຮ້າຍດ້ວຍ. Uka jalj uñjjattʼäta |
ບໍ່ມີການທົດລອງໃດໆເກີດຂຶ້ນກັບພວກເຈົ້າທັງຫລາຍ ນອກຈາກການທົດລອງທີ່ເກີດຂຶ້ນກັບມະນຸດທົ່ວໄປ. ແລະ ພຣະເຈົ້າສັດຊື່; ພຣະອົງຈະບໍ່ປ່ອຍໃຫ້ພວກເຈົ້າຖືກທົດລອງເກີນກວ່າສິ່ງພວກເຈົ້າຈະທົນໄດ້. ແຕ່ເມື່ອພວກເຈົ້າຖືກທົດລອງ ພຣະອົງຈະໃຫ້ພວກເຈົ້າມີທາງອອກດ້ວຍ ເພື່ອພວກເຈົ້າຈະສາມາດອົດທົນຕໍ່ການທົດລອງນັ້ນໄດ້.