Biblia Todo Logo
Internet tuqin Biblia

- Anuncios ukanaka -




2 ເທສະໂລນິກ 3:12 - ພຣະຄຳພີລາວສະບັບສະໄໝໃໝ່

12 ພວກເຮົາ​ຂໍ​ສັ່ງ ແລະ ເຕືອນສະຕິ​ໃນ​ນາມ​ຂອງ​ພຣະເຢຊູຄຣິດເຈົ້າ​ອົງພຣະຜູ້ເປັນເຈົ້າ​ວ່າ​ໃຫ້​ຄົນ​ເຫລົ່ານີ້​ຕັ້ງໃຈ​ເຮັດວຽກ​ເພື່ອ​ໃຫ້​ມີ​ລາຍໄດ້​ຊື້​ອາຫານ​ລ້ຽງ​ຕົນເອງ

Uka jalj uñjjattʼäta Copia luraña

ພຣະຄຳພີສັກສິ

12 ໃນ​ພຣະນາມ​ຂອງ​ອົງ​ພຣະເຢຊູ​ຄຣິດເຈົ້າ ພວກເຮົາ​ສັ່ງ​ແລະ​ເຕືອນ​ສະຕິ​ຄົນ​ຢ່າງ​ນັ້ນ​ວ່າ ໃຫ້​ດຳເນີນ​ຊີວິດ​ຢ່າງ​ມີ​ລະບຽບ ແລະ​ໃຫ້​ເຮັດ​ວຽກງານ​ເພື່ອ​ລ້ຽງຊີບ​ຕົນເອງ.

Uka jalj uñjjattʼäta Copia luraña




2 ເທສະໂລນິກ 3:12
9 Jak'a apnaqawi uñst'ayäwi  

ຂໍ​ໂຜດ​ໃຫ້​ອາຫານ​ປະຈຳວັນ​ແກ່​ພວກ​ຂ້ານ້ອຍ​ໃນ​ແຕ່ລະວັນ.


ຜູ້​ທີ່​ເຄີຍ​ລັກ​ກໍ​ຢ່າ​ລັກ​ອີກ, ແຕ່​ຈົ່ງ​ເຮັດວຽກ, ຈົ່ງ​ໃຊ້​ມື​ຂອງ​ຕົນ​ເຮັດ​ສິ່ງ​ທີ່​ມີ​ປະໂຫຍດ ເພື່ອ​ຈະ​ມີ​ບາງສິ່ງ​ແບ່ງປັນ​ໃຫ້​ແກ່​ຜູ້​ທີ່​ມີ​ຄວາມຈຳເປັນ.


ສຸດທ້າຍ​ນີ້ ພີ່ນ້ອງ​ທັງຫລາຍ​ເອີຍ, ພວກເຮົາ​ໄດ້​ສັ່ງສອນ​ພວກເຈົ້າ​ແລ້ວ​ວ່າ​ຈະ​ດຳເນີນຊີວິດ​ຢ່າງໃດ​ເພື່ອ​ໃຫ້​ພຣະເຈົ້າ​ພໍໃຈ ຕາມ​ຄວາມເປັນຈິງ​ພວກເຈົ້າ​ກໍ​ເຮັດ​ເຊັ່ນ​ນັ້ນ​ຢູ່​ແລ້ວ. ບັດນີ້ ພວກເຮົາ​ຂໍຮ້ອງ​ພວກເຈົ້າ ແລະ ຊັກຊວນ​ພວກເຈົ້າ​ໃນ​ພຣະເຢຊູເຈົ້າ​ອົງພຣະຜູ້ເປັນເຈົ້າ​ໃຫ້​ເຮັດ​ສິ່ງ​ນີ້​ຫລາຍ​ກວ່າ​ເກົ່າ​ອີກ


ແລະ ພວກເຈົ້າ​ຈົ່ງ​ມຸ່ງໝັ້ນ​ວ່າ​ຈະ​ດຳເນີນຊີວິດ​ຢ່າງ​ສະຫງົບ​ຄື: ພວກເຈົ້າ​ຈະ​ຕ້ອງ​ເອົາໃຈໃສ່​ທຸລະກິດ​ຂອງ​ຕົນເອງ ແລະ ລົງມື​ເຮັດວຽກ​ເອງ​ເໝືອນດັ່ງ​ທີ່​ພວກເຮົາ​ໄດ້​ບອກ​ພວກເຈົ້າ​ໄວ້​ແລ້ວ​ນັ້ນ,


ພວກເຮົາ​ບໍ່​ໄດ້​ກິນອາຫານ​ຂອງ​ຜູ້ໃດ​ໂດຍ​ບໍ່​ໄດ້​ຈ່າຍ​ຄ່າ. ກົງກັນຂ້າມ ພວກເຮົາ​ເຮັດວຽກ​ທັງ​ກາງເວັນ ແລະ ກາງຄືນ, ອອກແຮງງານ ແລະ ເຮັດວຽກ​ລຳບາກ​ເພື່ອ​ຈະ​ບໍ່​ເປັນ​ພາລະ​ໃຫ້​ແກ່​ຜູ້ໃດ​ໃນ​ພວກເຈົ້າ.


ເພື່ອ​ກະສັດ​ທັງຫລາຍ ແລະ ບັນດາ​ຜູ້​ມີ​ອຳນາດ​ທັງໝົດ, ເພື່ອ​ວ່າ​ພວກເຮົາ​ທັງຫລາຍ​ຈະ​ໄດ້​ຢູ່​ຢ່າງ​ສະຫງົບສຸກ ແລະ ດຳເນີນຊີວິດ​ຢ່າງ​ງຽບໆ​ຢູ່​ໃນ​ທາງ​ຂອງ​ພຣະເຈົ້າ ແລະ ໃນ​ຄວາມບໍລິສຸດ​ທຸກຢ່າງ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka