Biblia Todo Logo
Internet tuqin Biblia

- Anuncios ukanaka -




2 ເປໂຕ 3:4 - ພຣະຄຳພີລາວສະບັບສະໄໝໃໝ່

4 ພວກເຂົາ​ຈະ​ເວົ້າ​ວ່າ, “ຢູ່​ໃສ ‘ການ​ມາ’ ທີ່​ພຣະອົງ​ໄດ້​ສັນຍາ​ໄວ້? ດົນນານ​ມາ​ແລ້ວ​ຕັ້ງແຕ່​ບັນພະບຸລຸດ​ຂອງ​ພວກເຮົາ​ໄດ້​ຕາຍ​ໄປ, ທຸກ​ຢ່າງ​ກໍ​ດຳເນີນ​ໄປ​ເໝືອນ​ທີ່​ເປັນ​ມາ​ຕັ້ງແຕ່​ເລີ່ມ​ສ້າງ​ໂລກ”.

Uka jalj uñjjattʼäta Copia luraña

ພຣະຄຳພີສັກສິ

4 ພວກເຂົາ​ຈະ​ຖາມ​ວ່າ, “ຄຳ​ທີ່​ຊົງ​ສັນຍາ​ໄວ້​ວ່າ ພຣະອົງ​ຈະ​ສະເດັດ​ມາ​ນັ້ນ​ຢູ່​ໃສ? ເພາະວ່າ​ຕັ້ງແຕ່​ບັນພະບຸລຸດ​ລ່ວງລັບ​ໄປ​ແລ້ວ ສິ່ງ​ທັງປວງ​ກໍ​ເປັນ​ຢູ່​ເໝືອນ​ເດີມ ຕັ້ງແຕ່​ເລີ່ມຕົ້ນ​ຊົງ​ສ້າງ​ໂລກ.”

Uka jalj uñjjattʼäta Copia luraña




2 ເປໂຕ 3:4
20 Jak'a apnaqawi uñst'ayäwi  

ເພາະ​ບຸດມະນຸດ​ຈະ​ມາ​ປາກົດ​ດ້ວຍ​ສະຫງ່າລາສີ​ຂອງ​ພຣະບິດາເຈົ້າ​ຂອງ​ພຣະອົງ ພ້ອມ​ດ້ວຍ​ບັນດາ​ເທວະດາ​ຂອງ​ພຣະອົງ, ເມື່ອ​ນັ້ນ​ພຣະອົງ​ຈະ​ຕອບແທນ​ແກ່​ທຸກຄົນ​ຕາມ​ການກະທຳ​ຂອງ​ພວກເຂົາ.


“ເຮົາ​ບອກ​ພວກເຈົ້າ​ຕາມ​ຄວາມຈິງ​ວ່າ, ບາງຄົນ​ທີ່​ຢືນ​ຢູ່​ທີ່​ນີ້​ຈະ​ບໍ່​ຮູ້​ລົດ​ຄວາມຕາຍ ຈົນ​ກວ່າ​ພວກເຂົາ​ຈະ​ໄດ້​ເຫັນ​ບຸດມະນຸດ​ມາ​ດ້ວຍ​ອານາຈັກ​ຂອງ​ພຣະອົງ”.


ຊາກສົບ​ຢູ່​ບ່ອນ​ໃດ ຝູງ​ແຮ້ງ​ກໍ​ຈະ​ເຕົ້າໂຮມກັນ​ຢູ່​ບ່ອນ​ນັ້ນ.


ແຕ່​ຖ້າ​ຄົນຮັບໃຊ້​ນັ້ນ​ເປັນ​ຄົນ​ຊົ່ວຮ້າຍ ແລະ ຄິດ​ໃນ​ໃຈ​ວ່າ, ‘ຍັງ​ອີກ​ດົນ​ທີ່​ນາຍ​ຂອງ​ຕົນ​ຈະ​ກັບມາ’


ຕັ້ງແຕ່​ເລີ່ມຕົ້ນ​ທີ່​ສ້າງ​ໂລກ​ນັ້ນ ພຣະເຈົ້າ ‘ໄດ້​ສ້າງ​ພວກເຂົາ​ໃຫ້​ເປັນ​ຊາຍ ແລະ ຍິງ’.


ເພາະວ່າ ໃນ​ເວລາ​ນັ້ນ​ຈະ​ມີ​ຄວາມທຸກລຳບາກ​ຄັ້ງ​ໃຫຍ່​ທີ່​ບໍ່​ເຄີຍ​ມີ​ມາ​ຕັ້ງແຕ່​ຕົ້ນເດີມ ເມື່ອ​ພຣະເຈົ້າ​ໄດ້​ສ້າງ​ໂລກ​ຈົນ​ເຖິງ​ທຸກ​ວັນ​ນີ້ ແລະ ຈະ​ບໍ່​ມີ​ຄັ້ງ​ໃດ​ເທົ່າກັບ​ຄັ້ງ​ນີ້​ອີກ.


ແຕ່​ຖ້າ​ຄົນຮັບໃຊ້​ຄິດ​ໃນ​ໃຈ​ວ່າ, ‘ຍັງ​ອີກ​ດົນ​ທີ່​ນາຍ​ຂອງ​ຕົນ​ຈະ​ກັບມາ’ ລາວ​ຈຶ່ງ​ເລີ່ມ​ຂ້ຽນຕີ​ເພື່ອນ​ຄົນຮັບໃຊ້​ທັງ​ຜູ້ຊາຍ ແລະ ແມ່ຍິງ, ກິນ ແລະ ດື່ມ​ຈົນ​ເມົາ.


ແລ້ວ​ເພິ່ນ​ກໍ​ຄຸເຂົ່າ​ລົງ ແລະ ຮ້ອງ​ຂຶ້ນ​ດ້ວຍ​ສຽງ​ດັງ​ວ່າ, “ອົງພຣະຜູ້ເປັນເຈົ້າ, ຂໍ​ຢ່າ​ຖື​ໂທດ​ພວກເຂົາ​ເພາະ​ບາບ​ນີ້​ເລີຍ”. ແລ້ວ​ເພິ່ນ​ກໍ​ຂາດ​ໃຈ​ຕາຍ.


ສິ່ງໃດ​ເປັນ​ຄວາມຫວັງ​ຂອງ​ພວກເຮົາ, ສິ່ງໃດ​ເປັນ​ຄວາມ​ຊື່ນຊົມຍິນດີ​ຂອງ​ພວກເຮົາ ຫລື ເປັນ​ມົງກຸດ​ທີ່​ພວກເຮົາ​ຈະ​ພາກພູມໃຈ​ຕໍ່ໜ້າ​ພຣະເຢຊູຄຣິດເຈົ້າ​ອົງພຣະຜູ້ເປັນເຈົ້າ​ຂອງ​ພວກເຮົາ​ເມື່ອ​ພຣະອົງ​ຈະ​ມາ? ບໍ່​ແມ່ນ​ພວກເຈົ້າ​ບໍ?


ຂະນະ​ທີ່​ພວກເຈົ້າ​ຄອຍຖ້າ​ວັນ​ຂອງ​ພຣະເຈົ້າ ແລະ ເຮັ່ງຮີບ​ໃຫ້​ວັນ​ນັ້ນ​ມາ​ໂດຍ​ໄວ. ວັນ​ນັ້ນ​ຈະ​ນຳ​ການທຳລາຍ​ມາ​ສູ່​ຟ້າສະຫວັນ​ດ້ວຍ​ໄຟ ແລະ ອົງປະກອບ​ຕ່າງໆ​ກໍ​ຈະ​ຖືກ​ລະລາຍ​ໄປ​ໃນ​ຄວາມຮ້ອນ.


“ຈົ່ງ​ຂຽນ​ເຖິງ​ເທວະດາ​ຂອງ​ຄຣິສຕະຈັກ​ທີ່​ເມືອງ​ລາວດີເກອາ​ວ່າ: ຖ້ອຍຄຳ​ເຫລົ່ານີ້​ເປັນ​ຂອງ​ພຣະອົງ​ຜູ້​ເປັນ​ອາແມນ, ເປັນ​ພະຍານ​ທີ່​ສັດຊື່ ແລະ ເປັນ​ຄວາມ​ຈິງ, ເປັນ​ຜູ້​ປົກຄອງ​ສິ່ງ​ທີ່​ພຣະເຈົ້າ​ສ້າງ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka