Biblia Todo Logo
Internet tuqin Biblia

- Anuncios ukanaka -




2 ເປໂຕ 3:10 - ພຣະຄຳພີລາວສະບັບສະໄໝໃໝ່

10 ແຕ່​ວັນ​ແຫ່ງ​ອົງພຣະຜູ້ເປັນເຈົ້າ​ຈະ​ມາ​ເໝືອນດັ່ງ​ຂະໂມຍ. ຟ້າສະຫວັນ​ຈະ​ຫາຍ​ໄປ​ດ້ວຍ​ສຽງ​ດັງ​ກ້ອງສະໜັ່ນ ແລະ ອົງປະກອບ​ທັງຫລາຍ​ຈະ​ຖືກ​ທຳລາຍ​ດ້ວຍ​ໄຟ. ແລະ ແຜ່ນດິນໂລກ​ກັບ​ສັບພະທຸກສິ່ງ​ທີ່​ຢູ່​ໃນ​ນັ້ນ​ຈະ​ຖືກ​ທຳລາຍ​ໝົດ.

Uka jalj uñjjattʼäta Copia luraña

ພຣະຄຳພີສັກສິ

10 ແຕ່​ວັນ​ຂອງ​ອົງພຣະ​ຜູ້​ເປັນເຈົ້າ ຈະ​ມາ​ເຖິງ​ເໝືອນ​ດັ່ງ​ຂະໂມຍ​ມາ. ໃນ​ວັນ​ນັ້ນ ຟ້າ​ສະຫວັນ​ຈະ​ລ່ວງ​ເສຍ​ໄປ ດ້ວຍ​ສຽງດັງ​ກ້ອງສະໜັ່ນ ໂລກ​ທາດ​ຈະ​ສະຫລາຍ​ໄປ​ດ້ວຍ​ໄຟ ແລະ​ແຜ່ນດິນ​ໂລກ​ກັບ​ທຸກສິ່ງ​ສາລະພັດ​ຈະ​ໄໝ້​ເສຍ​ໝົດ.

Uka jalj uñjjattʼäta Copia luraña




2 ເປໂຕ 3:10
36 Jak'a apnaqawi uñst'ayäwi  

ສະຫວັນ ແລະ ແຜ່ນດິນໂລກ​ຈະ​ລ່ວງ​ພົ້ນ​ໄປ, ແຕ່​ຖ້ອຍຄຳ​ຂອງ​ເຮົາ​ຈະ​ບໍ່​ລ່ວງ​ພົ້ນ​ໄປ​ຈັກເທື່ອ.


ສະຫວັນ ແລະ ແຜ່ນດິນໂລກ​ຈະ​ລ່ວງ​ພົ້ນ​ໄປ ແຕ່​ຖ້ອຍຄຳ​ຂອງ​ເຮົາ​ຈະ​ບໍ່​ລ່ວງ​ພົ້ນ​ໄປ​ຈັກເທື່ອ.


ແຕ່​ຈົ່ງ​ເຂົ້າໃຈ​ດັ່ງນີ້​ຄື: ຖ້າ​ເຈົ້າຂອງ​ເຮືອນ​ຮູ້​ກ່ອນ​ວ່າ​ຂະໂມຍ​ຈະ​ມາ​ໃນ​ຊົ່ວໂມງ​ໃດ, ລາວ​ກໍ​ຄົງ​ຈະ​ບໍ່​ປ່ອຍ​ໃຫ້​ຂະໂມຍ​ງັດ​ເຂົ້າ​ໄປ​ໃນ​ເຮືອນ​ຂອງ​ຕົນ​ໄດ້.


ເພາະວ່າ ສັບພະສິ່ງ​ທີ່​ພຣະເຈົ້າ​ສ້າງ​ນັ້ນ​ໄດ້​ຕົກ​ຢູ່​ພາຍໃຕ້​ຄວາມຫຍຸ້ງຍາກ​ບໍ່​ແມ່ນ​ຕາມໃຈມັກ​ຂອງ​ມັນ​ເອງ ແຕ່​ໂດຍ​ຄວາມຕັ້ງໃຈ​ຂອງ​ຜູ້​ທີ່​ບັງຄັບ​ໃຫ້​ມັນ​ຕ້ອງ​ຕົກ​ຢູ່ໃນ​ສະພາບ​ດັ່ງກ່າວ ໂດຍ​ມີ​ຄວາມຫວັງ


ພຣະອົງ​ຈະ​ຮັກສາ​ພວກເຈົ້າ​ໃຫ້​ຕັ້ງໝັ້ນຄົງ​ຢູ່​ຈົນເຖິງ​ວັນສຸດທ້າຍ, ເພື່ອ​ວ່າ​ພວກເຈົ້າ​ຈະ​ບໍ່ມີຕຳໜິ​ໃນ​ວັນ​ແຫ່ງ​ພຣະເຢຊູຄຣິດເຈົ້າ ອົງພຣະຜູ້ເປັນເຈົ້າ​ຂອງ​ພວກເຮົາ.


ຈົ່ງ​ມອບ​ຄົນ​ນັ້ນ​ໄວ້​ໃຫ້​ມານຊາຕານ​ທຳລາຍ​ເນື້ອໜັງ, ເພື່ອ​ວ່າ​ຈິດວິນຍານ​ຂອງ​ລາວ​ຈະ​ໄດ້​ພົ້ນ​ໃນ​ວັນ​ຂອງ​ອົງພຣະຜູ້ເປັນເຈົ້າ.


ໃນ​ເມື່ອ​ພວກເຈົ້າ​ເຂົ້າໃຈ​ພວກເຮົາ​ໃນ​ບາງສ່ວນ​ແລ້ວ, ພວກເຈົ້າ​ຈະ​ເຂົ້າໃຈ​ຢ່າງ​ຄົບຖ້ວນ​ວ່າ ພວກເຈົ້າ​ກໍ​ສາມາດ​ອວດອ້າງ​ເຖິງ​ພວກເຮົາ​ເໝືອນ​ດັ່ງ​ພວກເຮົາ​ຈະ​ອວດອ້າງ​ເຖິງ​ພວກເຈົ້າ​ໃນ​ວັນ​ຂອງ​ພຣະເຢຊູເຈົ້າ ອົງພຣະຜູ້ເປັນເຈົ້າ.


ເພາະ​ພວກເຈົ້າ​ກໍ​ຮູ້​ດີ​ແລ້ວ​ວ່າ​ວັນ​ຂອງ​ອົງພຣະຜູ້ເປັນເຈົ້າ​ຈະ​ມາ​ເໝືອນດັ່ງ​ຂະໂມຍ​ມາ​ໃນ​ເວລາ​ກາງຄືນ.


ແຕ່​ພີ່ນ້ອງ​ທັງຫລາຍ​ເອີຍ, ພວກເຈົ້າ​ບໍ່​ໄດ້​ຢູ່​ໃນ​ຄວາມມືດ, ດັ່ງນັ້ນ ວັນ​ນີ້​ຈະ​ບໍ່​ເຮັດ​ໃຫ້​ພວກເຈົ້າ​ປະຫລາດໃຈ​ເໝືອນດັ່ງ​ຂະໂມຍ​ມາ.


ໃນ​ເມື່ອ​ທຸກສິ່ງ​ຈະ​ຖືກ​ທຳລາຍ​ລົງ​ຢ່າງ​ນີ້ ພວກເຈົ້າ​ຄວນ​ຈະ​ເປັນ​ຄົນ​ແບບໃດ? ພວກເຈົ້າ​ຄວນ​ດຳເນີນຊີວິດ​ຢ່າງ​ບໍລິສຸດ ແລະ ຢູ່​ໃນ​ທາງ​ຂອງ​ພຣະເຈົ້າ


ຂະນະ​ທີ່​ພວກເຈົ້າ​ຄອຍຖ້າ​ວັນ​ຂອງ​ພຣະເຈົ້າ ແລະ ເຮັ່ງຮີບ​ໃຫ້​ວັນ​ນັ້ນ​ມາ​ໂດຍ​ໄວ. ວັນ​ນັ້ນ​ຈະ​ນຳ​ການທຳລາຍ​ມາ​ສູ່​ຟ້າສະຫວັນ​ດ້ວຍ​ໄຟ ແລະ ອົງປະກອບ​ຕ່າງໆ​ກໍ​ຈະ​ຖືກ​ລະລາຍ​ໄປ​ໃນ​ຄວາມຮ້ອນ.


ໂດຍ​ພຣະຄຳ​ອັນ​ດຽວ​ກັນ​ນີ້ ຟ້າສະຫວັນ ແລະ ແຜ່ນດິນໂລກ​ປັດຈຸບັນ​ກໍ​ຖືກ​ສະຫງວນໄວ້​ໃຫ້​ໄຟ​ເຜົາຜານ ຖືກ​ເກັບ​ໄວ້​ເພື່ອ​ວັນ​ແຫ່ງ​ການພິພາກສາ ແລະ ຈິບຫາຍ​ຂອງ​ຄົນອະທຳ.


ແລະ ບັນດາ​ເທວະດາ​ຜູ້​ທີ່​ບໍ່​ຮັກສາ​ອຳນາດ​ຫນ້າທີ່​ຂອງ​ຕົນ ແຕ່​ໄດ້​ປະຖິ້ມ​ຖິ່ນຖານ​ທີ່​ຢູ່​ຂອງ​ຕົນເອງ ພຣະອົງ​ໄດ້​ກັກຂັງ​ເທວະດາ​ເຫລົ່ານີ້​ໄວ້​ໃນ​ບ່ອນ​ມືດ, ລ່າມ​ດ້ວຍ​ໂສ້​ຕະຫລອດໄປ​ເປັນນິດ​ເພື່ອ​ລໍຖ້າ​ການພິພາກສາ​ໃນ​ວັນ​ອັນ​ຍິ່ງໃຫຍ່​ນັ້ນ.


“ເບິ່ງ​ແມ! ເຮົາ​ຈະ​ມາ​ເໝືອນ​ຂະໂມຍ​ມາ! ຄວາມສຸກ​ເປັນ​ຂອງ​ຜູ້​ທີ່​ຕື່ນ​ຢູ່ ແລະ ນຸ່ງ​ເສື້ອຜ້າ​ຢູ່, ເພື່ອ​ວ່າ​ພວກເຂົາ​ຈະ​ໄດ້​ບໍ່​ຕ້ອງ​ຍ່າງ​ເປືອຍກາຍ ແລະ ຖືກ​ເປີດເຜີຍ​ດ້ວຍ​ຄວາມອັບອາຍ”.


ແລ້ວ​ຂ້າພະເຈົ້າ​ກໍ​ໄດ້​ເຫັນ​ບັນລັງ​ໃຫຍ່​ສີຂາວ ແລະ ພຣະອົງ​ຜູ້​ທີ່​ນັ່ງ​ຢູ່​ເທິງ​ບັນລັງ​ນັ້ນ. ເມື່ອ​ພຣະອົງ​ປາກົດ ແຜ່ນດິນ​ໂລກ ແລະ ທ້ອງຟ້າ​ກໍ​ໜີ​ໄປ, ແລະ ບໍ່​ມີ​ບ່ອນ​ສຳລັບ​ພວກເຂົາ.


ແລ້ວ​ຂ້າພະເຈົ້າ​ໄດ້​ເຫັນ “ສະຫວັນ​ໃໝ່ ແລະ ແຜ່ນດິນໂລກ​ໃໝ່” ເພາະ​ສະຫວັນ​ເດີມ ແລະ ແຜ່ນດິນໂລກ​ເດີມ​ໄດ້​ຜ່ານພົ້ນ​ໄປ​ແລ້ວ ແລະ ກໍ​ບໍ່​ມີ​ທະເລ​ອີກ​ແລ້ວ.


ເຫດສະນັ້ນ ຈົ່ງ​ລະນຶກ​ເຖິງ​ສິ່ງ​ທີ່​ເຈົ້າ​ໄດ້​ຮັບ​ໄວ້ ແລະ ໄດ້​ຍິນ, ຈົ່ງ​ຢຶດຖື​ສິ່ງ​ນັ້ນ​ໄວ້ ແລະ ກັບໃຈໃໝ່. ແຕ່​ຖ້າ​ພວກເຈົ້າ​ບໍ່​ຕື່ນ​ຂຶ້ນ, ເຮົາ​ຈະ​ມາ​ເໝືອນດັ່ງ​ຂະໂມຍ ແລະ ພວກເຈົ້າ​ກໍ​ຈະ​ບໍ່​ຮູ້​ວ່າ​ເຮົາ​ຈະ​ມາ​ຫາ​ເຈົ້າ​ເວລາ​ໃດ.


ຟ້າສະຫວັນ​ກໍ​ຫົດເຂົ້າ​ເໝືອນດັ່ງ​ໜັງສືມ້ວນ​ທີ່​ຖືກ​ກໍ້​ມ້ວນ​ໄວ້, ແລະ ພູ​ທຸກ​ໜ່ວຍ ແລະ ເກາະ​ທຸກ​ແຫ່ງ​ກໍ​ຖືກ​ເຄື່ອນຍ້າຍ​ໄປ​ຈາກ​ບ່ອນ​ເດີມ​ຂອງ​ມັນ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka