Biblia Todo Logo
Internet tuqin Biblia

- Anuncios ukanaka -




2 ເທສະໂລນິກ 2:12 - ພຣະຄຳພີລາວສະບັບສະໄໝໃໝ່

12 ແລະ ເພື່ອ​ວ່າ​ທຸກຄົນ​ທີ່​ບໍ່​ຍອມ​ເຊື່ອ​ຄວາມຈິງ​ແຕ່​ກັບ​ຊົມຊື່ນ​ຄວາມ​ຊົ່ວຮ້າຍ​ຈະ​ຖືກ​ຕັດສິນ​ລົງໂທດ.

Uka jalj uñjjattʼäta Copia luraña

ພຣະຄຳພີສັກສິ

12 ໃນ​ທີ່ສຸດ ທຸກຄົນ​ທີ່​ບໍ່ໄດ້​ເຊື່ອ​ຄວາມຈິງ ຄື​ຜູ້​ທີ່​ເພີດເພີນ​ຢູ່​ໃນ​ການ​ຊົ່ວຮ້າຍ ກໍ​ຈະ​ຖືກ​ພິພາກສາ​ລົງໂທດ.

Uka jalj uñjjattʼäta Copia luraña




2 ເທສະໂລນິກ 2:12
21 Jak'a apnaqawi uñst'ayäwi  

ບັນດາ​ຫົວໜ້າ​ປະໂລຫິດ​ດີໃຈ​ຫລາຍ​ທີ່​ໄດ້​ຍິນ​ເລື່ອງ​ນີ້ ແລະ ສັນຍາ​ວ່າ​ຈະ​ເອົາ​ເງິນ​ໃຫ້​ລາວ. ດັ່ງນັ້ນ ຢູດາ​ຈຶ່ງ​ຊອກຫາ​ໂອກາດ​ທີ່​ຈະ​ມອບ​ພຣະເຢຊູເຈົ້າ​ແກ່​ພວກເຂົາ.


ຜູ້ໃດ​ກໍ​ຕາມ​ທີ່​ເຊື່ອ ແລະ ຮັບ​ບັບຕິສະມາ​ກໍ​ຈະ​ໄດ້​ພົ້ນ, ແຕ່​ຜູ້ໃດ​ກໍ​ຕາມ​ທີ່​ບໍ່ເຊື່ອ​ກໍ​ຈະ​ຖືກ​ຕັດສິນ​ລົງໂທດ.


ຜູ້ໃດ​ທີ່​ເຊື່ອ​ໃນ​ພຣະບຸດ​ກໍ​ມີຊີວິດ​ນິລັນດອນ, ແຕ່​ຜູ້ໃດ​ທີ່​ບໍ່​ຍອມຮັບ​ພຣະບຸດ​ກໍ​ຈະ​ບໍ່​ໄດ້​ຊີວິດ​ນິລັນດອນ, ເພາະ​ຄວາມໂກດຮ້າຍ​ຂອງ​ພຣະເຈົ້າ​ຍັງ​ຢູ່​ກັບ​ພວກເຂົາ.


ເຖິງແມ່ນວ່າ ພວກເຂົາ​ຮູ້​ກົດບັນຍັດ​ອັນ​ຊອບທຳ​ຂອງ​ພຣະເຈົ້າ​ທີ່​ກ່າວ​ວ່າ ຄົນ​ທີ່​ກະທຳ​ຢ່າງ​ນັ້ນ​ກໍ​ສົມຄວນ​ຕ້ອງ​ຕາຍ, ເຖິງປານນັ້ນ ພວກເຂົາ​ກໍ​ຍັງ​ເຮັດ​ຢູ່ ແລະ ຍັງ​ເຫັນພ້ອມ​ກັບ​ຄົນ​ທີ່​ເຮັດ​ຢ່າງ​ນັ້ນ​ອີກ​ດ້ວຍ.


ຈົ່ງ​ຮັກ​ດ້ວຍ​ຄວາມ​ຈິງໃຈ ຈົ່ງ​ກຽດຊັງ​ສິ່ງ​ທີ່​ຊົ່ວ ຈົ່ງ​ຢຶດໝັ້ນ​ໃນ​ສິ່ງ​ທີ່​ດີ.


ແຕ່​ຜູ້​ທີ່​ສະແຫວງຫາ​ຜົນປະໂຫຍດ​ໃສ່​ຕົນເອງ ແລະ ຜູ້​ທີ່​ປະຕິເສດ​ຄວາມຈິງ ແລະ ຕິດຕາມ​ຄວາມ​ຊົ່ວ​ຈະ​ໄດ້​ຮັບ​ຄວາມ​ໂກດຮ້າຍ ແລະ ການ​ລົງໂທດ.


ຄວາມຮັກ​ບໍ່​ຍິນດີ​ໃນ​ຄວາມ​ຊົ່ວ ແຕ່​ຍິນດີ​ກັບ​ຄວາມຈິງ.


ເພາະ​ພຣະເຈົ້າ​ບໍ່​ໄດ້​ກຳນົດ​ໃຫ້​ພວກເຮົາ​ຕ້ອງ​ປະເຊີນ​ຕໍ່​ຄວາມໂກດຮ້າຍ ແຕ່​ໃຫ້​ຮັບ​ຄວາມພົ້ນ​ໂດຍ​ທາງ​ພຣະເຢຊູຄຣິດເຈົ້າ​ອົງພຣະຜູ້ເປັນເຈົ້າ​ຂອງ​ພວກເຮົາ.


ແລະ ໃຊ້​ຄວາມ​ຊົ່ວຮ້າຍ​ທຸກ​ຢ່າງ​ຫລອກລວງ​ບັນດາ​ຜູ້​ທີ່​ກຳລັງ​ຈະ​ຈິບຫາຍ. ພວກເຂົາ​ຈິບຫາຍ​ເພາະ​ພວກເຂົາ​ປະຕິເສດ​ທີ່​ຈະ​ຮັກ​ຄວາມຈິງ​ທີ່​ນຳ​ໄປ​ສູ່​ຄວາມພົ້ນ.


ດ້ວຍ​ຄວາມໂລບ​ຂອງ​ພວກເຂົາ​ນັ້ນ ພວກຄູສອນ​ເຫລົ່ານີ້​ຈະ​ແຕ່ງ​ເລື່ອງ​ຕ່າງໆ​ຂຶ້ນ​ມາ​ເພື່ອ​ຂູດຮີດ​ພວກເຈົ້າ. ຄຳພິພາກສາ​ລົງໂທດ​ຂອງ​ພວກເຂົາ​ກໍ​ຖືກ​ຫ້ອຍ​ຢູ່​ເທິງ​ພວກເຂົາ​ດົນນານ​ມາ​ແລ້ວ ແລະ ຄວາມຈິບຫາຍ​ຂອງ​ພວກເຂົາ​ກໍ​ບໍ່​ໄດ້​ຫລັບ​ຢູ່.


ເພື່ອນ​ທີ່​ຮັກ​ເອີຍ, ຢ່າ​ເອົາ​ແບບຢ່າງ​ສິ່ງ​ທີ່​ຊົ່ວ​ແຕ່​ຈົ່ງ​ເອົາ​ແບບຢ່າງ​ສິ່ງ​ທີ່​ດີ. ຜູ້ໃດ​ທີ່​ເຮັດ​ດີ​ກໍ​ມາ​ຈາກ​ພຣະເຈົ້າ. ຜູ້​ທີ່​ເຮັດ​ຊົ່ວ​ກໍ​ບໍ່​ເຄີຍ​ເຫັນ​ພຣະເຈົ້າ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka