Biblia Todo Logo
Internet tuqin Biblia

- Anuncios ukanaka -




2 ເປໂຕ 3:17 - ພຣະຄຳພີລາວສະບັບສະໄໝໃໝ່

17 ເຫດສະນັ້ນ ເພື່ອນ​ທີ່ຮັກ​ທັງຫລາຍ​ເອີຍ, ໃນ​ເມື່ອ​ພວກເຈົ້າ​ໄດ້​ຮັບ​ການເຕືອນ​ລ່ວງໜ້າ​ຢ່າງ​ນີ້​ແລ້ວ ກໍ​ຈົ່ງ​ລະມັດລະວັງ​ເພື່ອ​ພວກເຈົ້າ​ຈະ​ບໍ່​ຖືກ​ຊັກຈູງ​ໃຫ້​ຫລົງຜິດ​ໄປ​ຕາມ​ຄົນ​ຂາດສິນທຳ ແລະ ບໍ່​ຕົກ​ຈາກ​ບ່ອນ​ອັນ​ໝັ້ນຄົງ​ຂອງ​ພວກເຈົ້າ.

Uka jalj uñjjattʼäta Copia luraña

ພຣະຄຳພີສັກສິ

17 ເພາະເຫດນັ້ນ ພວກ​ທີ່ຮັກ​ເອີຍ, ເມື່ອ​ພວກເຈົ້າ​ຮູ້​ເລື່ອງ​ນີ້​ກ່ອນ​ແລ້ວ ກໍ​ຈົ່ງ​ລະວັງ​ໃຫ້​ດີ ເພາະ​ຢ້ານ​ວ່າ​ພວກເຈົ້າ​ຈະ​ຫລົງ​ໄປ​ເຮັດ​ຜິດ ຕາມ​ຄວາມຜິດ​ຂອງ​ຄົນ​ທີ່​ຂາດ​ສິນທຳ​ເຫຼົ່ານັ້ນ ແລະ​ເຈົ້າ​ທັງຫລາຍ​ຈະ​ຕົກ​ເສຍ​ຈາກ​ຄວາມ​ໜັກແໜ້ນ​ໝັ້ນຄົງ​ຂອງ​ພວກ​ຕົນ.

Uka jalj uñjjattʼäta Copia luraña




2 ເປໂຕ 3:17
26 Jak'a apnaqawi uñst'ayäwi  

ເປັນຫຍັງ​ພວກເຈົ້າ​ຈຶ່ງ​ບໍ່​ເຂົ້າໃຈ​ວ່າ​ເຮົາ​ບໍ່​ໄດ້​ເວົ້າ​ເຖິງ​ເລື່ອງ​ເຂົ້າຈີ່? ແຕ່​ໃຫ້​ພວກເຈົ້າ​ຈົ່ງ​ລະວັງ​ເຊື້ອແປ້ງ​ຂອງ​ພວກ​ຟາຣີຊາຍ ແລະ ພວກ​ຊາດູກາຍ”.


ພຣະເຢຊູເຈົ້າ​ໄດ້​ກ່າວ​ກັບ​ພວກເພິ່ນ​ວ່າ, “ຈົ່ງ​ສັງເກດ ແລະ ລະວັງ​ເຊື້ອແປ້ງ​ຂອງ​ພວກ​ຟາຣີຊາຍ ແລະ ພວກ​ຊາດູກາຍ”.


“ຈົ່ງ​ລະວັງ​ພວກ​ຜູ້ທຳນວາຍ​ປອມ. ພວກເຂົາ​ມາ​ຫາ​ພວກເຈົ້າ​ໃນ​ຄາບ​ຂອງ​ແກະ, ແຕ່​ພາຍໃນ​ແລ້ວ​ພວກເຂົາ​ໂຫດຮ້າຍ​ຄື​ໝາປ່າ.


ເຮົາ​ໄດ້​ບອກ​ສິ່ງ​ເຫລົ່ານີ້​ແກ່​ພວກເຈົ້າ ເພື່ອວ່າ​ເມື່ອ​ເວລາ​ຂອງ​ພວກເຂົາ​ມາ​ເຖິງ ພວກເຈົ້າ​ຈະ​ໄດ້​ລະນຶກ​ວ່າ​ເຮົາ​ໄດ້​ເຕືອນ​ພວກເຈົ້າ​ໄວ້​ແລ້ວ. ເຮົາ​ບໍ່​ໄດ້​ບອກ​ສິ່ງ​ເຫລົ່ານີ້​ແກ່​ພວກເຈົ້າ​ຕັ້ງແຕ່​ຕົ້ນ ເພາະວ່າ​ເຮົາ​ຍັງ​ຢູ່​ກັບ​ພວກເຈົ້າ.


ພວກເຂົາ​ທັງຫລາຍ​ໄດ້​ອຸທິດ​ຕົວ​ເອງ​ໃນ​ຄຳສອນ​ຂອງ​ພວກ​ອັກຄະສາວົກ ແລະ ໃນ​ການ​ຮ່ວມ​ສາມັກຄີທຳ, ໃນ​ການ​ຫັກ​ເຂົ້າຈີ່ ແລະ ໃນ​ອະທິຖານ.


ດ້ວຍວ່າ ຄົນ​ຢ່າງນີ້​ບໍ່​ໄດ້​ຮັບໃຊ້​ພຣະຄຣິດເຈົ້າ​ຂອງ​ພວກເຮົາ ແຕ່​ພວກເຂົາ​ເຮັດ​ເພື່ອ​ປາກ​ເພື່ອ​ທ້ອງ​ຂອງ​ຕົນ​ເອງ. ພວກເຂົາ​ລໍ້ລວງ​ຄົນຊື່​ດ້ວຍ​ຄຳເວົ້າ​ອັນ​ອ່ອນຫວານ ແລະ ຄຳຍ້ອງຍໍ​ທີ່​ບໍ່​ຈິງໃຈ.


ດັ່ງນັ້ນ ຖ້າ​ພວກເຈົ້າ​ຄິດວ່າ​ຕົນເອງ​ຕັ້ງໝັ້ນຄົງ​ແລ້ວ ກໍ​ຈົ່ງ​ລະວັງ​ໃຫ້​ດີ​ເພື່ອ​ພວກເຈົ້າ​ຈະ​ບໍ່​ລົ້ມລົງ!


ເຫດສະນັ້ນ ພີ່ນ້ອງ​ທີ່ຮັກ​ຂອງ​ເຮົາ​ເອີຍ, ຈົ່ງ​ຕັ້ງໝັ້ນ​ຢູ່. ຢ່າ​ໃຫ້​ສິ່ງໃດ​ເຮັດ​ໃຫ້​ພວກເຈົ້າ​ຫວັ່ນໄຫວ. ຈົ່ງ​ທຸ້ມເທ​ພວກເຈົ້າ​ເອງ​ຢ່າງ​ເຕັມທີ່​ໃຫ້​ກັບ​ງານ​ຂອງ​ອົງພຣະຜູ້ເປັນເຈົ້າ, ເພາະ​ພວກເຈົ້າ​ຮູ້​ແລ້ວ​ວ່າ​ໃນ​ອົງພຣະຜູ້ເປັນເຈົ້າ ການງານ​ຂອງ​ພວກເຈົ້າ​ນັ້ນ​ບໍ່​ໄດ້​ໄຮ້ປະໂຫຍດ.


ແຕ່​ເຮົາ​ຢ້ານ​ວ່າ ຈະ​ເປັນ​ເໝືອນ​ດັ່ງ​ເອວາ​ທີ່​ຖືກ​ລໍ້ລວງ​ດ້ວຍ​ກົນອຸບາຍ​ຂອງ​ງູ​ນັ້ນ, ແລ້ວ​ຄວາມຄິດ​ຂອງ​ພວກເຈົ້າ​ຈະ​ຖືກ​ນຳພາ​ໄປ​ສູ່​ຄວາມຜິດພາດ​ຈາກ​ຄວາມຈິງໃຈ ແລະ ຄວາມບໍລິສຸດ​ຂອງ​ພວກເຈົ້າ​ໃນ​ການອຸທິດຕົນ​ຕໍ່​ພຣະຄຣິດເຈົ້າ. ເອວາ​ທີ່​ຖືກ​ລໍ້ລວງ​ດ້ວຍ​ກົນອຸບາຍ​ຂອງ​ງູ​ນັ້ນ.


ພວກເຈົ້າ​ຜູ້​ທີ່​ພະຍາຍາມ​ເປັນ​ຜູ້ຊອບທຳ​ໂດຍ​ກົດບັນຍັດ ຜູ້​ນັ້ນ​ກໍ​ໄດ້​ຕັດຂາດ​ຈາກ​ພຣະຄຣິດເຈົ້າ; ພວກເຈົ້າ​ໄດ້​ຕົກ​ຈາກ​ພຣະຄຸນ​ເສຍ​ແລ້ວ.


ແລ້ວ​ພວກເຮົາ​ຈະ​ບໍ່​ໄດ້​ເປັນ​ເດັກນ້ອຍ​ອີກ​ຕໍ່ໄປ, ເຊິ່ງ​ຖືກ​ຄື້ນ​ຊັດ​ໄປ​ມາ ແລະ ຖືກ​ພັດ​ໄປ​ທາງ​ນີ້​ທາງ​ນັ້ນ​ດ້ວຍ​ລົມປາກ​ແຫ່ງ​ຄຳສອນ ແລະ ດ້ວຍ​ກົນອຸບາຍ​ກັບ​ເລ່ລ່ຽມ​ຂອງ​ມະນຸດ​ໃນ​ແຜນການ​ຫລອກລວງ​ຂອງ​ພວກເຂົາ.


ຈົ່ງ​ລະວັງ​ພວກໝາ​ເຫລົ່ານັ້ນ, ພວກຄົນ​ເຮັດ​ຊົ່ວ​ເຫລົ່ານັ້ນ, ພວກຄົນ​ທີ່​ປາດ​ເນື້ອ​ເຖືອໜັງ​ເຫລົ່ານັ້ນ.


ເພາະ​ເຖິງແມ່ນວ່າ​ຮ່າງກາຍ​ຂອງ​ເຮົາ​ບໍ່​ຢູ່​ກັບ​ພວກເຈົ້າ ແຕ່​ຈິດໃຈ​ຂອງ​ເຮົາ​ກໍ​ຢູ່​ກັບ​ພວກເຈົ້າ ແລະ ມີ​ຄວາມຊື່ນຊົມຍິນດີ​ທີ່​ໄດ້​ເຫັນ​ພວກເຈົ້າ​ພາ​ກັນ​ຢູ່​ຢ່າງ​ຮຽບຮ້ອຍ ແລະ ເຫັນ​ຄວາມເຊື່ອ​ອັນ​ໝັ້ນຄົງ​ຂອງ​ພວກເຈົ້າ​ໃນ​ພຣະຄຣິດເຈົ້າ.


ຈົ່ງ​ລະວັງ​ໃຫ້​ດີ ຢ່າ​ໃຫ້​ຜູ້ໃດ​ຈັບ​ພວກເຈົ້າ​ໄປ​ເປັນ​ຊະເລີຍ​ດ້ວຍ​ປັດຊະຍາ​ອັນ​ບໍ່ມີແກ່ນສານ ແລະ ຫລອກລວງ ເຊິ່ງ​ອາໄສ​ປະເພນີ​ຂອງ​ມະນຸດ​ທີ່​ສືບທອດ​ກັນ​ມາ ແລະ ຫລັກການພື້ນຖານ​ຕ່າງໆ​ຂອງ​ໂລກ​ນີ້​ແທນ​ທີ່​ຈະ​ອາໄສ​ພຣະຄຣິດເຈົ້າ.


ເຈົ້າ​ເອງ​ກໍ​ເໝືອນກັນ​ຈະ​ຕ້ອງ​ລະວັງ​ລາວ​ໄວ້​ໃຫ້​ດີ ເພາະ​ລາວ​ຕໍ່ຕ້ານ​ຖ້ອຍຄຳ​ຂອງ​ພວກເຮົາ​ຢ່າງ​ຮຸນແຮງ.


ພວກເຮົາ​ໄດ້​ມາ​ມີ​ສ່ວນຮ່ວມ​ໃນ​ພຣະຄຣິດເຈົ້າ ຖ້າ​ພວກເຮົາ ຢຶດຖື​ໃນ​ຄວາມໝັ້ນໃຈ​ທີ່​ພວກເຮົາ​ມີ​ໃນ​ທຳອິດ​ນັ້ນ​ຈົນ​ເຖິງ​ທີ່ສຸດ.


ຈົ່ງ​ຕໍ່ສູ້​ກັບ​ມານ ດ້ວຍ​ໃຈ​ໝັ້ນຄົງ​ໃນ​ຄວາມເຊື່ອ ເພາະ​ພວກເຈົ້າ​ກໍ​ຮູ້​ວ່າ​ພີ່ນ້ອງ​ຜູ້ທີ່ເຊື່ອ​ໃນ​ທົ່ວ​ໂລກ​ກໍ​ກຳລັງ​ປະສົບ​ກັບ​ຄວາມທຸກທໍລະມານ​ແບບ​ດຽວ​ກັນ​ນີ້.


ແລະ ຖ້າ​ພຣະອົງ​ໄດ້​ກອບກູ້​ເອົາ​ໂລດ​ຜູ້ຊອບທຳ, ຜູ້​ມີ​ຄວາມທຸກໃຈ​ເພາະ​ການກະທຳ​ທີ່​ຂາດສິນທຳ​ຂອງ​ຄົນໄຮ້ສິນທຳ​ເຫລົ່ານັ້ນ.


ເພື່ອນ​ທີ່​ຮັກ​ທັງຫລາຍ​ເອີຍ, ນີ້​ເປັນ​ຈົດໝາຍ​ສະບັບ​ທີ​ສອງ​ຂອງ​ເຮົາ​ເຖິງ​ພວກເຈົ້າ. ເຮົາ​ໄດ້​ຂຽນ​ມາ​ທັງ​ສອງ​ສະບັບ​ເປັນ​ເຄື່ອງເຕືອນໃຈ​ເພື່ອ​ກະຕຸ້ນ​ພວກເຈົ້າ​ໃຫ້​ມີ​ຄວາມຄິດ​ໃນ​ທາງ​ທີ່​ບໍລິສຸດ


ຈົ່ງ​ລະນຶກ​ວ່າ​ເຈົ້າ​ໄດ້​ຕົກ​ລົງ​ມາ​ໄກ​ເທົ່າໃດ! ຈົ່ງ​ກັບໃຈໃໝ່ ແລະ ເຮັດ​ສິ່ງ​ທີ່​ເຈົ້າ​ເຄີຍ​ເຮັດ​ຕັ້ງ​ແຕ່​ທຳອິດ. ຖ້າ​ເຈົ້າ​ບໍ່​ກັບໃຈໃໝ່​ເຮົາ​ຈະ​ມາ​ຫາ​ເຈົ້າ ແລະ ຍົກ​ຫລັກຕະກຽງ​ຂອງ​ເຈົ້າ​ອອກຈາກ​ບ່ອນ​ນີ້.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka