Biblia Todo Logo
Internet tuqin Biblia

- Anuncios ukanaka -




2 ເປໂຕ 2:13 - ພຣະຄຳພີລາວສະບັບສະໄໝໃໝ່

13 ພວກເຂົາ​ຈະ​ໄດ້​ຮັບ​ການ​ຕອບແທນ​ດ້ວຍ​ຄວາມ​ຊົ່ວຮ້າຍ​ສຳລັບ​ສິ່ງ​ຊົ່ວຮ້າຍ​ທີ່​ພວກເຂົາ​ໄດ້​ເຮັດ. ພວກເຂົາ​ຖື​ວ່າ​ການດື່ມເຫລົ້າ​ໃນ​ເວລາ​ກາງເວັນ​ເປັນ​ຄວາມສະໜຸກສະໜານ. ພວກເຂົາ​ເປັນ​ຮອຍ​ເປື້ອນ ແລະ ຮອຍ​ຕຳໜິ, ພວກເຂົາ​ຫາ​ແຕ່​ຄວາມສະໜຸກສະໜານ​ໃສ່​ຕົນ​ຂະນະ​ທີ່​ກຳລັງ​ກິນລ້ຽງ​ຮ່ວມ​ກັບ​ພວກເຈົ້າ.

Uka jalj uñjjattʼäta Copia luraña

ພຣະຄຳພີສັກສິ

13 ພວກເຂົາ​ຈະ​ໄດ້​ຮັບ​ໂທດກຳ​ເປັນ​ລາງວັນ​ແຫ່ງ​ການ​ອະທຳ​ຂອງຕົນ. ພວກເຂົາ​ຖື​ເອົາ​ການ​ຫລິ້ນ​ມ່ວນຊື່ນ​ເຮຮາ​ໃນ​ເວລາ​ກາງເວັນ​ເປັນ​ຂອງ​ສະໜຸກ. ພວກເຂົາ​ດ່າງພອຍ​ແລະ​ເປິເປື້ອນ ແລະ​ໃຊ້​ການ​ຫລິ້ນ​ເຮຮາ​ຫລອກລວງ​ເມື່ອ​ກຳລັງ​ກິນລ້ຽງ​ຮ່ວມ​ກັບ​ເຈົ້າ​ທັງຫລາຍ.

Uka jalj uñjjattʼäta Copia luraña




2 ເປໂຕ 2:13
15 Jak'a apnaqawi uñst'ayäwi  

ໃຫ້​ເຮົາ​ປະພຶດ​ຕົນ​ຢ່າງ​ເໝາະສົມ​ເໝືອນ​ຢູ່​ໃນ​ເວລາ​ກາງເວັນ, ບໍ່​ໄປ​ມົ້ວສຸມ ແລະ ເມົາເຫລົ້າ, ບໍ່​ເຮັດ​ຜິດສິນທຳທາງເພດ ແລະ ມົວເມົາ, ບໍ່​ວິວາດຜິດຖຽງ ແລະ ອິດສາ​ກັນ.


ແລະ ເພື່ອ​ຖວາຍ​ຄຣິສຕະຈັກ​ນັ້ນ​ແກ່​ພຣະອົງ​ເອງ​ເປັນ​ຄຣິສຕະຈັກ​ທີ່​ສະຫງ່າງາມ, ປາດສະຈາກ​ຮອຍ​ດ່າງ ຫລື ຮອຍ​ຫຍໍ່ ຫລື ຕຳໜິ​ໃດໆ ແຕ່​ບໍລິສຸດ ແລະ ບໍ່ມີຕຳໜິ.


ປາຍທາງ​ຂອງ​ພວກເຂົາ​ຄື​ຄວາມຈິບຫາຍ, ພະ​ຂອງ​ພວກເຂົາ​ຄື​ທ້ອງ​ຂອງ​ພວກເຂົາ, ຊື່ສຽງ​ຂອງ​ພວກເຂົາ​ຄື​ຄວາມອັບອາຍ​ຂອງ​ພວກເຂົາ. ຈິດໃຈ​ຂອງ​ພວກເຂົາ​ປັກ​ຢູ່​ແຕ່​ກັບ​ສິ່ງຂອງ​ຝ່າຍໂລກ.


ອາເລັກຊັນເດີ ຊ່າງ​ທອງແດງ​ໄດ້​ເຮັດ​ໃຫ້​ເຮົາ​ໄດ້​ຮັບ​ອັນຕະລາຍ​ຢ່າງ​ຫລວງຫລາຍ. ອົງພຣະຜູ້ເປັນເຈົ້າ​ຈະ​ຕອບແທນ​ໃນ​ສິ່ງ​ທີ່​ລາວ​ໄດ້​ເຮັດ.


ພວກເຈົ້າ​ໄດ້​ໃຊ້​ຊີວິດ​ຢູ່​ໃນ​ໂລກ​ຢ່າງ​ຫລູຫລາ ແລະ ຕາມ​ໃຈ​ຂອງ​ຕົນເອງ. ພວກເຈົ້າ​ລ້ຽງ​ຕົນເອງ​ໄວ້​ລໍຖ້າ​ວັນ​ປະຫານ


ພວກເຂົາ​ຈຶ່ງ​ປະຫລາດໃຈ​ທີ່​ພວກເຈົ້າ​ບໍ່​ເຂົ້າ​ຮ່ວມ​ໃນ​ການດຳເນີນຊີວິດ​ແບບ​ຊະຊາຍ ແລະ ດຳເນີນຊີວິດ​ແບບ​ປ່າເຖື່ອນ​ກັບ​ພວກເຂົາ ແລະ ພວກເຂົາ​ຈຶ່ງ​ຫຸ້ມ​ດ່າ​ພວກເຈົ້າ.


ພວກເຂົາ​ປະຖິ້ມ​ທາງ​ທີ່​ຊື່ ແລະ ຫລົງ​ໄປ​ຕາມ​ທາງ​ຂອງ​ບາລາອາມ​ລູກ​ຂອງ​ເບອໍ ຜູ້​ທີ່​ມັກ​ຄ່າຈ້າງ​ຂອງ​ຄວາມ​ຊົ່ວຮ້າຍ.


ຈົ່ງ​ຕອບແທນ​ນາງ​ເໝືອນດັ່ງ​ທີ່​ມັນ​ໄດ້​ໃຫ້​ແກ່​ຜູ້​ອື່ນ. ຈົ່ງ​ຕອບແທນ​ນາງ​ສອງ​ເທົ່າ​ຂອງ​ສິ່ງ​ທີ່​ນາງ​ໄດ້​ເຮັດ. ຈົ່ງ​ຖອກ​ຄືນ​ເປັນ​ສອງ​ເທົ່າ​ຂອງ​ຈອກ​ທີ່​ນາງ​ປະສົມ​ໄວ້.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka