Biblia Todo Logo
Internet tuqin Biblia

- Anuncios ukanaka -




2 ເປໂຕ 2:21 - ພຣະຄຳພີລາວສະບັບສະໄໝໃໝ່

21 ເພາະ​ຖ້າ​ພວກເຂົາ​ບໍ່​ຮູ້​ຈັກ​ທາງ​ແຫ່ງ​ຄວາມຊອບທຳ​ນັ້ນ​ກໍ​ຍັງ​ດີ​ກວ່າ​ໄດ້​ຮູ້ຈັກ​ແລ້ວ​ຫັນຫລັງ​ໃຫ້​ກັບ​ກົດບັນຍັດ​ອັນ​ສັກສິດ ເຊິ່ງ​ສືບທອດ​ມາ​ເຖິງ​ພວກເຂົາ.

Uka jalj uñjjattʼäta Copia luraña

ພຣະຄຳພີສັກສິ

21 ເພາະ​ຖ້າ​ພວກເຂົາ​ບໍ່ໄດ້​ຮູ້ຈັກ​ທາງ​ຊອບທຳ​ນັ້ນ ກໍ​ຍັງ​ຈະ​ດີກວ່າ​ທີ່​ໄດ້​ຮູ້​ແລ້ວ ແຕ່​ຍັງ​ກັບ​ຫັນ​ຫລັງ​ໃສ່​ກົດບັນຍັດ​ອັນ​ສັກສິດ ທີ່​ຊົງ​ໂຜດ​ມອບ​ໃຫ້​ແກ່​ພວກເຂົາ​ນັ້ນ.

Uka jalj uñjjattʼäta Copia luraña




2 ເປໂຕ 2:21
24 Jak'a apnaqawi uñst'ayäwi  

ເພາະ​ໂຢຮັນ​ບັບຕິສະໂຕ​ໄດ້​ມາ​ເພື່ອ​ຊີ້​ບອກ​ທາງ​ແຫ່ງ​ຄວາມຊອບທຳ​ໃຫ້​ແກ່​ພວກເຈົ້າ ແລະ ພວກເຈົ້າ​ບໍ່​ເຊື່ອ​ເພິ່ນ, ແຕ່​ຄົນເກັບພາສີ ແລະ ຍິງໂສເພນີ​ໄດ້​ເຊື່ອ​ເພິ່ນ ແລະ ເຖິງ​ແມ່ນ​ວ່າ​ພວກເຈົ້າ​ໄດ້​ເຫັນ​ສິ່ງ​ນີ້​ແລ້ວ​ກໍຕາມ ພວກເຈົ້າ​ກໍ​ຍັງ​ບໍ່​ຍອມ​ກັບໃຈ ແລະ ເຊື່ອ​ເພິ່ນ.


“ຄົນຮັບໃຊ້​ທີ່​ຮູ້ຈັກ​ໃຈ​ນາຍ​ແຕ່​ບໍ່​ໄດ້​ຕຽມພ້ອມ ແລະ ບໍ່​ເຮັດ​ໃນ​ສິ່ງ​ທີ່​ນາຍ​ຕ້ອງການ​ກໍ​ຈະ​ຕ້ອງ​ຖືກ​ຂ້ຽນຕີ​ຢ່າງ​ໜັກ.


ຖ້າ​ເຮົາ​ບໍ່​ໄດ້​ມາ​ກ່າວ​ແກ່​ພວກເຂົາ, ພວກເຂົາ​ກໍ​ຄົງ​ບໍ່​ມີ​ຄວາມຜິດບາບ. ແຕ່​ບັດນີ້ ພວກເຂົາ​ບໍ່​ມີ​ຂໍ້​ແກ້ໂຕ​ໃຫ້​ກັບ​ຄວາມບາບ​ຂອງ​ຕົນ​ແລ້ວ.


ພຣະເຢຊູເຈົ້າ​ກ່າວ​ວ່າ, “ຖ້າ​ພວກເຈົ້າ​ຕາບອດ​ພວກເຈົ້າ​ກໍ​ຄົງ​ຈະ​ບໍ່​ມີ​ຄວາມບາບ, ແຕ່​ບັດນີ້ ພວກເຈົ້າ​ເວົ້າ​ວ່າ​ເຮົາ​ເຫັນຮຸ່ງ​ຢູ່, ເຫດສະນັ້ນ ຄວາມຜິດບາບ​ຂອງ​ພວກເຈົ້າ​ຈຶ່ງ​ຍັງ​ມີ​ຢູ່.


ດ້ວຍເຫດນັ້ນ ກົດບັນຍັດ​ຈຶ່ງ​ສັກສິດ ແລະ ພຣະບັນຍັດ​ກໍ​ສັກສິດ, ຊອບທຳ ແລະ ດີ.


ຈົ່ງ​ຊ່ວຍ​ຮັບ​ພາລະ​ຂອງ​ກັນແລະກັນ ແລະ ເມື່ອ​ເຮັດ​ວິທີ​ນີ້​ແລ້ວ ພວກເຈົ້າ​ກໍ​ຈະ​ປະຕິບັດ​ຕາມ​ກົດບັນຍັດ​ຂອງ​ພຣະຄຣິດເຈົ້າ.


ເພາະ​ພວກເຈົ້າ​ຮູ້​ເຖິງ​ຄຳສັ່ງສອນ​ຕ່າງໆ​ທີ່​ພວກເຮົາ​ໄດ້​ມອບ​ໃຫ້​ແກ່​ພວກເຈົ້າ​ໂດຍ​ສິດທິອຳນາດ​ຂອງ​ພຣະເຢຊູເຈົ້າ​ອົງພຣະຜູ້ເປັນເຈົ້າ.


ໃຫ້​ຢຶດຖື​ຄຳສັ່ງ​ນີ້​ໄວ້​ບໍ່​ໃຫ້​ມີ​ຂໍ້ບົກຜ່ອງ ຫລື ບໍ່ມີຕຳໜິ​ຈົນກວ່າ​ພຣະເຢຊູຄຣິດເຈົ້າ​ອົງພຣະຜູ້ເປັນເຈົ້າ​ຂອງ​ພວກເຮົາ​ຈະ​ມາ​ປາກົດ,


ຫລັງຈາກ​ທີ່​ພວກເຮົາ​ໄດ້​ຮູ້​ຄວາມຈິງ​ແລ້ວ ຖ້າ​ພວກເຮົາ​ຍັງ​ເຈດຕະນາ​ເຮັດ​ບາບ​ຕໍ່ໄປ​ກໍ​ຈະ​ບໍ່​ເຫລືອ​ເຄື່ອງບູຊາ​ລຶບລ້າງ​ບາບ​ໃດໆ,


ດັ່ງນັ້ນ ຖ້າ​ຜູ້ໃດ​ຮູ້​ວ່າ​ສິ່ງໃດ​ເປັນ​ສິ່ງ​ດີ​ທີ່​ພວກເຂົາ​ຄວນ​ຈະ​ເຮັດ ແລະ ບໍ່​ໄດ້​ເຮັດ, ສິ່ງ​ນັ້ນ​ກໍ​ເປັນ​ບາບ​ສຳລັບ​ພວກເຂົາ.


ເຮົາ​ຢາກ​ໃຫ້​ພວກເຈົ້າ​ລະນຶກ​ເຖິງ​ຖ້ອຍຄຳ​ທີ່​ພວກ​ຜູ້ທຳນວາຍ​ບໍລິສຸດ​ກ່າວ​ໄວ້​ໃນ​ເມື່ອກ່ອນ​ນັ້ນ ແລະ ລະນຶກ​ເຖິງ​ຄຳສັ່ງ​ຂອງ​ອົງພຣະຜູ້ເປັນເຈົ້າ ແລະ ອົງ​ພຣະຜູ້ຊ່ວຍໃຫ້ພົ້ນ​ຂອງ​ພວກເຮົາ​ໄດ້​ສັ່ງ​ຜ່ານທາງ​ພວກ​ອັກຄະສາວົກ​ຂອງ​ພວກເຈົ້າ.


ເພື່ອນ​ທີ່ຮັກ​ທັງຫລາຍ ເຖິງແມ່ນວ່າ​ເຮົາ​ກະຕືລືລົ້ນ​ຫລາຍ​ທີ່​ຈະ​ຂຽນ​ເຖິງ​ພວກເຈົ້າ​ກ່ຽວກັບ​ຄວາມພົ້ນ​ທີ່​ພວກເຮົາ​ມີ​ຮ່ວມກັນ, ເຮົາ​ກໍ​ຮູ້ສຶກ​ວ່າ​ຈຳເປັນ​ຕ້ອງ​ຂຽນ​ມາ​ໃຫ້​ກຳລັງໃຈ​ພວກເຈົ້າ​ໃຫ້​ຕໍ່ສູ້​ເພື່ອ​ຄວາມເຊື່ອ ເຊິ່ງ​ໄດ້​ມອບໝາຍ​ໃຫ້​ແກ່​ຄົນ​ບໍລິສຸດ​ຂອງ​ພຣະເຈົ້າ​ເທື່ອ​ດຽວ​ສຳລັບ​ຕະຫລອດ​ໄປ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka