2 ເປໂຕ 2:9 - ພຣະຄຳພີລາວສະບັບສະໄໝໃໝ່9 ຖ້າເປັນດັ່ງນັ້ນ, ອົງພຣະຜູ້ເປັນເຈົ້າຍ່ອມຮູ້ຈັກວິທີວ່າຈະກອບກູ້ເອົາຄົນຊອບທຳໃຫ້ລອດພົ້ນຈາກການທົດລອງໄດ້ຢ່າງໃດ ແລະ ຮັກສາຄົນອະທຳໄວ້ເພື່ອລໍຖ້າວັນພິພາກສາ. Uka jalj uñjjattʼätaພຣະຄຳພີສັກສິ9 ດັ່ງນັ້ນ ອົງພຣະຜູ້ເປັນເຈົ້າ ຈຶ່ງຮູ້ຈັກວິທີທີ່ຈະໂຜດເອົາຄົນທີ່ຊອບທຳ ເພື່ອໃຫ້ພົ້ນຈາກການທົດລອງ ແລະຮູ້ຈັກວິທີຮັກສາຄົນຊົ່ວໄວ້ ເພື່ອໃຫ້ຢູ່ໃຕ້ການລົງໂທດໃນວັນພິພາກສາ. Uka jalj uñjjattʼäta |
ບໍ່ມີການທົດລອງໃດໆເກີດຂຶ້ນກັບພວກເຈົ້າທັງຫລາຍ ນອກຈາກການທົດລອງທີ່ເກີດຂຶ້ນກັບມະນຸດທົ່ວໄປ. ແລະ ພຣະເຈົ້າສັດຊື່; ພຣະອົງຈະບໍ່ປ່ອຍໃຫ້ພວກເຈົ້າຖືກທົດລອງເກີນກວ່າສິ່ງພວກເຈົ້າຈະທົນໄດ້. ແຕ່ເມື່ອພວກເຈົ້າຖືກທົດລອງ ພຣະອົງຈະໃຫ້ພວກເຈົ້າມີທາງອອກດ້ວຍ ເພື່ອພວກເຈົ້າຈະສາມາດອົດທົນຕໍ່ການທົດລອງນັ້ນໄດ້.