Biblia Todo Logo
Internet tuqin Biblia

- Anuncios ukanaka -




2 ເທສະໂລນິກ 1:7 - ພຣະຄຳພີລາວສະບັບສະໄໝໃໝ່

7 ແລະ ຈະ​ໃຫ້​ການບັນເທົາທຸກ​ແກ່​ພວກເຈົ້າ​ທີ່​ໄດ້​ຮັບ​ຄວາມຍາກລຳບາກ ແລະ ໃຫ້​ພວກເຮົາ​ດ້ວຍ. ເຫດການ​ນີ້​ຈະ​ເກີດຂຶ້ນ​ເມື່ອ​ພຣະເຢຊູເຈົ້າ​ອົງພຣະຜູ້ເປັນເຈົ້າ​ປາກົດ​ຈາກ​ສະຫວັນ​ໃນ​ແປວໄຟ​ອັນ​ຮ້ອນກ້າ​ພ້ອມ​ກັບ​ບັນດາ​ເທວະດາ​ຜູ້​ມີ​ລິດອຳນາດ​ຂອງ​ພຣະອົງ.

Uka jalj uñjjattʼäta Copia luraña

ພຣະຄຳພີສັກສິ

7 ແລະ​ພຣະອົງ​ຈະ​ໃຫ້​ພວກເຈົ້າ ຜູ້​ທີ່​ຖືກ​ຄວາມ​ຍາກ​ລຳບາກ ໄດ້​ຮັບ​ຄວາມ​ບັນເທົາ​ທຸກ​ຮ່ວມ​ກັບ​ພວກເຮົາ​ດ້ວຍ. ເມື່ອ​ອົງ​ພຣະເຢຊູເຈົ້າ​ຈະ​ຊົງ​ສະເດັດ​ມາ​ປາກົດ​ຈາກ​ສະຫວັນ ໃນ​ແປວໄຟ​ອັນ​ຮ້ອນກ້າ​ພ້ອມ​ດ້ວຍ​ຝູງ​ເທວະດາ​ຕົນ​ມີ​ຣິດ​ຂອງ​ພຣະອົງ,

Uka jalj uñjjattʼäta Copia luraña




2 ເທສະໂລນິກ 1:7
51 Jak'a apnaqawi uñst'ayäwi  

ເພາະ​ບຸດມະນຸດ​ຈະ​ມາ​ປາກົດ​ດ້ວຍ​ສະຫງ່າລາສີ​ຂອງ​ພຣະບິດາເຈົ້າ​ຂອງ​ພຣະອົງ ພ້ອມ​ດ້ວຍ​ບັນດາ​ເທວະດາ​ຂອງ​ພຣະອົງ, ເມື່ອ​ນັ້ນ​ພຣະອົງ​ຈະ​ຕອບແທນ​ແກ່​ທຸກຄົນ​ຕາມ​ການກະທຳ​ຂອງ​ພວກເຂົາ.


“ເຮົາ​ບອກ​ພວກເຈົ້າ​ຕາມ​ຄວາມຈິງ​ວ່າ, ບາງຄົນ​ທີ່​ຢືນ​ຢູ່​ທີ່​ນີ້​ຈະ​ບໍ່​ຮູ້​ລົດ​ຄວາມຕາຍ ຈົນ​ກວ່າ​ພວກເຂົາ​ຈະ​ໄດ້​ເຫັນ​ບຸດມະນຸດ​ມາ​ດ້ວຍ​ອານາຈັກ​ຂອງ​ພຣະອົງ”.


“ເມື່ອ​ບຸດມະນຸດ​ມາ​ດ້ວຍ​ສະຫງ່າລາສີ​ຂອງ​ພຣະອົງ​ພ້ອມດ້ວຍ​ເທວະດາ​ທັງໝົດ, ພຣະອົງ​ຈະ​ນັ່ງ​ເທິງ​ບັນລັງ​ອັນ​ຮຸ່ງເຮືອງ​ຂອງ​ພຣະອົງ.


“ແລ້ວ​ພຣະອົງ​ຈະ​ກ່າວ​ຕໍ່​ບັນດາ​ຜູ້​ທີ່​ຢູ່​ເບື້ອງຊ້າຍ​ຂອງ​ພຣະອົງ​ວ່າ, ‘ພວກເຈົ້າ​ທັງຫລາຍ​ທີ່​ຖືກ​ສາບແຊ່ງ ຈົ່ງ​ໄປ​ຈາກ​ເຮົາ, ຈົ່ງ​ລົງໄປ​ໃນ​ບຶງ​ໄຟ​ທີ່​ໄໝ້​ຢູ່​ເປັນນິດ​ທີ່​ໄດ້​ຈັດຕຽມ​ໄວ້​ສຳລັບ​ມານຮ້າຍ ແລະ ບໍລິວານ​ຂອງ​ມັນ.


ພຣະເຢຊູເຈົ້າ​ຕອບ​ວ່າ, “ແມ່ນ​ຕາມ​ທີ່​ເຈົ້າ​ເວົ້າ. ແຕ່​ເຮົາ​ບອກ​ພວກເຈົ້າ​ທຸກຄົນ​ວ່າ: ຕັ້ງແຕ່​ນີ້​ໄປ​ພວກເຈົ້າ​ຈະ​ໄດ້​ເຫັນ​ບຸດມະນຸດ​ນັ່ງ​ຢູ່​ເບື້ອງຂວາ​ມື​ຂອງ​ຜູ້​ມີ​ລິດອຳນາດ​ຍິ່ງໃຫຍ່ ແລະ ກຳລັງ​ມາ​ເທິງ​ເມກ​ແຫ່ງ​ສະຫວັນ”.


ພຣະເຢຊູເຈົ້າ​ຕອບ​ວ່າ, “ເຮົາ​ເປັນ ແລະ ພວກເຈົ້າ​ຈະ​ໄດ້​ເຫັນ​ບຸດມະນຸດ​ນັ່ງ​ຢູ່​ເບື້ອງຂວາ​ມື​ຂອງ​ຜູ້​ມີ​ລິດອຳນາດ​ຍິ່ງໃຫຍ່ ແລະ ກຳລັງ​ມາ​ເທິງ​ເມກ​ແຫ່ງ​ສະຫວັນ”.


ຖ້າ​ຜູ້ໃດ​ອັບອາຍ​ໃນ​ເລື່ອງ​ເຮົາ ແລະ ໃນ​ເລື່ອງ​ຖ້ອຍຄຳ​ຂອງ​ເຮົາ​ໃນ​ຍຸກ​ທີ່​ບາບ ແລະ ຫລິ້ນຊູ້, ບຸດມະນຸດ​ກໍ​ຈະ​ອັບອາຍ​ໃນ​ເລື່ອງ​ຄົນ​ນັ້ນ ເມື່ອ​ພຣະອົງ​ມາ​ປາກົດ​ໃນ​ສະຫງ່າລາສີ​ຂອງ​ພຣະບິດາ ພ້ອມ​ກັບ​ບັນດາ​ເທວະດາ​ບໍລິສຸດ”.


“ແຕ່​ອັບຣາຮາມ​ຕອບ​ວ່າ, ‘ລູກ​ເອີຍ, ຈົ່ງ​ຈື່​ໄວ້​ວ່າ​ໃນ​ຕະຫລອດ​ຊີວິດ​ຂອງ​ເຈົ້າ ເຈົ້າ​ໄດ້​ຮັບ​ແຕ່​ສິ່ງ​ດີ ຂະນະ​ທີ່​ລາຊາໂຣ​ໄດ້​ຮັບ​ແຕ່​ສິ່ງ​ບໍ່​ດີ, ແຕ່​ດຽວນີ້​ລາວ​ໄດ້​ຮັບ​ການ​ເລົ້າໂລມໃຈ​ຢູ່​ທີ່​ນີ້​ແລ້ວ ສ່ວນ​ເຈົ້າ​ກໍ​ຢູ່​ໃນ​ຄວາມ​ທຸກທໍລະມານ.


“ຈະ​ເປັນ​ດັ່ງ​ນີ້​ແຫລະ​ໃນ​ວັນ​ທີ່​ບຸດມະນຸດ​ມາ.


ທຸກສິ່ງ​ຖືກ​ສ້າງຂຶ້ນ​ໂດຍ​ທາງ​ພຣະອົງ, ໃນ​ບັນດາ​ສິ່ງ​ທີ່​ຖືກ​ສ້າງຂຶ້ນ​ມາ​ນັ້ນ, ບໍ່​ມີ​ຈັກ​ສິ່ງ​ທີ່​ບໍ່​ໄດ້​ຖືກ​ສ້າງຂຶ້ນ​ໂດຍ​ທາງ​ພຣະອົງ.


ແລ້ວ​ພຣະອົງ​ກ່າວ​ຕໍ່ໄປ​ວ່າ, “ເຮົາ​ບອກ​ພວກເຈົ້າ​ຕາມ​ຄວາມຈິງ​ວ່າ, ພວກເຈົ້າ​ຈະ​ເຫັນ​ສະຫວັນ​ເປີດອອກ ແລະ ບັນດາ​ເທວະດາ​ຂອງ​ພຣະເຈົ້າ​ຂຶ້ນ ແລະ ລົງ​ເທິງ​ບຸດມະນຸດ”.


ແລະ ພວກເພິ່ນ​ຈຶ່ງ​ກ່າວ​ວ່າ, “ຊາວ​ຄາລີເລ​ເອີຍ, ດ້ວຍເຫດໃດ​ພວກເຈົ້າ​ຈຶ່ງ​ຢືນ​ເບິ່ງ​ທ້ອງຟ້າ​ຢູ່​ບ່ອນ​ນີ້? ພຣະເຢຊູເຈົ້າ​ອົງ​ດຽວ​ກັນ​ນີ້​ທີ່​ຖືກ​ຮັບ​ໄປ​ຈາກ​ພວກເຈົ້າ​ຂຶ້ນ​ສູ່​ສະຫວັນ​ນັ້ນ ຈະ​ກັບ​ຄືນ​ມາ​ອີກ​ໃນ​ແບບ​ດຽວ​ກັນ​ກັບ​ທີ່​ພວກທ່ານ​ໄດ້​ເຫັນ​ພຣະອົງ​ຂຶ້ນ​ສູ່​ສະຫວັນ”.


ດັ່ງນັ້ນ, ຈົ່ງ​ຖິ້ມໃຈເກົ່າເອົາໃຈໃໝ່ ແລະ ຫັນ​ຄືນ​ມາ​ຫາ​ພຣະເຈົ້າ, ເພື່ອ​ວ່າ​ບາບ​ທັງຫລາຍ​ຂອງ​ພວກທ່ານ​ຈະ​ຖືກ​ລຶບລ້າງ​ອອກ​ໄປ, ເວລາ​ແຫ່ງ​ຄວາມ​ສົດຊື່ນ​ຈະ​ມາ​ຈາກ​ອົງພຣະຜູ້ເປັນເຈົ້າ,


ບັດນີ້ ຖ້າ​ພວກເຮົາ​ເປັນ​ບຸດ​ຂອງ​ພຣະອົງ​ແລ້ວ​ພວກເຮົາ​ກໍ​ເປັນ​ຜູ້ຮັບ​ມໍລະດົກ ຄື​ເປັນ​ຜູ້ຮັບ​ມໍລະດົກ​ຈາກ​ພຣະເຈົ້າ ແລະ ເປັນ​ຜູ້​ຮ່ວມ​ຮັບ​ມໍລະດົກ​ດ້ວຍ​ກັນ​ກັບ​ພຣະຄຣິດເຈົ້າ, ຖ້າ​ພວກເຮົາ​ຮ່ວມ​ທົນທຸກທໍລະມານ​ດ້ວຍ​ກັນ​ກັບ​ພຣະອົງ ພວກເຮົາ​ກໍ​ຈະ​ໄດ້​ຮ່ວມ​ໃນ​ສະຫງ່າລາສີ​ຂອງ​ພຣະອົງ​ດ້ວຍ.


ຜົນງານ​ຂອງ​ພວກເຂົາ​ກໍ​ຈະ​ປາກົດ​ໃຫ້​ເຫັນ​ວ່າ​ເປັນ​ຢ່າງໃດ, ເພາະວ່າ​ວັນ​ນັ້ນ​ສິ່ງ​ນີ້​ຈະ​ປາກົດ​ໃຫ້​ເຫັນ​ແຈ່ມແຈ້ງ. ຜົນງານ​ຂອງ​ພວກເຂົາ​ຈະ​ຖືກ​ເປີດເຜີຍ​ດ້ວຍ​ໄຟ, ແລ້ວ​ໄຟ​ນັ້ນ​ກໍ​ຈະ​ທົດສອບ​ຄຸນນະພາບ​ຜົນງານ​ຂອງ​ແຕ່ລະຄົນ.


ເພາະ​ຄວາມທຸກລຳບາກ​ອັນ​ເບົາບາງ ແລະ ຊົ່ວຄາວ​ຂອງ​ພວກເຮົາ ກໍ​ກຳລັງ​ເຮັດໃຫ້​ພວກເຮົາ​ໄດ້ຮັບ​ກຽດ​ນິລັນດອນ ເຊິ່ງ​ຫາ​ທີ່​ປຽບ​ສິ່ງ​ທັງໝົດ​ນີ້​ບໍ່​ໄດ້.


ຂໍ​ໃຫ້​ພຣະຄຸນ ແລະ ສັນຕິສຸກ​ທີ່​ມາ​ຈາກ​ພຣະເຈົ້າ​ພຣະບິດາ​ຂອງ​ພວກເຮົາ ແລະ ພຣະເຢຊູຄຣິດເຈົ້າ​ອົງພຣະຜູ້ເປັນເຈົ້າ ຈົ່ງ​ຢູ່​ກັບ​ພວກເຈົ້າ​ທັງຫລາຍ.


ເພາະ​ໃນ​ພຣະອົງ​ນັ້ນ ທຸກສິ່ງ​ຖືກ​ສ້າງ​ຂຶ້ນ​ຄື: ສິ່ງ​ຕ່າງໆ​ໃນ​ສະຫວັນ ແລະ ເທິງ​ແຜ່ນດິນໂລກ, ສິ່ງ​ທີ່​ຕາ​ເບິ່ງ​ເຫັນ​ໄດ້ ແລະ ສິ່ງ​ທີ່​ຕາ​ເບິ່ງ​ເຫັນ​ບໍ່​ໄດ້, ຈະ​ເປັນ​ບັນລັງ ຫລື ເປັນ​ລິດອຳນາດ ຫລື ບັນດາ​ຜູ້ປົກຄອງ ຫລື ຜູ້​ມີ​ສິດອຳນາດ ທຸກສິ່ງ​ຖືກ​ສ້າງ​ຂຶ້ນ​ໂດຍ​ພຣະອົງ ແລະ ເພື່ອ​ພຣະອົງ.


ຂໍ​ພຣະອົງ​ເຮັດ​ໃຫ້​ຈິດໃຈ​ຂອງ​ພວກເຈົ້າ​ເຂັ້ມແຂງ​ຂຶ້ນ​ເພື່ອວ່າ​ພວກເຈົ້າ​ຈະ​ບໍ່ມີຕຳໜິ ແລະ ບໍລິສຸດ​ຕໍ່ໜ້າ​ພຣະເຈົ້າ​ພຣະບິດາ​ຂອງ​ພວກເຮົາ​ເມື່ອ​ພຣະເຢຊູເຈົ້າ​ອົງພຣະຜູ້ເປັນເຈົ້າ​ຂອງ​ພວກເຮົາ​ມາ​ປາກົດ​ພ້ອມ​ກັບ​ຜູ້​ບໍລິສຸດ​ທັງປວງ​ຂອງ​ພຣະອົງ.


ຖ້າ​ພວກເຮົາ​ອົດທົນ, ພວກເຮົາ​ກໍ​ຈະ​ໄດ້​ປົກຄອງ​ຮ່ວມກັນ​ກັບ​ພຣະອົງ. ຖ້າ​ພວກເຮົາ​ປະຕິເສດ​ພຣະອົງ, ພຣະອົງ​ກໍ​ຈະ​ປະຕິເສດ​ພວກເຮົາ​ເໝືອນກັນ,


ໃນ​ຂະນະ​ທີ່​ພວກເຮົາ​ກຳລັງ​ຄອຍຖ້າ​ຄວາມຫວັງ​ອັນ​ເຕັມ​ໄປ​ດ້ວຍ​ພອນ ຄື​ການ​ມາ​ປາກົດ​ຂອງ​ສະຫງ່າລາສີ​ຂອງ​ພຣະເຈົ້າ​ອົງ​ຍິ່ງໃຫຍ່ ແລະ ພຣະເຢຊູຄຣິດເຈົ້າ​ອົງ​ພຣະຜູ້ຊ່ວຍໃຫ້ພົ້ນ​ຂອງ​ພວກເຮົາ,


ແຕ່​ມີ​ພຽງ​ແຕ່​ລໍຖ້າ​ດ້ວຍ​ຄວາມ​ຢ້ານກົວ​ຕໍ່​ການພິພາກສາ ແລະ ໄຟ​ອັນ​ຮ້ອນກ້າ​ທີ່​ຈະ​ເຜົາຜານ​ບັນດາ​ສັດຕູ​ຂອງ​ພຣະເຈົ້າ.


ເພາະວ່າ “ພຣະເຈົ້າ​ຂອງ​ພວກເຮົາ​ເປັນ​ໄຟ​ທີ່​ເຜົາໄໝ້”.


ເຫດສະນັ້ນ ໃນ​ເມື່ອ​ສັນຍາ​ວ່າ​ດ້ວຍ​ການ​ເຂົ້າ​ສູ່​ການ​ພັກ​ສະຫງົບ​ຂອງ​ພຣະອົງ​ນັ້ນ​ຍັງ​ຕັ້ງ​ຢູ່, ກໍ​ໃຫ້​ພວກເຮົາ​ທັງຫລາຍ​ລະວັງ​ບໍ່​ໃຫ້​ຄົນໃດ​ໃນ​ພວກເຈົ້າ​ພາດ​ຈາກ​ການ​ພັກສະຫງົບ​ນີ້.


ເຫດສະນັ້ນ ໃຫ້​ພວກເຮົາ​ພະຍາຍາມ​ທຸກ​ວິຖີທາງ​ທີ່​ຈະ​ໄດ້​ເຂົ້າ​ສູ່​ການ​ພັກສະຫງົບ​ນັ້ນ. ເພື່ອວ່າ​ຈະ​ບໍ່​ມີ​ຜູ້ໃດ​ຈິບຫາຍ​ໄປ​ເພາະ​ເຮັດຕາມ​ແບບຢ່າງ​ການ​ບໍ່​ເຊື່ອຟັງ​ຂອງ​ພວກເຂົາ.


ດັ່ງນັ້ນ ວັນຊະບາໂຕ​ແຫ່ງ​ການ​ພັກສະຫງົບ​ສຳລັບ​ຄົນ​ຂອງ​ພຣະເຈົ້າ​ຈຶ່ງ​ຍັງ​ຄົງ​ມີ​ຢູ່,


ດັ່ງນັ້ນ ພຣະຄຣິດເຈົ້າ​ກໍ​ຖວາຍ​ພຣະອົງ​ເອງ​ຄັ້ງ​ດຽວ​ເພື່ອ​ລຶບລ້າງ​ບາບ​ຂອງ​ປະຊາຊົນ​ເປັນ​ຈຳນວນ​ຫລວງຫລາຍ ແລະ ພຣະອົງ​ຈະ​ມາ​ປາກົດ​ເປັນ​ຄັ້ງ​ທີ​ສອງ ບໍ່ແມ່ນ​ເພື່ອ​ຮັບແບກ​ຄວາມບາບ​ແຕ່​ເພື່ອ​ນຳ​ເອົາ​ຄວາມພົ້ນ​ມາ​ສູ່​ບັນດາ​ຜູ້​ທີ່​ລໍຄອຍ​ພຣະອົງ.


ຜູ້​ທີ່​ໄດ້​ເຂົ້າ​ໃນ​ສະຫວັນ ແລະ ບັດນີ້​ກໍ​ນັ່ງ​ຢູ່​ທີ່​ເບື້ອງຂວາ​ມື​ຂອງ​ພຣະເຈົ້າ​ໂດຍ​ມີ​ບັນດາ​ເທວະດາ, ຜູ້ມີອຳນາດ ແລະ ອຳນາດ​ທີ່​ຢູ່​ໃຕ້​ພຣະອົງ.


ໂດຍ​ພຣະຄຳ​ອັນ​ດຽວ​ກັນ​ນີ້ ຟ້າສະຫວັນ ແລະ ແຜ່ນດິນໂລກ​ປັດຈຸບັນ​ກໍ​ຖືກ​ສະຫງວນໄວ້​ໃຫ້​ໄຟ​ເຜົາຜານ ຖືກ​ເກັບ​ໄວ້​ເພື່ອ​ວັນ​ແຫ່ງ​ການພິພາກສາ ແລະ ຈິບຫາຍ​ຂອງ​ຄົນອະທຳ.


ໃນ​ທຳນອງ​ດຽວ​ກັນ, ເມືອງ​ໂຊໂດມ, ເມືອງ​ໂກໂມຣາ ແລະ ເມືອງ​ຕ່າງໆ​ທີ່​ຢູ່​ອ້ອມ​ທີ່​ນັ້ນ​ໄດ້​ປ່ອຍ​ຕົນເອງ​ໃຫ້​ເຮັດ​ຜິດສິນທຳທາງເພດ ແລະ ລາຄະຕັນຫາ. ພວກເຂົາ​ເປັນ​ຕົວຢ່າງ​ຂອງ​ບັນດາ​ຜູ້​ທີ່​ຈະ​ຮັບໂທດ​ໃນ​ໄຟ​ນິລັນດອນ.


“ເບິ່ງ​ແມ, ພຣະອົງ​ກຳລັງ​ມາ​ພ້ອມ​ກັບ​ເມກ​ທັງຫລາຍ”, ແລະ “ຕາ​ທຸກ​ໜ່ວຍ​ຈະ​ເຫັນ​ພຣະອົງ, ແມ່ນ​ແຕ່​ຄົນ​ເຫລົ່ານັ້ນ​ທີ່​ໄດ້​ແທງ​ພຣະອົງ”, ແລະ ມະນຸດ​ທັງໝົດ​ເທິງ​ແຜ່ນດິນໂລກ “ຈະ​ໂສກເສົ້າ​ເພາະ​ພຣະອົງ”. ແລ້ວ​ຈະ​ເປັນ​ໄປ​ຢ່າງ​ນັ້ນ! ອາແມນ.


ພວກເຂົາ​ຈະ​ຕ້ອງ​ດື່ມ​ເຫລົ້າອະງຸ່ນ​ແຫ່ງ​ຄວາມໂກດຮ້າຍ​ຂອງ​ພຣະເຈົ້າ, ເຊິ່ງ​ໄດ້​ຖອກລົງ​ໃນ​ຈອກ​ແຫ່ງ​ຄວາມໂກດຮ້າຍ​ຂອງ​ພຣະອົງ. ພວກເຂົາ​ຈະ​ຖືກ​ທໍລະມານ​ດ້ວຍ​ໄຟ​ກັບ​ມາດ​ຕໍ່ໜ້າ​ບັນດາ​ເທວະດາ​ຜູ້​ບໍລິສຸດ ແລະ ຕໍ່ໜ້າ​ລູກແກະ​ຂອງ​ພຣະເຈົ້າ.


ຫລັງຈາກນັ້ນ ຂ້າພະເຈົ້າ​ໄດ້​ຍິນ​ສຽງ​ໜຶ່ງ​ຈາກ​ສະຫວັນ​ກ່າວ​ວ່າ, “ຈົ່ງ​ຂຽນ​ດັ່ງນີ້: ນັບ​ແຕ່​ນີ້​ໄປ​ຄວາມສຸກ​ມີ​ແກ່​ບັນດາ​ຜູ້​ທີ່​ຕາຍ​ແລ້ວ​ຄື​ຜູ້​ທີ່​ຕາຍ​ໃນ​ອົງພຣະຜູ້ເປັນເຈົ້າ”. ພຣະວິນຍານບໍລິສຸດເຈົ້າ​ກ່າວ​ວ່າ, “ແມ່ນ​ແລ້ວ, ພວກເຂົາ​ຈະ​ພັກຜ່ອນ​ຈາກ​ການ​ເຮັດວຽກ​ຂອງ​ຕົນ ເພາະ​ຜົນງານ​ຂອງ​ພວກເຂົາ​ຈະ​ຕິດຕາມ​ພວກເຂົາ​ໄປ”.


ແລ້ວ​ຂ້າພະເຈົ້າ​ກໍ​ໄດ້​ເຫັນ​ບັນລັງ​ໃຫຍ່​ສີຂາວ ແລະ ພຣະອົງ​ຜູ້​ທີ່​ນັ່ງ​ຢູ່​ເທິງ​ບັນລັງ​ນັ້ນ. ເມື່ອ​ພຣະອົງ​ປາກົດ ແຜ່ນດິນ​ໂລກ ແລະ ທ້ອງຟ້າ​ກໍ​ໜີ​ໄປ, ແລະ ບໍ່​ມີ​ບ່ອນ​ສຳລັບ​ພວກເຂົາ.


‘ພຣະອົງ​ຈະ​ເຊັດ​ນ້ຳຕາ​ທຸກ​ຢົດ​ຈາກ​ຕາ​ຂອງ​ພວກເຂົາ. ທີ່​ນັ້ນ​ຈະ​ບໍ່​ມີ​ຄວາມຕາຍ’ ຫລື ຄວາມໂສກເສົ້າ ຫລື ການຮ້ອງໄຫ້ ຫລື ຄວາມເຈັບປວດ​ອີກ​ຕໍ່ໄປ, ເພາະ​ລະບົບ​ເກົ່າ​ຂອງ​ສິ່ງ​ຕ່າງໆ​ໄດ້​ຜ່ານພົ້ນ​ໄປ​ແລ້ວ”.


“ເຮົາ​ຄື​ເຢຊູ, ເຮົາ​ໄດ້​ໃຊ້​ເທວະດາ​ຂອງ​ເຮົາ​ມາ​ເປັນພະຍານ​ເຖິງ​ສິ່ງ​ເຫລົ່ານີ້​ແກ່​ພວກເຈົ້າ​ເພື່ອ​ຄຣິສຕະຈັກ​ຕ່າງໆ. ເຮົາ​ເປັນ​ຮາກ ແລະ ເປັນ​ເຊື້ອສາຍ​ຂອງ​ດາວິດ ແລະ ເຮົາ​ເປັນ​ດາວ​ຍາມ​ເຊົ້າ​ທີ່​ສົດໃສ”.


ເທວະດາ​ນັ້ນ​ໄດ້​ກ່າວ​ກັບ​ຂ້າພະເຈົ້າ​ວ່າ, “ຂໍ້ຄວາມ​ເຫລົ່ານີ້​ເຊື່ອຖືໄດ້ ແລະ ເປັນ​ຄວາມ​ຈິງ. ອົງພຣະຜູ້ເປັນເຈົ້າ​ພຣະເຈົ້າ​ຜູ້​ທີ່​ດົນໃຈ​ບັນດາ​ຜູ້ທຳນວາຍ​ນັ້ນ, ພຣະອົງ​ໄດ້​ສົ່ງ​ເທວະດາ​ຂອງ​ພຣະອົງ​ມາ​ສະແດງ​ແກ່​ບັນດາ​ຜູ້ຮັບໃຊ້​ຂອງ​ພຣະອົງ​ໃຫ້​ເຫັນ​ສິ່ງ​ຕ່າງໆ​ທີ່​ຈະ​ຕ້ອງ​ເກີດຂຶ້ນ​ໃນ​ໄວໆ​ນີ້”.


ແຕ່​ເທວະດາ​ນັ້ນ​ໄດ້​ບອກ​ຂ້າພະເຈົ້າ​ວ່າ, “ຢ່າ​ເຮັດ​ຢ່າງ​ນີ້! ເຮົາ​ເປັນ​ເພື່ອນຜູ້ຮັບໃຊ້​ຮ່ວມ​ກັບ​ທ່ານ ແລະ ຮ່ວມ​ກັບ​ພີ່ນ້ອງ​ຂອງ​ທ່ານ​ຄື​ບັນດາ​ຜູ້ທຳນວາຍ ແລະ ຄົນ​ທັງປວງ​ທີ່​ຖື​ຮັກສາ​ຖ້ອຍຄຳ​ໃນ​ໜັງສືມ້ວນ​ນີ້. ຈົ່ງ​ນະມັດສະການ​ພຣະເຈົ້າ!”


ຫລັງຈາກ​ນັ້ນ ພວກເຂົາ​ແຕ່ລະຄົນ​ກໍ​ໄດ້​ຮັບ​ເສື້ອຄຸມ​ສີຂາວ ແລະ ພຣະອົງ​ກ່າວ​ບອກ​ພວກເຂົາ​ໃຫ້​ລໍຖ້າ​ຕໍ່ໄປ​ອີກ​ໜ້ອຍໜຶ່ງ​ຈົນ​ກວ່າ​ເພື່ອນຜູ້ຮັບໃຊ້ ແລະ ພີ່ນ້ອງ​ທີ່​ຖືກ​ຂ້າ​ແບບດຽວ​ກັບ​ພວກເຂົາ​ຈະ​ຄົບ​ຈຳນວນ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka