2 ເປໂຕ 2:4 - ພຣະຄຳພີລາວສະບັບສະໄໝໃໝ່4 ເພາະຖ້າພຣະເຈົ້າບໍ່ໄດ້ຍົກເວັ້ນບັນດາເທວະດາທີ່ໄດ້ເຮັດບາບ, ແຕ່ໄດ້ສົ່ງພວກເຂົາລົງໄປສູ່ນະລົກ, ລ່າມໂສ້ພວກເຂົາຂັງໄວ້ໃນບ່ອນມືດເພື່ອລໍຖ້າການພິພາກສາ. Uka jalj uñjjattʼätaພຣະຄຳພີສັກສິ4 ເພາະວ່າ ພຣະເຈົ້າບໍ່ໄດ້ຊົງຍົກເວັ້ນຝູງເທວະດາທີ່ໄດ້ເຮັດບາບນັ້ນ, ແຕ່ໄດ້ຊົງຊຸກພວກເຂົາລົງໄປສູ່ພື້ນທໍລະນີເລິກ ຂັງພວກເຂົາໄວ້ໃນຂຸມມືດ ຄຸມໄວ້ຈົນເຖິງວັນພິພາກສາ. Uka jalj uñjjattʼäta |
ພວກເຈົ້າທັງຫລາຍເປັນຂອງພໍ່ຂອງພວກເຈົ້າ, ມານຮ້າຍ ແລະ ພວກເຈົ້າຕ້ອງການເຮັດຕາມຄວາມປາຖະໜາຂອງພໍ່ຂອງພວກເຈົ້າ. ມັນເປັນຜູ້ຂ້າຄົນຕັ້ງແຕ່ຕົ້ນເດີມມາແລ້ວ, ມັນບໍ່ໄດ້ຕັ້ງໝັ້ນຢູ່ໃນຄວາມຈິງ, ເພາະໃນໂຕມັນບໍ່ມີຄວາມຈິງ. ເມື່ອມັນເວົ້າຕົວະມັນກໍເວົ້າຕາມສັນດານຂອງມັນເອງເພາະມັນເປັນຜູ້ຕົວະ ແລະ ເປັນພໍ່ຂອງຄຳຕົວະ.