Biblia Todo Logo
Internet tuqin Biblia

- Anuncios ukanaka -




2 ເປໂຕ 2:12 - ພຣະຄຳພີລາວສະບັບສະໄໝໃໝ່

12 ແຕ່​ຄົນ​ເຫລົ່ານີ້​ໝິ່ນປະໝາດ​ໃນ​ສິ່ງ​ທີ່​ຕົນ​ບໍ່​ເຂົ້າໃຈ. ພວກເຂົາ​ເປັນ​ເໝືອນ​ສັດ​ທີ່​ບໍ່​ມີ​ເຫດຜົນ​ເຮັດ​ຕາມ​ສັນຊາດຕະຍານ, ເກີດ​ມາ​ພຽງ​ເພື່ອ​ຖືກ​ຈັບ ແລະ ຖືກ​ທຳລາຍ​ເທົ່ານັ້ນ. ແລະ ພວກເຂົາ​ຈະ​ຕ້ອງ​ຈິບຫາຍ​ໄປ​ເໝືອນ​ກັບ​ສັດ​ຢ່າງ​ແນ່ນອນ.

Uka jalj uñjjattʼäta Copia luraña

ພຣະຄຳພີສັກສິ

12 ແຕ່​ຄົນ​ເຫຼົ່ານັ້ນ ເປັນ​ເໝືອນ​ສັດເດຍລະສານ ທີ່​ບໍ່ມີ​ຄວາມ​ຄິດ ແລະ​ເກີດ​ມາ​ຕາມ​ທຳມະຊາດ ເພື່ອ​ຖືກ​ຈັບ​ແລະ​ຖືກ​ຂ້າ. ພວກເຂົາ​ກ່າວ​ປະນາມ​ສິ່ງ​ທີ່​ພວກເຂົາ​ບໍ່​ເຂົ້າໃຈ ພວກເຂົາ​ຈະ​ຕ້ອງ​ຈິບຫາຍ​ໄປ​ຢ່າງ​ດຽວກັນ​ກັບ​ສັດ​ເຫຼົ່ານັ້ນ.

Uka jalj uñjjattʼäta Copia luraña




2 ເປໂຕ 2:12
17 Jak'a apnaqawi uñst'ayäwi  

ການຫລິ້ນຊູ້, ຄວາມໂລບ, ການປອງຮ້າຍ, ການສໍ້ໂກງ, ລາຄະຕັນຫາ, ຄວາມອິດສາ, ໃສ່ຮ້າຍປ້າຍສີ, ຄວາມຈອງຫອງ, ຄວາມໂງ່ຈ້າ.


ພຣະເຢຊູເຈົ້າ​ໄດ້​ກ່າວ​ກັບ​ພວກເຂົາ​ອີກ​ເທື່ອ​ໜຶ່ງ​ວ່າ, “ເຮົາ​ກຳລັງ​ຈະ​ໄປ ແລ້ວ​ພວກເຈົ້າ​ຈະ​ຊອກຫາ​ເຮົາ ແລະ ພວກເຈົ້າ​ຈະ​ຕາຍ​ໃນ​ຄວາມບາບ​ຂອງ​ພວກເຈົ້າ. ບ່ອນ​ທີ່​ເຮົາ​ຈະ​ໄປ​ນັ້ນ​ພວກເຈົ້າ​ບໍ່​ສາມາດ​ໄປ​ໄດ້”.


ຜູ້ໃດ​ກໍ​ຕາມ​ທີ່​ຫວ່ານ​ຕາມ​ຄວາມພໍໃຈ​ຂອງ​ເນື້ອໜັງ​ຂອງ​ຕົນ, ກໍ​ຈະ​ເກັບກ່ຽວ​ຄວາມພິນາດ​ຈາກ​ເນື້ອໜັງ​ນັ້ນ, ຜູ້​ທີ່​ຫວ່ານ​ຕາມ​ຄວາມພໍໃຈ​ຂອງ​ພຣະວິນຍານ ກໍ​ຈະ​ເກັບກ່ຽວ​ຊີວິດ​ນິລັນດອນ​ຈາກ​ພຣະວິນຍານ.


ກົດເກນ​ເຫລົ່ານີ້​ຖືກ​ກຳນົດ​ໃຫ້​ເສື່ອມສູນ​ໄປ​ເມື່ອ​ໃຊ້​ມັນ ເຊິ່ງ​ຕັ້ງ​ຢູ່​ເທິງ​ຄຳສັ່ງ ແລະ ຄຳສອນ​ຂອງ​ມະນຸດ.


ໂດຍ​ຜ່ານທາງ​ສິ່ງ​ເຫລົ່ານີ້​ພຣະອົງ​ໄດ້​ໃຫ້​ສັນຍາ​ອັນ​ຍິ່ງໃຫຍ່ ແລະ ລ້ຳຄ່າ​ຂອງ​ພຣະອົງ​ແກ່​ພວກເຮົາ. ເພື່ອ​ວ່າ​ໂດຍ​ຜ່ານທາງ​ສັນຍາ​ເຫລົ່ານີ້​ພວກເຈົ້າ​ຈະ​ໄດ້​ເຂົ້າ​ສ່ວນ​ໃນ​ລັກສະນະ​ຂອງ​ພຣະເຈົ້າ ແລະ ພົ້ນ​ຈາກ​ຄວາມເສື່ອມຊາມ​ໃນ​ໂລກ​ທີ່​ເກີດ​ຈາກ​ຄວາມປາຖະໜາ​ຊົ່ວ.


ພວກເຂົາ​ສັນຍາ​ວ່າ​ຈະ​ໃຫ້​ຄົນ​ເຫລົ່ານັ້ນ​ເປັນ​ອິດສະຫລະ​ໃນ​ຂະນະ​ທີ່​ພວກເຂົາ​ເອງ​ກໍ​ຍັງ​ເປັນ​ຂ້າທາດ​ຂອງ​ຄວາມເສື່ອມໂຊມ​ຢູ່ ເພາະວ່າ “ຄົນ​ເຮົາ​ຖືກ​ສິ່ງໃດ​ຄອບງຳ​ກໍ​ເປັນ​ຂ້າທາດ​ຂອງ​ສິ່ງ​ນັ້ນ”.


ເຖິງ​ປານ​ນັ້ນ​ຄົນ​ເຫລົ່ານີ້​ໝິ່ນປະໝາດ​ໃນ​ສິ່ງ​ທີ່​ຕົນ​ບໍ່​ເຂົ້າໃຈ ແລະ ທຸກ​ສິ່ງ​ທີ່​ພວກເຂົາ​ເຂົ້າໃຈ​ໂດຍ​ສັນຊາດຕະຍານ​ເໝືອນ​ສັດ​ເດຍລະສານ​ທີ່​ບໍ່​ຮູ້​ຈັກ​ໃຊ້​ເຫດຜົນ ສິ່ງ​ເຫລົ່ານີ້​ແຫລະ​ຈະ​ທຳລາຍ​ພວກເຂົາ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka