Biblia Todo Logo
Internet tuqin Biblia

- Anuncios ukanaka -




2 ເປໂຕ 1:8 - ພຣະຄຳພີລາວສະບັບສະໄໝໃໝ່

8 ເພາະ​ຖ້າ​ພວກເຈົ້າ​ມີ​ຄຸນສົມບັດ​ເຫລົ່ານີ້​ຫລາຍຂຶ້ນ ກໍ​ຈະ​ເຮັດໃຫ້​ພວກເຈົ້າ​ມີ​ປະສິດທິພາບ ແລະ ເກີດຜົນ​ໃນ​ການ​ຮູ້ຈັກ​ພຣະເຢຊູຄຣິດເຈົ້າ​ອົງພຣະຜູ້ເປັນເຈົ້າ​ຂອງ​ພວກເຮົາ.

Uka jalj uñjjattʼäta Copia luraña

ພຣະຄຳພີສັກສິ

8 ດ້ວຍວ່າ, ຖ້າ​ສິ່ງ​ເຫຼົ່ານີ້ ມີ​ຢູ່​ໃນ​ພວກເຈົ້າ​ຢ່າງ​ບໍຣິບູນ​ແລ້ວ ກໍ​ຈະ​ເຮັດ​ໃຫ້​ພວກເຈົ້າ​ເປັນ​ຄົນ​ດຸໝັ່ນ ແລະ​ເກີດຜົນ​ໃນ​ການ​ຮູ້ຈັກ​ອົງ​ພຣະເຢຊູ​ຄຣິດເຈົ້າ​ຂອງ​ເຮົາ​ທັງຫລາຍ.

Uka jalj uñjjattʼäta Copia luraña




2 ເປໂຕ 1:8
33 Jak'a apnaqawi uñst'ayäwi  

ເມັດພືດ​ທີ່​ຕົກ​ກາງ​ຟຸ່ມໜາມ ຄື​ຜູ້​ທີ່​ໄດ້​ຍິນ​ພຣະຄຳ​ແຕ່​ມີ​ຄວາມກັງວົນ​ໃນ​ຊີວິດ​ນີ້ ແລະ ຄວາມຫລອກລວງ​ຂອງ​ຄວາມຮັ່ງມີ​ເຂົ້າ​ມາ​ຫຸ້ມຮັດ​ພຣະຄຳ​ນັ້ນ​ໄວ້​ຈຶ່ງ​ບໍ່​ເກີດຜົນ.


“ໃນ​ເວລາ​ປະມານ​ເກົ້າ​ໂມງ​ເຊົ້າ​ເພິ່ນ​ກໍ​ອອກ​ໄປ ແລະ ເຫັນ​ຫລາຍ​ຄົນ​ຢືນ​ຢູ່​ທີ່​ຕະຫລາດ​ບໍ່ເຮັດຫຍັງ


ໃນ​ເວລາ​ປະມານ​ຫ້າ​ໂມງ​ແລງ ເພິ່ນ​ກໍ​ອອກ​ໄປ​ອີກ ແລະ ເຫັນ​ຍັງ​ມີ​ຫລາຍ​ຄົນ​ຢືນ​ຢູ່​ທີ່​ນັ້ນ ເພິ່ນ​ຈຶ່ງ​ຖາມ​ພວກເຂົາ​ວ່າ, ‘ເປັນຫຍັງ​ພວກເຈົ້າ​ຈຶ່ງ​ມາ​ຢືນ​ຢູ່​ທີ່​ນີ້​ໝົດ​ມື້​ບໍ່ເຮັດຫຍັງ?’


“ນາຍ​ຂອງ​ລາວ​ຕອບ​ວ່າ, ‘ເຈົ້າ​ຄົນຊົ່ວຊ້າ ແລະ ຜູ້ຮັບໃຊ້​ທີ່​ກຽດຄ້ານ​ເອີຍ! ເຈົ້າ​ກໍ​ຮູ້​ວ່າ​ເຮົາ​ເກັບກ່ຽວ​ເອົາ​ຜົນ​ໃນ​ບ່ອນ​ທີ່​ເຮົາ​ບໍ່​ໄດ້​ຫວ່ານ ແລະ ຮວບຮວມ​ເອົາ​ຜົນລະປູກ​ໃນ​ບ່ອນ​ທີ່​ເຮົາ​ບໍ່​ໄດ້​ຫວ່ານ​ເມັດພືດ.


ທຸກ​ກິ່ງ​ໃນ​ເຮົາ​ທີ່​ບໍ່​ເກີດຜົນ​ພຣະອົງ​ລິ​ຖິ້ມ​ເສຍ, ສ່ວນ​ທຸກ​ກິ່ງ​ທີ່​ເກີດຜົນ​ພຣະອົງ​ຕອນ​ເພື່ອ​ວ່າ​ໃຫ້​ເກີດຜົນ​ຫລາຍຂຶ້ນ.


ນີ້​ແຫລະ​ແມ່ນ​ຊີວິດ​ນິລັນດອນ​ຄື: ຊີວິດ​ທີ່​ພວກເຂົາ​ຮູ້ຈັກ​ພຣະອົງ​ຜູ້​ເປັນ​ພຣະເຈົ້າ​ທ່ຽງແທ້​ແຕ່​ອົງ​ດຽວ ແລະ ຮູ້ຈັກ​ພຣະເຢຊູຄຣິດເຈົ້າ​ຜູ້​ທີ່​ພຣະອົງໃຊ້​ມາ.


ແຕ່​ເຮົາ​ຮູ້ຈັກ​ພວກເຈົ້າ, ເຮົາ​ຮູ້​ວ່າ​ພວກເຈົ້າ​ບໍ່​ໄດ້​ມີ​ຄວາມຮັກ​ຂອງ​ພຣະເຈົ້າ​ຢູ່​ໃນ​ຫົວໃຈ​ຂອງ​ພວກເຈົ້າ.


ຢ່າ​ຂາດ​ຄວາມ​ກະຕືລືລົ້ນ ແຕ່​ຈົ່ງ​ຮັກສາ​ຄວາມຮ້ອນຮົນ​ຝ່າຍ​ຈິດວິນຍານ​ຂອງ​ພວກເຈົ້າ​ໄວ້ ແລະ ຮັບໃຊ້​ອົງພຣະຜູ້ເປັນເຈົ້າ.


ເຫດສະນັ້ນ ພີ່ນ້ອງ​ທີ່ຮັກ​ຂອງ​ເຮົາ​ເອີຍ, ຈົ່ງ​ຕັ້ງໝັ້ນ​ຢູ່. ຢ່າ​ໃຫ້​ສິ່ງໃດ​ເຮັດ​ໃຫ້​ພວກເຈົ້າ​ຫວັ່ນໄຫວ. ຈົ່ງ​ທຸ້ມເທ​ພວກເຈົ້າ​ເອງ​ຢ່າງ​ເຕັມທີ່​ໃຫ້​ກັບ​ງານ​ຂອງ​ອົງພຣະຜູ້ເປັນເຈົ້າ, ເພາະ​ພວກເຈົ້າ​ຮູ້​ແລ້ວ​ວ່າ​ໃນ​ອົງພຣະຜູ້ເປັນເຈົ້າ ການງານ​ຂອງ​ພວກເຈົ້າ​ນັ້ນ​ບໍ່​ໄດ້​ໄຮ້ປະໂຫຍດ.


ຈົ່ງ​ພິຈາລະນາ​ຕົນເອງ​ເພື່ອ​ເບິ່ງ​ວ່າ​ພວກເຈົ້າ​ຢູ່​ໃນ​ຄວາມເຊື່ອ ຫລື ບໍ່; ຈົ່ງ​ທົດສອບ​ຕົນເອງ. ພວກເຈົ້າ​ບໍ່​ຮູ້​ບໍ​ວ່າ​ພຣະເຢຊູຄຣິດເຈົ້າ​ຢູ່​ໃນ​ພວກເຈົ້າ ແນ່ນອນ​ເວັ້ນໄວ້​ແຕ່​ວ່າ​ພວກເຈົ້າ​ບໍ່​ຜ່ານ​ການທົດສອບ​ນັ້ນ?


ໃນ​ທ່າມກາງ​ການທົດລອງ​ຢ່າງ​ໜັກໜ່ວງ​ທີ່ສຸດ ຄວາມຊື່ນຊົມຍິນດີ​ອັນ​ເຫລືອລົ້ນ ແລະ ຄວາມຍາກຈົນ​ທີ່ສຸດ​ຂອງ​ພວກເຂົາ​ນັ້ນ​ກໍ​ລົ້ນ​ອອກ​ເປັນ​ຄວາມຮັ່ງມີ​ໃນ​ຄວາມເອື້ອເຟື້ອເຜື່ອແຜ່.


ແຕ່​ເນື່ອງຈາກ​ວ່າ ພວກເຈົ້າ​ດີເລີດ​ໃນ​ທຸກສິ່ງ ບໍ່​ວ່າ​ໃນ​ຄວາມເຊື່ອ, ໃນ​ວາຈາ, ໃນ​ຄວາມຮູ້, ໃນ​ຄວາມ​ກະຕືລືລົ້ນ​ຢ່າງ​ເຕັມທີ່ ແລະ ໃນ​ຄວາມຮັກ​ທີ່​ພວກເຮົາ​ມີ​ຕໍ່​ພວກເຈົ້າ​ນັ້ນ ກໍ​ເຫັນ​ວ່າ​ພວກເຈົ້າ​ດີເລີດ​ໃນ​ການໃຫ້​ດ້ວຍ​ຄວາມເມດຕາ​ນີ້​ເໝືອນກັນ.


ແລະ ໃຈ​ຂອງ​ພວກເຂົາ​ຈະ​ຄິດເຖິງ​ພວກເຈົ້າ​ຂະນະ​ທີ່​ອະທິຖານ​ເພື່ອ​ພວກເຈົ້າ ເພາະ​ພຣະຄຸນ​ອັນ​ລົ້ນເຫລືອ​ທີ່​ພຣະເຈົ້າ​ໄດ້​ໃຫ້​ແກ່​ພວກເຈົ້າ.


ແລະ ນີ້​ແມ່ນ​ຄຳອະທິຖານ​ຂອງ​ເຮົາ​ຄື: ຂໍ​ໃຫ້​ຄວາມຮັກ​ຂອງ​ພວກເຈົ້າ​ຈະ​ເພີ່ມຂຶ້ນ​ເລື້ອຍໆ​ໃນ​ຄວາມຮູ້ ແລະ ຄວາມເຂົ້າໃຈ​ອັນ​ເລິກເຊິ່ງ,


ໃນ​ຄວາມສຳພັນ​ຂອງ​ພວກເຈົ້າ​ຕໍ່​ຄົນອື່ນ​ນັ້ນ, ຈົ່ງ​ມີ​ຄວາມຄິດ​ເຊັ່ນດຽວ​ກັນ​ກັບ​ພຣະຄຣິດເຈົ້າເຢຊູ.


ຫລາຍກວ່າ​ນັ້ນ ເຮົາ​ຖື​ວ່າ​ທຸກສິ່ງ​ນັ້ນ​ເປັນ​ຂອງ​ໄຮ້ປະໂຫຍດ​ເພາະ​ການ​ທີ່​ໄດ້​ຮູ້ຈັກ​ກັບ​ພຣະຄຣິດເຈົ້າເຢຊູ​ອົງພຣະຜູ້ເປັນເຈົ້າ​ຂອງ​ເຮົາ​ນັ້ນ​ເປັນ​ສິ່ງ​ທີ່​ລໍ້າຄ່າ​ຫລາຍ, ເພາະ​ເຫັນ​ແກ່​ພຣະອົງ​ເຮົາ​ຈຶ່ງ​ໄດ້​ຍອມ​ສະຫລະ​ທຸກສິ່ງ. ເຮົາ​ຖື​ວ່າ​ສິ່ງ​ເຫລົ່ານັ້ນ​ເປັນ​ຂີ້ເຫຍື້ອ ເພື່ອ​ເຮົາ​ຈະ​ໄດ້​ພຣະຄຣິດເຈົ້າ


ເພື່ອ​ພວກເຈົ້າ​ຈະ​ໄດ້​ດຳເນີນຊີວິດ​ໃຫ້​ສົມ​ກັບ​ທີ່​ເປັນ​ຄົນ​ຂອງ​ອົງພຣະຜູ້ເປັນເຈົ້າ ແລະ ເປັນ​ທີ່​ພໍໃຈ​ພຣະອົງ​ໃນ​ທຸກ​ດ້ານ​ຄື: ເກີດຜົນ​ໃນ​ການ​ເຮັດ​ດີ​ທຸກ​ຢ່າງ, ຮູ້ຈັກ​ພຣະເຈົ້າ​ຫລາຍ​ຂຶ້ນ,


ຈົ່ງ​ຢັ່ງຮາກ ແລະ ຮັບ​ການ​ສ້າງ​ຂຶ້ນ​ໃນ​ພຣະອົງ, ຈົ່ງ​ເຂັ້ມແຂງ​ໃນ​ຄວາມເຊື່ອ​ຕາມ​ທີ່​ພວກເຈົ້າ​ໄດ້​ຮັບ​ການສອນ​ມາ ແລະ ເຕັມລົ້ນ​ດ້ວຍ​ການຂອບພຣະຄຸນ.


ຈົ່ງ​ໃຫ້​ພຣະຄຳ​ຂອງ​ພຣະຄຣິດເຈົ້າ​ສະຖິດ​ຢູ່​ທ່າມກາງ​ພວກເຈົ້າ​ຢ່າງ​ບໍລິບູນ​ຂະນະ​ທີ່​ພວກເຈົ້າ​ສັ່ງສອນ ແລະ ເຕືອນສະຕິ​ກັນແລະກັນ​ດ້ວຍ​ປັນຍາ​ທຸກຢ່າງ, ຈົ່ງ​ຮ້ອງເພງ​ດ້ວຍ​ເພງ​ສັນລະເສີນ, ເພງ​ນະມັດສະການ ແລະ ບົດເພງ​ຈາກ​ພຣະວິນຍານ, ຈົ່ງ​ຮ້ອງເພງ​ຖວາຍ​ແກ່​ພຣະເຈົ້າ​ດ້ວຍ​ໃຈ​ກະຕັນຍູ​ຕໍ່​ພຣະເຈົ້າ.


ຂໍ​ອົງພຣະຜູ້ເປັນເຈົ້າ​ເຮັດ​ໃຫ້​ຄວາມຮັກ​ຂອງ​ພວກເຈົ້າ​ເພີ່ມພູນ​ຂຶ້ນ​ຈົນ​ໄຫລລົ້ນ​ໄປ​ເຖິງ​ກັນແລະກັນ ແລະ ໄປ​ເຖິງ​ຄົນ​ອື່ນໆ ເໝືອນດັ່ງ​ທີ່​ພວກເຮົາ​ຮັກ​ພວກເຈົ້າ.


ສຸດທ້າຍ​ນີ້ ພີ່ນ້ອງ​ທັງຫລາຍ​ເອີຍ, ພວກເຮົາ​ໄດ້​ສັ່ງສອນ​ພວກເຈົ້າ​ແລ້ວ​ວ່າ​ຈະ​ດຳເນີນຊີວິດ​ຢ່າງໃດ​ເພື່ອ​ໃຫ້​ພຣະເຈົ້າ​ພໍໃຈ ຕາມ​ຄວາມເປັນຈິງ​ພວກເຈົ້າ​ກໍ​ເຮັດ​ເຊັ່ນ​ນັ້ນ​ຢູ່​ແລ້ວ. ບັດນີ້ ພວກເຮົາ​ຂໍຮ້ອງ​ພວກເຈົ້າ ແລະ ຊັກຊວນ​ພວກເຈົ້າ​ໃນ​ພຣະເຢຊູເຈົ້າ​ອົງພຣະຜູ້ເປັນເຈົ້າ​ໃຫ້​ເຮັດ​ສິ່ງ​ນີ້​ຫລາຍ​ກວ່າ​ເກົ່າ​ອີກ


ພີ່ນ້ອງ​ທັງຫລາຍ​ເອີຍ, ພວກເຮົາ​ຄວນ​ຂອບພຣະຄຸນ​ພຣະເຈົ້າ​ສຳລັບ​ພວກເຈົ້າ​ຢູ່​ສະເໝີ ແລະ ເປັນ​ການ​ຖືກຕ້ອງ​ແລ້ວ​ທີ່​ເຮັດ​ຢ່າງ​ນັ້ນ ເພາະວ່າ​ຄວາມເຊື່ອ​ຂອງ​ພວກເຈົ້າ​ໄດ້​ເພີ່ມ​ຫລາຍ​ຂຶ້ນ​ເລື້ອຍໆ ແລະ ຄວາມຮັກ​ທີ່​ພວກເຈົ້າ​ທຸກຄົນ​ມີ​ຕໍ່​ກັນ​ກໍ​ເພີ່ມ​ຂຶ້ນ.


ນອກຈາກ​ນີ້ ພວກເຂົາ​ຈະ​ມີ​ນິໄສ​ຂີ້ຄ້ານ​ທຽວ​ໄປ​ເຮືອນ​ນັ້ນ​ເຮືອນ​ນີ້ ແລະ ບໍ່​ພຽງ​ແຕ່​ພວກເຂົາ​ກາຍເປັນ​ຄົນຂີ້ຄ້ານ​ເທົ່ານັ້ນ​ແຕ່​ຍັງ​ມັກ​ເວົ້າຂວັນນິນທາ ແລະ ມັກຫຍຸ້ງເລື່ອງຄົນອື່ນ ເວົ້າ​ສິ່ງ​ທີ່​ບໍ່​ຄວນ​ເວົ້າ.


ຄົນ​ຂອງ​ພວກເຮົາ​ຕ້ອງ​ຮຽນຮູ້​ທີ່​ຈະ​ອຸທິດຕົນ​ເຮັດ​ສິ່ງ​ທີ່​ດີ ເພື່ອ​ພວກເຂົາ​ຈະ​ໄດ້​ຈັດຫາ​ສິ່ງ​ທີ່​ຈໍາເປັນ​ໃນ​ຊີວິດ​ປະຈໍາວັນ​ໃຫ້​ຜູ້ອື່ນ ແລະ ເພື່ອ​ຈະ​ບໍ່​ດຳເນີນຊີວິດ​ຢ່າງ​ໄຮ້ປະໂຫຍດ.


ເຮົາ​ອະທິຖານ​ຂໍ​ໃຫ້​ຄວາມເຊື່ອ​ທີ່​ພວກເຮົາ​ມີ​ຮ່ວມ​ກັນ​ຈະ​ເຮັດ​ໃຫ້​ເຈົ້າ​ເຂົ້າໃຈ​ຢ່າງ​ເລິກເຊິ່ງ​ເຖິງ​ສິ່ງ​ດີ​ທຸກຢ່າງ​ທີ່​ພວກເຮົາ​ມີ​ໃນ​ພຣະຄຣິດເຈົ້າ.


ພວກເຮົາ​ບໍ່​ຢາກ​ໃຫ້​ພວກເຈົ້າ​ກາຍເປັນ​ຄົນຂີ້ຄ້ານ, ແຕ່​ໃຫ້​ຮຽນແບບ​ຄົນ​ເຫລົ່ານັ້ນ​ທີ່​ໄດ້​ຮັບ​ມໍລະດົກ​ຕາມ​ສັນຍາ​ເພາະ​ຄວາມເຊື່ອ ແລະ ຄວາມ​ອົດທົນ.


ຂໍ​ໃຫ້​ພຣະຄຸນ ແລະ ສັນຕິສຸກ​ຈົ່ງ​ມີ​ແກ່​ພວກເຈົ້າ​ຢ່າງ​ລົ້ນເຫລືອ​ຜ່ານ​ທາງ​ການຮູ້ຈັກ​ພຣະເຈົ້າ ແລະ ຮູ້ຈັກ​ພຣະເຢຊູເຈົ້າ​ອົງພຣະຜູ້ເປັນເຈົ້າ​ຂອງ​ພວກເຮົາ.


ລິດອຳນາດ​ຂອງ​ພຣະອົງ​ໄດ້​ໃຫ້​ທຸກສິ່ງ​ທີ່​ຈຳເປັນ​ສຳລັບ​ຊີວິດ​ໃນ​ທາງ​ຂອງ​ພຣະເຈົ້າ​ແກ່​ພວກເຮົາ ຜ່ານທາງ​ການ​ຮູ້ຈັກ​ພຣະອົງ​ຜູ້​ເອີ້ນ​ພວກເຮົາ​ດ້ວຍ​ສະຫງ່າລາສີ ແລະ ຄຸນຄວາມດີ​ຂອງ​ພຣະອົງ​ເອງ.


ຖ້າ​ພວກເຂົາ​ໄດ້​ໜີ​ພົ້ນ​ຈາກ​ມົນທິນ​ຂອງ​ໂລກ​ມາ​ແລ້ວ​ໂດຍ​ການຮູ້ຈັກ​ກັບ​ອົງພຣະຜູ້ເປັນເຈົ້າ ແລະ ພຣະເຢຊູຄຣິດເຈົ້າ​ອົງ​ພຣະຜູ້ຊ່ວຍໃຫ້ພົ້ນ​ຂອງ​ພວກເຮົາ ແລ້ວ​ຍັງ​ກັບ​ຄືນ​ໄປ​ພົວພັນ ແລະ ພ່າຍແພ້​ກັບ​ສິ່ງ​ນັ້ນ​ຢູ່ ບັ້ນປາຍ​ຂອງ​ພວກເຂົາ​ກໍ​ກັບ​ຊົ່ວຮ້າຍ​ຍິ່ງ​ກວ່າ​ບັ້ນຕົ້ນ.


ແຕ່​ຈົ່ງ​ຈະເລີນ​ຂຶ້ນ​ໃນ​ພຣະຄຸນ​ຂອງ​ພຣະເຢຊູຄຣິດເຈົ້າ​ອົງພຣະຜູ້ເປັນເຈົ້າ ແລະ ພຣະຜູ້ຊ່ວຍໃຫ້ພົ້ນ​ຂອງ​ພວກເຮົາ ແລະ ຮູ້​ຈັກ​ພຣະອົງ​ໃຫ້​ຫລາຍ​ຂຶ້ນ. ຂໍ​ໃຫ້​ກຽດ​ສະຫງ່າລາສີ​ຈົ່ງ​ມີ​ແກ່​ພຣະອົງ​ທັງ​ບັດນີ້ ແລະ ຕະຫລອດໄປ. ອາແມນ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka