Biblia Todo Logo
Internet tuqin Biblia

- Anuncios ukanaka -




2 ເປໂຕ 2:19 - ພຣະຄຳພີລາວສະບັບສະໄໝໃໝ່

19 ພວກເຂົາ​ສັນຍາ​ວ່າ​ຈະ​ໃຫ້​ຄົນ​ເຫລົ່ານັ້ນ​ເປັນ​ອິດສະຫລະ​ໃນ​ຂະນະ​ທີ່​ພວກເຂົາ​ເອງ​ກໍ​ຍັງ​ເປັນ​ຂ້າທາດ​ຂອງ​ຄວາມເສື່ອມໂຊມ​ຢູ່ ເພາະວ່າ “ຄົນ​ເຮົາ​ຖືກ​ສິ່ງໃດ​ຄອບງຳ​ກໍ​ເປັນ​ຂ້າທາດ​ຂອງ​ສິ່ງ​ນັ້ນ”.

Uka jalj uñjjattʼäta Copia luraña

ພຣະຄຳພີສັກສິ

19 ພວກເຂົາ​ສັນຍາ​ວ່າ ຈະ​ໃຫ້​ຄົນ​ເຫຼົ່ານັ້ນ​ມີ​ອິດສະຫລະ​ພາບ ແຕ່​ພວກເຂົາ​ເອງ​ຍັງ​ເປັນ​ທາດ​ຂອງ​ຄວາມ​ເສື່ອມໂຊມ​ຢູ່ ເພາະວ່າ​ມະນຸດ​ຖືກ​ພ່າຍແພ້​ແກ່​ສິ່ງໃດ​ແລ້ວ, ພວກເຂົາ​ກໍ​ຕົກ​ເປັນ​ທາດ​ຂອງ​ສິ່ງ​ນັ້ນ.

Uka jalj uñjjattʼäta Copia luraña




2 ເປໂຕ 2:19
14 Jak'a apnaqawi uñst'ayäwi  

ພຣະເຢຊູເຈົ້າ​ຕອບ​ວ່າ, “ເຮົາ​ບອກ​ພວກເຈົ້າ​ຕາມ​ຄວາມຈິງ​ວ່າ ທຸກຄົນ​ທີ່​ເຮັດ​ບາບ​ກໍ​ເປັນ​ຂ້າທາດ​ຂອງ​ບາບ​ນັ້ນ.


ແລ້ວ​ຄົນ​ທີ່​ມີ​ວິນຍານຊົ່ວຮ້າຍ​ເຂົ້າ​ສິງ​ນັ້ນ​ກໍ​ກະໂດດ​ເຂົ້າ​ໃສ່​ພວກເຂົາ ແລະ ເອົາ​ຊະນະ​ພວກເຂົາ​ທັງໝົດ. ຄົນ​ນັ້ນ​ໄດ້​ທຸບຕີ​ພວກເຂົາ​ຈົນ​ຕ້ອງ​ແລ່ນ​ໜີ​ອອກ​ຈາກ​ເຮືອນ​ທັງ​ທີ່​ເປືອຍ​ກາຍ ແລະ ເລືອດ​ອອກ​ຢູ່.


ພຣະຄຣິດເຈົ້າ​ປົດປ່ອຍ​ພວກເຮົາ​ໃຫ້​ເປັນ​ອິດສະຫລະ​ກໍ​ເພື່ອ​ເສລີພາບ. ດັ່ງນັ້ນ ຈົ່ງ​ຕັ້ງໝັ້ນ​ຢູ່ ແລະ ຢ່າ​ປ່ອຍ​ໃຫ້​ຕົນເອງ ຕົກ​ຢູ່​ໃຕ້​ແອກ​ແຫ່ງ​ຄວາມເປັນຂ້າທາດ​ອີກ.


ພີ່ນ້ອງ​ທັງຫລາຍ​ເອີຍ, ພວກເຈົ້າ​ໄດ້​ຖືກ​ເອີ້ນ​ນັ້ນ​ກໍ​ເພື່ອ​ເສລີພາບ. ແຕ່​ຢ່າ​ໃຊ້​ເສລີພາບ​ຂອງ​ພວກເຈົ້າ​ເພື່ອ​ເຮັດ​ຕາມ​ເນື້ອໜັງ; ແຕ່​ຈົ່ງ​ຮັບໃຊ້​ກັນແລະກັນ​ດ້ວຍ​ຄວາມຖ່ອມຕົວ​ໃນ​ຄວາມຮັກ.


ແລະ ໂດຍ​ຫວັງ​ວ່າ​ພວກເຂົາ​ຈະ​ໄດ້​ສະຕິ ແລະ ຫລຸດພົ້ນ​ຈາກ​ກັບດັກ​ຂອງ​ມານຮ້າຍ ຜູ້​ທີ່​ໄດ້​ຈັບ​ພວກເຂົາ​ໄວ້​ເປັນ​ຊະເລີຍ​ເພື່ອ​ໃຫ້​ເຮັດ​ຕາມ​ຄວາມປະສົງ​ຂອງ​ມັນ.


ຄັ້ງ​ໜຶ່ງ​ພວກເຮົາ​ເອງ​ກໍ​ເປັນ​ຄົນ​ໂງ່ຈ້າ, ບໍ່​ເຊື່ອຟັງ, ຫລອກລວງ ແລະ ຕົກ​ເປັນ​ຂ້າທາດ​ຂອງ​ກິເລດຕັນຫາ ແລະ ຄວາມສະໜຸກ​ສະໜານ​ທຸກ​ຊະນິດ. ພວກເຮົາ​ເຄີຍ​ໃຊ້​ຊີວິດ​ໃນ​ຄວາມ​ຊົ່ວຮ້າຍ ແລະ ອິດສາ, ຖືກ​ກຽດຊັງ ແລະ ກຽດຊັງ​ເຊິ່ງກັນແລະກັນ.


ຈົ່ງ​ດຳເນີນຊີວິດ​ເໝືອນດັ່ງ​ຄົນ​ທີ່​ມີ​ເສລີພາບ, ແຕ່​ຢ່າ​ໃຊ້​ເສລີພາບ​ຂອງ​ພວກເຈົ້າ​ເປັນ​ຂໍ້​ອ້າງ​ເພື່ອ​ປົກປິດ​ຄວາມຊົ່ວ, ຈົ່ງ​ດຳເນີນຊີວິດ​ເໝືອນ​ເປັນ​ຂ້າທາດ​ຂອງ​ພຣະເຈົ້າ.


ໂດຍ​ຜ່ານທາງ​ສິ່ງ​ເຫລົ່ານີ້​ພຣະອົງ​ໄດ້​ໃຫ້​ສັນຍາ​ອັນ​ຍິ່ງໃຫຍ່ ແລະ ລ້ຳຄ່າ​ຂອງ​ພຣະອົງ​ແກ່​ພວກເຮົາ. ເພື່ອ​ວ່າ​ໂດຍ​ຜ່ານທາງ​ສັນຍາ​ເຫລົ່ານີ້​ພວກເຈົ້າ​ຈະ​ໄດ້​ເຂົ້າ​ສ່ວນ​ໃນ​ລັກສະນະ​ຂອງ​ພຣະເຈົ້າ ແລະ ພົ້ນ​ຈາກ​ຄວາມເສື່ອມຊາມ​ໃນ​ໂລກ​ທີ່​ເກີດ​ຈາກ​ຄວາມປາຖະໜາ​ຊົ່ວ.


ຖ້າ​ພວກເຂົາ​ໄດ້​ໜີ​ພົ້ນ​ຈາກ​ມົນທິນ​ຂອງ​ໂລກ​ມາ​ແລ້ວ​ໂດຍ​ການຮູ້ຈັກ​ກັບ​ອົງພຣະຜູ້ເປັນເຈົ້າ ແລະ ພຣະເຢຊູຄຣິດເຈົ້າ​ອົງ​ພຣະຜູ້ຊ່ວຍໃຫ້ພົ້ນ​ຂອງ​ພວກເຮົາ ແລ້ວ​ຍັງ​ກັບ​ຄືນ​ໄປ​ພົວພັນ ແລະ ພ່າຍແພ້​ກັບ​ສິ່ງ​ນັ້ນ​ຢູ່ ບັ້ນປາຍ​ຂອງ​ພວກເຂົາ​ກໍ​ກັບ​ຊົ່ວຮ້າຍ​ຍິ່ງ​ກວ່າ​ບັ້ນຕົ້ນ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka