2 ເປໂຕ 3:2 - ພຣະຄຳພີລາວສະບັບສະໄໝໃໝ່2 ເຮົາຢາກໃຫ້ພວກເຈົ້າລະນຶກເຖິງຖ້ອຍຄຳທີ່ພວກຜູ້ທຳນວາຍບໍລິສຸດກ່າວໄວ້ໃນເມື່ອກ່ອນນັ້ນ ແລະ ລະນຶກເຖິງຄຳສັ່ງຂອງອົງພຣະຜູ້ເປັນເຈົ້າ ແລະ ອົງພຣະຜູ້ຊ່ວຍໃຫ້ພົ້ນຂອງພວກເຮົາໄດ້ສັ່ງຜ່ານທາງພວກອັກຄະສາວົກຂອງພວກເຈົ້າ. Uka jalj uñjjattʼätaພຣະຄຳພີສັກສິ2 ເພື່ອໃຫ້ພວກເຈົ້າຈົດຈຳຖ້ອຍຄຳທັງຫຼາຍ ຊຶ່ງພວກຜູ້ທຳນວາຍຜູ້ບໍຣິສຸດ ໄດ້ກ່າວໄວ້ເມື່ອກ່ອນນັ້ນ ທັງຂໍ້ຄຳສັ່ງຈາກອົງພຣະຜູ້ເປັນເຈົ້າ ຄືພຣະຜູ້ຊົງໂຜດຊ່ວຍໃຫ້ພົ້ນ ຊຶ່ງພວກອັກຄະສາວົກໄດ້ສັ່ງສອນແກ່ພວກເຈົ້ານັ້ນ. Uka jalj uñjjattʼäta |
ພວກເຂົາໄດ້ນັດໝາຍວັນທີ່ຈະພົບກັບໂປໂລ, ແລະ ຄົນເປັນຈຳນວນຫລາຍພາກັນມາຍັງທີ່ພັກຂອງເພິ່ນ. ເພິ່ນເປັນພະຍານແກ່ພວກເຂົາຕັ້ງແຕ່ເຊົ້າຈົນຄ່ຳ, ເພິ່ນອະທິບາຍເລື່ອງອານາຈັກຂອງພຣະເຈົ້າ ແລະ ອະທິບາຍຈາກເລື່ອງກົດບັນຍັດຂອງໂມເຊ ແລະ ຈາກບັນດາຜູ້ທຳນວາຍ ເພິ່ນພະຍາຍາມຊັກຊວນໃຫ້ພວກເຂົາເຊື່ອພຣະເຢຊູເຈົ້າ.
ແລ້ວຂ້າພະເຈົ້າໄດ້ໝອບລົງທີ່ຕີນຂອງເທວະດາເພື່ອນະມັດສະການເພິ່ນ. ແຕ່ເທວະດານັ້ນໄດ້ກ່າວແກ່ຂ້າພະເຈົ້າວ່າ, “ຢ່າເຮັດຢ່າງນີ້! ເຮົາເປັນເພື່ອນຮ່ວມຮັບໃຊ້ກັບທ່ານ ແລະ ຮ່ວມກັບພີ່ນ້ອງຂອງທ່ານທີ່ຢຶດໝັ້ນໃນຄຳພະຍານເລື່ອງຂອງພຣະເຢຊູເຈົ້າ. ຈົ່ງນະມັດສະການພຣະເຈົ້າ! ເພາະແມ່ນພຣະວິນຍານແຫ່ງການທຳນວາຍທີ່ເປັນພະຍານເລື່ອງພຣະເຢຊູເຈົ້າ”.