Biblia Todo Logo
Internet tuqin Biblia

- Anuncios ukanaka -




2 ເປໂຕ 3:14 - ພຣະຄຳພີລາວສະບັບສະໄໝໃໝ່

14 ດ້ວຍເຫດນັ້ນ, ເພື່ອນ​ທີ່ຮັກ​ທັງຫລາຍ​ເອີຍ, ໃນ​ເມື່ອ​ພວກເຈົ້າ​ກຳລັງ​ຄອຍຖ້າ​ສິ່ງ​ນີ້​ຢູ່, ຈົ່ງ​ພະຍາຍາມ​ທຸກ​ວິທີ​ທີ່​ຈະ​ໃຫ້​ພຣະອົງ​ເຫັນ​ວ່າ​ພວກເຈົ້າ​ບໍ່​ມີ​ດ່າງພອຍ, ບໍ່ມີຕຳໜິ ແລະ ມີ​ສັນຕິສຸກ​ກັບ​ພຣະອົງ.

Uka jalj uñjjattʼäta Copia luraña

ພຣະຄຳພີສັກສິ

14 ດ້ວຍເຫດນັ້ນ ພວກ​ທີ່ຮັກ​ເອີຍ, ເມື່ອ​ເຈົ້າ​ທັງຫລາຍ​ກຳລັງ​ຄອຍຖ້າ​ສິ່ງ​ເຫຼົ່ານີ້​ຢູ່ ຈົ່ງ​ອົດສາ​ພະຍາຍາມ​ໃຫ້​ພຣະອົງ​ຊົງ​ພົບ​ພວກເຈົ້າ​ຢູ່​ໃນ​ຄວາມ​ສະຫງົບ ໂດຍ​ບໍ່ມີ​ຈຸດ​ດ່າງ​ພອຍ​ແລະ​ຂໍ້​ຕຳໜິ.

Uka jalj uñjjattʼäta Copia luraña




2 ເປໂຕ 3:14
19 Jak'a apnaqawi uñst'ayäwi  

“ດັ່ງນັ້ນ ຖ້າ​ມີ​ຄົນ​ບອກ​ພວກເຈົ້າ​ວ່າ, ‘ເພິ່ນ​ຢູ່​ທີ່​ນັ້ນ​ໃນ​ຖິ່ນແຫ້ງແລ້ງກັນດານ’ ຢ່າ​ໄດ້​ອອກໄປ​ທີ່​ນັ້ນ ຫລື ມີ​ຄົນ​ບອກ​ວ່າ, ‘ເພິ່ນ​ຢູ່​ທີ່​ນີ້​ໃນ​ຫ້ອງດ້ານໃນ’ ກໍ​ຢ່າ​ໄດ້​ເຊື່ອ.


“ແລ້ວ​ສາວບໍລິສຸດ​ທັງໝົດ​ຈຶ່ງ​ຕື່ນ​ຂຶ້ນ ແລະ ຈັດຕຽມ​ຕະກຽງ​ຂອງ​ຕົນ.


ຈະ​ເປັນ​ຜົນ​ດີ​ສຳລັບ​ຄົນຮັບໃຊ້​ຜູ້​ນັ້ນ​ເມື່ອ​ນາຍ​ກັບ​ມາ​ພົບ​ວ່າ​ລາວ​ເຮັດ​ຕາມ​ໜ້າທີ່.


“ຂ້າ​ແດ່​ອົງພຣະຜູ້ເປັນເຈົ້າ​ອົງເຈົ້ານາຍ ຕາມ​ທີ່​ພຣະອົງ​ໄດ້​ສັນຍາ​ໄວ້, ບັດນີ້ ຂໍ​ພຣະອົງ​ໃຫ້​ຜູ້ຮັບໃຊ້​ຂອງ​ພຣະອົງ​ໄປ​ຢ່າງ​ເປັນສຸກ.


ພຣະອົງ​ຈະ​ຮັກສາ​ພວກເຈົ້າ​ໃຫ້​ຕັ້ງໝັ້ນຄົງ​ຢູ່​ຈົນເຖິງ​ວັນສຸດທ້າຍ, ເພື່ອ​ວ່າ​ພວກເຈົ້າ​ຈະ​ບໍ່ມີຕຳໜິ​ໃນ​ວັນ​ແຫ່ງ​ພຣະເຢຊູຄຣິດເຈົ້າ ອົງພຣະຜູ້ເປັນເຈົ້າ​ຂອງ​ພວກເຮົາ.


ເຫດສະນັ້ນ ພີ່ນ້ອງ​ທີ່ຮັກ​ຂອງ​ເຮົາ​ເອີຍ, ຈົ່ງ​ຕັ້ງໝັ້ນ​ຢູ່. ຢ່າ​ໃຫ້​ສິ່ງໃດ​ເຮັດ​ໃຫ້​ພວກເຈົ້າ​ຫວັ່ນໄຫວ. ຈົ່ງ​ທຸ້ມເທ​ພວກເຈົ້າ​ເອງ​ຢ່າງ​ເຕັມທີ່​ໃຫ້​ກັບ​ງານ​ຂອງ​ອົງພຣະຜູ້ເປັນເຈົ້າ, ເພາະ​ພວກເຈົ້າ​ຮູ້​ແລ້ວ​ວ່າ​ໃນ​ອົງພຣະຜູ້ເປັນເຈົ້າ ການງານ​ຂອງ​ພວກເຈົ້າ​ນັ້ນ​ບໍ່​ໄດ້​ໄຮ້ປະໂຫຍດ.


ເພື່ອ​ວ່າ​ພວກເຈົ້າ​ທັງຫລາຍ​ຈະ​ສາມາດ​ທົດສອບ​ໄດ້​ວ່າ​ສິ່ງ​ໃດ​ດີ​ທີ່ສຸດ ແລະ ເພື່ອ​ພວກເຈົ້າ​ຈະ​ໄດ້​ບໍລິສຸດ ແລະ ບໍ່​ມີ​ຕຳໜິ​ສຳລັບ​ວັນ​ຂອງ​ພຣະຄຣິດເຈົ້າ,


ເພື່ອ​ວ່າ​ພວກເຈົ້າ​ຈະ​ກາຍ​ເປັນ​ຜູ້​ບໍ່ມີຕຳໜິ ແລະ ບໍລິສຸດ, “ເປັນ​ລູກ​ຂອງ​ພຣະເຈົ້າ​ຜູ້​ປາດສະຈາກ​ຄວາມຜິດ​ໃນ​ຍຸກ​ທີ່​ບິດເບືອນ ແລະ ຄົດໂກງ”. ແລ້ວ​ພວກເຈົ້າ​ຈະ​ສ່ອງສະຫວ່າງ​ທ່າມກາງ​ພວກເຂົາ​ເໝືອນດັ່ງ​ດວງດາວ​ໃນ​ທ້ອງຟ້າ


ແຕ່​ພວກເຮົາ​ທັງຫລາຍ​ເປັນ​ພົນລະເມືອງ​ຂອງ​ສະຫວັນ. ແລະ ພວກເຮົາ​ຄອຍຖ້າ​ພຣະຜູ້ຊ່ວຍໃຫ້ພົ້ນ​ຈາກ​ສະຫວັນ​ຢ່າງ​ກະຕືລືລົ້ນ, ຄື​ພຣະເຢຊູຄຣິດເຈົ້າ​ອົງພຣະຜູ້ເປັນເຈົ້າ,


ຂໍ​ພຣະອົງ​ເຮັດ​ໃຫ້​ຈິດໃຈ​ຂອງ​ພວກເຈົ້າ​ເຂັ້ມແຂງ​ຂຶ້ນ​ເພື່ອວ່າ​ພວກເຈົ້າ​ຈະ​ບໍ່ມີຕຳໜິ ແລະ ບໍລິສຸດ​ຕໍ່ໜ້າ​ພຣະເຈົ້າ​ພຣະບິດາ​ຂອງ​ພວກເຮົາ​ເມື່ອ​ພຣະເຢຊູເຈົ້າ​ອົງພຣະຜູ້ເປັນເຈົ້າ​ຂອງ​ພວກເຮົາ​ມາ​ປາກົດ​ພ້ອມ​ກັບ​ຜູ້​ບໍລິສຸດ​ທັງປວງ​ຂອງ​ພຣະອົງ.


ຂໍ​ໃຫ້​ພຣະເຈົ້າ​ເອງ​ຜູ້​ເປັນ​ພຣະເຈົ້າ​ແຫ່ງ​ສັນຕິສຸກ​ຊຳລະ​ພວກເຈົ້າ​ໃຫ້​ບໍລິສຸດ​ໃນ​ທຸກ​ດ້ານ. ຂໍ​ໃຫ້​ທັງ​ວິນຍານ, ຈິດໃຈ ແລະ ຮ່າງກາຍ​ຂອງ​ພວກເຈົ້າ​ບໍ່ມີຕຳໜິ​ໃນ​ວັນ​ທີ່​ພຣະເຢຊູຄຣິດເຈົ້າ​ອົງພຣະຜູ້ເປັນເຈົ້າ​ຂອງ​ພວກເຮົາ​ມາ.


ໃຫ້​ຢຶດຖື​ຄຳສັ່ງ​ນີ້​ໄວ້​ບໍ່​ໃຫ້​ມີ​ຂໍ້ບົກຜ່ອງ ຫລື ບໍ່ມີຕຳໜິ​ຈົນກວ່າ​ພຣະເຢຊູຄຣິດເຈົ້າ​ອົງພຣະຜູ້ເປັນເຈົ້າ​ຂອງ​ພວກເຮົາ​ຈະ​ມາ​ປາກົດ,


ດັ່ງນັ້ນ ພຣະຄຣິດເຈົ້າ​ກໍ​ຖວາຍ​ພຣະອົງ​ເອງ​ຄັ້ງ​ດຽວ​ເພື່ອ​ລຶບລ້າງ​ບາບ​ຂອງ​ປະຊາຊົນ​ເປັນ​ຈຳນວນ​ຫລວງຫລາຍ ແລະ ພຣະອົງ​ຈະ​ມາ​ປາກົດ​ເປັນ​ຄັ້ງ​ທີ​ສອງ ບໍ່ແມ່ນ​ເພື່ອ​ຮັບແບກ​ຄວາມບາບ​ແຕ່​ເພື່ອ​ນຳ​ເອົາ​ຄວາມພົ້ນ​ມາ​ສູ່​ບັນດາ​ຜູ້​ທີ່​ລໍຄອຍ​ພຣະອົງ.


ສາສະໜາ​ທີ່​ພຣະເຈົ້າ​ພຣະບິດາ​ຂອງ​ພວກເຮົາ​ຍອມຮັບ​ວ່າ​ບໍລິສຸດ ແລະ ບໍ່​ມີ​ຂໍ້ບົກພ່ອງ​ຄື: ການເບິ່ງແຍງ​ບັນດາ​ເດັກກ່ຳພ້າ ແລະ ແມ່ໝ້າຍ​ທີ່​ທຸກຍາກ​ຂອງ ແລະ ໃນ​ການຮັກສາ​ຕົນເອງ​ໃຫ້​ພົ້ນ​ຈາກ​ມົນທິນ​ຂອງ​ໂລກ.


ສິ່ງ​ເຫລົ່ານີ້​ມີ​ມາ​ກໍ​ເພື່ອ​ພິສູດ​ວ່າ​ພວກເຈົ້າ​ມີ​ຄວາມເຊື່ອ​ແທ້, ຄວາມເຊື່ອ​ນີ້​ລ້ຳຄ່າ​ຍິ່ງ​ກວ່າ​ຄຳ ເຊິ່ງ​ສາມາດ​ເສື່ອມສູນ​ໄປ​ເຖິງ​ແມ່ນ​ວ່າ​ໄດ້​ຖືກ​ຫລອມ​ດ້ວຍ​ໄຟ ຄວາມເຊື່ອ​ນີ້​ກໍ່​ໃຫ້​ເກີດ​ຄຳສັນລະເສີນ, ສະຫງ່າລາສີ ແລະ ກຽດຕິຍົດ​ເມື່ອ​ພຣະເຢຊູຄຣິດເຈົ້າ​ຈະ​ມາ​ປາກົດ.


ເພື່ອນ​ທີ່​ຮັກ​ທັງຫລາຍ​ເອີຍ, ນີ້​ເປັນ​ຈົດໝາຍ​ສະບັບ​ທີ​ສອງ​ຂອງ​ເຮົາ​ເຖິງ​ພວກເຈົ້າ. ເຮົາ​ໄດ້​ຂຽນ​ມາ​ທັງ​ສອງ​ສະບັບ​ເປັນ​ເຄື່ອງເຕືອນໃຈ​ເພື່ອ​ກະຕຸ້ນ​ພວກເຈົ້າ​ໃຫ້​ມີ​ຄວາມຄິດ​ໃນ​ທາງ​ທີ່​ບໍລິສຸດ


ຈົດໝາຍ​ທຸກ​ສະບັບ​ຂອງ​ເພິ່ນ​ໄດ້​ກ່າວ​ເຖິງ​ເລື່ອງ​ເຫລົ່ານີ້​ໄວ້​ໃນ​ທຳນອງ​ດຽວ​ກັນ. ໃນ​ຈົດໝາຍ​ຂອງ​ເພິ່ນ​ມີ​ບາງ​ຢ່າງ​ທີ່​ເຂົ້າໃຈ​ຍາກ ເຊິ່ງ​ພວກຄົນໂງ່ ແລະ ພວກຄົນ​ບໍ່​ໜັກແໜ້ນ​ໄດ້​ບິດເບືອນ​ໄປ, ເໝືອນດັ່ງ​ທີ່​ພວກເຂົາ​ໄດ້​ບິດເບືອນ​ພຣະຄຳພີ​ຂໍ້​ອື່ນໆ​ທີ່​ນຳ​ການທຳລາຍ​ມາ​ສູ່​ພວກເຂົາ​ເອງ.


ທຸກຄົນ​ທີ່​ມີ​ຄວາມຫວັງ​ໃນ​ພຣະອົງ​ຢ່າງ​ນີ້​ຄວນ​ຊຳລະ​ຕົນເອງ​ໃຫ້​ບໍລິສຸດ, ເໝືອນດັ່ງ​ທີ່​ພຣະອົງ​ບໍລິສຸດ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka