Biblia Todo Logo
Internet tuqin Biblia

- Anuncios ukanaka -




2 ເທສະໂລນິກ 2:11 - ພຣະຄຳພີລາວສະບັບສະໄໝໃໝ່

11 ດ້ວຍເຫດນີ້ ພຣະເຈົ້າ​ຈຶ່ງ​ໄດ້​ສົ່ງ​ການຫລອກລວງ​ມາ​ຄອບງຳ​ພວກເຂົາ​ເພື່ອ​ວ່າ​ພວກເຂົາ​ຈະ​ເຊື່ອ​ຄວາມຕົວະ

Uka jalj uñjjattʼäta Copia luraña

ພຣະຄຳພີສັກສິ

11 ດັ່ງນັ້ນ ພຣະເຈົ້າ​ຈຶ່ງ​ໃຫ້​ອິດທິພົນ​ອັນ​ຫລອກລວງ​ນັ້ນ ເຮັດ​ການ​ຢູ່​ພາຍໃນ ເພື່ອ​ໃຫ້​ພວກເຂົາ​ເຊື່ອຟັງ​ຄວາມ​ບໍ່​ຈິງ.

Uka jalj uñjjattʼäta Copia luraña




2 ເທສະໂລນິກ 2:11
21 Jak'a apnaqawi uñst'ayäwi  

ແລະ ຈະ​ມີ​ຜູ້ທຳນວາຍປອມ​ຫລາຍຄົນ​ເກີດຂຶ້ນ ແລະ ຫລອກລວງ​ຫລາຍຄົນ.


ດ້ວຍວ່າ ຈະ​ມີ​ຫລາຍ​ຄົນ​ມາ​ໃນ​ນາມ​ຂອງ​ເຮົາ ແລະ ອ້າງ​ວ່າ, ‘ເຮົາ​ເປັນ​ພຣະຄຣິດເຈົ້າ’ ແລະ ຈະ​ຫລອກລວງ​ຫລາຍ​ຄົນ.


ຫລາຍກວ່ານັ້ນ, ເນື່ອງຈາກ​ພວກເຂົາ​ບໍ່​ເຫັນ​ຄຸນຄ່າ​ຂອງ​ການ​ຮູ້ຈັກ​ພຣະເຈົ້າ ພຣະອົງ​ຈຶ່ງ​ປ່ອຍ​ພວກເຂົາ​ໃຫ້​ມີ​ຈິດໃຈ​ຊົ່ວຊ້າ ເຮັດ​ສິ່ງ​ທີ່​ບໍ່​ສົມຄວນ​ເຮັດ.


ເພາະ​ຄຳຮ້ອງຂໍ​ຂອງ​ພວກເຮົາ​ບໍ່​ໄດ້​ມາ​ຈາກ​ຄວາມຜິດພາດ ຫລື ແຮງຈູງໃຈ​ທີ່​ເປື້ອນເປິ ແລະ ພວກເຮົາ​ກໍ​ບໍ່​ໄດ້​ພະຍາຍາມ​ຫລອກລວງ​ພວກເຈົ້າ​ດ້ວຍ.


ພຣະວິນຍານ​ກ່າວ​ໄວ້​ຢ່າງ​ຈະແຈ້ງ​ແລ້ວ​ວ່າ ໃນ​ພາຍຫລັງ​ມາ​ຈະ​ມີ​ບາງຄົນ​ປະຖິ້ມ​ຄວາມເຊື່ອ​ແລ້ວ​ໄປ​ຕິດຕາມ​ວິນຍານ​ຫລອກລວງ ແລະ ສິ່ງ​ຕ່າງໆ​ທີ່​ສອນ​ໂດຍ​ພວກ​ຜີມານຮ້າຍ.


ພວກເຂົາ​ຈະ​ປິ່ນ​ຫູ​ຂອງ​ພວກເຂົາ​ໜີ​ຈາກ​ຄວາມຈິງ ແລະ ປິ່ນ​ຫູ​ໄປ​ຫາ​ນິຍາຍ​ຕ່າງໆ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka