Biblia Todo Logo
Internet tuqin Biblia

- Anuncios ukanaka -




2 ເປໂຕ 3:7 - ພຣະຄຳພີລາວສະບັບສະໄໝໃໝ່

7 ໂດຍ​ພຣະຄຳ​ອັນ​ດຽວ​ກັນ​ນີ້ ຟ້າສະຫວັນ ແລະ ແຜ່ນດິນໂລກ​ປັດຈຸບັນ​ກໍ​ຖືກ​ສະຫງວນໄວ້​ໃຫ້​ໄຟ​ເຜົາຜານ ຖືກ​ເກັບ​ໄວ້​ເພື່ອ​ວັນ​ແຫ່ງ​ການພິພາກສາ ແລະ ຈິບຫາຍ​ຂອງ​ຄົນອະທຳ.

Uka jalj uñjjattʼäta Copia luraña

ພຣະຄຳພີສັກສິ

7 ໂດຍ​ພຣະທຳ​ອັນ​ດຽວກັນ​ນັ້ນ​ແຫຼະ ຟ້າ​ສະຫວັນ​ແລະ​ແຜ່ນດິນ​ໂລກ​ທີ່​ມີ​ຢູ່​ໃນ​ປະຈຸບັນ​ນີ້ ກໍ​ຊົງ​ຮັກສາ​ໄວ້​ສຳລັບ​ໃຫ້​ໄຟ​ເຜົາຜານ​ເສຍ ຄື​ຊົງ​ຮັກສາ​ໄວ້​ຈົນກວ່າ​ຈະ​ເຖິງ​ວັນ​ທີ່​ບັນດາ​ມະນຸດ​ທີ່​ບໍ່​ນັບຖື​ພຣະເຈົ້າ ຈະ​ຊົງ​ຖືກ​ພິພາກສາ​ແລະ​ຈິບຫາຍ​ໄປ.

Uka jalj uñjjattʼäta Copia luraña




2 ເປໂຕ 3:7
31 Jak'a apnaqawi uñst'ayäwi  

ເຮົາ​ບອກ​ພວກເຈົ້າ​ຕາມ​ຄວາມຈິງ​ວ່າ, ໃນ​ວັນ​ພິພາກສາ​ໂທດ​ຂອງ​ເມືອງ​ໂຊໂດມ ແລະ ໂກໂມຣາ​ກໍ​ຈະ​ເບົາ​ກວ່າ​ໂທດ​ຂອງ​ເມືອງ​ນີ້.


ແຕ່​ເຮົາ​ບອກ​ພວກເຈົ້າ​ວ່າ, ໃນ​ວັນ​ພິພາກສາ ໂທດ​ເມືອງ​ຕີເຣ ແລະ ເມືອງ​ຊີໂດນ​ຈະ​ເບົາ​ກວ່າ​ໂທດ​ຂອງ​ພວກເຈົ້າ.


ແຕ່​ເຮົາ​ບອກ​ພວກເຈົ້າ​ວ່າ, ໃນ​ວັນ​ພິພາກສາ ໂທດ​ຂອງ​ເມືອງ​ໂຊໂດມ​ຈະ​ເບົາ​ກວ່າ​ໂທດ​ຂອງ​ພວກເຈົ້າ”.


ແຕ່​ເຮົາ​ບອກ​ພວກເຈົ້າ​ວ່າ, ໃນ​ວັນ​ພິພາກສາ ມະນຸດ​ຈະ​ຕ້ອງ​ຮັບຜິດຊອບ​ຕໍ່​ຖ້ອຍຄຳ​ເປົ່າ​ໆ​ທຸກ​ຄຳ​ທີ່​ພວກເຂົາ​ເວົ້າ​ອອກມາ,


ສະຫວັນ ແລະ ແຜ່ນດິນໂລກ​ຈະ​ລ່ວງ​ພົ້ນ​ໄປ, ແຕ່​ຖ້ອຍຄຳ​ຂອງ​ເຮົາ​ຈະ​ບໍ່​ລ່ວງ​ພົ້ນ​ໄປ​ຈັກເທື່ອ.


“ແລ້ວ​ພຣະອົງ​ຈະ​ກ່າວ​ຕໍ່​ບັນດາ​ຜູ້​ທີ່​ຢູ່​ເບື້ອງຊ້າຍ​ຂອງ​ພຣະອົງ​ວ່າ, ‘ພວກເຈົ້າ​ທັງຫລາຍ​ທີ່​ຖືກ​ສາບແຊ່ງ ຈົ່ງ​ໄປ​ຈາກ​ເຮົາ, ຈົ່ງ​ລົງໄປ​ໃນ​ບຶງ​ໄຟ​ທີ່​ໄໝ້​ຢູ່​ເປັນນິດ​ທີ່​ໄດ້​ຈັດຕຽມ​ໄວ້​ສຳລັບ​ມານຮ້າຍ ແລະ ບໍລິວານ​ຂອງ​ມັນ.


ຖ້າ​ບ່ອນ​ໃດ​ບໍ່​ຕ້ອນຮັບ ຫລື ບໍ່​ຮັບ​ຟັງ​ພວກເຈົ້າ, ຈົ່ງ​ໄປ​ຈາກ​ບ່ອນ​ນັ້ນ ແລະ ສັ່ນ​ຂີ້ຝຸ່ນ​ອອກ​ຈາກ​ຕີນ​ຂອງ​ພວກເຈົ້າ​ເພື່ອ​ເປັນ​ພະຍານ​ຕໍ່ສູ້​ພວກເຂົາ”.


ມີ​ຜູ້ພິພາກສາ​ສຳລັບ​ຄົນ​ທີ່​ປະຕິເສດ​ເຮົາ ແລະ ບໍ່​ຍອມຮັບ​ຖ້ອຍຄຳ​ຂອງ​ເຮົາ, ຖ້ອຍຄຳ​ທີ່​ເຮົາ​ກ່າວ​ນີ້​ແຫລະ​ຈະ​ຕັດສິນ​ລົງໂທດ​ພວກເຂົາ​ໃນ​ວັນ​ສຸດທ້າຍ.


ແຕ່​ເພາະ​ພວກເຈົ້າ​ມີ​ໃຈ​ແຂງກະດ້າງ ແລະ ບໍ່​ຍອມ​ກັບໃຈ, ພວກເຈົ້າ​ຈຶ່ງ​ສະສົມ​ຄວາມໂກດຮ້າຍ​ຕໍ່ສູ້​ຕົນເອງ​ໄວ້​ສຳລັບ​ວັນ​ແຫ່ງ​ຄວາມໂກດຮ້າຍ​ຂອງ​ພຣະເຈົ້າ, ເມື່ອ​ພຣະອົງ​ສະແດງ​ການ​ພິພາກສາ​ອັນ​ຊອບທຳ.


ຜົນງານ​ຂອງ​ພວກເຂົາ​ກໍ​ຈະ​ປາກົດ​ໃຫ້​ເຫັນ​ວ່າ​ເປັນ​ຢ່າງໃດ, ເພາະວ່າ​ວັນ​ນັ້ນ​ສິ່ງ​ນີ້​ຈະ​ປາກົດ​ໃຫ້​ເຫັນ​ແຈ່ມແຈ້ງ. ຜົນງານ​ຂອງ​ພວກເຂົາ​ຈະ​ຖືກ​ເປີດເຜີຍ​ດ້ວຍ​ໄຟ, ແລ້ວ​ໄຟ​ນັ້ນ​ກໍ​ຈະ​ທົດສອບ​ຄຸນນະພາບ​ຜົນງານ​ຂອງ​ແຕ່ລະຄົນ.


ໂດຍ​ບໍ່​ມີ​ຄວາມຢ້ານກົວ​ອັນໃດ​ຕໍ່​ບັນດາ​ຜູ້​ທີ່​ຕໍ່ຕ້ານ​ພວກເຈົ້າ. ນີ້​ເປັນ​ເຄື່ອງໝາຍ​ໃຫ້​ພວກເຂົາ​ຮູ້​ວ່າ​ພວກເຂົາ​ຈະ​ຖືກ​ທຳລາຍ, ແຕ່​ວ່າ​ພວກເຈົ້າ​ຈະ​ລອດພົ້ນ​ໂດຍ​ພຣະເຈົ້າ.


ຢ່າ​ໃຫ້​ຜູ້ໃດ​ມາ​ຫລອກລວງ​ພວກເຈົ້າ​ໃນ​ທາງ​ໃດ​ທາງ​ໜຶ່ງ ເພາະ​ວັນ​ນັ້ນ​ຍັງ​ຈະ​ບໍ່​ມາ​ເຖິງ​ຈົນກວ່າ​ການກະບົດ​ຈະ​ເກີດຂຶ້ນ ແລະ ຄົນ​ລ່ວງລະເມີດ​ທີ່​ຖືກ​ກຳນົດ​ໃຫ້​ເຖິງ​ຄວາມຈິບຫາຍ​ນັ້ນ​ມາ​ປາກົດ​ໂຕ.


ບັນດາ​ຄົນ​ທີ່​ຢາກ​ໄດ້​ຄວາມຮັ່ງມີ​ກໍ​ຕົກ​ຢູ່​ໃນ​ການລໍ້ລວງ ແລະ ຕົກ​ໃນ​ບ້ວງແຮ້ວ​ຂອງ​ຄວາມປາຖະໜາ​ທີ່​ໂງ່ຈ້າ ແລະ ອັນຕະລາຍ​ຫລາຍ​ຢ່າງ​ທີ່​ດຶງ​ມະນຸດ​ລົງ​ສູ່​ຄວາມຈິບຫາຍ ແລະ ການທຳລາຍ.


ເພາະວ່າ “ພຣະເຈົ້າ​ຂອງ​ພວກເຮົາ​ເປັນ​ໄຟ​ທີ່​ເຜົາໄໝ້”.


ຖ້າ​ເປັນ​ດັ່ງນັ້ນ, ອົງພຣະຜູ້ເປັນເຈົ້າ​ຍ່ອມ​ຮູ້ຈັກ​ວິທີ​ວ່າ​ຈະ​ກອບກູ້​ເອົາ​ຄົນຊອບທຳ​ໃຫ້​ລອດພົ້ນ​ຈາກ​ການທົດລອງ​ໄດ້​ຢ່າງໃດ ແລະ ຮັກສາ​ຄົນອະທຳ​ໄວ້​ເພື່ອ​ລໍຖ້າ​ວັນ​ພິພາກສາ.


ແຕ່​ວັນ​ແຫ່ງ​ອົງພຣະຜູ້ເປັນເຈົ້າ​ຈະ​ມາ​ເໝືອນດັ່ງ​ຂະໂມຍ. ຟ້າສະຫວັນ​ຈະ​ຫາຍ​ໄປ​ດ້ວຍ​ສຽງ​ດັງ​ກ້ອງສະໜັ່ນ ແລະ ອົງປະກອບ​ທັງຫລາຍ​ຈະ​ຖືກ​ທຳລາຍ​ດ້ວຍ​ໄຟ. ແລະ ແຜ່ນດິນໂລກ​ກັບ​ສັບພະທຸກສິ່ງ​ທີ່​ຢູ່​ໃນ​ນັ້ນ​ຈະ​ຖືກ​ທຳລາຍ​ໝົດ.


ຂະນະ​ທີ່​ພວກເຈົ້າ​ຄອຍຖ້າ​ວັນ​ຂອງ​ພຣະເຈົ້າ ແລະ ເຮັ່ງຮີບ​ໃຫ້​ວັນ​ນັ້ນ​ມາ​ໂດຍ​ໄວ. ວັນ​ນັ້ນ​ຈະ​ນຳ​ການທຳລາຍ​ມາ​ສູ່​ຟ້າສະຫວັນ​ດ້ວຍ​ໄຟ ແລະ ອົງປະກອບ​ຕ່າງໆ​ກໍ​ຈະ​ຖືກ​ລະລາຍ​ໄປ​ໃນ​ຄວາມຮ້ອນ.


ນີ້​ຄື​ວິທີ​ທີ່​ຈະ​ເຮັດ​ໃຫ້​ຄວາມຮັກ​ເຕັມບໍລິບູນ​ໃນ​ທ່າມກາງ​ພວກເຮົາ​ເພື່ອ​ພວກເຮົາ​ຈະ​ມີ​ຄວາມໝັ້ນໃຈ​ໃນ​ວັນ​ພິພາກສາ​ຄື: ໃນ​ໂລກ​ນີ້​ພວກເຮົາ​ກໍ​ເປັນ​ເໝືອນ​ພຣະເຢຊູເຈົ້າ.


ໃນ​ທຳນອງ​ດຽວ​ກັນ, ເມືອງ​ໂຊໂດມ, ເມືອງ​ໂກໂມຣາ ແລະ ເມືອງ​ຕ່າງໆ​ທີ່​ຢູ່​ອ້ອມ​ທີ່​ນັ້ນ​ໄດ້​ປ່ອຍ​ຕົນເອງ​ໃຫ້​ເຮັດ​ຜິດສິນທຳທາງເພດ ແລະ ລາຄະຕັນຫາ. ພວກເຂົາ​ເປັນ​ຕົວຢ່າງ​ຂອງ​ບັນດາ​ຜູ້​ທີ່​ຈະ​ຮັບໂທດ​ໃນ​ໄຟ​ນິລັນດອນ.


ສັດຮ້າຍ​ທີ່​ຄັ້ງ​ໜຶ່ງ​ເຄີຍ​ມີຊີວິດ​ຢູ່ ແລະ ບັດນີ້​ບໍ່​ມີຊີວິດ​ຢູ່ ນັ້ນ​ຄື​ກະສັດ​ອົງ​ທີ​ແປດ. ມັນ​ຮ່ວມ​ຢູ່​ໃນ​ກຸ່ມ​ຂອງ​ກະສັດ​ທັງ​ເຈັດ​ອົງ​ດ້ວຍ ແລະ ກຳລັງ​ຈະ​ໄປ​ສູ່​ຄວາມຈິບຫາຍ​ຂອງ​ມັນ.


ສັດຮ້າຍ​ທີ່​ທ່ານ​ໄດ້​ເຫັນ​ນັ້ນ, ຄັ້ງ​ໜຶ່ງ​ເຄີຍ​ມີຊີວິດ​ຢູ່ ແຕ່​ບັດນີ້​ບໍ່​ມີຊີວິດ​ຢູ່, ມັນ​ຈະ​ຂຶ້ນ​ມາ​ຈາກ​ເຫວເລິກ ແລະ ໄປ​ສູ່​ຄວາມຈິບຫາຍ​ຂອງ​ມັນ. ຄົນ​ທັງຫລາຍ​ທີ່​ຢູ່​ແຜ່ນດິນໂລກ​ຜູ້​ທີ່​ບໍ່​ມີ​ຊື່​ຢູ່​ໃນ​ໜັງສື​ແຫ່ງ​ຊີວິດ​ຕັ້ງແຕ່​ສ້າງ​ໂລກ​ຈະ​ປະຫລາດໃຈ​ເມື່ອ​ພວກເຂົາ​ໄດ້​ເຫັນ​ສັດຮ້າຍ​ນີ້, ເພາະ​ຄັ້ງ​ໜຶ່ງ​ມັນ​ເຄີຍ​ມີຊີວິດ​ຢູ່ ແລະ ບັດນີ້​ບໍ່​ມີຊີວິດ​ຢູ່, ແຕ່​ມັນ​ຈະ​ມາ​ໃນ​ອະນາຄົດ.


ແລ້ວ​ຂ້າພະເຈົ້າ​ກໍ​ໄດ້​ເຫັນ​ບັນລັງ​ໃຫຍ່​ສີຂາວ ແລະ ພຣະອົງ​ຜູ້​ທີ່​ນັ່ງ​ຢູ່​ເທິງ​ບັນລັງ​ນັ້ນ. ເມື່ອ​ພຣະອົງ​ປາກົດ ແຜ່ນດິນ​ໂລກ ແລະ ທ້ອງຟ້າ​ກໍ​ໜີ​ໄປ, ແລະ ບໍ່​ມີ​ບ່ອນ​ສຳລັບ​ພວກເຂົາ.


ແລ້ວ​ຂ້າພະເຈົ້າ​ໄດ້​ເຫັນ “ສະຫວັນ​ໃໝ່ ແລະ ແຜ່ນດິນໂລກ​ໃໝ່” ເພາະ​ສະຫວັນ​ເດີມ ແລະ ແຜ່ນດິນໂລກ​ເດີມ​ໄດ້​ຜ່ານພົ້ນ​ໄປ​ແລ້ວ ແລະ ກໍ​ບໍ່​ມີ​ທະເລ​ອີກ​ແລ້ວ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka