Biblia Todo Logo
Internet tuqin Biblia

- Anuncios ukanaka -




2 ເທສະໂລນິກ 3:16 - ພຣະຄຳພີລາວສະບັບສະໄໝໃໝ່

16 ຂໍ​ໃຫ້​ອົງພຣະຜູ້ເປັນເຈົ້າ​ແຫ່ງ​ສັນຕິສຸກ ມອບ​ສັນຕິສຸກ​ໃຫ້​ແກ່​ພວກເຈົ້າ​ທັງຫລາຍ​ໃນ​ທຸກ​ເວລາ ແລະ ໃນ​ທຸກ​ດ້ານ. ຂໍ​ໃຫ້​ອົງພຣະຜູ້ເປັນເຈົ້າ​ຢູ່​ກັບ​ພວກເຈົ້າ​ທັງຫລາຍ.

Uka jalj uñjjattʼäta Copia luraña

ພຣະຄຳພີສັກສິ

16 ຂໍ​ໃຫ້​ອົງພຣະ​ຜູ້​ເປັນເຈົ້າ ອົງ​ເປັນ​ບໍ່​ກຳເນີດ​ແຫ່ງ​ສັນຕິສຸກ​ຂອງ​ພວກເຮົາ ຊົງ​ໂຜດ​ປະທານ​ສັນຕິສຸກ​ແກ່​ພວກເຈົ້າ​ໃນ​ທຸກຢ່າງ​ແລະ​ທຸກ​ເວລາ. ຂໍ​ໃຫ້​ອົງພຣະ​ຜູ້​ເປັນເຈົ້າ ຈົ່ງ​ສະຖິດ​ຢູ່​ກັບ​ພວກເຈົ້າ​ທຸກຄົນ​ເທີ້ນ.

Uka jalj uñjjattʼäta Copia luraña




2 ເທສະໂລນິກ 3:16
40 Jak'a apnaqawi uñst'ayäwi  

“ສາວບໍລິສຸດ​ຄົນ​ໜຶ່ງ​ຈະ​ຖືພາ​ແລ້ວ​ເກີດ​ລູກຊາຍ​ຄົນ​ໜຶ່ງ ແລະ ພວກເຂົາ​ຈະ​ເອີ້ນ​ທ່ານ​ວ່າ​ເອມານູເອນ” (ເຊິ່ງ​ມີ​ຄວາມໝາຍ​ວ່າ “ພຣະເຈົ້າ​ຢູ່​ກັບ​ພວກເຮົາ”).


ສັ່ງສອນ​ພວກເຂົາ​ໃຫ້​ເຊື່ອຟັງ​ທຸກ​ສິ່ງ​ທີ່​ເຮົາ​ໄດ້​ສັ່ງ​ພວກເຈົ້າ​ໄວ້​ແລ້ວ​ນັ້ນ. ແລະ ແນ່ນອນ ເຮົາ​ຈະ​ຢູ່​ກັບ​ພວກເຈົ້າ​ທັງຫລາຍ​ທຸກໆ​ວັນ​ຈົນ​ສິ້ນຍຸກ”.


“ຂໍ​ກຽດຕິຍົດ​ຈົ່ງ​ມີ​ແກ່​ພຣະເຈົ້າ​ໃນ​ສະຫວັນ​ສູງສຸດ ແລະ ສັນຕິສຸກ​ຈົ່ງ​ມີ​ແກ່​ຜູ້​ທີ່​ພຣະອົງ​ພໍໃຈ​ເທິງ​ແຜ່ນດິນໂລກ​ນີ້”.


ເຮົາ​ມອບ​ສັນຕິສຸກ​ໄວ້​ກັບ​ພວກເຈົ້າ, ສັນຕິສຸກ​ທີ່​ເຮົາ​ມອບ​ໃຫ້​ນັ້ນ​ບໍ່​ເໝືອນ​ສັນຕິສຸກ​ທີ່​ໂລກ​ໃຫ້. ຢ່າ​ໃຫ້​ໃຈ​ຂອງ​ພວກເຈົ້າ​ວຸ້ນວາຍ​ໄປ ແລະ ຢ່າ​ຢ້ານ​ເລີຍ.


“ເຮົາ​ໄດ້​ບອກ​ເລື່ອງ​ນີ້​ແກ່​ພວກເຈົ້າ​ເພື່ອ​ພວກເຈົ້າ​ຈະ​ໄດ້​ມີ​ສັນຕິສຸກ​ໃນ​ເຮົາ. ໃນ​ໂລກ​ນີ້​ພວກເຈົ້າ​ຈະ​ມີ​ຄວາມທຸກຍາກລໍາບາກ ແຕ່​ຈົ່ງ​ຊື່ນໃຈ​ເທາະ! ເພາະ​ເຮົາ​ໄດ້​ຊະນະ​ໂລກ​ແລ້ວ”.


ເຖິງ​ທຸກ​ຄົນ​ທີ່​ຢູ່​ໃນ​ນະຄອນ​ໂຣມ ຜູ້​ທີ່​ພຣະເຈົ້າ​ຮັກ ແລະ ໄດ້​ເອີ້ນ​ໃຫ້​ເປັນ​ຄົນ​ບໍລິສຸດ​ຂອງ​ພຣະອົງ: ຂໍ​ໃຫ້​ພຣະຄຸນ ແລະ ສັນຕິສຸກ​ທີ່​ມາ​ຈາກ​ພຣະເຈົ້າ ພຣະບິດາເຈົ້າ​ຂອງ​ເຮົາ ແລະ ຈາກ​ພຣະເຢຊູຄຣິດເຈົ້າ ອົງພຣະຜູ້ເປັນເຈົ້າ ຈົ່ງ​ມີ​ແກ່​ພວກເຈົ້າ​ທັງຫລາຍ.


ຂໍ​ໃຫ້​ພຣະເຈົ້າ​ແຫ່ງ​ສັນຕິສຸກ​ຢູ່​ກັບ​ພວກເຈົ້າ​ທັງຫລາຍ. ອາແມນ.


ຍັງ​ອີກ​ບໍ່​ດົນ​ພຣະເຈົ້າ​ແຫ່ງ​ສັນຕິສຸກ​ຈະ​ທຳລາຍ​ຊາຕານ​ໄວ້​ໃຕ້​ຕີນ​ຂອງ​ພວກເຈົ້າ. ຂໍ​ໃຫ້​ພຣະຄຸນ​ຂອງ​ພຣະເຢຊູເຈົ້າ ອົງພຣະຜູ້ເປັນເຈົ້າ​ຂອງ​ພວກເຮົາ​ສະຖິດ​ຢູ່​ກັບ​ພວກເຈົ້າ​ທັງຫລາຍ.


ເພາະ​ພຣະເຈົ້າ​ບໍ່​ແມ່ນ​ພຣະເຈົ້າ​ແຫ່ງ​ຄວາມວຸ້ນວາຍ ແຕ່​ເປັນ​ພຣະເຈົ້າ​ແຫ່ງ​ຄວາມ​ສະຫງົບສຸກ ຕາມ​ທີ່​ປະຕິບັດ​ກັນ​ໃນ​ຊຸມຊົນ​ຂອງ​ຄົນ​ຂອງ​ພຣະເຈົ້າ.


ສຸດທ້າຍ​ນີ້ ພີ່ນ້ອງ​ທັງຫລາຍ​ເອີຍ, ຈົ່ງ​ຊື່ນຊົມຍິນດີ! ຈົ່ງ​ສູ້ຊົນ​ເພື່ອ​ການຟື້ນຟູ​ຢ່າງ​ເຕັມທີ່, ຈົ່ງ​ໜູນໃຈ​ກັນ, ຈົ່ງ​ເປັນ​ນ້ຳໜຶ່ງ​ໃຈ​ດຽວ​ກັນ, ຈົ່ງ​ຢູ່​ຢ່າງ​ສະຫງົບ. ແລ້ວ​ພຣະເຈົ້າ​ແຫ່ງ​ຄວາມຮັກ ແລະ ສັນຕິສຸກ​ຈະ​ຢູ່​ກັບ​ພວກເຈົ້າ.


ຂໍ​ໃຫ້​ສັນຕິສຸກ ແລະ ຄວາມຮັກ​ພ້ອມດ້ວຍ​ຄວາມເຊື່ອ​ຈາກ​ພຣະເຈົ້າ​ພຣະບິດາ ແລະ ຈາກ​ພຣະເຢຊູຄຣິດເຈົ້າ​ອົງພຣະຜູ້ເປັນເຈົ້າ ຈົ່ງ​ມີ​ແກ່​ພີ່ນ້ອງ​ທັງຫລາຍ.


ບັດນີ້ ຂໍ​ພຣະເຈົ້າ​ພຣະບິດາເຈົ້າ ແລະ ພຣະເຢຊູເຈົ້າ​ອົງພຣະຜູ້ເປັນເຈົ້າ​ຂອງ​ພວກເຮົາ​ເປີດ​ທາງ​ໃຫ້​ແກ່​ພວກເຮົາ​ທີ່​ຈະ​ໄດ້​ມາ​ພົບ​ພວກເຈົ້າ.


ຂໍ​ໃຫ້​ພຣະເຈົ້າ​ເອງ​ຜູ້​ເປັນ​ພຣະເຈົ້າ​ແຫ່ງ​ສັນຕິສຸກ​ຊຳລະ​ພວກເຈົ້າ​ໃຫ້​ບໍລິສຸດ​ໃນ​ທຸກ​ດ້ານ. ຂໍ​ໃຫ້​ທັງ​ວິນຍານ, ຈິດໃຈ ແລະ ຮ່າງກາຍ​ຂອງ​ພວກເຈົ້າ​ບໍ່ມີຕຳໜິ​ໃນ​ວັນ​ທີ່​ພຣະເຢຊູຄຣິດເຈົ້າ​ອົງພຣະຜູ້ເປັນເຈົ້າ​ຂອງ​ພວກເຮົາ​ມາ.


ຂໍ​ໃຫ້​ພຣະຄຸນ​ຂອງ​ພຣະເຢຊູຄຣິດເຈົ້າ​ອົງພຣະຜູ້ເປັນເຈົ້າ​ຂອງ​ພວກເຮົາ ຈົ່ງ​ສະຖິດ​ຢູ່​ກັບ​ພວກເຈົ້າ​ທັງຫລາຍ.


ຂໍ​ອົງພຣະຜູ້ເປັນເຈົ້າ​ສະຖິດ​ກັບ​ຈິດວິນຍານ​ຂອງ​ເຈົ້າ ຂໍ​ໃຫ້​ພຣະຄຸນ​ຈົ່ງ​ສະຖິດ​ຢູ່​ກັບ​ພວກເຈົ້າ​ທຸກ​ຄົນ.


ຂໍ​ໃຫ້​ພຣະຄຸນ​ຂອງ​ພຣະເຢຊູຄຣິດເຈົ້າ​ອົງພຣະຜູ້ເປັນເຈົ້າ ຈົ່ງ​ສະຖິດ​ຢູ່​ກັບ​ຈິດວິນຍານ​ຂອງ​ເຈົ້າ.


ຂໍ​ໃຫ້​ພຣະເຈົ້າ​ແຫ່ງ​ສັນຕິສຸກ, ຜູ້​ທີ່​ຜ່ານ​ໂລຫິດ​ແຫ່ງ​ພັນທະສັນຍາ​ນິລັນດອນ​ໄດ້​ນໍາ​ເອົາ​ພຣະເຢຊູຄຣິດເຈົ້າ​ອົງພຣະຜູ້ເປັນເຈົ້າ​ຂອງ​ພວກເຮົາ​ເປັນຄືນມາຈາກຕາຍ, ຜູ້​ເປັນ​ພຣະຜູ້ລ້ຽງ​ອົງ​ຍິ່ງໃຫຍ່​ຂອງ​ຝູງ​ແກະ​ນັ້ນ.


ແລະ ອັບຣາຮາມ​ໄດ້​ຖວາຍ​ໜຶ່ງສວ່ນສິບ​ຈາກ​ສິ່ງຂອງ​ທັງໝົດ​ໃຫ້​ແກ່​ເພິ່ນ. ປະການ​ທຳອິດ, ເມຄີເຊເດັກ​ມີ​ຄວາມຫມາຍ​ວ່າ “ກະສັດ​ແຫ່ງ​ຄວາມຊອບທຳ” ແລະ ປະການ​ຕໍ່ມາ, “ກະສັດ​ແຫ່ງ​ຊາເລັມ” ກໍ​ໝາຍ​ເຖິງ “ກະສັດ​ແຫ່ງ​ສັນຕິສຸກ”.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka