Biblia Todo Logo
Internet tuqin Biblia

- Anuncios ukanaka -




2 ເປໂຕ 1:7 - ພຣະຄຳພີລາວສະບັບສະໄໝໃໝ່

7 ແລະ ເພີ່ມ​ຄວາມຮັກ​ກັນ​ເໝືອນ​ພີ່ນ້ອງ​ເຂົ້າ​ກັບ​ຊີວິດ​ໃນ​ທາງ​ຂອງ​ພຣະເຈົ້າ ແລະ ເພີ່ມ​ຄວາມຮັກ​ເຂົ້າ​ກັບ​ຄວາມ​ຮັກ​ກັນ​ເໝືອນ​ພີ່ນ້ອງ.

Uka jalj uñjjattʼäta Copia luraña

ພຣະຄຳພີສັກສິ

7 ເອົາ​ຄວາມຮັກ​ພີ່ນ້ອງ​ເພີ່ມ​ຄວາມ​ເຫຼື້ອມໃສ​ໃນ​ພຣະເຈົ້າ ແລະ​ເອົາ​ຄວາມຮັກ​ຄົນ​ທົ່ວໄປ​ເພີ່ມ​ຄວາມຮັກ​ພີ່ນ້ອງ.

Uka jalj uñjjattʼäta Copia luraña




2 ເປໂຕ 1:7
15 Jak'a apnaqawi uñst'ayäwi  

ຈົ່ງ​ຮັກເຊິ່ງກັນແລະກັນ​ເໝືອນດັ່ງ​ພີ່ນ້ອງ ຈົ່ງ​ໃຫ້​ກຽດ​ເຊິ່ງກັນແລະກັນ​ໂດຍ​ຖື​ວ່າ​ຜູ້​ອື່ນ​ດີ​ກວ່າ​ຕົນ.


ເຫດສະນັ້ນ, ເມື່ອ​ພວກເຮົາ​ມີ​ໂອກາດ ໃຫ້​ພວກເຮົາ​ເຮັດ​ດີ​ຕໍ່​ທຸກຄົນ ໂດຍສະເພາະ​ຕໍ່​ຄົນ​ທີ່​ຢູ່​ໃນ​ຄອບຄົວ​ແຫ່ງ​ຄວາມເຊື່ອ.


ແລະ ຈົ່ງ​ສວມ​ຄວາມຮັກ​ທັບ​ຄຸນງາມຄວາມດີ​ທັງໝົດ​ນີ້ ເຊິ່ງ​ຜູກມັດ​ສິ່ງ​ເຫລົ່ານີ້​ທັງໝົດ​ໃຫ້​ເປັນ​ອັນໜຶ່ງອັນດຽວ​ກັນ​ຢ່າງ​ສົມບູນ.


ຂໍ​ອົງພຣະຜູ້ເປັນເຈົ້າ​ເຮັດ​ໃຫ້​ຄວາມຮັກ​ຂອງ​ພວກເຈົ້າ​ເພີ່ມພູນ​ຂຶ້ນ​ຈົນ​ໄຫລລົ້ນ​ໄປ​ເຖິງ​ກັນແລະກັນ ແລະ ໄປ​ເຖິງ​ຄົນ​ອື່ນໆ ເໝືອນດັ່ງ​ທີ່​ພວກເຮົາ​ຮັກ​ພວກເຈົ້າ.


ຢ່າ​ໃຫ້​ມີ​ຜູ້ໃດ​ເຮັດຊົ່ວ​ຕອບແທນ​ການຊົ່ວ, ແຕ່​ຈົ່ງ​ພະຍາຍາມ​ເຮັດດີ​ຕໍ່​ກັນແລະກັນ ແລະ ເຮັດ​ດີ​ຕໍ່​ທຸກ​ຄົນ​ສະເໝີ.


ຈົ່ງ​ສືບຕໍ່​ຮັກເຊິ່ງກັນແລະກັນ​ເໝືອນດັ່ງ​ພີ່ນ້ອງ.


ບັດນີ້ ເມື່ອ​ພວກເຈົ້າ​ໄດ້​ຊຳລະ​ໂຕ​ໃຫ້​ບໍລິສຸດ​ດ້ວຍ​ການ​ເຊື່ອຟັງ​ຄວາມຈິງ ເພື່ອ​ວ່າ​ພວກເຈົ້າ​ຈະ​ຮັກເຊິ່ງກັນແລະກັນ​ດ້ວຍ​ຈິງໃຈ​ແລ້ວ ກໍ​ຈົ່ງ​ຮັກ​ກັນ​ໃຫ້​ເລິກ​ສຸດ​ໃຈ.


ຈົ່ງ​ໃຫ້​ກຽດ​ແກ່​ທຸກຄົນ, ຈົ່ງ​ຮັກ​ບັນດາ​ພີ່ນ້ອງ​ໃນ​ຄວາມເຊື່ອ​ດຽວ​ກັນ, ຈົ່ງ​ຢຳເກງ​ພຣະເຈົ້າ, ຈົ່ງ​ເຄົາລົບນັບຖື​ຜູ້​ມີ​ອຳນາດ​ສູງສຸດ.


ສຸດທ້າຍ​ນີ້, ພວກເຈົ້າ​ທັງຫລາຍ​ຈົ່ງ​ເປັນ​ນ້ຳໜຶ່ງໃຈດຽວກັນ, ຈົ່ງ​ເຫັນອົກເຫັນໃຈກັນ, ຈົ່ງ​ຮັກເຊິ່ງກັນແລະກັນ, ຈົ່ງ​ມີ​ໃຈອ່ອນນ້ອມ ແລະ ຖ່ອມໂຕ.


ພວກເຮົາ​ຮູ້ຈັກ​ແລ້ວ​ວ່າ​ພວກເຮົາ​ໄດ້​ຜ່ານພົ້ນ​ຄວາມຕາຍ​ເຂົ້າ​ສູ່​ຊີວິດ​ແລ້ວ, ເພາະວ່າ​ພວກເຮົາ​ຮັກ​ເຊິ່ງກັນແລະກັນ. ຜູ້ໃດ​ກໍ​ຕາມ​ທີ່​ບໍ່​ຮັກ ຜູ້​ນັ້ນ​ກໍ​ຍັງ​ຢູ່​ໃນ​ຄວາມຕາຍ.


ນີ້​ຄື​ວິທີ​ທີ່​ພວກເຮົາ​ຈະ​ຮູ້​ວ່າ​ຄວາມຮັກ​ຄື​ອັນໃດ ກໍ​ຄື​ພຣະເຢຊູຄຣິດເຈົ້າ​ສະຫລະ​ຊີວິດ​ຂອງ​ພຣະອົງ​ເພື່ອ​ພວກເຮົາ ແລະ ພວກເຮົາ​ກໍ​ຄວນ​ສະຫລະ​ຊີວິດ​ຂອງ​ພວກເຮົາ​ເພື່ອ​ພີ່ນ້ອງ.


ແລະ ພຣະອົງ​ມອບ​ຄຳສັ່ງ​ນີ້​ໄວ້​ແກ່​ພວກເຮົາ​ວ່າ: ຜູ້​ທີ່​ຮັກ​ພຣະເຈົ້າ​ຕ້ອງ​ຮັກ​ພີ່ນ້ອງ​ຂອງ​ຕົນ​ເໝືອນກັນ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka