Biblia Todo Logo
Internet tuqin Biblia

- Anuncios ukanaka -




2 ເທສະໂລນິກ 1:3 - ພຣະຄຳພີລາວສະບັບສະໄໝໃໝ່

3 ພີ່ນ້ອງ​ທັງຫລາຍ​ເອີຍ, ພວກເຮົາ​ຄວນ​ຂອບພຣະຄຸນ​ພຣະເຈົ້າ​ສຳລັບ​ພວກເຈົ້າ​ຢູ່​ສະເໝີ ແລະ ເປັນ​ການ​ຖືກຕ້ອງ​ແລ້ວ​ທີ່​ເຮັດ​ຢ່າງ​ນັ້ນ ເພາະວ່າ​ຄວາມເຊື່ອ​ຂອງ​ພວກເຈົ້າ​ໄດ້​ເພີ່ມ​ຫລາຍ​ຂຶ້ນ​ເລື້ອຍໆ ແລະ ຄວາມຮັກ​ທີ່​ພວກເຈົ້າ​ທຸກຄົນ​ມີ​ຕໍ່​ກັນ​ກໍ​ເພີ່ມ​ຂຶ້ນ.

Uka jalj uñjjattʼäta Copia luraña

ພຣະຄຳພີສັກສິ

3 ພີ່ນ້ອງ​ທັງຫລາຍ​ເອີຍ ພວກເຮົາ​ຕ້ອງ​ໂມທະນາ​ຂອບພຣະຄຸນ​ພຣະເຈົ້າ​ຢູ່​ຕະຫລອດ​ເວລາ ກ່ຽວກັບ​ເລື່ອງ​ພວກເຈົ້າ ຊຶ່ງ​ເປັນ​ສິ່ງ​ທີ່​ສົມຄວນ​ສຳລັບ​ພວກເຮົາ ເພາະ​ຄວາມເຊື່ອ​ຂອງ​ພວກເຈົ້າ​ຈະເລີນ​ຫລາຍ​ຂຶ້ນ ແລະ​ຄວາມຮັກ​ຂອງ​ພວກເຈົ້າ​ທຸກຄົນ​ທີ່​ມີ​ແກ່​ກັນແລະກັນ ກໍ​ທະວີ​ຂຶ້ນ​ຫລາຍກວ່າ​ເກົ່າ.

Uka jalj uñjjattʼäta Copia luraña




2 ເທສະໂລນິກ 1:3
26 Jak'a apnaqawi uñst'ayäwi  

ແຕ່​ທີ່​ພວກເຮົາ​ຕ້ອງ​ສະຫລອງ ແລະ ຊື່ນຊົມຍິນດີ​ນັ້ນ, ເພາະ​ນ້ອງຊາຍ​ຂອງ​ເຈົ້າ​ຄົນ​ນີ້​ໄດ້​ຕາຍ​ແລ້ວ ແລະ ໄດ້​ມີຊີວິດ​ອີກ. ລາວ​ເສຍ​ໄປ​ແລ້ວ ແລະ ໄດ້​ພົບ​ກັນ​ອີກ’”.


ພວກ​ອັກຄະສາວົກ​ເວົ້າ​ຕໍ່​ອົງພຣະຜູ້ເປັນເຈົ້າ​ວ່າ, “ຂໍ​ເພີ່ມເຕີມ​ຄວາມເຊື່ອ​ຂອງ​ພວກຂ້ານ້ອຍ​ດ້ວຍ!”


ທຸກ​ກິ່ງ​ໃນ​ເຮົາ​ທີ່​ບໍ່​ເກີດຜົນ​ພຣະອົງ​ລິ​ຖິ້ມ​ເສຍ, ສ່ວນ​ທຸກ​ກິ່ງ​ທີ່​ເກີດຜົນ​ພຣະອົງ​ຕອນ​ເພື່ອ​ວ່າ​ໃຫ້​ເກີດຜົນ​ຫລາຍຂຶ້ນ.


ກ່ອນອື່ນ ເຮົາ​ຂອບພຣະຄຸນ​ພຣະເຈົ້າ​ຂອງ​ເຮົາ​ຜ່ານທາງ​ພຣະເຢຊູຄຣິດເຈົ້າ​ເພື່ອ​ພວກເຈົ້າ​ທຸກຄົນ, ເພາະ​ຄວາມເຊື່ອ​ຂອງ​ພວກເຈົ້າ​ກຳລັງ​ຖືກ​ກ່າວ​ໄປ​ທົ່ວ​ໂລກ.


ເຮົາ​ຂອບພຣະຄຸນ​ພຣະເຈົ້າ​ສຳລັບ​ພວກເຈົ້າ​ຢູ່​ສະເໝີ ເພາະ​ພຣະຄຸນ​ຂອງ​ພຣະອົງ​ທີ່​ໄດ້​ມອບ​ໃຫ້​ແກ່​ພວກເຈົ້າ​ໃນ​ພຣະຄຣິດເຈົ້າເຢຊູ.


ທັງ​ພວກເຮົາ​ບໍ່​ໄດ້​ອອກນອກ​ເກີນ​ຂອບເຂດ​ໂດຍ​ການ​ອວດອ້າງ​ຜົນງານ​ທີ່​ຄົນ​ອື່ນ​ເຮັດ​ໄວ້. ຄວາມຫວັງ​ຂອງ​ພວກເຮົາ​ກໍ​ຄື, ໃນ​ຂະນະ​ທີ່​ຄວາມເຊື່ອ​ຂອງ​ພວກເຈົ້າ​ສືບຕໍ່​ໃຫຍ່​ຂຶ້ນ​ນັ້ນ, ຂອບເຂດ​ພາລະກິດ​ຂອງ​ພວກເຮົາ​ທີ່​ຢູ່​ໃນ​ທ່າມກາງ​ພວກເຈົ້າ​ກໍ​ຈະ​ຂະຫຍາຍອອກ​ໄປ​ຢ່າງ​ກວ້າງຂວາງ,


ຈົ່ງ​ໂມທະນາ​ຂອບພຣະຄຸນ​ພຣະເຈົ້າ​ພຣະບິດາ​ຢູ່​ສະເໝີ​ສຳລັບ​ທຸກສິ່ງ​ໃນ​ນາມ​ຂອງ​ພຣະເຢຊູຄຣິດເຈົ້າ​ອົງພຣະຜູ້ເປັນເຈົ້າ​ຂອງ​ພວກເຮົາ.


ເປັນ​ການ​ຖືກຕ້ອງ​ແລ້ວ​ທີ່​ເຮົາ​ຮູ້ສຶກ​ແບບນີ້​ກັບ​ພວກເຈົ້າ​ທຸກຄົນ, ເນື່ອງຈາກ​ເຮົາ​ມີ​ພວກເຈົ້າ​ຢູ່​ໃນ​ຫົວໃຈ​ຂອງ​ເຮົາ, ບໍ່​ວ່າ​ເຮົາ​ກຳລັງ​ຖືກ​ລ່າມໂສ້ ຫລື ກຳລັງ​ກ່າວ​ປ້ອງກັນ ແລະ ກຳລັງ​ຢືນຢັນ​ຂ່າວປະເສີດ​ຢູ່​ກໍ​ຕາມ, ພວກເຈົ້າ​ທັງໝົດ​ກໍ​ໄດ້​ຮັບ​ສ່ວນແບ່ງ​ໃນ​ພຣະຄຸນ​ຂອງ​ພຣະເຈົ້າ​ຮ່ວມ​ກັບ​ເຮົາ.


ແລະ ນີ້​ແມ່ນ​ຄຳອະທິຖານ​ຂອງ​ເຮົາ​ຄື: ຂໍ​ໃຫ້​ຄວາມຮັກ​ຂອງ​ພວກເຈົ້າ​ຈະ​ເພີ່ມຂຶ້ນ​ເລື້ອຍໆ​ໃນ​ຄວາມຮູ້ ແລະ ຄວາມເຂົ້າໃຈ​ອັນ​ເລິກເຊິ່ງ,


ຂໍ​ອົງພຣະຜູ້ເປັນເຈົ້າ​ເຮັດ​ໃຫ້​ຄວາມຮັກ​ຂອງ​ພວກເຈົ້າ​ເພີ່ມພູນ​ຂຶ້ນ​ຈົນ​ໄຫລລົ້ນ​ໄປ​ເຖິງ​ກັນແລະກັນ ແລະ ໄປ​ເຖິງ​ຄົນ​ອື່ນໆ ເໝືອນດັ່ງ​ທີ່​ພວກເຮົາ​ຮັກ​ພວກເຈົ້າ.


ແຕ່​ບັດນີ້ ຕີໂມທຽວ​ກໍ​ໄດ້​ກັບ​ມາ​ເຖິງ​ພວກເຮົາ​ແລ້ວ ແລະ ເພິ່ນ​ໄດ້​ນຳ​ເອົາ​ຂ່າວດີ​ກ່ຽວກັບ​ຄວາມເຊື່ອ ແລະ ຄວາມຮັກ​ຂອງ​ພວກເຈົ້າ. ເພິ່ນ​ໄດ້​ບອກ​ພວກເຮົາ​ວ່າ​ພວກເຈົ້າ​ໄດ້​ລະນຶກ​ເຖິງ​ພວກເຮົາ​ໃນ​ດ້ານ​ດີ​ຢູ່​ສະເໝີ ແລະ ຢາກ​ເຫັນ​ໜ້າ​ພວກເຮົາ​ເໝືອນດັ່ງ​ທີ່​ພວກເຮົາ​ຢາກ​ເຫັນ​ໜ້າ​ພວກເຈົ້າ​ເໝືອນກັນ.


ພວກເຮົາ​ຈະ​ສາມາດ​ຂອບພຣະຄຸນ​ພຣະເຈົ້າ​ສຳລັບ​ພວກເຈົ້າ​ຢ່າງໃດ​ຈຶ່ງ​ຈະ​ສົມ​ກັບ​ຄວາມຊື່ນຊົມຍິນດີ​ທັງຫລາຍ​ທີ່​ພວກເຮົາ​ມີ​ຕໍ່ໜ້າ​ພຣະເຈົ້າ​ຂອງ​ພວກເຮົາ​ເພາະ​ຍ້ອນ​ພວກເຈົ້າ?


ສຸດທ້າຍ​ນີ້ ພີ່ນ້ອງ​ທັງຫລາຍ​ເອີຍ, ພວກເຮົາ​ໄດ້​ສັ່ງສອນ​ພວກເຈົ້າ​ແລ້ວ​ວ່າ​ຈະ​ດຳເນີນຊີວິດ​ຢ່າງໃດ​ເພື່ອ​ໃຫ້​ພຣະເຈົ້າ​ພໍໃຈ ຕາມ​ຄວາມເປັນຈິງ​ພວກເຈົ້າ​ກໍ​ເຮັດ​ເຊັ່ນ​ນັ້ນ​ຢູ່​ແລ້ວ. ບັດນີ້ ພວກເຮົາ​ຂໍຮ້ອງ​ພວກເຈົ້າ ແລະ ຊັກຊວນ​ພວກເຈົ້າ​ໃນ​ພຣະເຢຊູເຈົ້າ​ອົງພຣະຜູ້ເປັນເຈົ້າ​ໃຫ້​ເຮັດ​ສິ່ງ​ນີ້​ຫລາຍ​ກວ່າ​ເກົ່າ​ອີກ


ກ່ຽວກັບ​ການ​ມາ​ຂອງ​ພຣະເຢຊູຄຣິດເຈົ້າ​ອົງພຣະຜູ້ເປັນເຈົ້າ​ຂອງ​ພວກເຮົາ ແລະ ການ​ທີ່​ຈະ​ຮວບຮວມ​ເອົາ​ພວກເຮົາ​ທັງຫລາຍ​ໄປ​ຢູ່​ກັບ​ພຣະອົງ​ນັ້ນ, ພີ່ນ້ອງ​ທັງຫລາຍ​ເອີຍ, ພວກເຮົາ​ຂໍ​ໃຫ້​ພວກເຈົ້າ


ແຕ່​ພວກເຮົາ​ຄວນ​ຂອບພຣະຄຸນ​ພຣະເຈົ້າ​ສຳລັບ​ພວກເຈົ້າ​ຢູ່​ສະເໝີ, ພີ່ນ້ອງ​ທັງຫລາຍ​ຜູ້​ທີ່​ພຣະເຈົ້າ​ຮັກ​ເອີຍ, ເພາະ​ພຣະເຈົ້າ​ເລືອກ​ພວກເຈົ້າ​ໃນ​ຖານະ​ຜົນ​ທຳອິດ​ຂອງ​ພຣະອົງ​ເພື່ອ​ຮັບ​ຄວາມພົ້ນ ໂດຍ​ການ​ຊຳລະ​ໃຫ້​ບໍລິສຸດ​ຈາກ​ພຣະວິນຍານ ແລະ ໂດຍ​ການ​ເຊື່ອ​ໃນ​ຄວາມຈິງ.


ບັດນີ້ ເມື່ອ​ພວກເຈົ້າ​ໄດ້​ຊຳລະ​ໂຕ​ໃຫ້​ບໍລິສຸດ​ດ້ວຍ​ການ​ເຊື່ອຟັງ​ຄວາມຈິງ ເພື່ອ​ວ່າ​ພວກເຈົ້າ​ຈະ​ຮັກເຊິ່ງກັນແລະກັນ​ດ້ວຍ​ຈິງໃຈ​ແລ້ວ ກໍ​ຈົ່ງ​ຮັກ​ກັນ​ໃຫ້​ເລິກ​ສຸດ​ໃຈ.


ເຮົາ​ຄິດ​ວ່າ​ເປັນ​ການ​ຖືກຕ້ອງ​ແລ້ວ​ທີ່​ຈະ​ເຕືອນ​ຄວາມຈື່ຈຳ​ຂອງ​ພວກເຈົ້າ​ຕາບ​ທີ່​ເຮົາ​ຍັງ​ຢູ່​ໃນ​ເຮືອນ​ທີ່​ເປັນ​ຮ່າງກາຍ​ນີ້,


ແຕ່​ຈົ່ງ​ຈະເລີນ​ຂຶ້ນ​ໃນ​ພຣະຄຸນ​ຂອງ​ພຣະເຢຊູຄຣິດເຈົ້າ​ອົງພຣະຜູ້ເປັນເຈົ້າ ແລະ ພຣະຜູ້ຊ່ວຍໃຫ້ພົ້ນ​ຂອງ​ພວກເຮົາ ແລະ ຮູ້​ຈັກ​ພຣະອົງ​ໃຫ້​ຫລາຍ​ຂຶ້ນ. ຂໍ​ໃຫ້​ກຽດ​ສະຫງ່າລາສີ​ຈົ່ງ​ມີ​ແກ່​ພຣະອົງ​ທັງ​ບັດນີ້ ແລະ ຕະຫລອດໄປ. ອາແມນ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka