Biblia Todo Logo
Internet tuqin Biblia

- Anuncios ukanaka -




2 ເທສະໂລນິກ 3:13 - ພຣະຄຳພີລາວສະບັບສະໄໝໃໝ່

13 ແລະ ສຳລັບ​ພວກເຈົ້າ​ນັ້ນ ພີ່ນ້ອງ​ທັງຫລາຍ​ເອີຍ, ຢ່າ​ອິດເມື່ອຍ​ທີ່​ຈະ​ເຮັດ​ສິ່ງ​ດີ.

Uka jalj uñjjattʼäta Copia luraña

ພຣະຄຳພີສັກສິ

13 ແຕ່​ພີ່ນ້ອງ​ທັງຫລາຍ​ເອີຍ ພວກເຈົ້າ​ບໍ່​ຕ້ອງ​ອິດເມື່ອຍ​ທີ່​ຈະ​ເຮັດ​ຄວາມດີ.

Uka jalj uñjjattʼäta Copia luraña




2 ເທສະໂລນິກ 3:13
17 Jak'a apnaqawi uñst'ayäwi  

ແລ້ວ​ພຣະເຢຊູເຈົ້າ​ໄດ້​ບອກ​ພວກສາວົກ​ຂອງ​ພຣະອົງ​ເປັນ​ຄຳອຸປະມາ​ເພື່ອ​ສະແດງ​ໃຫ້​ພວກເພິ່ນ​ເຫັນ​ວ່າ​ພວກເພິ່ນ​ຄວນ​ອະທິຖານ​ຢູ່​ສະເໝີ ແລະ ບໍ່​ຢຸດ.


ສຳລັບ​ຄົນ​ທີ່​ບໍ່​ທໍ້ຖອຍ​ໃນ​ການ​ເຮັດ​ຄວາມດີ ຄື​ຄົນ​ທີ່​ສະແຫວງຫາ​ສະຫງ່າລາສີ, ກຽດຕິຍົດ ແລະ ຊີວິດ​ທີ່​ຕາຍບໍ່ເປັນ​ນັ້ນ, ພຣະອົງ​ກໍ​ຈະ​ໃຫ້​ຊີວິດ​ນິລັນດອນ​ແກ່​ພວກເຂົາ.


ເມື່ອ​ພຣະອົງ​ໄດ້​ກະທຳ​ຢ່າງ​ນີ້​ແລ້ວ, ພຣະບຸດ​ເອງ​ຈະ​ຢູ່​ພາຍໃຕ້​ພຣະເຈົ້າ​ຜູ້​ເຮັດໃຫ້​ທຸກສິ່ງ​ຢູ່​ພາຍໃຕ້​ພຣະອົງ ເພື່ອ​ວ່າ​ພຣະເຈົ້າ​ຈະ​ເປັນ​ເອກ​ໃນ​ສິ່ງ​ທັງປວງ.


ເຫດສະນັ້ນ ເພາະ​ໂດຍ​ພຣະ​ເມດຕາ​ຂອງ​ພຣະເຈົ້າ ພວກເຮົາ​ມີ​ພັນທະກິດ​ນີ້, ພວກເຮົາ​ຈຶ່ງ​ບໍ່​ທໍ້ຖອຍ​ໃຈ.


ເຫດສະນັ້ນ ພວກເຮົາ​ຈຶ່ງ​ບໍ່​ທໍ້ຖອຍໃຈ. ເຖິງແມ່ນ​ວ່າ​ກາຍ​ພາຍນອກ​ຂອງ​ພວກເຮົາ​ກຳລັງ​ຊຸດໂຊມ​ລົງ ແຕ່​ຈິດໃຈ​ພາຍໃນ​ຂອງ​ພວກເຮົາ​ກໍ​ກຳລັງ​ຟື້ນ​ຂຶ້ນ​ໃໝ່​ທຸກວັນ.


ແລະ ນີ້​ແມ່ນ​ຄຳອະທິຖານ​ຂອງ​ເຮົາ​ຄື: ຂໍ​ໃຫ້​ຄວາມຮັກ​ຂອງ​ພວກເຈົ້າ​ຈະ​ເພີ່ມຂຶ້ນ​ເລື້ອຍໆ​ໃນ​ຄວາມຮູ້ ແລະ ຄວາມເຂົ້າໃຈ​ອັນ​ເລິກເຊິ່ງ,


ສຸດທ້າຍ​ນີ້ ພີ່ນ້ອງ​ທັງຫລາຍ​ເອີຍ, ພວກເຮົາ​ໄດ້​ສັ່ງສອນ​ພວກເຈົ້າ​ແລ້ວ​ວ່າ​ຈະ​ດຳເນີນຊີວິດ​ຢ່າງໃດ​ເພື່ອ​ໃຫ້​ພຣະເຈົ້າ​ພໍໃຈ ຕາມ​ຄວາມເປັນຈິງ​ພວກເຈົ້າ​ກໍ​ເຮັດ​ເຊັ່ນ​ນັ້ນ​ຢູ່​ແລ້ວ. ບັດນີ້ ພວກເຮົາ​ຂໍຮ້ອງ​ພວກເຈົ້າ ແລະ ຊັກຊວນ​ພວກເຈົ້າ​ໃນ​ພຣະເຢຊູເຈົ້າ​ອົງພຣະຜູ້ເປັນເຈົ້າ​ໃຫ້​ເຮັດ​ສິ່ງ​ນີ້​ຫລາຍ​ກວ່າ​ເກົ່າ​ອີກ


ແຕ່​ເຖິງຢ່າງໃດ​ກໍ​ຕາມ​ຢ່າ​ຖື​ວ່າ​ພວກເຂົາ​ເປັນ​ສັດຕູ ແຕ່​ຈົ່ງ​ເຕືອນສະຕິ​ພວກເຂົາ​ໃນ​ຖານະ​ພີ່ນ້ອງ​ທີ່​ເຊື່ອ​ຂອງ​ພວກເຈົ້າ.


ຈົ່ງ​ພິຈາລະນາ​ເຖິງ​ພຣະອົງ​ຜູ້​ໄດ້​ອົດທົນ​ຕໍ່​ການຕໍ່ຕ້ານ​ຢ່າງ​ນັ້ນ​ຈາກ​ຄົນບາບ​ທັງຫລາຍ, ເພື່ອ​ວ່າ​ພວກເຈົ້າ​ຈະ​ໄດ້​ບໍ່​ອິດເມື່ອຍ ແລະ ທໍ້ຖອຍ​ໃຈ.


ແລະ ພວກເຈົ້າ​ໄດ້​ລືມ​ຖ້ອຍຄຳ​ແຫ່ງ​ການ​ໃຫ້​ກຳລັງໃຈ​ທີ່​ເວົ້າ​ກັບ​ພວກເຈົ້າ​ໃນ​ຖານະ​ພໍ່​ເວົ້າ​ກັບ​ລູກ​ຂອງ​ຕົນ​ແລ້ວ​ບໍ? ທີ່​ກ່າວ​ວ່າ, “ລູກ​ຂອງ​ເຮົາ​ເອີຍ, ຢ່າ​ລະເລີຍ​ຕໍ່​ການຕີສອນ​ຂອງ​ອົງພຣະຜູ້ເປັນເຈົ້າ, ແລະ ຢ່າ​ທໍ້ຖອຍໃຈ​ເມື່ອ​ພຣະອົງ​ຕຳໜິ​ເຈົ້າ,


ເຈົ້າ​ໄດ້​ອົດທົນບາກບັ່ນ ແລະ ອົດທົນ​ຕໍ່​ຄວາມຍາກລໍາບາກ​ເພື່ອ​ນາມ​ຂອງ​ເຮົາ ແລະ ເຈົ້າ​ກໍ​ບໍ່​ໄດ້​ເມື່ອຍລ້າ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka