Biblia Todo Logo
Internet tuqin Biblia

- Anuncios ukanaka -




2 ເປໂຕ 2:3 - ພຣະຄຳພີລາວສະບັບສະໄໝໃໝ່

3 ດ້ວຍ​ຄວາມໂລບ​ຂອງ​ພວກເຂົາ​ນັ້ນ ພວກຄູສອນ​ເຫລົ່ານີ້​ຈະ​ແຕ່ງ​ເລື່ອງ​ຕ່າງໆ​ຂຶ້ນ​ມາ​ເພື່ອ​ຂູດຮີດ​ພວກເຈົ້າ. ຄຳພິພາກສາ​ລົງໂທດ​ຂອງ​ພວກເຂົາ​ກໍ​ຖືກ​ຫ້ອຍ​ຢູ່​ເທິງ​ພວກເຂົາ​ດົນນານ​ມາ​ແລ້ວ ແລະ ຄວາມຈິບຫາຍ​ຂອງ​ພວກເຂົາ​ກໍ​ບໍ່​ໄດ້​ຫລັບ​ຢູ່.

Uka jalj uñjjattʼäta Copia luraña

ພຣະຄຳພີສັກສິ

3 ແລະ​ດ້ວຍ​ໃຈ​ໂລບ ພວກເຂົາ​ຈະ​ໄດ້​ກຳໄລ​ຈາກ​ພວກເຈົ້າ​ດ້ວຍ​ກ່າວ​ຄຳ​ຕົວະ ການ​ລົງໂທດ​ຄົນ​ເຫຼົ່ານັ້ນ ທີ່​ໄດ້​ຖືກ​ພິພາກສາ​ດົນນານ​ມາ​ແລ້ວ ກໍ​ບໍ່​ເສີຍຊ້າ​ຢູ່. ຄວາມ​ຈິບຫາຍ​ທີ່​ຈະ​ເກີດຂຶ້ນ​ກັບ​ພວກເຂົາ ກໍ​ບໍ່ໄດ້​ລືມ​ພວກເຂົາ.

Uka jalj uñjjattʼäta Copia luraña




2 ເປໂຕ 2:3
43 Jak'a apnaqawi uñst'ayäwi  

ວິບັດ​ແກ່​ພວກເຈົ້າ ຄູສອນກົດບັນຍັດ ແລະ ຟາຣີຊາຍ​ຄົນໜ້າຊື່ໃຈຄົດ! ພວກເຈົ້າ​ເອົາ​ສິ່ງຂອງ ຂອງ​ບັນດາ​ແມ່ໝ້າຍ ແລະ ທຳທ່າ​ອະທິຖານ​ຢ່າງ​ຍືດຍາວ ດັ່ງນັ້ນ ພວກເຈົ້າ​ຈະ​ຖືກ​ລົງໂທດ​ໜັກ​ທີ່ສຸດ.


ເຮົາ​ບອກ​ພວກເຈົ້າ​ທັງຫລາຍ​ວ່າ, ພຣະອົງ​ຈະ​ໃຫ້​ພວກເຂົາ​ໄດ້​ຮັບ​ຄວາມຍຸຕິທຳ​ໂດຍ​ໄວ. ເຖິງ​ຢ່າງ​ໃດ​ກໍ​ຕາມ, ເມື່ອ​ບຸດມະນຸດ​ມາ ພຣະອົງ​ຈະ​ພົບ​ຄວາມເຊື່ອ​ໃນ​ໂລກ​ຢູ່​ບໍ?”


ພວກເຂົາ​ໄດ້​ຕິດຕາມ​ເບິ່ງ​ພຣະອົງ​ຢ່າງ​ໃກ້ຊິດ ໂດຍ​ໃຊ້​ພວກ​ສອດແນມ ເຊິ່ງ​ເຮັດຄື​ວ່າ​ຈິງໃຈ. ພວກເຂົາ​ຫວັງ​ຈະ​ຈັບ​ຜິດ​ຖ້ອຍຄຳ​ຂອງ​ພຣະເຢຊູເຈົ້າ ເພື່ອ​ຈະ​ມອບ​ພຣະອົງ​ໄວ້​ໃນ​ການ​ປົກຄອງ ແລະ ສິດອຳນາດ​ຂອງ​ຜູ້ປົກຄອງ.


ເມື່ອ​ພຣະອົງ​ກ່າວ​ຍັງ​ບໍ່​ທັນ​ສຸດ​ຄຳ​ກໍ​ມີ​ປະຊາຊົນ​ຈຳນວນ​ຫລວງຫລາຍ​ເຂົ້າ​ມາ ແລະ ຜູ້​ໜຶ່ງ​ທີ່​ມີ​ຊື່​ວ່າ​ຢູດາ ເປັນ​ຄົນ​ໜຶ່ງ​ໃນ​ສາວົກ​ສິບສອງ​ຄົນ​ນັ້ນ. ຢູດາ​ເຂົ້າ​ມາ​ໃກ້​ພຣະເຢຊູເຈົ້າ​ເພື່ອ​ຈູບ​ພຣະອົງ,


ພຣະອົງ​ກ່າວ​ກັບ​ຄົນ​ຂາຍ​ນົກເຂົາ​ວ່າ, “ຈົ່ງ​ເອົາ​ສິ່ງ​ເຫລົ່ານີ້​ອອກ​ໄປ​ຈາກ​ບ່ອນນີ້! ຢ່າ​ເຮັດ​ໃຫ້​ວິຫານ​ຂອງ​ພຣະບິດາເຈົ້າ​ຂອງ​ເຮົາ​ກາຍເປັນ​ຕະຫລາດ!”


ດ້ວຍວ່າ ຄົນ​ຢ່າງນີ້​ບໍ່​ໄດ້​ຮັບໃຊ້​ພຣະຄຣິດເຈົ້າ​ຂອງ​ພວກເຮົາ ແຕ່​ພວກເຂົາ​ເຮັດ​ເພື່ອ​ປາກ​ເພື່ອ​ທ້ອງ​ຂອງ​ຕົນ​ເອງ. ພວກເຂົາ​ລໍ້ລວງ​ຄົນຊື່​ດ້ວຍ​ຄຳເວົ້າ​ອັນ​ອ່ອນຫວານ ແລະ ຄຳຍ້ອງຍໍ​ທີ່​ບໍ່​ຈິງໃຈ.


ພວກເຮົາ​ບໍ່​ເໝືອນ​ຫລາຍ​ຄົນ ທີ່​ເລາະ​ຂາຍ​ພຣະຄຳ​ຂອງ​ພຣະເຈົ້າ​ເພື່ອ​ຫາ​ກຳໄລ. ແຕ່​ກົງກັນຂ້າມ ໃນ​ພຣະຄຣິດເຈົ້າ ພວກເຮົາ​ກ່າວ​ຕໍ່ໜ້າ​ພຣະເຈົ້າ​ດ້ວຍ​ຄວາມຈິງໃຈ​ເໝືອນ​ດັ່ງ​ບັນດາ​ຄົນ​ທີ່​ພຣະເຈົ້າ​ໄດ້​ໃຊ້​ມາ.


ພວກເຈົ້າ​ກໍ​ຮູ້​ດີ​ວ່າ​ພວກເຮົາ​ບໍ່​ເຄີຍ​ໃຊ້​ຄຳ​ຍ້ອງ ຫລື ໃສ່​ໜ້າກາກ​ປິດບັງ​ຄວາມໂລບ​ໄວ້ ພຣະເຈົ້າ​ເປັນ​ພະຍານ​ໃຫ້​ພວກເຮົາ​ໄດ້.


ໃນ​ຂະນະ​ທີ່​ຄົນ​ທັງຫລາຍ​ກຳລັງ​ເວົ້າ​ກັນ​ວ່າ, “ສະຫງົບສຸກ ແລະ ປອດໄພ” ເມື່ອ​ນັ້ນ​ຄວາມພິນາດ​ກໍ​ຈະ​ມາ​ເຖິງ​ພວກເຂົາ​ໃນ​ທັນທີ, ເໝືອນດັ່ງ​ການ​ເຈັບ​ທ້ອງ​ເກີດລູກ​ຂອງ​ແມ່ຍິງ​ຖືພາ ແລະ ພວກເຂົາ​ກໍ​ຈະ​ໜີ​ບໍ່​ພົ້ນ.


ບໍ່​ດື່ມເຫລົ້າ​ມຶນເມົາ, ບໍ່​ຮຸນແຮງ​ແຕ່​ສຸພາບອ່ອນໂຍນ, ບໍ່​ເປັນ​ຄົນ​ມັກ​ຜິດຖຽງກັນ, ບໍ່ເປັນຄົນຮັກເງິນ.


ໃນ​ທຳນອງ​ດຽວ​ກັນ, ຜູ້ດູແລ​ຄວນ​ເປັນ​ຄົນ​ທີ່​ໜ້ານັບຖື, ເປັນ​ຄົນ​ຈິງໃຈ, ບໍ່​ດື່ມ​ເຫລົ້າ ແລະ ບໍ່​ຫາ​ປະໂຫຍດ​ໃນ​ທາງ​ທີ່​ບໍ່​ສັດຊື່.


ແລະ ການ​ຂັດແຍ້ງ​ກັນ​ຢ່າງ​ບໍ່​ມີ​ວັນ​ສິ້ນສຸດ​ໃນ​ທ່າມ​ກາງ​ຜູ້​ມີ​ຈິດໃຈ​ເສື່ອມຊາມ, ຜູ້​ທີ່​ຖືກ​ຍາດຊິງ​ຄວາມຈິງ​ໄປ ແລະ ຜູ້​ທີ່​ຄິດ​ວ່າ​ທາງ​ຂອງ​ພຣະເຈົ້າ​ເປັນ​ຊ່ອງທາງ​ຫາ​ຜົນປະໂຫຍດ​ໃນ​ດ້ານ​ການເງິນ.


ພວກເຂົາ​ຈະ​ຕ້ອງ​ໄດ້​ມິດງຽບ ເພາະ​ພວກເຂົາ​ໄດ້​ລົບກວນ​ຫລາຍ​ຄອບຄົວ​ໂດຍ​ການ​ສອນ​ສິ່ງ​ທີ່​ພວກເຂົາ​ບໍ່​ຄວນ​ສອນ ແລະ ການສອນ​ນັ້ນ​ກໍ​ເພື່ອ​ຫາ​ປະໂຫຍດ​ໃນ​ທາງ​ບໍ່​ສັດຊື່


ເພາະວ່າ​ຜູ້ດູແລ​ຮັບຜິດຊອບ​ຄອບຄົວ​ຂອງ​ພຣະເຈົ້າ ລາວ​ຕ້ອງ​ເປັນ​ຜູ້​ທີ່​ບໍ່ມີຕຳໜິ, ບໍ່​ເອົາ​ແຕ່​ໃຈ, ບໍ່​ເປັນ​ຄົນ​ເລືອດຮ້ອນ, ບໍ່​ເປັນ​ຄົນ​ເມົາເຫລົ້າ, ບໍ່​ໃຊ້​ຄວາມຮຸນແຮງ, ບໍ່​ເປັນ​ຄົນໂລບ​ຫາ​ກຳໄລ​ໃນ​ທາງ​ທີ່​ບໍ່​ສັດຊື່


ແລະ, “ເປັນ​ຫີນ​ທີ່​ເຮັດ​ໃຫ້​ຄົນ​ທັງຫລາຍ​ສະດຸດ ແລະ ເປັນ​ຫີນ​ທີ່​ເຮັດ​ໃຫ້​ພວກເຂົາ​ລົ້ມ​ລົງ”. ພວກເຂົາ​ສະດຸດ​ກໍ​ເພາະ​ພວກເຂົາ​ບໍ່​ເຊື່ອຟັງ​ຖ້ອຍຄຳ​ນັ້ນ ເຊິ່ງ​ກໍ​ເປັນ​ໄປ​ຕາມ​ທີ່​ພວກເຂົາ​ໄດ້​ຖືກ​ກຳນົດ​ໄວ້​ແລ້ວ​ເໝືອນກັນ.


ຈົ່ງ​ລ້ຽງ​ຝູງ​ແກະ​ຂອງ​ພຣະເຈົ້າ​ໃຫ້​ຢູ່​ໃນ​ຄວາມຮັບຜິດຊອບ​ເບິ່ງແຍງ​ຂອງ​ພວກເຈົ້າ, ໃຫ້​ເບິ່ງແຍງ​ພວກເຂົາ​ບໍ່​ແມ່ນ​ຍ້ອນ​ວ່າ​ພວກເຈົ້າ​ຈໍາເປັນ​ຕ້ອງ​ເຮັດ ແຕ່​ຍ້ອນ​ວ່າ​ພວກເຈົ້າ​ເຕັມໃຈ​ທີ່​ຈະ​ເຮັດ​ຕາມ​ທີ່​ພຣະເຈົ້າ​ປະສົງ​ໃຫ້​ພວກເຈົ້າ​ເປັນ, ບໍ່​ແມ່ນ​ເຮັດ​ເພື່ອ​ຫາ​ຜົນປະໂຫຍດ​ດ້ວຍ​ຄວາມບໍ່ສັດຊື່, ແຕ່​ມີ​ຄວາມກະຕືລືລົ້ນ​ທີ່​ຈະ​ຮັບໃຊ້,


ເມື່ອ​ພວກເຮົາ​ບອກ​ພວກເຈົ້າ​ເຖິງ​ການ​ມາ​ຂອງ​ພຣະເຢຊູຄຣິດເຈົ້າ​ອົງພຣະຜູ້ເປັນເຈົ້າ​ຂອງ​ພວກເຮົາ​ໃນ​ລິດອຳນາດ​ນັ້ນ ພວກເຮົາ​ບໍ່​ໄດ້​ນຳເອົາ​ເລື່ອງ​ທີ່​ປະດິດຄິດແຕ່ງ​ຂຶ້ນ​ມາ​ໂດຍ​ຄວາມສະຫລາດ​ຂອງ​ມະນຸດ ແຕ່​ພວກເຮົາ​ໄດ້​ເປັນ​ພະຍານ​ກັບ​ຕາ​ເຖິງ​ບາລະມີ​ອັນ​ຍິ່ງ​ໃຫຍ່​ຂອງ​ພຣະອົງ.


ແຕ່​ກໍ​ມີ​ພວກ​ຜູ້ທຳນວາຍ​ປອມ​ໃນ​ທ່າມກາງ​ປະຊາຊົນ ເຊັ່ນດຽວ​ກັບ​ທີ່​ມີ​ຄູສອນປອມ​ໃນ​ທ່າມກາງ​ພວກເຈົ້າ​ເໝືອນກັນ. ພວກເຂົາ​ຈະ​ລັກ​ນຳ​ເອົາ​ຄຳສອນ​ຜິດ​ທີ່​ເຮັດ​ໃຫ້​ເສຍຫາຍ​ເຂົ້າ​ມາ, ຈົນ​ເຖິງ​ກັບ​ປະຕິເສດ​ອົງພຣະຜູ້ເປັນເຈົ້າ​ອົງເຈົ້ານາຍ​ຜູ້​ໄດ້​ໄຖ່​ພວກເຂົາ. ເຊິ່ງ​ການກະທຳ​ຢ່າງນີ້​ຈະ​ນຳ​ຄວາມຈິບຫາຍ​ມາ​ເຖິງ​ພວກເຂົາ​ເອງ​ຢ່າງ​ໄວວາ.


ຖ້າ​ເປັນ​ດັ່ງນັ້ນ, ອົງພຣະຜູ້ເປັນເຈົ້າ​ຍ່ອມ​ຮູ້ຈັກ​ວິທີ​ວ່າ​ຈະ​ກອບກູ້​ເອົາ​ຄົນຊອບທຳ​ໃຫ້​ລອດພົ້ນ​ຈາກ​ການທົດລອງ​ໄດ້​ຢ່າງໃດ ແລະ ຮັກສາ​ຄົນອະທຳ​ໄວ້​ເພື່ອ​ລໍຖ້າ​ວັນ​ພິພາກສາ.


ວິບັດ​ແກ່​ພວກເຂົາ! ພວກເຂົາ​ໄດ້​ດຳເນີນ​ຕາມ​ແນວທາງ​ຂອງ​ກາອິນ ພວກເຂົາ​ໄດ້​ປ່ອຍ​ໃຫ້​ຕົນເອງ​ເຂົ້າ​ສູ່​ຄວາມຜິດພາດ​ຂອງ​ບາລາອາມ ເພາະ​ເຫັນ​ແກ່​ຜົນປະໂຫຍດ ພວກເຂົາ​ໄດ້​ຖືກ​ທຳລາຍ​ໄປ​ໃນ​ການກະບົດ​ຂອງ​ໂກຣາ.


ເພື່ອ​ພິພາກສາ​ທຸກຄົນ ແລະ ລົງໂທດ​ພວກເຂົາ​ທັງໝົດ​ຈາກ​ການອະທຳ​ທີ່​ພວກເຂົາ​ໄດ້​ເຮັດ​ໄປ​ຕາມ​ທາງ​ອະທຳ​ຂອງ​ພວກເຂົາ ແລະ ທຸກ​ຄຳ​ຕໍ່ຕ້ານ​ທີ່​ຄົນບາບ​ຄົນອະທຳ​ໄດ້​ກ່າວ​ຕໍ່ສູ້​ພຣະອົງ”


ຄົນ​ເຫລົ່ານີ້​ມັກ​ຈົ່ມ ແລະ ມັກ​ຈັບຜິດ, ພວກເຂົາ​ເຮັດ​ຕາມ​ຕັນຫາ​ຊົ່ວ​ຂອງ​ຕົນ, ພວກເຂົາ​ອວດອ້າງ​ຕົນເອງ ແລະ ຍົກຍ້ອງ​ຄົນ​ອື່ນ​ເພື່ອ​ຫາ​ປະໂຫຍດ​ໃສ່​ຕົນເອງ.


ຄຳ​ພິພາກສາ​ຂອງ​ຄົນ​ເຫລົ່ານີ້​ໄດ້​ຖືກ​ບັນທຶກ​ໄວ້​ດົນ​ແລ້ວ ເນື່ອງ​ຈາກ​ວ່າ​ມີ​ບາງຄົນ​ໄດ້​ປອມໂຕ​ເຂົ້າ​ມາ​ໃນ​ທ່າມກາງ​ພວກເຈົ້າ. ພວກເຂົາ​ເປັນ​ຄົນອະທຳ ບິດເບືອນ​ພຣະຄຸນ​ຂອງ​ພຣະເຈົ້າ​ເພື່ອ​ເປັນ​ຊ່ອງທາງ​ໃຫ້​ເຮັດຜິດສິນທຳ ແລະ ປະຕິເສດ​ພຣະເຢຊູຄຣິດເຈົ້າ​ຜູ້​ເປັນ​ອົງເຈົ້ານາຍ ແລະ ເປັນ​ອົງພຣະຜູ້ເປັນເຈົ້າ​ແຕ່​ພຽງ​ອົງ​ດຽວ​ຂອງ​ພວກເຮົາ.


ໃນ​ທຳນອງ​ດຽວ​ກັນ, ເມືອງ​ໂຊໂດມ, ເມືອງ​ໂກໂມຣາ ແລະ ເມືອງ​ຕ່າງໆ​ທີ່​ຢູ່​ອ້ອມ​ທີ່​ນັ້ນ​ໄດ້​ປ່ອຍ​ຕົນເອງ​ໃຫ້​ເຮັດ​ຜິດສິນທຳທາງເພດ ແລະ ລາຄະຕັນຫາ. ພວກເຂົາ​ເປັນ​ຕົວຢ່າງ​ຂອງ​ບັນດາ​ຜູ້​ທີ່​ຈະ​ຮັບໂທດ​ໃນ​ໄຟ​ນິລັນດອນ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka